ປະ​ເທດ​ລັດ​ເຊຍ​ຍັງ​ຕ້ອງ​ການ​ທ່າ​ນ Putin

(VOVWORLD) -ວັນທີ 10 ມີນາທີ່ຜ່ານມາ, ສະພາແຫ່ງຊາດລັດເຊຍ ໄດ້ຮັບຮອງເອົາຂໍ້ສະເໜີປັບປຸງລັດຖະທຳມະນູນ ດ້ວຍອັດຕາສ່ວນສະໜັບສະໜູນຂາດຂັ້ນ ອັນໄດ້ເປີດຊ່ອງທາງໃຫ້ແກ່ທ່ານ Vladimir Putin ປະທານາທິບໍດີຄົນປະຈຸບັນ ສາມາດນຳພາປະເທດຊາດ 2 ອາຍຸການ 6 ປີຕື່ມອີກ ໝາຍຄວາມວ່າຮອດປີ 2036. ເຫດການດັ່ງກ່າວໄດ້ລົບລ້າງຄວາມລະແວງສົງໃສກ່ອນນັ້ນ ກ່ຽວກັບບົດບາດຂອງທ່ານ Putin ຕໍ່ປະເທດລັດເຊຍ ພາຍຫຼັງສິ້ນສຸດອາຍຸການປະທານາທິບໍດີປະຈຸບັນ (ປີ 2024) ພ້ອມທັງສະແດງໃຫ້ເຫັນວ່າ ປະເທດລັດເຊຍ ຍັງຕ້ອງການທ່ານ Putin ຢູ່.
ປະ​ເທດ​ລັດ​ເຊຍ​ຍັງ​ຕ້ອງ​ການ​ທ່າ​ນ Putin - ảnh 1

ທ່ານປະທານາທິບໍດີ Vladimir Putin ໃນວັງ Kremlin ປີ 2019 (ພາບ: AFP)

   ດ້ວຍບັດເຫັນດີ 383 ບັດ, ບັດຂາວ 43 ບັດ ແລະ ບໍ່ມີບັດຄັດຄ້ານ, ສະພາຕ່ຳລັດເຊຍ (Duma ແຫ່ງຊາດລັດເຊຍ) ໄດ້ສະແດງຄວາມເຫັນດີເຫັນພ້ອມເກືອບຄືວ່າເດັດຂາດ ຕໍ່ຂໍ້ສະເໜີປັບປຸງລັດຖະທຳມະນູນ ໂດຍທ່ານນາງ Valentina Tereshkova ສະມາຊິກລັດຖະສະພາຂອງພັກ “ປະເທດລັດເຊຍເອກະພາບ” ຍື່ນສະເໜີ. ຕໍ່ຈາກນັ້ນ, ສະພາສູງລັດເຊຍ ກໍ່ໄດ້ຮັບຮອງເອົາຂໍ້ສະເໜີດັ່ງກ່າວ  ດ້ວຍບັດເຫັນດີ 160 ບັດ, ບັດຂາວ 3 ບັດ ແລະ ບັດຄັດຄ້ານ 1 ບັດ.

   ເນື້ອໃນສຳຄັນທີ່ສຸດ ຂອງຂໍ້ສະເໜີປັບປຸງລັດຖະທຳມະນູນ ແມ່ນລົບລ້າງ 2 ອາຍຸການປະທານາທິບໍດີ ມາຮອດຈຸດເວລາປະຈຸບັນຂອງທ່ານ Putin ຜູ້ທີ່ໄດ້ນຳພາປະເທດລັດເຊຍ ໃນ 20 ກ່ວາປີທີ່ຜ່ານມາ, ນຳປະເທດລັດເຊຍ ຜ່ານຜ່າວິກິດການ ບືນຕົວຂຶ້ນຢ່າງເຂັ້ມແຂງຄືໃນທຸກວັນນີ້. ໝາຍຄວາມວ່າ, ອະນຸຍາດໃຫ້ແກ່ທ່ານ Putin ສາມາດດຳລົງຕຳແຫຼ່ງປະທານາທິບໍດີສູງສຸດແມ່ນ 2 ອາຍຸການຕື່ມອີກ.

ແກ້ໄຂຄວາມມືດມົວ

   ຈົນຮອດເວລາການປ່ອນບັດກ່ອນວັນທີ 10 ມີນາ, ມີການຄາດຄະເນ ແລະ ສົງໃສຫຼາຍທີ່ສຸດກ່ຽວກັບຖານະບົດບາດຂອງທ່ານ Putin ທີ່ມີຕໍ່ປະເທດລັດເຊຍ ໃນຂະນະສິ້ນສຸດອາຍຸການປະທານາທິບໍດີປະຈຸບັນ (ປີ 2024), ເຖິງວ່າເກືອບທຸກຄົນລ້ວນແຕ່ໃຫ້ຂໍ້ສັງເກດວ່າທ່ານ Putin ຍັງຈະນຳພາປະເທດຊາດຕາມວິທີໃດໜຶ່ງ. ພິເສດ, ເມື່ອທ່ານປະທານາທິບໍດີ Vladimir Putin ໄດ້ສະເໜີໃຫ້ປັບປຸງລັດຖະທຳມະນູນ ເພື່ອເພີ່ມສິດອຳນາດໃຫ້ແກ່ນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ, ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ Dmitry Medvedev ພ້ອມກັບຄະນະລັດຖະບານທັງໝົດ ໄດ້ປະກາດລາອອກຈາກຕຳແຫຼ່ງເມື່ອກາງເດືອນມັງກອນທີ່ຜ່ານມາ, ນັກໄຈ້ແຍກຫຼາຍທ່ານຖືວ່າ, ທ່ານ Putin ພວມຄິດໄລ່ເພື່ອກາຍເປັນນາຍົກລັດຖະມົນຕີ ດ້ວຍສິດອຳນາດໃຫ່ຍກ່ວາອີກ, ຄ້າຍຄືກັບແຜນການທີ່ໄດ້ປະຕິບັດ ເມື່ອສິ້ນສຸດອາຍຸການປະທານາທິບໍດີ ທີ 1 ເມື່ອປີ 2008.

   ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຄຸມເຄືອກ່ຽວກັບບົດບາດການນຳປະເທດລັດເຊຍ ຂອງທ່ານ Putin ພາຍຫຼັງປີ 2024 ໄດ້ຖືກເຮັດແຈ້ງດ້ວຍເຫດການເມື່ອວັນທີ 10 ມີນາ. ເກືອບແນ່ນອນວ່າ ທ່ານ Putin ຈະສືບຕໍ່ນຳພາປະເທດລັດເຊຍ ໃນຖະນະເປັນປະທານາທິບໍດີ. ແຕ່ສິ່ງສຳຄັນກ່ວາ ນັ້ນແມ່ນ ມັນໄດ້ສະແດງໃຫ້ເຫັນວ່າ ປະເທດລັດເຊຍ ຍັງຄົງຕ້ອງການປະມຸກລັດອາຍຸ 68 ປີຜູ້ນີ້.

ປະ​ເທດ​ລັດ​ເຊຍ​ຍັງ​ຕ້ອງ​ການ​ທ່າ​ນ Putin - ảnh 2 

ໝາກຜົນການປ່ອນບັດຢູ່ Duma ແຫ່ງຊາດລັດເຊຍ (ພາບ: Sputnik)

 ປະເທດລັດເຊຍຍັງຕ້ອງການທ່ານ Putin

   ຖ້າພິຈະລະນາໃນສະພາບການປະຈຸບັນ, ວົງການນັກໄຈ້ແຍກພາຍໃນ ປະເທດລັດເຊຍ ແລະ ຕ່າງປະເທດລ້ວນແຕ່ຖືວ່າ, ບໍ່ມີໃຜສາມາດມາແທນບົດບາດນຳພາປະເທດລັດເຊຍ ຂອງປະທານາທິບໍດີ Putin ໄດ້ ໃນເວລາຢ່າງໜ້ອຍສຸດ 1 ທົດສະວັດຈະມາເຖິງ. ພິເສດ, ໃນສະພາບການທີ່ປະເທດລັດເຊຍ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍອັນໜັກໜ່ວງຫຼາຍປະການ, ຈາກນະໂຍບາຍໃຫ້ຕົກຢູ່ໂດດ່ຽວ ແລະ ຄຳສັ່ງລົງໂທດຈາກຝ່າຍຕາເວັນຕົກ ຕະຫຼອດຮອດບັນດາຄວາມຫຍຸ້ງຍາກອັນໃຫ່ຍຫຼວງດ້ານເສດຖະກິດ ຍ້ອນລາຄານ້ຳມັນດິບ ໄດ້ຫລຸດລົງຢ່າງແຮງ ແລະ ການກະທົບຈາກໂລກລະບາດ Covid-19. ຊ້ຳບໍ່ໜຳ, ນັກການເມືອງ ແລະ ນັກໄຈ້ແຍກລັດເຊຍ ຫຼາຍທ່ານກໍ່ຢັ້ງຢືນວ່າ: ມີພຽງແຕ່ຄວາມເກັ່ງກ້າສາມາດ, ຄວາມຕັດສິນໃຈຢ່າງເດັດຂາດ ແລະ ຄວາມຮັກອັນໃຫ່ຍຫຼວງຕໍ່ປະເທດລັດເຊຍ ຂອງທ່ານ Putin ຈຶ່ງຈະຮັບປະກັນຢ່າງແນ່ນອນວ່າ ປະເທດລັດເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການໃນປະຈຸບັນ ກໍ່ຄືໃນອະນາຄົດໄດ້.

   ໃນຂະນະນັ້ນ, ຫຼາຍຄຳເຫັນສະຫລຸບຢ່າງງ່າຍດາຍກ່ວາວ່າ, ພຽງແຕ່ພິຈາລະນາໃນດ້ານຜົນງານແຫ່ງການນຳພາປະເທດລັດເຊຍ ໃນກ່ວາ 2 ທົດສະວັດທີ່ຜ່ານມາເທົ່ານັ້ນກໍ່ເຫັນວ່າ, ທ່ານ Putin ມີສິດໄດ້ຮັບບໍ່ວ່າສິດບຸລິມະສິດພິເສດໃດໆ ນັບທັງການປັບປຸງລັດຖະທຳມະນູນ ເພື່ອແກ່ຍາວສິດອຳນາດ. ແຕ່ເຖິງຢ່າງໃດກໍ່ຕາມ, ມາຮອດຈຸດເວລານີ້, ໂດຍແມ່ນ “ເປົ້າໝາຍ” ຂອງທຸກການປຶກສາຫາລື, ແຕ່ທ່ານ Putin ກໍ່ຍັງບໍ່ທັນໄດ້ຢັ້ງຢືນວ່າ ຈະສືບຕໍ່ອອກສະໝັກຫາສຽງເລືອກຕັ້ງເປັນປະທານາທິບໍດີອີກຫຼືບໍ່.

 


ຕອບກັບ

ຂ່າວ/ບົດ​ອື່ນ