ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ-ສັງຄົມປີ 2022

(VOVWORLD) -ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ພ້ອມກັບນ້ຳໃຈຄວາມສາມັກຄີ, ເປັນເອກະພາບຂອງທົ່ວລະບົບການເມືອງ ແລະ ປະຊາຊົນໃນທົ່ວປະເທດ, ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ຫວຽດນາມ ຈະສູ້ຊົນປະຕິບັດໜ້າທີ່ປີ 2022 ແລະ ໃນຊຸມປີຕໍ່ໆໄປຢ່າງມີໄຊ.
ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ-ສັງຄົມປີ 2022 - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ: TTXVN)

ໃນບົດລາຍງານທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃນຕອນເຊົ້າວັນທີ 23 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ໄດ້ເນັ້ນໜັກເຖິງບັນດາໝາກຜົນທີ່ບັນລຸໄດ້ໃນຊຸມເດືອນຕົ້ນປີ 2022 ໄດ້ສ້າງບັນຍາກາດແຫ່ງຄວາມພາກພູມໃຈໃນທົ່ວສັງຄົມ, ປະກອບສ່ວນເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ. ນີ້ກໍ່ແມ່ນປະຖົມປັດໄຈທີ່ສະດວກ ເພື່ອໃຫ້ ຫວຽດນາມ ສູ້ຊົນບັນລຸເປົ້າໝາຍເຕີບໂຕຂອງທັງປີໃຫ້ສຳເລັດ ກໍຄືສ້າງທ່ວງທ່າເພື່ອສ້າງພື້ນຖານເສດຖະກິດໂດຍເປັນເຈົ້າຕົນເອງ.

ບັນດາຜົນງານທີ່ໜ້າຮັບຮູ້

        ຈຸດພົ້ນເດັ່ນທຳອິດໃນໝາກຜົນຂອງຊຸມເດືອນຕົ້ນປີ 2022 ເຊິ່ງທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ເຕື້ອງເຖິງນັ້ນແມ່ນ ຫວຽດນາມ ໄດ້ຜັນຂະຫຍາຍບັ້ນສັກວັກຊິນໃນຂອບເຂດທົ່ວປະເທດ, ກາຍເປັນໜຶ່ງໃນຈຳນວນ 6 ປະເທດທີ່ມີອັດຕາສັກວັກສິນສູງທີ່ສຸດໃນໂລກ. ຍ້ອນເຫດນັ້ນ, ຈຳນວນຜູ້ຕິດເຊື້ອລາຍໃໝ່, ເຈັບໜັກ, ເສຍຊີວິດກໍ່ໄດ້ຫຼຸດລົງຢ່າງແຮງນັບແຕ່ທ້າຍເດືອນ ມີນາ 2022. ເລື່ອງໂລກລະບາດໄດ້ຮັບການຄວບຄຸມໂດຍພື້ນຖານນັ້ນໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມປອດໄພຂອງປະຊາຊົນ, ວິສາຫະກິດ, ປະກອບສ່ວນສຳຄັນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

        ທາງດ້ານເສດຖະກິດ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບການຮັບປະກັນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕເສດຖະກິດ (GDP) ໃນໄຕມາດທີ 1 ບັນລຸ 5,03%, ສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ 2021. ບັນດາຂົງເຂດການບໍລິການ, ທ່ອງທ່ຽວໄດ້ຮັບການຟື້ນຟູຢ່າງໄວ. ລັດຖະບານໄດ້ປະກາດໃຊ້ໂຄງການເຄື່ອນໄຫວປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2021 – 2025 ຄືນໃໝ່. ໃຫ້ບຸລິມະສິດສຸມໃສ່ແຫຼ່ງກຳລັງໃຫ້ແກ່ການພັດທະນາພື້ນຖານໂຄງລ່າງຍຸດທະສາດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ, ກ່າວວ່າ:

        “ລັດຖະບານຜັນຂະຫຍາຍຫຼາຍເນື້ອໃນ ໃນໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຢ່າງທັນການຄື ນະໂຍບາຍໜູນຊ່ວຍຄ່າດອກເບ້ຍ, ຫຼຸດອາກອນມູນຄ່າເພີ່ມໃຫ້ແກ່ວິສາຫະກິດ, ໜູນຊ່ວຍການເຊົ່າເຮືອນຢູ່ໃຫ້ແກ່ຜູ້ອອກແຮງງານ. ບັນດາກິດຈະກຳຄົມມະນາຄົມຈຸດສຸມລະດັບຊາດໄດ້ຮີບເຮັ່ງຜັນຂະຫຍາຍ, ບັນດາກະຊວງ, ຂະແໜງການທ້ອງຖິ່ນພວມຈັດຕັ້ງຜັນຂະຫຍາຍການກໍ່ສ້າງໂຄງການເສັ້ນທາງຄວາມໄວສູງ ເໜືອ-ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025 ໃຫ້ຖືກຕາມຄວາມຄືບໜ້າ. ພ້ອມກັນນັ້ນ, ລັດຖະບານກໍ່ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມຄັ້ງນີ້ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງບັນດາເສັ້ນທາງຄວາມໄວສູງຄື: ເຈົາດົກ - ເກິນເທີ - ຊອກຈັງ, ບຽນຮ່ວາ - ວູງເຕົ່າ, ແຄງຮ່ວາ - ບວນມາທວດ, ເສັ້ນທາງຫຼວງອ້ອນຮອບເລກ 3 ນະຄອນ ໂຮ່ຈີມິນ, ເສັ້ນທາງຫຼວງອ້ອນຮອບເລກ 4 ເຂດນະຄອນຫຼວງ ຮ່າໂນ້ຍ”.

        ໄລ່ລວມໃນ 4 ເດືອນຕົ້ນປີ, ມີວິສາຫະກິດ 80,5 ພັນແຫ່ງໄດ້ຮັບການສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວ, ເພີ່ມຂຶ້ນ 26,9% ເມື່ອທຽບໃສ່ໄລະດຽວກັນຂອງປີກາຍ.

ສ້າງການຫັນປ່ຽນຢ່າງແຮງ ເພື່ອພັດທະນາເສດຖະກິດ-ສັງຄົມ

        ຕໍ່ໜ້າການຜັນແປຢູ່ພາຍໃນປະເທດ ແລະ ສາກົນ, ລັດຖະບານໃຫ້ຂໍ້ສັງເກດວ່າ ການປະຕິບັດບັນດາເປົ້າໝາຍ, ໜ້າທີ່ແຜນການປີ 2022, ໂດຍສະເພາະແມ່ນເປົ້າໝາຍເຕີບໂຕເສດຖະກິດແຕ່ 6%-6,5% ແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ. ເຖິງຢ່າງໃດກໍ່ຕາມ, ລັດຖະບານໄດ້ຕັດສິນໃຈສືບຕໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.

ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ-ສັງຄົມປີ 2022 - ảnh 2ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ
(ພາບ: TTXVN)

ເພື່ອປະຕິບັດເປົ້າໝາຍດັ່ງກ່າວ, ຕາມທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ ແລ້ວ, ຫວຽດນາມ ສຸມໃສ່ຄວບຄຸມໂລກລະບາດໂຄວິດ-19 ແລະ ຟື້ນຟູຢ່າງວ່ອງໄວ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ຮີບເຮັ່ງຜັນຂະຫຍາຍບັນດາມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ XIII, ໂດຍສະເພາະແມ່ນບັນຫາທີ່ດິນ, ເສດຖະກິດລວມໝູ່, ສະຫະກອນ, ກະສິກຳ, ຊາວກະສິກອນ ແລະ ຊົນນະບົດ.

        ລັດຖະບານກໍ່ຈະເປັນເຈົ້າການບໍລິຫານຢ່າງຄົບຊຸດ, ມີໄຫວພິບ, ສົມທົບກັນທາງດ້ານນະໂຍບາຍເງິນຕາ, ປີການເງິນ ແລະ ບັນດານະໂຍບາຍອື່ນໆຢ່າງແໜ້ນແຟ້ນ ເພື່ອແນໃສ່ສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນການດຸ່ນດ່ຽງໃຫຍ່ ແລະ ຄວບຄຸມໄພເງິນເຟີ້. ທ່ານຮອງນາຍົກລັດຖະມົນຕີ ເລວັນແທັງ, ເນັ້ນໜັກວ່າ:

        “ຍູ້ແຮງການພັດທະນາເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ; ຊຸກຍູ້ກຳລັງຄວາມສາມາດໃນການຜະລິດຢູ່ພາຍໃນປະເທດ. ຍາດແຍ່ງເອົາກາລະໂອກາດຈາກບັນດາສັນຍາການຄ້າເສລີໃໝ່ເຊິ່ງໄດ້ລົງນາມແລ້ວ. ຊຸກຍູ້ການພັດທະນາບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ, ອຸດສາຫະກຳສະໜັບສະໜູນ. ສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່ ຕິດພັນກັບການຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ; ພິເສດ, ປະກາດກົນໄກ, ນະໂຍບາຍໂດຍໄວເພື່ອກະຕຸ້ນ, ໜູນຊ່ວຍວິສາຫະກິດລົງທຶນເຂົ້າຂົງເຂດປຸງແຕ່ງຜະລິດຕະພັນກະສິກຳ ແລະ ສົ່ງອອກຕາມໂຄຕາ, ແກ້ໄຂສະພາບການສົ່ງອອກບໍ່ເປັນທາງການຜ່ານຊາຍແດນ. ຍູ້ແຮງວິວັດການຫັນເປັນດີຈີຕອນ, ນຳໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່. ຊຸກຍູ້ການພັດທະນາການຮ່ວມສຳພັນລະຫວ່າງເຂດ ແລະ ການພັດທະນາເຂດຕົວເມືອງ”.

        ໜ້າທີ່ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ພ້ອມກັບນ້ຳໃຈຄວາມສາມັກຄີ, ເປັນເອກະພາບຂອງທົ່ວລະບົບການເມືອງ ແລະ ປະຊາຊົນໃນທົ່ວປະເທດ, ທ່ານຮອງນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ຫວຽດນາມ ຈະສູ້ຊົນປະຕິບັດໜ້າທີ່ປີ 2022 ແລະ ໃນຊຸມປີຕໍ່ໆໄປຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ