ປະ​ທານ​ປະ​ເທດ​ສວມ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

(VOVWORLD) -  ໃນອາຍຸການ 2016 – 2021, ທ່ານປະທານປະເທດຫວຽດນາມ ໄດ້ສ້າງຂີດໝາຍຫຼາຍຢ່າງ ໃນການຮັກສາສະຖຽນລະພາບ ກໍ່ຄືການພັດທະນາປະເທດຊາດ, ໂດຍສະເພາະແມ່ນການລະດົມກຳລັງແຮງມະຫາສາມັກຄີແຫ່ງຊາດ, ສະຫງວນຄວາມເອົາໃຈໃສ່ຢ່າງຫຼວງຫຼາຍ ແກ່ວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ກໍ່ຄືປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງສາກົນຂອງຫວຽດນາມ ໃນເວທີສາກົນ. ທີ່ກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຊຸດທີ 14 ພວມດຳເນີນຢູ່ຮ່າໂນ້ຍ, ບັນດາ ສສຊ ໄດ້ຢັ້ງຢືນວ່າ ບັນດາການປະກອບສ່ວນຂອງທ່ານປະທານປະເທດໃນອາຍຸການ 2016 – 2021 ມີບົດບາດສຳຄັນໃຫ້ແກ່ການພັດທະນາຂອງປະເທດຊາດ.
ປະ​ທານ​ປະ​ເທດ​ສວມ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ປະ​ເທດ​ຊາດ. - ảnh 1

ປະທານປະເທດ ຫງວຽນຝູຈ້ອງລາຍງານຕໍ່ສະພາແຫ່ງຊາດ (ພາບ: quochoi.vn)

    ດ້ວຍຖານະຕຳແໜ່ງເປັນປະມຸກລັດ, ໃນອາຍຸການ 2016 – 2021, ທ່ານປະທານປະເທດໄດ້ປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ສຳເລັດເປັນຢ່າງດີທີ່ສຸດ, ນັບທັງການພົວພັນພາຍໃນ ແລະ ຕ່າງປະເທດ.

ເຕົ້າໂຮມຄວາມສາມັກຄີແຫ່ງຊາດ, ຮັກສາອະທິປະໄຕຂອງປະເທດຊາດ

   ໂດຍໄດ້ຍົກສູງແນວຄິດມະຫາສາມັກຄີຂອງທ່ານປະທານໂຮ່ຈີມິນ, ໃນອາຍຸການ 2016 – 2021, ຍາມໃດ ທ່ານປະທານປະເທດກໍ່ໄດ້ເອົາໃຈໃສ່ເບິ່ງແຍງວຽກງານກໍ່ສ້າງ, ປັບປຸງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ໃນພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

   ໃນການໄປປະຕິບັດງານຢູ່ທ້ອງຖິ່ນ, ຮາກຖານ, ພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະຫງວນເວລາເພື່ອຊອກຮູ້ສະພາບການຊີວິດການເປັນຢູ່, ການຜະລິດຂອງປະຊາຊົນ; ຮັບຟັງ, ແບ່ງປັນຄວາມໃນໃຈ, ຄວາມມຸ້ງຫວັງ ແລະ ຂໍ້ສະເໜີຂອງປະຊາຊົນທຸກຊັ້ນຄົນ ທີ່ມີຕໍ່ພັກ, ລັດ.

   ໃນປີ 2020, ເມື່ອໂລກລະບາດໂຄວິດ 19 ມີການຜັນແປໄປຢ່າງສັບສົນນັ້ນ, ທ່ານປະທານປະເທດ ຫງວຽນຝູຈ້ອງ ໄດ້ສະຫງວນຄວາມເອົາໃຈໃສ່ພິເສດ ຕໍ່ວຽກງານເບິ່ງແຍງດູແລສຸຂະພາບ ແລະ ສະຫວັດດີການສັງຄົມ ດ້ວຍການອອກສຽງຮຽກຮ້ອງປະຊາຊົນ ຈົ່ງສາມັກຄີກັນເພື່ອຕ້ານໂລກລະບາດໂຄວິດ. ນີ້ແມ່ນການກະທຳທີ່ມີຄວາມໝາຍສຳຄັນ, ຊ່ວຍເຕົ້າໂຮມປະຊາຊົນ ແລະ ຮ່ວມເດີນທາງກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອຕ້ານໂລກລະບາດ. ທ່ານເງາະຢຸຍຫຽວ ສສຊ ນະຄອນຮ່າໂນ້ຍ ຖືວ່າ:

   ທ່ານປະທານປະເທດໄດ້ສະແດງໃຫ້ເຫັນບົດບາດເປັນປະມຸກລັດເປັນຢ່າງດີທີ່ສຸດ, ຊື່ງໄດ້ຕາງໜ້າລັດກ່ຽວກັບການພົວພັນພາຍໃນ ແລະ ການພົວພັນກັບຕ່າງປະເທດ, ແມ່ນສັນຍາລັກຂອງຄວາມເຊື່ອໝັ້ນ ແລະ ມະຫາສາມັກຄີແຫ່ງຊາດ. ທ່ານເລຂາທິການໃຫ່ຍ, ປະທານປະເທດ ມີກຳລັງສົ່ງຄວາມຮູ້ສຶກທາງໃຈໄດ້ຢ່າງແຮງ, ຊື່ງແມ່ນປັດໄຈສຳຄັນໃນການສ້າງອາລົມຈິດການປະຕິວັດ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີພາຍໃນພັກ, ໃນໝູ່ປະຊາຊົນ ແລະ ທົ່ວສັງຄົມ ເພື່ອໃຫ້ທົ່ວປະເທດພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກຂອງອາຍຸການ ທີ່ໄດ້ປະສົບກັບຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການນີ້.

ປະ​ທານ​ປະ​ເທດ​ສວມ​ບົດ​ບາດ​ສຳ​ຄັນ​ໃຫ້​ແກ່​​ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ປະ​ເທດ​ຊາດ. - ảnh 2

ທ່ານເງາະຢຸຍຫຽວ ສສຊ ນະຄອນຮ່າໂນ້ຍ (ພາບ: quochoi.vn)

    ໃນຖານະເປັນປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດຂອງກຳລັງປະກອບອາວຸດປະຊາຊົນ, ທ່ານປະທານປະເທດໄດ້ຊີ້ນຳ ນຳພາ ການປະຕິບັດ ມະຕິສູນກາງຄັ້ງທີ 8 ຊຸດທີ 11 ຢ່າງມີປະສິດດທິຜົນ ກ່ຽວກັບຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່, ບັນດາມະຕິ, ຄຳສັ່ງຂອງພັກ ກ່ຽວກັບການຮັບປະກັນການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ ກໍ່ຄືເຂົ້າຮ່ວມການຊີ້ນຳການສ້າງບັນດາແຜນຮ່າງ, ຍຸດທະສາດສຳຄັນຫຼາຍສະບັບໃຫ້ສົມບູນແບບ (ຄື: ຍຸດທະສາດການປ້ອງກັນຊາດ, ຍຸດທະສາດການທະຫານຫວຽດນາມ, ຍຸດທະສາດການປົກປັກຮັກສາເຂດຊາຍແດນແຫ່ງຊາດ….) ບັນດາວຽກງານດັ່ງກ່າວ ໄດ້ປະກອບສ່ວນຮັກສາອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕເຂດທະເລ, ໝູ່ເກາະອັນສັກກະລະບູຊາຂອງປະເທດຊາດ. ທ່ານຫງວຽນທາຍຮອກ ສສຊ ແຂວງອຽນບາຍ ຕີລາຄາວ່າ:

  ນີ້ແມ່ນອາຍຸການທີ່ປະເທດຊາດໄດ້ປະເຊີນກັບສີ່ງກີດຂວາງຫຼາຍຢ່າງ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ການນຳພັກ, ລັດ, ລັດຖະບານ ຕ້ອງສຸມໃສ່ຊີ້ນຳ ນຳພາຢ່າງຂ້ຽວຂາດ, ມີແບບມີແຜນ ດ້ວຍບັນດາບາດກ້າວເດີນ ແລະ ວິທິເຮັດທີ່ເໝາະສົມ ເພື່ອນຳມາເຊິ່ງໝາກຜົນສູງທີ່ສຸດ, ໝັ້ນຄົງທີ່ສຸດ. ນັ້ນກໍ່ແມ່ນຄວາມມານະພະຍາຍາມ, ຄວາມຕັດສິນໃຈເປັນຈິດໜຶ່ງໃຈດຽວ ເພື່ອໃຫ້ປະເທດຊາດ ຍາມໃດກໍ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້. ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການຊີ້ນຳຂອງພັກ, ລັດ ນັບມື້ນັບໄດ້ເພີ່ມທະວີຂຶ້ນ.

ຍົກສູງອິດທິພົນຊື່ສຽງການພົວພັນກັບຕ່າວປະເທດຂອງປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນ

     ໃນອາຍຸການ 2016 – 2021,  ທ່ານປະທານປະເທດໄດ້ຕັດສິນໃຈການເຈລະຈາ, ເຊັນສົນທິສັນຍາສາກົນ ໃນນາມລັດ; ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາ, ໃຫ້ສັດຕະຍາບັນ, ເຂົ້າຮ່ວມສົນທິສັນຍາສາກົນສຳຄັນຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງເຂດຊາຍແດນແຫ່ງຊາດ, ການຮ່ວມມືດ້ານການຄ້າ, ການລົງທຶນ… ຊື່ງໄດ້ຮັບການເຫັນດີເປັນເອກະພາບ ຮັບຮອງເອົາຈາກ ສສຊ ທັງໝົດ.

   ອາດເວົ້າໄດ້ວ່າ ອາຍຸການ 2016 – 2021 ແມ່ນອາຍຸການປະສົບຜົນສະເລັດ ດ້ວຍຫຼາຍຂີດໝາຍໃນການຊີ້ນຳ ນຳພາຂອງທ່ານປະທານປະເທດ. ບັນດາການປະກອບສ່ວນຂອງການນຳລັດ ໄດ້ປະກອບສ່ວນເສີມຂະຫຍາຍກຳລັງແຮງແຫ່ງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ, ປຸກລຸກນຳ້ໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມຄາດຫວັງພັດທະນາປະເທດຊາດຢ່າງວັດທະນາຖາວອນ ແລະ ມີຄວາມຜາສຸກ.

           

ຕອບກັບ

ຂ່າວ/ບົດ​ອື່ນ