ຫ​ວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິກ

(VOVWORLD) - ມື້ນີ້ ວັນທີ 16 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງການນຳບັນດາປະເທດສະມາຊິກ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຊິ່ງຖືກຈັດຂຶ້ນແບບທາງໄກ. ການເຂົ້າຮ່ວມຂອງທ່ານປະທານປະເທດໃນຄັ້ງນີ້ແມ່ນເພື່ອແນໃສ່ຢັ້ງຢືນທັດສະນະ ແລະ ບົດບາດຂອງ ຫວຽດນາມ ໃນ APEC, ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ທົ່ວໂລກກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, ຍາດແຍ່ງແຫຼ່ງກຳລັງຂອງບັນດາສະມາຊິກ ແລະ ປະຊາຄົມວິສາຫະກິດ APEC ໃນການຜັນຂະຫຍາຍບັນດາຍຸດທະສາດໃໝ່ກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ.

  ດ້ວຍຫົວຂໍ້ “ຮັບມືກັບໂລກລະບາດໂຄວິດ - 19, ອັນໃດແມ່ນກາລະໂອກາດໃຫ້ ອາຊີ - ປາຊີຟິກ ໃນການຮ່ວມມືກັນຜ່ານຜ່າວິກິດການສາທາລະນະສຸກ, ຍູ້ໄວການຟື້ນຟູເສດຖະກິດ, ສ້າງພື້ນຖານໃຫ້ແກ່ອະນາຄົດທີ່ດີງາມກວ່າ”, ກອງປະຊຸມບໍ່ເປັນທາງການຂອງການນຳບັນດາປະເທດສະມາຊິກ APEC ສຸມໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອແນໃສ່ຜ່ານຜ່າວິກິດການສາທາລະນະສຸກ ແລະ ຍູ້ແຮງການຟື້ນຟູເສດຖະກິດຢູ່ ອາຊີ - ປາຊີຟິກ.

ຫ​ວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິກ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

        ຄວາມມານະພະຍາຍາມທົ່ວໂລກໃນການຮັບມືກັບໂລກລະບາດ

        ກອງປະຊຸມດັ່ງກ່າວຖືກດຳເນີນໃນສະພາບການເສດຖະກິດທົ່ວໂລກສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນໂລກລະບາດໂຄວິດ - 19. ຄວາມມານະພະຍາຍາມທົ່ວໂລກໃນການຮັບມືກັບໂລກລະບາດໄດ້ຮັບການຍູ້ແຮງ, ໂດຍສະເພາະແມ່ນຊຸກຍູ້ການຜະລິດ ແລະ ຈັດແບ່ງວັກຊິນ, ຍູ້ແຮງການສັກວັກຊິນໃນວົງຄະນະຍາດ. ບັນດາປະເທດຕ່າງກໍໃຫ້ບຸລິມະສິດຢ່າງສູງໃຫ້ແກ່ການຟື້ນຟູເສດຖະກິດຫຼັງໂລກລະບາດ ໂຄວິດ - 19, ຕາມນັ້ນແລ້ວ ສຸມໃສ່ການຫັນເປັນດີຈີຕອນ, ການເຕີບໂຕຂຽວ, ເສດຖະກິດໝູນວຽນ, ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ ແລະ ພະລັງງານຜະລິດຄືນໃໝ່.

        ດ້ວຍຫົວຂໍ້ລຸລ່ວງຂອງທັງປີ ນັ້ນແມ່ນ “ພ້ອມກັນສົມທົບ, ພ້ອມກັນກະທຳ, ພ້ອມກັນເຕີບໂຕ”, ການຮ່ວມມືຂອງ APEC ໃນປີ 2021 ແມ່ນສຸມໃສ່ 3 ບຸລິມະສິດ ເຊິ່ງລວມມີ ນະໂຍບາຍເສດຖະກິດ, ການຄ້າ, ຊຸກຍູ້ການຟື້ນຟູເສດຖະກິດ; ຍູ້ແຮງການຟື້ນຟູແບບຍືນຍົງ ແລະ ກວມລວມ; ຊຸກຍູ້ການປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ. ການຮ່ວມມືຂອງ APEC ຍັງສືບຕໍ່ໄດ້ຮັບການຖືເປັນສຳຄັນຈາກບັນດາສະມາຊິກໃນກຸ່ມຖືເປັນສຳຄັນ ແລະ ຢັ້ງຢືນໄດ້ບົດບາດນຳໜ້າໃນການຊຸກຍູ້ການຮ່ວມສໍາພັນເສດຖະກິດ, ແມ່ນຂົວຕໍ່ສຳຄັນໃນການຮັກສາການຮ່ວມມື. ເຖິງຢ່າງໃດກໍຕາມ, ການຮ່ວມມື APEC ກໍຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ການແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດເພີ່ມຂຶ້ນ, ການພັດທະນາຢ່າງແຮງຂອງຫຼາຍຂອບເຂດການຮ່ວມມືໃໝ່ໃນພາກພື້ນ, ການເຕົ້າໂຮມແຫຼ່ງກຳລັງໃໝ່ຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ ໄດ້ກໍ່ຄວາມຫຍຸ້ງຍາກໃນການບັນລຸໄດ້ຄວາມເຫັນດີເຫັນພ້ອມ ແລະ ການຊຸກຍູ້ຄຳໝັ້ນສັນຍາທີ່ມີລັກສະນະບຸກທະລຸ, ພ້ອມກັນນັ້ນ ກໍເຮັດໃຫ້ APEC ຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຕ້ອງປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງການເຄື່ອນໄຫວເພື່ອແນໃສ່ຮັກສາທ່ວງທ່າຂອງການຮ່ວມມື.

ຫ​ວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມື ອາ​ຊີ - ປາ​ຊີ​ຟິກ - ảnh 2(ພາບປະກອບ: vov.vn)

ຫວຽດນາມ ປະກອບສ່ວນບັນດາຂໍ້ລິເລີ່ມທີ່ແທດຈິງ

        APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າຢູ່ ອາຊີ - ປາຊີຟິກ, ເຊິ່ງເປັນບ່ອນເຕົ້າໂຮມບັນດາສູນເສດຖະກິດ, ການຄ້າ ແລະ ເຕັກໂນໂລຢີໃຫຍ່ໃນທົ່ວໂລກ, ກວມເອົາ 39% ປະຊາກອນ, ປະກອບສ່ວນ 59% GDP ແລະ ກວມເອົາກວ່າ 49% ການຄ້າຂອງໂລກ, APEC ໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງກ່ຽວກັບຍຸດທະສາດ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ປະກອບສ່ວນຊຸກຍູ້ການພັດທະນາຢ່າງຮອບດ້ານຂອງ ຫວຽດນາມ.

        ປັດຈຸບັນ, APEC ໄດ້ເຕົ້າໂຮມ 15 ໃນຈຳນວນ 31 ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ແມ່ນບັນດາຄູ່ຮ່ວມມືເສດຖະກິດ, ການຄ້າສຳຄັນແຖວໜ້າຂອງ ຫວຽດນາມ. ໃນຈຳນວນສົນທິສັນຍາການຄ້າເສລີ (FTA) ຈຳນວນ 17 ສະບັບທີ່ ຫວຽດນາມໄດ້ລົງນາມ ມີ 13 ສະບັບແມ່ນໄດ້ລົງນາມກັບສະມາຊິກ APEC, ໄລ່ຮອດຈຸດເວລານີ້, ມີ 17 ສະມາຊິກ ໃນຈຳນວນສະມາຊິກ APEC ທັງໝົດ 20 ສະມາຊິກ ແມ່ນຄູ່ຮ່ວມມື FTA ຂອງ ຫວຽດນາມ.

        ໃນໄລຍະ 22 ກວ່າປີທີ່ເຂົ້າຮ່ວມ APEC, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການຮ່ວມສຳພັນເສດຖະກິດໃນພາກພື້ນ, ຮັກສາບົດບາດເປັນກົນໄກຮ່ວມສຳພັນເສດຖະກິແຖວໜ້າຢູ່ ອາຊີ - ປາຊີຟິກ ຂອງ APEC.  ພົ້ນເດັ່ນທີ່ສຸດແມ່ນຕ້ອງເວົ້າເຖິງເລື່ອງ ຫວຽດນາມ ແມ່ນໜຶ່ງໃນຈຳນວນບໍ່ຫຼາຍສະມາຊິກ ທີ່ເຄີຍດຳລົງບົດບາດເປັນເຈົ້າພາບ APEC ໄດ້ຢ່າງສຳເລັດຜົນ (ໃນປີ 2006 ແລະ 2017).

        ຫວຽດນາມ ກໍແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການສະເໜີຂໍ້ລິເລີ່ມ ແລະ ໂຄງການຕ່າງໆ, ດ້ວຍກວ່າ 100 ໂຄງການໃນຫຼາຍຂົງເຂດ. ຂໍ້ລະເລີ່ມຫຼາຍຂໍ້ໂດຍ ຫວຽດນາມ ສະເໜີ ໄດ້ຮັບການຕີລາຄາວ່າ ແທດຈິງ, ຕອບສະໜອງໄດ້ຕາມຄວາມສົນໃຈລວມ, ໂດຍສະເພາະແມ່ນກ່ຽວກັບການພັດທະນາແບບກວມລວມ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃນຍຸກສະໄໝດີຈີຕອນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າເອເລັກໂຕນິກຂ້າມຊາຍແດນ, ພັດທະນາຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງຕາມທິດ ຂຽວ, ຍືນຍົງ ແລະ ມີຫົວຄິດປະດິດສ້າງ, ການຄ້ຳປະກັນສະບຽບອາຫານ ແລະ ການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຊົນນະບົດ ແລະ ຕົວເມືອງ… ດ້ວຍບົດບາດເປັນຮອງປະທານກຸ່ມສ້າງວິໄສທັດ APEC, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມການນຳພາ, ປະສານງານໃນວິວັດທະນາການສ້າງບົດລາຍງານຂໍ້ສະເໜີແນະຂອງ ກຸ່ມວິໄສທັດ APEC ດ້ວຍຫົວຂໍ້ “ປະຊາຊົນ ແລະ ຄວາມວັດທະນາຖາວອນ: ວິໄສທັດ APEC ຮອດປີ 2040”.

        ໃນສະພາບການໂລກລະບາດ ໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ອັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງທຸກດ້ານເສດຖະກິດ, ການເມືອງ, ສັງຄົມ ຢູ່ ອາຊີ - ປາຊີຟິກ ເວົ້າລວມ ແລະ ການຮ່ວມມື APEC ເວົ້າສະເພາະ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາສະມາຊິກ APEC ຮັກສາທ່ວງທ່າການຮ່ວມມືຂອງເວທີປາໄສ, ໂດຍຜ່ານການສະເໜີ, ສ້າງ ແລະ ຊຸກຍູ້ບັນດາມາດຕະການ, ຄຳໝັ້ນສັນຍາຮ່ວມມືຂອງ APEC ໃນການຮັບມືກັບໂລກລະບາດ ແລະ ຟື້ນຟູເສດຖະກິດແບບຍືນຍົງ, ກວມລວມ; ພ້ອມກັນນັ້ນ ກໍ່ຕັ້ງໜ້າເຂົ້າຮ່ວມການຊຸກຍູ້ການສ້າງຍຸດທະສາດຮ່ວມມືໄລຍະຍາວຂອງ APEC ເປັນຕົ້ນແມ່ນ ແຜນການຜັນຂະຫຍາຍວິໄສທັດ APEC ຮອດປີ 2040./.

ຕອບກັບ

ຂ່າວ/ບົດ​ອື່ນ