ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແລະປົກປັກຮັກສາອຳນາດອະທິປະໄຕແຫ່ງຊາດໂດຍສັນຕິວິທີ

(VOVWORLD) -ບໍ່ພຽງແຕ່ລະເມີດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງເທົ່ານັ້ນ, ຫາກການກະທຳຂອງຈີນ ຍັງນາບຂູ່ໂດຍກົງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຢູ່ໃນໂລກອີກດ້ວຍ.

ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແລະປົກປັກຮັກສາອຳນາດອະທິປະໄຕແຫ່ງຊາດໂດຍສັນຕິວິທີ - ảnh 1 ຮ້ານເຈາະນ້ຳມັນ DK1/12

(ພາບ: TTXVN)

ໃນຊຸມມື້ທີ່ຜ່ານມາ, ເລື່ອງກຸ່ມກ່ຳປັ່ນສຳຫຼວດໄຮ່ຢາງ 8 (Haiyang Dizhi 8) ຂອງຈີນ ໄດ້ມີການກະທຳລະເມີດເຂົ້າເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວັນອອກ, ອັນໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຈາກຫາງສຽງສາກົນ. ບໍ່ພຽງແຕ່ລະເມີດກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຮ້າຍແຮງເທົ່ານັ້ນ, ຫາກການກະທຳຂອງຈີນ ຍັງນາບຂູ່ໂດຍກົງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຢູ່ໃນໂລກອີກດ້ວຍ. ໃນສະພາບການນັ້ນ, ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍກັບແຜນນະໂຍບາຍແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ.

        ຫາດດອນ ຕືຈີງ ນອນໃນເຂດເສດຖະກິດຈຳເພາະ 200 ໄມທະເລ, ຈາກເສັ້ນແບ່ງກຳນົດຂອງຫວຽດນາມ. ນີ້ແມ່ນເຂດທະເລນອນໃນອຳນາດອະທິປະໄຕຂອງຫວຽດນາມ, ເຊິ່ງໄດ້ກຳນົດຖືກຕາມບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ການກະທຳຂອງຈີນ ແມ່ນລະເມີດກົດໝາຍສາກົນຢ່າງຮ້າຍແຮງ

        ຕາມມາດຕາ 56 ຂອງ UNCLOS 1982, ເຂດເສດຖະກິດຈຳເພາະຂອງຕົນ, ບັນດາປະເທດຢູ່ແຄມທະເລ, ໃນບັນດາສິດ, ມີສິດອຳນາດອະທິປະໄຕສຳລັບບັນດາແຫຼ່ງຊັບພະຍາກອນທຳມະຊາດ, ຊິວະ ແລະ ອະຊິວະຢູ່ທີ່ນັ້ນ. ໃນເຂດເສດຖະກິດຈຳເພາະ, ປະເທດຢູ່ແຄມທະເລກໍ່ມີສິດອະທິປະໄຕສຳລັບບັນດາການເຄື່ອນໄຫວທີ່ແຕກຕ່າງກັນຄື: ຜະລິດພະລັງງານຈາກນ້ຳ, ກະແສນ້ຳໄຫຼຢູ່ທະເລ ແລະ ລົມ. ສະນັ້ນ, ທຸກການເຄື່ອນໄຫວຂອງຕ່າງປະເທດຢູ່ບັນດາເຂດທະເລຂອງຫວຽດນາມ ຕ້ອງເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງ ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກົດໝາຍຫວຽດນາມ ແລະ ຖ້າຫາກບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ແມ່ນລ້ວນແຕ່ລະເມີດເຂດທະເລຂອງຫວຽດນາມ, ລະເມີດກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ໂດຍບໍ່ຫົວຊາຕໍ່ກົດໝາຍສາກົນ, ເລື່ອງຈີນ ຮຽກຮ້ອງໃຫ້ຫວຽດນາມ ຢຸດຕິວຽກງານສຳຫຼວດບັນດາບໍ່ນ້ຳມັນຢູ່ເຂດທະເລຂຶ້ນກັບອຳນາດອະທິປະໄຕຂອງຫວຽດນາມ ແມ່ນໄຮ້ເຫດຜົນ. ທ່ານ Noah Zaring, ທີ່ປຶກສາຝ່າຍການເມືອງ, ສະຖານທູດອາເມລິກາ ປະຈຳຫວຽດນາມ, ຖືວ່າ.

        “ເປັນສິ່ງທີ່ຈະແຈ້ງແລ້ວວ່າ, ການກະທຳຂອງຈີນ ແມ່ນຕັ້ງໃຈນຳໃຊ້ກຳລັງແຮງ ເພື່ອຮັບໃຊ້ໃຫ້ແກ່ຈຸດປະສົງຂອງຕົນ. ຈີນ ໄດ້ສ້າງຄວາມຂາດສະຖຽນລະພາບ, ນຳໃຊ້ອາວຸດເພື່ອນາບຂູ່ບັນດາປະເທດອື່ນຕ້ອງປະຕິບັດຕາມ. ຂ້າພະເຈົ້າຖືວ່າ, ຈີນ ຄວນມີການຮ່ວມມື, ເຄົາລົບກົດໝາຍສາກົນ ເພື່ອບໍ່ທຳຄວາມເສຍຫາຍເຖິງອະທິປະໄຕ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດໃນພາກພື້ນ”.

        ເລື່ອງຕັ້ງໃຈຢັ້ງຢັນ ຫວຽດນາມ ດຳເນີນບັນດາການກະທຳເຈາະສຳຫຼວດນ້ຳມັນ “ພຽງລຳພັງຝ່າຍດຽວ” ຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ, ນຳເຂດທະເລນອນໃນອະທິປະໄຕຂອງຫວຽດນາມ ກາຍເປັນເຂດທະເລມີການຂັດແຍ້ງກັນ, ຈັດວາງຕາມແບບ “ສິດອຳນາດແມ່ນຂຶ້ນກັບຜູ້ມີກຳລັງແຮງ”, ປະຕິບັດກົນອຸບາຍຢຶດເອົາທະເລຕາເວັນອອກ. ທ່ານນາງ Umnova Irina Anatolyevna, ຫົວໜ້າຄະນະຄົ້ນຄວ້າລັດຖະທຳມະນູນ - ກົດໝາຍຂອງມະຫາວິທະຍາໄລຍຸຕິທຳ ຂຶ້ນກັບສານສູງສຸດສະຫະພັນລັດເຊຍ, ຢືນຢັນວ່າ.

        “ການກະທຳຂອງຈີນ ແມ່ນໄປຝືນກັບສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໄປຝືນກັບຄວາມມານະພະຍາຍາມປົກປັກຮັກສາສັນຕິພາບ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ການກະທຳນັ້ນຈະບໍ່ອະນຸຍາດໃຫ້ເກີດຂຶ້ນໃນອະນາຄົດອີກ. ຫວຽດນາມ ຄວນຢືດໝັ້ນຍົກອອກທັດສະນະຂອງຕົນກ່ຽວກັບການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເນັ້ນໜັກແຜນນະໂຍບາຍຄັດຄ້ານການນຳໃຊ້ກຳລັງອາວຸດ”.

ເຄົາລົບກົດໝາຍສາກົນ, ຢຶດໝັ້ນປົກປັກຮັກສາອະທິປະໄຕ

        ໃນສະພາບການນັ້ນ, ໜ້າທີ່ປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ ແມ່ນມີຄວາມສຳຄັນທີ່ສຸດ. ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກ ດ້ວຍແຜນນະໂຍບາຍສັນຕິພາບ, ດ້ວຍຈິດໃຈແມ່ນຄູ່ຮ່ວມມື, ເພື່ອໜ້າທີ່ຄວາມຮັບຜິດຊອບຂອງປະຊາຄົມ, ບົນພື້ນຖານກົດໝາຍສາກົນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ.

        ຫວຽດນາມ ໄດ້ພົບປະກັບຝ່າຍຈີນ ເປັນຫຼາຍຄັ້ງ, ຜ່ານບັນດາຊ່ອງທາງທີ່ແຕກຕ່າງກັນ, ສົ່ງຈົດໝາຍທາງການເພື່ອຄັດຄ້ານ, ເດັດດ່ຽວຮຽກຮ້ອງຕ້ອງຢຸດຕິບັນດາການກະທຳລະເມີດ, ຖອນກ່ຳປັ່ນທັງໝົດອອກຈາກເຂດທະເລຂອງຫວຽດນາມ; ເຄົາລົບອຳນາດອະທິປະໄຕ, ອຳນາດສານຂອງຫວຽດນາມ. ໃນພູມສາດຕົວຈິງ, ບັນດາກຳລັງທີ່ມີໜ້າທີ່ຂອງຫວຽດນາມ ສືບຕໍ່ຜັນຂະຫຍາຍບັນດາມາດຕະການທີ່ເໝາະສົມປະຕິບັດອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍ ເພື່ອປົກປັກຮັກສາເຂດທະເລຂອງຫວຽດນາມ. ເນັ້ນໜັກເຖິງບັນດາເຄື່ອງມືແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ທ່ານສາດສະດາຈານ, ປະລິຍາເອກ ຟ້າມກວາງວິງ, ຜູ້ອຳນວຍການມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ຫວຽດນາມ, ຖືວ່າ.

        “ໃນໂລກາພິວັດ ແລະ ໃນໂລກອີງໃສ່ເຊິ່ງກັນ ແລະ ກັນຄືປະຈຸບັນ, ສຳລັບປະເທດໜຶ່ງ, ເຖິງວ່າແມ່ນປະເທດໃຫຍ່ ກໍ່ບໍ່ອາດຕັດແຍກຕົວອອກຈາກທ່າອ່ຽງຂອງສາກົນໄດ້. ຫວຽດນາມ ກໍ່ເຊັ່ນດຽວກັນ, ໂດຍສະເພາະແມ່ນໃນພາລະກິດປົກປັກຮັກສາອຳນາດອະທິປະໄຕປະເທດຊາດ, ຫວຽດນາມ ໄດ້ຍາດແຍ່ງສຽງເວົ້າຂອງປະຊາຄົມສາກົນ, ຕ້ອງນຳໃຊ້ພື້ນຖານດ້ານການທູດຂອງຕົນເພື່ອບັນລຸໄດ້ຈຸດປະສົງແກ້ໄຂການຂັດແຍ້ງໂດຍສັນຕິວິທີ. ມາດຕະການທາງການທູດໄດ້ຮັບຖືວ່າແມ່ນເຄື່ອງມືທີ່ແຫຼມຄົມເພື່ອໃຫ້ໂລກເຂົ້າໃຈກ່ຽວກັບຫວຽດນາມ, ແບ່ງປັນບັນດາຄຸນຄ່າ ແລະ ທັດສະນະຂອງຫວຽດນາມ ນັ້ນແມ່ນ ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ. ນັ້ນແມ່ນບັນດາຫຼັກການທີ່ບໍ່ສາມາດປ່ຽນແປງໄດ້ ແລະ ນີ້ແມ່ນຈຸດເວລາເຊິ່ງພວກເຮົາຄວນນຳໃຊ້ເຄື່ອງມືດ້ານການທູດໃນບັນຫາປົກປັກຮັກສາອຳນາດອະທິປະໄຕຂອງປະເທດຊາດ”.

        ວິທີສຳຜັດຖືກທິດຂອງຫວຽດນາມ ໄດ້ສ້າງອິດທິພົນຊື່ສຽງ, ກຳລັງແຮງທີ່ອ່ອນໂຍນໃຫ້ແກ່ຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ. ເລື່ອງຫວຽດນາມ ປະຕິບັດຖືກຕາມກົດໝາຍສາກົນ, ຍົກສູງລັກສະນະກະຈ່າງແຈ້ງໃນວິວັດການແກ້ໄຂບັນດາການຂັດແຍ້ງກັນ, ຍາມໃດກໍ່ຮັກສາທ່າທີຮ່ວມມືໄວ້ໄດ້ເມື່ອເກີດບັນດາຄວາມບໍ່ລົງລອຍກັນ, ໄດ້ ແລະ ພວມໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຢ່າງແຮງຈາກປະຊາຄົມສາກົນ, ໄດ້ປະກອບສ່ວນໂດຍກົງເຂົ້າໃນການສ້າງພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຊຸກຍູ້ສັນຕິພາບ ແລະ ການພັດທະນາຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ