ພາຍຫຼັງ WHO ປະກາດ ໂຄວິດ - 19 ແມ່ນໂລກລະບາດທົ່ວໂລກມາເປັນເວລາ 3 ປີ: “ບັນດາກະແສຟອງທີ່ຮ້າຍແຮງ” ຄ່ອຍໆຫລຸດລົງ

(VOVWORLD) -

ວັນທີ 11 ມີນາ, ແມ່ນວັນຄົບຮອບ 3 ປີທີ່ອົງການອະນາໄມໂລກ (WHO) ໄດ້ຖະແຫຼງປະກາດໂຄວິດ - 19, ເຊິ່ງເປັນພະຍາດທີ່ເກີດຈາກໄວຣັດ SARS-CoV-2, ແມ່ນໂລກລະບາດທົ່ວໂລກຢ່າງເປັນທາງການ. ພາຍຫຼັງ 3 ປີ, ຊີວິດການເປັນຢູ່ປົກກະຕິແບບໃໝ່ໄດ້ສ້າງຂຶ້ນ ຍ້ອນບັນດາຄວາມມານະພະຍາຍາມຄວບຄຸມໂລກລະບາດຢູ່ແຕ່ລະປະເທດ ກໍ່ຄືໃນທົ່ວໂລກ. ບັນດາກະແສຟອງໃຫຍ່ໄດ້ຄ່ອຍໆຜ່ານພົ້ນໄປ ແຕ່ WHO ຍັງຄົງຮັກສາຄຳກ່າວເຕືອນຢູ່ໃນລະດັບສູງສຸດສຳລັບໂລກລະບາດດັ່ງກ່າວໃນທົ່ວໂລກ, ເພື່ອບໍ່ໃຫ້ບັນດາຄວາມເສຍຫາຍ, ຄວາມເຈັບປວດເກີດຂຶ້ນກັບມະນຸດອີກ.

ພາຍຫຼັງ WHO ປະກາດ ໂຄວິດ - 19 ແມ່ນໂລກລະບາດທົ່ວໂລກມາເປັນເວລາ 3 ປີ: “ບັນດາກະແສຟອງທີ່ຮ້າຍແຮງ” ຄ່ອຍໆຫລຸດລົງ - ảnh 1ຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus
(ພາບ: Reuters)

ໂລກລະບາດໂຄວິດ - 19 ໄດ້ເກີດຂຶ້ນຍ້ອນໄວຣັດ SARS-CoV-2 ໄດ້ເລີ່ມແຜ່ລະບາດຢູ່ນະຄອນ ອູຫັນ, ແຂວງ ຮູເປີຍ ທາງພາກກາງປະເທດຈີນ. ໃນຕະຫຼອດໄລຍະປະຫວັດສາດນັ້ນ, ໂລກຍັງບໍ່ເຄີຍໄດ້ຢັ້ງຢືນ ໄວຣັດ ປະເພດໃດທີ່ມີລະດັບແຜ່ລາມວ່ອງໄວຄືໄວຣັດ SARS-CoV-2. ວັນທີ 11 ມີນາ, WHO ໄດ້ປະກາດ ໂຄວິດ  - 19 ແມ່ນໂລກລະບາດທ່ົວໂລກຢ່າງເປັນທາງການ.

ໃນຈຸດເວລານັ້ນ, ໄວຣັດ SARS-CoV-2 ໄດ້ແຜ່ລາມ, ປະກົດມີຢູ່ຫຼາຍກ່ວາ 120 ປະເທດ ແລະ ເຂດແຄ້ວນ, ດ້ວຍຜູ້ຕິດພະຍາດແມ່ນກ່ວາ 121.000 ກໍລະນີ, ໃນນັ້ນມີກ່ວາ 4.300 ກໍລະນີເສຍຊີວິດ. ແຕ່ພາຍຫຼັງ 1 ປີ, ຈຳນວນຜູ້ຕິດພະຍາດໄດ້ຂຶ້ນທົບກ່ວາ 1.500 ເທົ່າ, ຂຶ້ນເປັນຫຼາຍກ່ວາ 181,7 ລ້ານກໍລະນີ ແລະ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນທົບ 630 ເທົ່າ, ຂຶ້ນເປັນກ່ວາ 2,6 ລ້ານກໍລະນີ. ໃນເວລາ 3 ປີ, ໄວຣັດ SARS-CoV-2 ໄດ້ແຜ່ລາມຢູ່ປະມານ 221 ປະເທດ ແລະ ເຂດແຄ້ວນ, ດ້ວຍຈຳນວນຜູ້ຕິດພະຍາດປະມານ 642 ລ້ານກໍລະນີ, ໃນນັ້ນມີຫຼາຍກ່າວ 6,6 ລ້ານກໍລະນີເສຍຊີວິດ.

ບັນດາຄື້ນຟອງຮ້າຍແຮງ

        ນັບແຕ່ວັນ WHO ໄດ້ປະກາດໂຄວິດ - 19 ແມ່ນໂລກລະບາດທົ່ວໂລກນັ້ນ, ໂລກໄດ້ເຫັນປະຈັກຕາບັນດາການຜັນແປຂອງໂລກລະບາດທີ່ສັບສົນຂຶ້ນເລື້ອຍໆ ຍ້ອນໄວຣັດ SARS-CoV-2 ບໍ່ພຽງແຕ່ບຸກໂຈມຕີດ້ວຍພັນເກົ່າເທົ່ານັ້ນ, ຫາກມັນໄດ້ກາຍເປັນສາຍພັນໃໝ່ທີ່ອັນຕະລາຍຄື: Alpha, Beta, Gamma, Delta ແລະ Omicron, ພ້ອມກັບຫຼາຍສາຍພັນອື່ນໆອີກດ້ວຍ. ບັນດາສາຍພັນໃໝ່ເກືອບຄືວ່າອັນຕະລາຍກ່ວາ ຍ້ອນຄວາມສາມາດ “ຫຼົບຫຼີກ” ວັກຊິນ, ເຮັດໃຫ້ລະດັບການຕິດແປດສູງກ່ວາ, ເຮັດໃຫ້ບັນດາກໍລະນີຕິດແປດຂຶ້ນເປັນລະດັບສູງສະຖິຕິຢ່າງລຽນຕິດ.

ການຜັນປ່ຽນຍາກທີ່ຄາດຄະເນຂອງໄວຣັດ SARS-CoV-2 ນັບແຕ່ເມື່ອອົງການ WHO ປະກາດ ໂຄວິດ - 19 ແມ່ນໂລກລະບາດທົ່ວໂລກໄດ້ເຮັດໃຫ້ໂລກຕ້ອງຮັບບັນດາຜົນເສຍຫາຍທີ່ໜັກໜ່ວງ. ນອກຈາກຄວາມເສຍຫາຍດ້ານຊີວິດອິນຊີແລ້ວ, ໂຄວິດ - 19 ຍັງກໍ່ໃຫ້ເກີດບັນດາຜົນຕາມມາອື່ນຕໍ່ພື້ນຖານເສດຖະກິດໂລກອີກດ້ວຍ… ລະອຽດຄື, ປີ 2020, ໄດ້ເຫັນປະຈັກຕາການທຳລາຍທີ່ຮ້າຍແຮງຂອງໂຄວິດ - 19 ຕໍ່ພື້ນຖານເສດຖະກິດໂລກ. ລວມຍອດຜະລິດຕະພັນພາຍໃນ (GDP) ຂອງໂລກໄດ້ຫລຸດລົງ 5,2% ໃນປີ 2020 ຍ້ອນບັນດາມາດຕະການປິດປະຕູຂອງບັນດາພື້ນຖານເສດຖະກິດ ເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງໂລກລະບາດ. ໜີ້ສາທາລະນະຢູ່ບັນດາປະເທດມີລາຍຮັບຕ່ຳໄດ້ເພີ່ມຂຶ້ນ 12%, ຂຶ້ນເປັນລະດັບສະຖິຕິ 860 ຕື້ USD ໃນປີ 2020. ໂຄວິດໄດ້ເຮັດໃຫ້ໄລຍະລະຫວ່າງຄວາມຮັ່ງມີ - ທຸກຍາກເພີ່ມຂຶ້ນ, ກໍ່ຜົນກະທົບຢ່າງໜັກໜ່ວງເຖິງການພັດທະນາເສດຖະກິດ - ສັງຄົມຢູ່ບັນດາປະເທດພວມພັດທະນາ.

ຄວາມມານະພະຍະຍາມທົ່ວໂລກເພື່ອສະກັດກັ້ນໂລກລະບາດ

        ເມື່ອທຽບໃສ່ປີທຳອິດທີ່ WHO ປະກາດໂລກລະບາດນັ້ນ, ກ່າວເຂົ້າສູ່ປີທີສອງ (ເດືອນ ມີນາ 2021), ບັນດາ “ຄື້ນຟອງຮ້າຍແຮງ” ໂດຍບັນດາສາຍພັນໃໝ່ກໍ່ຂຶ້ນໄດ້ເຮັດໃຫ້ປ່ຽນແປງວິທີການຕ້ານໂລກລະບາດຢູ່ຫຼາຍປະເທດ. ພິເສດ, ການຜະລິດ ວັກຊິນ ຫຼາຍປະເພດ ແລະ ຢາປິ່ນປົວທີ່ມີປະສິດທິຜົນສູງໄດ້ສ້າງບາດລ້ຽວໃນບັ້ນເຄື່ອນໄຫວຕໍ່ສູ້ຕ້ານໂລກລະບາດ. ພ້ອມກັບບັນດາບັ້ນເຄື່ອນໄຫວສັກວັກຊິນທີ່ວ່ອງໄວ, ເຮັດໃຫ້ອັດຕາປະຊາຊົນໄດ້ສັກວັກຊິນກັນພະຍາດໂຄວິດ - 19 ເພີ່ມຂຶ້ນຢ່າງວ່ອງໄວ, ກໍລະນີທີ່ມີອາການໜັກ ແລະ ເສຍຊີວິດໃນໂລກໄດ້ມີອັດຕາສ່ວນປີ້ນກັບກໍລະນີຕິດເຊື້ອໃໝ່, ເຊິ່ງເປັນຫຼັກຖານສະແດງໃຫ້ເຫັນປະສິດທິຜົນເຊິ່ງ ວັກຊິນ ນຳມາໃຫ້ສຳລັບບັ້ນເຄື່ອນໄຫວຕ້ານ ໂຄວິດ  - 19 ແມ່ນບໍ່ສາມາດປະຕິເສດໄດ້.

ພາຍຫຼັງ WHO ປະກາດ ໂຄວິດ - 19 ແມ່ນໂລກລະບາດທົ່ວໂລກມາເປັນເວລາ 3 ປີ: “ບັນດາກະແສຟອງທີ່ຮ້າຍແຮງ” ຄ່ອຍໆຫລຸດລົງ - ảnh 2ປະຊາຊົນລຽນແຖວກວດໂຄວິດ - 19 ຢູ່ ສ ເກົາຫຼີ ໃນວັນທີ 10 ມີນາ 2020
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

    ຍ້ອນບັນດາຄວາມມານະພະຍາຍາມເພີ່ມທະວີການຮ່ວມມືສາກົນ ແລະ ລັດທິຫຼາຍຝ່າຍໃນການຮັບມືກັບໂລກລະບາດ, ຫຼາຍກົນໄກໃໝ່ໄດ້ສ້າງຂຶ້ນຊ່ວຍແຈກຢາຍວັກຊິນກັນໂຄວິດ - 19 ໄປຍັງບັນດາປະເທດທຸກຍາກນັບຕຶ້ື້ໂດສ. ບັນດາແຜນການສ້າງກອງທຶນຮັບມືກັບໂລກລະບາດກໍ່ຄືຂໍ້ຕົກລົງ ເພື່ອແນໃສ່ຮັບປະກັນແຫຼ່ງງົບປະມານ ແລະ ລັກສະນະມີໄຫວພິບໃຫ້ແກ່ WHO ກໍ່ຄ່ອຍໆໄດ້ສ້າງເປັນຮູບປະທຳ. ປີ 2022 ໄດ້ຮັບຖືວ່າແມ່ນປີຟື້ນຊີບພາຍຫຼັງໂລກລະບາດຂອງເສດຖະກິດໂລກ, ໃນຂະນະທີ່ຍອດມູນຄ່າຂອງພື້ນຖານເສດຖະກິດໂລກໄດ້ລື່ນກາຍລະດັບ 100.000 ຕື້ USD. ກອງທຶນເງິນຕາສາກົນ (IMF) ກໍ່ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດໂລກປີ 2022 ບັນລຸ 4,9% ແລະ ການຄ້າທົ່ວໂລກກັບຄືນສູ່ສະພາບປົກກະຕິ.

        ພາຍຫຼັງ 3 ປີ  WHO ປະກາດໂຄວິດ -19 ແມ່ນໂລກລະບາດທົ່ວໂລກ, ໂຄວິດ - 19 ໄດ້ພິສູດໃຫ້ເຫັນວ່າບໍ່ສາມາດຕ້ານໂລກລະບາດທົ່ວໂລກດ້ວຍຄວາມມານະພະຍາຍາມພຽງຝ່າຍດຽວຂອງແຕ່ລະປະເທດ. ສິ່ງດັ່ງກ່າວມີຄວາມໝາຍສ້າງຄວາມສາມັກຄີທົ່ວໂລກ ກໍ່ແມ່ນຂັ້ນຕອນກຽມພ້ອມເພື່ອນຳມາໃຫ້ທຸກໆປະເທດມີກາລະໂອກາດຕໍ່ສູ້ສະກັດກັ້ນໂລກລະບາດ. ຕາມ WHO ແລ້ວ, ໂລກລະບາດ ໂຄວິດ -19 ຍາກຈະຂະຈັດປັດເປົາໃນເວລາອັນສັ້ນໆໄດ້. ແຕ່ວ່າ, ການຮ່ວມມື, ຄວາມມານະພະຍາຍາມຫຼາຍກ່ວາອີກແມ່ນເສັ້ນທາງເພືື່ອຊ່ວຍຢຸດຕິໂລກລະບາດ ແລະ ປິດໄລຍະໜຶ່ງທີ່ເສົ້າສະລົດໃຈຂອງປະຫວັດສາດມວນມະນຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ