ຫວຽດນາມ ຍາມໃດກໍ່ຕັ້ງບັນຫາມະນຸດຢູ່ໃຈກາງຂອງທຸກການເຄື່ອນໄຫວແຫ່ງການພັດທະນາ

(VOVWORLD) -ທີ່ວາລະປຶກສາຫາລືຂັ້ນສູງຂອງ ກອງປະຊຸມປະຈຳປີ ຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ ແລະ ສັງຄົມພາກພື້ນ ອາຊີ - ປາຊີຟິກ ຂອງ ສະຫະປະຊາຊາດ (ESCAP) ພວມດຳເນີນໃນວັນທີ 23 - 27 ພຶດສະພາປີ 2022 ຢູ່ ບາງກອກ ປະເທດໄທ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍ່ຕັ້ງບັນຫາມະນຸດຢູ່ໃຈກາງຂອງທຸກການເຄື່ອນໄຫວແຫ່ງການພັດທະນາ. ຄວາມຈິງແລ້ວ, ເສີມຂະຫຍາຍປັດໄຈມະນຸດໃນການພັດທະນາເສດຖະກິດ ຂອງປະເທດຊາດ ຍາມໃດກໍ່ແມ່ນທັດສະນະຫລັກໃນແນວທາງການນຳພາດ້ານການເມືອງຂອງພັກກອມມູນິດ ຫວຽດນາມ ໃນໄລຍະປະຈຸບັນ.

ຫວຽດນາມ ຍາມໃດກໍ່ຕັ້ງບັນຫາມະນຸດຢູ່ໃຈກາງຂອງທຸກການເຄື່ອນໄຫວແຫ່ງການພັດທະນາ - ảnh 1ວາລະປຶກສາຫາລືຂັ້ນສູງ ຂອງກອງປະຊຸມປະຈຳປີຄັ້ງທີ 78 ຄະນະກຳມະການເສດຖະກິດສັງຄົມພາກພື້ນ ອາຊີ -ປາຊິຟິກ ສປຊ. ພາບ: ນັກຂ່າວ VOV ປະຈຳໄທ

ເນັ້ນຫນັກຢ່າງແຮງທັດສະນະມະນຸດແມ່ນກຳລັງຫນູນຂອງການພັດທະນາ, ເອກະສານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນ: ມະນຸດ ແລະ ພື້ນຖານວັດທະນະທຳ ຫວຽດນາມ ກາຍເປັນກຳລັງແຮງພາຍໃນຢ່າງແທ້ຈິງ, ແມ່ນກຳລັງຫນູນແຫ່ງການພັດທະນາຂອງປະເທດຊາດ ແລະ ປົກປັກຮັກສາປະເທດຊາດປະຈຸບັນ. ສະນັ້ນ ຫວຽດນາມ ໄດ້ມີແຜນນະໂຍບາຍກໍ່ສ້າງ ແລະ ສ້າງສະພາບແວດລ້ອມ, ເງື່ອນໄຂສັງຄົມໃຫ້ສະດວກທີ່ສຸດ ເພື່ອປຸກລຸກນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຊາດ, ຄວາມເຊື່ອໝັ້ນ, ຄວາມຄາດຫວັງການພັດທະນາ, ຄວາມເກັ່ງກ້າສາມາດ, ຄຸນທາດຈັນຍາບັນຂອງຊາວຫວຽດນາມ, ຖືນັ້ນແມ່ນໃຈກາງ, ເປົ້າໝາຍ ແລະ ແມ່ນກຳລັງຫນູນການພັດທະນາສຳຄັນທີ່ສຸດຂອງປະເທດຊາດ.

ເສີມຂະຫຍາຍປັດໄຈມະນຸດໃນທຸກການເຄື່ອນໄຫວພັດທະນາຂອງປະເທດຊາດ, ພັກກອມມູນິດ ຫວຽດນາມ ກໍ່ວາງແຜນນະໂຍບາຍການເຕີບໂຕເສດຖະກິດຕ້ອງຕິດພັນຢ່າງແຫນ້ນແຟ້ນກັບຄວາມຍຸຕິທຳທາງສັງຄົມ. ການເຕີບໂຕເສດຖະກິດແມ່ນປະຖົມປັດໄຈດ້ານວັດຖຸ ຮັບປະກັນການປະຕິບັດບັນດານະໂຍບາຍສັງຄົມໃຫ້ເປັນຢ່າງດີ. ຄວາມຍຸຕິທຳທາງສັງຄົມ ທັງແມ່ນກຳລັງຫນູນ, ທັງແມ່ນເປົ້າໝາຍຂອງການເຕີບໂຕເສດຖະກິດ. ປະຕິບັດບັນດານະໂຍບາຍສັງຄົມເປັນຢ່າງດີ, ເບິ່ງແຍງດູແລໃຫ້ເປົ້າໝາຍມີຄວາມສ່ຽງ ນັ້ນແມ່ນສ້າງສະພາບແວດລ້ອມ, ກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ. ປະຕິບັດຄວາມຍຸຕິທຳທາງສັງຄົມໃນເງື່ອນໄຂພັດທະນາເສດຖະກິດມີຫລາຍພາກສ່ວນ ແມ່ນເພື່ອແນໃສ່ສ້າງກຳລັງຫນູນແກ່ການເຕີບໂຕເສດຖະກິດ.

ໂດຍຮັບຮູ້ຢ່າງຈະແຈ້ງເຖິງບົດບາດສຳຄັນຂອງວັດທະນະທຳ, ພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນ: “ສົມທົບຢ່າງກົມກຽວລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ, ສັງຄົມ, ລະຫວ່າງການເຕີບໂຕເສດຖະກິດ ກັບຄວາມກ້າວຫນ້າທາງສັງຄົມ… ຖືການພັດທະນາເສດຖະກິດ ແມ່ນພື້ນຖານ ແລະ ປະຖົມປັດໄຈເພື່ອປະຕິບັດບັນດານະໂຍບາຍສັງຄົມ”

ຫວຽດນາມ ຍາມໃດກໍ່ຕັ້ງບັນຫາມະນຸດຢູ່ໃຈກາງຂອງທຸກການເຄື່ອນໄຫວແຫ່ງການພັດທະນາ - ảnh 2ທ່ານ ຫວູດຶກດາມ, ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ.ພາບ: VOV

ພັກກອມມູນິດ ຫວຽດນາມ ກໍ່ຢັ້ງຢືນ: ລັດ ມີບົດບາດສຳຄັນໃນເລື່ອງຕິດພັນການເຕີບໂຕເສດຖະກິດກັບຄວາມຍຸຕິທຳທາງສັງຄົມ. ການເຕີບໂຕເສດຖະກິດ ແມ່ນເພື່ອແນໃສ່ສ້າງຊັບສິນດ້ານວັດຖຸ. ສ່ວນການແຈກຢາຍຢ່າງຍຸຕິທຳແມ່ນຈັດແບ່ງບັນດາຜະລິດຕະພັນສັງຄົມໃຫ້ເໝາະສົມ. ການເຕີບໂຕເສດຖະກິດ ແລະ ຄວາມຍຸຕິທຳສັງຄົມແມ່ນມີຄວາມເອົາໃຈໃສ່ຖືກກັບຜົນປະໂຫຍດຂອງຜູ້ອອກແຮງງານ, ປະຊາຊົນ. ການເຕີບໂຕເສດຖະກິດຕ້ອງຮັບໃຊ້ເປົ້າໝາຍເພື່ອຜູ້ອອກແຮງງານ.

ເລື່ອງເອົາໃຈໃສ່ເຖິງຜົນປະໂຫຍດຂອງຜູ້ອອກແຮງງານ ແມ່ນກຳລັງຫນູນອັນໃຫຍ່ຫລວງ ຊຸກຍູ້ການເຕີບໂຕເສດຖະກິດ. ພັກກອມມູນິດ ຫວຽດນາມ ມີແຜນນະໂຍບາຍ “ສົ່ງເສີມປະຊາຊົນສ້າງຄວາມຮັ່ງມີຢ່າງຖືກຕ້ອງກັບກົດໝາຍ”. ຄວາມເປັນເອກະພາບລະຫວ່າງການເຕີບໂຕເສດຖະກິດ ແລະ ຄວາມຍຸຕິທຳທາງສັງຄົມ ແມ່ນຢູ່ບ່ອນວ່າ ຫວຽດນາມ ກຳນົດເປົ້າໝາຍລວມ ເພື່ອມະນຸດ, ເສີມຂະຫຍາຍປັດໄຈມະນຸດ: “ການເຕີບໂຕເສດຖະກິດແມ່ນໄປຄຽງຄູ່ກັບການພັດທະນາວັດທະນະທຳ, ສາທາລະນະສຸກ, ການສຶກສາ.. ແກ້ໄຂບັນຫາສັງຄົມເປັນຢ່າງດີເພື່ອເປົ້າໝາຍການພັດທະນາມະນຸດ”

ເປັນອັນວ່າ ທັດສະນະຂອງພັກກອມມູນິດ ຫວຽດນາມ ໃນການພົວພັນການເຕີບໂຕເສດຖະກິດກັບບັນຫາສັງຄົມ ລ້ວນແຕ່ຕິດພັນກັບມະນຸດ, ຖືມະນຸດແມ່ນໃຈກາງ. ສິ່ງນີ້ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບທາດແທ້ອັນດີງາມຂອງລະບອບການເມືອງ ຊື່ງ ຫວຽດນາມ ພວມສ້າງ ເພື່ອເປົ້າໝາຍ ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ປະຊາທິປະໄຕ ຍຸຕິທຳ ແລະ ສິວິໄລ, ສູ້ຊົນຮອດປີ 2045 ຫວຽດນາມ ແມ່ນປະເທດພັດທະນາມີລາຍຮັບສະເລ່ຍຕໍ່ຫົວຄົນຢູ່ໃນລະດັບສູງ, ມະນຸດນັບມື້ນັບໄດ້ຊົມໃຊ້ຄວາມຜາສຸກຈາກບບັນດາຜົນງານດ້ານເສດຖະກິດນຳມາໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ