ວິວັດທະນາການສັນຕິພາບຢູ່ລີບີ: ຄວາມຫວັງແລະສິ່ງທ້າທາຍ

(VOVWORLD) -ກອງປະຊຸມສັນຕິພາບກ່ຽວກັບລີບີ ໄດ້ຮັບການຈັດຕັ້ງຢູ່ແບັກແລງ, ປະເທດເຢຍລະມັນ ໃນທ້າຍອາທິດຜ່ານມາ, ດ້ວຍການເຂົ້າຮ່ວມຂອງການນຳ 11 ປະເທດ

ວິວັດທະນາການສັນຕິພາບຢູ່ລີບີ: ຄວາມຫວັງແລະສິ່ງທ້າທາຍ - ảnh 1 ການຖະແຫຼງຂ່າວພາຍຫຼັງກອງປະຊຸມ

(ພາບ: AFP/TTXVN)

ໂດຍໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຈຸດເຄັ່ງຮ້ອນຂອງອາຟະລິກາ ແລະ ໂລກເປັນເວລາຫຼາຍເດືອນຜ່ານມາ, ວິກິດການຢູ່ລີບີ ຫາກໍ່ບັນລຸໄດ້ຄວາມຄືບໜ້າທີ່ສຳຄັນ, ເປີດຄວາມຫວັງອາດຈະຊ່ວຍຢຸດຕິບັນດາການປະທະກັນນອງເລືອດທີ່ເກີດຂຶ້ນຄືນໃໝ່ເມື່ອຕົ້ນເດືອນ ເມສາ 2019 ເຊິ່ງໄດ້ເຮັດໃຫ້ 2.200 ກວ່າຄົນຖືກເສຍຊີວິດແລະ 170.000 ກວ່າຄົນຕ້ອງປະລະເຮືອນຊານໄປລ້ີໄພ. ເຖິງຢ່າງໃດກໍ່ຕາມ, ວົງການນັກໄຈ້ແຍກຍັງກ່າວເຕືອນວ່າ, ຄວາມຫວັງກ່ຽວກັບພື້ນຖານສັນຕິພາບຢ່າງແທ້ຈິງໃຫ້ແກ່ປະເທດອາຟະລິກາເໜືອນີ້ຍັງແມ່ນບັນຫາຫຍຸ້ງຍາກ.

        ພາຍຫຼັງບັນດາຄວາມມານະພະຍາຍາມຂອງສາກົນ, ພິເສດແມ່ນຂອງ 2 ປະເທດລັດເຊຍ ແລະ ເຢຍລະມັນ, ກອງປະຊຸມສັນຕິພາບກ່ຽວກັບລີບີ ໄດ້ຮັບການຈັດຕັ້ງຢູ່ແບັກແລງ, ປະເທດເຢຍລະມັນ ໃນທ້າຍອາທິດຜ່ານມາ, ດ້ວຍການເຂົ້າຮ່ວມຂອງການນຳ 11 ປະເທດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ, ພ້ອມກັບບັນດາອົງການຈັດຕັ້ງສາກົນໃຫຍ່ຄືສະຫະພາບເອີລົບ, ສະຫະພາບອາຟະລິກາ ແລະ ສະຫະພັນອາຣັບ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ກອງປະຊຸມບັນລຸໄດ້ໝາກຜົນສຳຄັນດ້ວຍເລື່ອງບັນດາຝ່າຍໄດ້ເຫັນດີກ່ຽວກັບມາດຕະການດ້ານການເມືອງໃຫ້ແກ່ວິກິດການປະທະກັນ.

ຄຳໝັ້ນສັນຍາສາກົນ ແລະ ຄວາມຫວັງຢຸດຕິການປະທະກັນ.

        ທີ່ການຖະແຫຼງຂ່າວພາຍຫຼັງກອງປະຊຸມໃນຕອນຄ່ຳວັນທີ 19 ມັງກອນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ຢືນຢັນວ່າ, ພາຍຫຼັງວິວັດການເຈລະຈາຢ່າງເຂັ້ມງວດ ແລະ ຮ່ວມມື, ບັນດາຝ່າຍໄດ້ເຫັນດີກ່ຽວກັບມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານ ເພື່ອແກ້ໄຂວິກິດການລີບີ. ທ່ານນາງນາຍົກລັດຖະມົນຕີເຢຍລະມັນ ເຊື່ອໝັ້ນວ່າ, ນີ້ແມ່ນບາດກ້າວທຳອິດເພື່ອມຸ່ງໄປເຖິງສັນຕິພາບໃຫ້ແກ່ປະຊາຊົນລີບີ. ຕາມນັ້ນແລ້ວ, ເຖິງວ່າຍັງບໍ່ທັນແກ້ໄຂບັນດາບັນຫາໄດ້ກໍ່ຕາມ, ແຕ່ກອງປະຊຸມກໍ່ບັນລຸໄດ້ຄວາມຕັດສິນໃຈຂອງບັນດາຝ່າຍ ເພື່ອມຸ່ງໄປເຖິງບັນດາບາດກ້າວຕໍ່ໆໄປ, ໃນນັ້ນມີເລື່ອງເຫັນດີກ່ຽວກັບວິວັດທະນາການມີ ລັກສະນະຜູກມັດກັບໜ້າທີ່ຂອງບັນດາຝ່າຍທີ່ກ່ຽວຂ້ອງໃນພາລະບົດບາດສ້າງຕັ້ງ ແລະ ປະຕິບັດຄຳສັ່ງຢຸດຍິງຢ່າງຮອບດ້ານ.

        ກໍ່ທີ່ກອງປະຊຸມ, ບັນດາປະເທດໄດ້ໃຫ້ຄຳໝັ້ນສັນຍາຈະບໍ່ແຊກແຊງເຂົ້າບັນດາບັນຫາພາຍໃນຂອງລີບີ ແລະ ເຄົາລົບຄຳສັ່ງຂວ້ຳບາດດ້ານອາວຸດສຳລັບລີບີ, ເຊິ່ງສະຫະປະຊາຊາດໄດ້ຮັບຮອງເອົາເມື່ອປີ 2011.

        ຕາມວົງການນັກໄຈ້ແຍກແລ້ວ, ເລື່ອງບັນດາປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ສັນຕິພາບ, ຢຸດຕິການແຊກແຊງ ແລະ ບໍ່ “ສົ່ງ” ອາວຸດເຂົ້າລີບີ, ໄດ້ຮັບຄວາມເຊື່ອໝັ້ນວ່າຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງສະພາບປະທະກັນໃນປະຈຸບັນໄດ້ຫຼາຍພໍສົມຄວນ, ສ້າງກຳລັງໜູນໃຫ້ແກ່ການເຈລະຈາໄກເກ່ຍລະຫວ່າງບັນດາຝ່າຍຢູ່ລີບີ.

ສິ່ງທ້າທາຍ ແລະ ຮົ້ວກີດຂວາງ.

        ເຖິງຢ່າງໃດກໍ່ຕາມ, ມີນັກໄຈ້ແຍກຫຼາຍທ່ານກໍ່ກ່າວເຕືອນວ່າ, ມາດຕະການແກ້ໄຂການປະທະກັນຢູ່ປະເທດອາຟະລິກາເໜືອນີ້ແມ່ນບັນຫາຫຍຸ້ງຍາກ. ບັນດາຮົ້ວກີດຂວາງ ແລະ ສິ່ງທ້າທາຍທີ່ຮ້າຍແຮງຍັງປະກົດຕົວ, ນາບຂູ່ເຖິງຄວາມມານະພະຍາຍາມແກ້ໄຂການປະທະກັນຂອງປະຊາຄົມສາກົນ.

        ທີ 1 ແມ່ນຍ້ອນ 2 ຝ່າຍປະທະກັນດ້ານການເມືອງຢູ່ລີບີ ຍັງບໍ່ທັນຊອກຫາ ສຽງເວົ້າລວມໄດ້. ທີ່ກອງປະຊຸມສາກົນແບັກແລງ, ສິ່ງທີ່ຫາງສຽງສາກົນໄດ້ລໍຄອຍທີ່ສຸດແມ່ນການພົບປະລະຫວ່າງຫົວໜ້າກຳລັງເປັນປໍລະປັກໃຫຍ່ທີ່ສຸດຢູ່ລີບີ ແຕ່ບໍ່ໄດ້ດຳເນີນ. ຕາມນັ້ນແລ້ວ, ທ່ານ Fayez al – Sarraj, ຜູ້ນຳໜ້າລັດຖະບານສາມັກຄີແຫ່ງຊາດ (GNA) ແລະ ທ່ານນາຍພົນ Haftar, ຜູ້ນຳໜ້າກຳລັງກອງທັບແຫ່ງຊາດລີບີ ອ້າງຊື່ເອງ (LNA) ບໍ່ເຫັນດີດຳເນີນການພົບປະໂດຍກົງ. ຜູ້ຕາງໜ້າຂອງລັດເຊຍ ເອງ, ເຊິ່ງແມ່ນປະເທດທີ່ມີຜົນສະທ້ອນຢ່າງໃຫຍ່ຫຼວງກັບກຳລັງ LNA, ໄດ້ໃຫ້ຂໍ້ສັງເກດວ່າ, ເລື່ອງ 2 ຝ່າຍບໍ່ສາມາດດຳເນີນການພົບປະແມ່ນ “ໜ້າເສຍດາຍ”. ມີບັນຫາໜຶ່ງຕ້ອງເວົ້າເຖິງນັ້ນແມ່ນ, ກ່ອນໜ້ານັ້ນພຽງໜຶ່ງອາທິດ, ຜູ້ຕາງໜ້າຂັ້ນສູງ GNA ແລະ LNA ບໍ່ເຫັນດີກ່ຽວກັບຄຳສັ່ງຢຸດຍິງໂດຍລັດເຊຍ ແລະ ຕວກກີ ສະເໜີ, ເມື່ອດຳເນີນການເຈລະຈາຢູ່ມົດສະກູ, ປະເທດລັດເຊຍ. ສະພາບຕົວຈິງດັ່ງກ່າວໄດ້ເຂົ້າໃຈວ່າ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍຍັງບໍ່ທັນໄດ້ຮັບການສ້າງຕັ້ງ, ຫຼືວ່າ ເຖິງວ່າໄດ້ຮັບການສ້າງຕັ້ງແລ້ວ ແຕ່ຍັງບໍ່ທັນໃຫຍ່ຫຼວງຢ່າງພຽງພໍເພື່ອສາມາດນັ່ງເຈລະຈານຳກັນໄດ້.

        ທີ 2 ແມ່ນສະພາບການຕົວຈິງຢູ່ລີບີ ພວມສັບສົນທີ່ສຸດ, ດ້ວຍການມີໜ້າຂອງບັນດາກຸ່ມປະກອບອາວຸດທີ່ບໍ່ຂຶ້ນກັບຝ່າຍໃດໃນວິວັດທະນາການເຈລະຈາ. ເລື່ອງຮັບປະກັນໃຫ້ບັນດາກຳລັງດັ່ງກ່າວປະຕິບັດຄຳສັ່ງຢຸດຍິງໂດຍມີການກຳນົດເວລາແມ່ນຍາກແລ້ວ, ຫາກບໍ່ສາມາດເວົ້າເຖິງການປະຕິບັດວິວັດທະນາການສັນຕິພາບໃນໄລຍະຍາວ. ຍິ່ງກວ່ານັ້ນອີກ, ເລື່ອງມີຫຼາຍປະເທດແຊກແຊງ ຫຼື ມີຜົນກະທົບເຖິງສະພາບການລວມຢູ່ລີບີ, ກໍ່ແມ່ນສິ່ງທ້າທາຍ. ນັກໄຈ້ແຍກຫຼາຍທ່ານມີຄວາມວິຕົກກັງວົນວ່າ, ເມື່ອສະພາບການລວມຢູ່ທີ່ນີ້ມີການປ່ຽນແປງໄປຕາມທິດບໍ່ມີຜົນປະໂຫຍດໃຫ້ຝ່າຍສາກົນໃດນັ້ນ, ຄຳໝັ້ນສັນຍາບໍ່ແຊກແຊງຈາກພາຍນອກຈະຕ້ອງປະເຊີນໜ້າກັບໄພບໍ່ປະຕິບັດຕາມສູງທີ່ສຸດ.

        ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມຢ່າງເຂັ້ມງວດຂອງບັນດາປະເທດ, ພິເສດແມ່ນລັດເຊຍ ແລະ ເຢຍລະມັນ, ຫາງສຽງສາກົນຍັງຕັ້ງຄວາມຫວັງຢ່າງສູງກ່ຽວກັບບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນວິວັດທະນາການສັນຕິພາບຢູ່ລີບີ, ເຊື່ອໝັ້ນຕໍ່ຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໄລຍະຈະມາເຖິງ, ເປີດຄວາມຫວັງໃໝ່ເພື່ອຢຸດຕິຄວາມເຈັບປວດໃຫ້ແກ່ປະຊາຊົນຢູ່ປະເທດອາຟະລິກາເໜືອນີ້.

ຕອບກັບ

ຂ່າວ/ບົດ​ອື່ນ