ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ປີ 2021 ແມ່ນປີ ຫວຽດນາມ ເລີ່ມປະຕິບັດຍຸດທະສາດຄວາມສະເຫມີພາບລະຫວ່າງ ຍິງ - ຊາຍ ຂອງໄລຍະໃຫມ່ (2021- 2026). ເຖິງວ່າ ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ -19 ກໍຕາມ ແຕ່ດ້ວຍຄວາມຕັດສິນໃຈຂອງລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ, ການປະຕິບັດຍຸດທະສາດດັ່ງກ່າວໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງໃນທົ່ວປະເທດ ແລະ ບັນລຸໄດ້ໝາກຜົນຕັ້ງຫນ້າ, ຫນູນຊ່ວຍຢ່າງແຮງໃຫ້ແກ່ແມ່ຍິງ ແລະ ເດັກຍິງ ຜ່ານຜ່າໂລກລະບາດ.
ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ດ່າວງອກຢູງ ລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະສັງຄົມ ກ່າວຄຳເຫັນທີ່ກອງປະຊຸມຂັ້ນລັດຖະມົນຕີ ແມ່ຍິງ ອາຊຽນ ຄັ້ງທີ 4. (ພາບ: ກະຊວງແຮງງານ..)

ບົດລາຍງານ ກ່ຽວກັບຊ່ອງວ່າງລະຫວ່າງຍິງ -ຊາຍທົ່ວໂລກຂອງເວທີປາໄສເສດຖະກິດໂລກ (WEF) ປີ 2021 ຄາດວ່າ ໂລກລະບາດໂຄວິດ -19 ໄດ້ເຮັດໃຫ້ວິວັດການຮັດແຄບຊ່ອງວ່າງລະຫວ່າງຍິງ -ຊາຍ ແມ່ນຊ້າລົງເທົ່າກັບ “ລຸ້ນຫນຶ່ງ”. ການຄົ້ນຄ້ວາອື່ນກໍ່ສະແດງໃຫ້ເຫັນວ່າ ໂລກລະບາດໂຄວິດ -19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງແມ່ຍິງ, ແມ່ນຜູ້ທີ່ມີຄວາມສ່ຽງບໍ່ມີວຽກເຮັດງານທຳໃນລະດັບສູງກວ່າເມື່ອທຽບໃສ່ເພດຊາຍ ໃນຂະນະທີ່ເຂົາເຈົ້າຍັງຄົງຕ້ອງຮັບຜິດຊອບວຽກງານຂອງຄອບຄົວ ແລະ ເບິ່ງແຍງດູແລລູກເຕົ້າເມື່ອບັນດາໂຮງຮຽນຍັງປິດປະຕູ.

ຜົນກະທົບນີ້ຍັງແກ່ຍາວຢູ່ ແລະ ບັນດາເປົ້າໝາຍພື້ນຖານສຳລັບຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ພວມນັບມື້ນັບຫຍຸ້ງຍາກໃນການປະຕິບັດ. ສະເພາະ  ຫວຽດນາມ ແລ້ວ, ແຕ່ປີ 2020 ມາຮອດປະຈຸບັນ, ຫວຽດນາມ ໄດ້ຜ່ານຜ່າການລະບາດ 4 ຄັ້ງຂອງໂລກລະບາດໂຄວິດ, ສົ່ງຜົນກະທົບຢ່າງຮ້າຍແຮງເຖິງທຸກຂົງເຂດພື້ນຖານເສດຖະກິດ ສັງຄົມ, ກໍ່ສິ່ງທ້າທາຍແກ່ການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງ-ຊາຍ ແລະຄວາມກ້າວຫນ້າຂອງແມ່ຍິງ ກໍ່ຄືການຜັນຂະຫຍາຍປະຕິບັດບັນດາເປົ້າໝາຍຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ.

ຫວຽດ​ນາມ ປະ​ຕິ​ບັດ​ຄວາມ​ສະ​ເຫມີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2ພະນັກງານ, ແມ່ຍິງ ເມືອງ ຟູຊວຽນ ກຽມເຂົ້າຫນົມ, ນ້ຳດື່ມໃຫ້ແມ່ຍິງເດັກນ້ອຍທີ່ກັບມາຈາກບັນດານະຄອນທາງພາກໃຕ້. ( hanoimoi.com.vn)

ໃນສະພາບການນັ້ນ ເລື່ອງສ້າງ, ປະກາດໃຊ້ ແລະ ຜັນຂະຫຍາຍບັນດານະໂຍບາຍຫນູນຊ່ວຍປະຊາຊົນ, ວິສາຫະກິດ ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19 ໂດຍແມ່ນລັດຖະບານຫວຽດນາມ ວິເຄາະ ແລະ ສົມທົບປະຕິບັດກັບບັນຫາຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຢ່າງລະອຽດ ໄປພ້ອມກັບບັນດາມາດຕະການແທດຈິງ ເພື່ອແນໃສ່ຮັບປະກັນສິດຜົນປະໂຫຍດ ແລະຄວາມຕ້ອງການຂອງແຕ່ລະເພດ, ປະກອບສ່ວນຊຸກຍູ້ຄວາມສະເຫມີພາບລະຫວ່າງ ຍິງ- ຊາຍ ຮັດແຄບຊ່ອງວ່າງລະຫວ່າງເພດໃນບັນດາຂົງເຂດຂອງຊີວິດສັງຄົມ. ໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດ, ເລື່ອງຮັກສາສຸຂະພາບ, ສ້າງວຽກເຮັດງານທຳ ແລະ ລາຍຮັບແບບຍືນຍົງ, ແບ່ງປັນວັກຊິນ ຢ່າງສະເຫມີພາບ, ພິເສດ ແມ່ນຮັບປະກັນໃຫ້ແມ່ຍິງໄດ້ສັກວັກຊິນ ແມ່ນບັນດາຂົງເຂດ ຊື່ງ ຫວຽດນາມ ໃຫ້ບຸລິມະສິດແຖວຫນ້າ. ສິ່ງນີ້ ໄດ້ປະກອບສ່ວນຊ່ວຍແມ່ຍິງ, ເດັກຍິງທີ່ປະສົບກັບຄວາມຫຍຸ້ງຍາກ ມີຊີວິດການເປັນຢູ່ເປັນປົກກະຕິ, ຫລຸດຜ່ອນຄວາມກົດດັນ ແລະ ຄວາມສ່ຽງຖືກໃຊ້ຄວາມຮຸນແຮງ, ຖືກທາລຸນ.

ວັນທີ 18 ຕຸລາ ປີ 2021, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ມີໃບຍື່ນສະເຫມີ ແລະ ຮ່າງມະຕິຂອງລັດຖະບານ ຫນູນແມ່ຍິງ ແລະ ເດັກຍິງ ຖືກຜົນສະທ້ອນຈາກໂລກລະບາດ. ໃນນັ້ນ ແມ່ຍິງພວມຖືພາ ຕິດເຊື້ອໂຄວິດ ຫລືເກີດລູກໃນຊ່ວງເວລາເກີດໂລກລະບາດ ດ້ວຍຈຳນວນເງິນ 2 ລ້ານດົ່ງ/ຄົນ/ຄັ້ງ.

ແມ່ຍິງ ທີ່ພວມເຮັດວຽກຢູ່ຂະແຫນງສາທາລະນະສຸກ ແລະ ນັກຮຽນ ນັກສຶກສາ ຢູ່ບັນດາຮາກຖານບຳລຸງສ້າງຂະແຫນງຮັກສາສຸຂະພາບ ເຂົ້າຮ່ວມວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຢູ່ ບໍລິເວນຕ່າງໆ ໄດ້ຮັບເງິນຫນູນຊ່ວຍ 1 ລ້ານດົ່ງ/ຄົນ/ຄັ້ງ. ແມ່ຍິງປະສົບກັບຄວາມຫຍຸ້ງຍາກໃນຊີວິດຍ້ອນຖືກຜົນສະທ້ອນຈາກໂລກລະບາດ ກໍ່ໄດ້ກູ້ຢຶມທຶນບຸລິມະສິດຈາກທະນາຄານນະໂຍບາຍສັງຄົມ ເພື່ອຜະລິດ ດຳເນີນທຸລະກິດ.

ສຳລັບນະໂຍບາຍຫນູນຊ່ວຍເດັກກຳພ້າທີ່ມີພໍ່, ແມ່ເສຍຊີວິດຍ້ອນໂຄວິດ 19 ໄດ້ຮັບເງິນຫນູນຊ່ວຍ ຈາກ 5- 20 ລ້ານດົ່ງ/ຄົນ. ແມ່ຫວຽດນາມ ວິລະຊົນ ພວມຮັບເງິນອຸດຫນູນໃນແຕ່ລະເດືອນນັ້ນ ກໍ່ໄດ້ຮັບເງິນຫນູນຊ່ວຍຕື່ມອີກ 1-2 ລ້ານດົ່ງ/ຄົນ. ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: ຍອດງົບປະມານເພື່ອປະຕິບັດນະໂຍບາຍຫນູນຊ່ວຍດັ່ງກ່າວແມ່ນປະມານ 127,33 ຕື້ດົ່ງ.

ບໍ່ພຽງແຕ່ຫນູນຊ່ວຍຢ່າງທັນການ, ຮັບປະກັນບຸລິມະສິດໃຫ້ແມ່ຍິງ ແລະ ເດັກຍິງ ໃນຊ່ວງເວລາເກີດໂລກລະບາດເທົ່ານັ້ນ ຫາກຫວຽດນາມ ຍັງສືບຕໍ່ໃຫ້ຄຳໝັ້ນສັນຍາຊຸກຍູ້ການປະຕິບັດຄວາມສະເຫມີພາບ ລະຫວ່າງ ຍິງ - ຊາຍ ແລະ ເພີ່ມສິດອຳນາດໃຫ້ແມ່ຍິງ ພິເສດ ແມ່ນສິດອຳນາດເສດຖະກິດພາຍຫລັງໂລກລະບາດ. ບັນດາກະຊວງ ໄດ້ນຳໃຊ້ໂຄງການບຳລຸງສ້າງຕາມຮູບການທາງໄກຢ່າງມີໄຫວພິບ, ໝູນໃຊ້ເຕັກໂນໂລຊີໃຫ້ແກ່ບັນດາວິສາຫະກິດຂະຫນາດນ້ອຍ ແລະ ຈູນລະວິສາຫະກິດ ໂດຍແມ່ຍິງເປັນເຈົ້າຂອງ, ສະຫນອງບໍລິການການເງິນໃຫ້ແກ່ແມ່ຍິງມີຄວາມສ່ຽງ.

ເປັນທີ່ຈະແຈ້ງແລ້ວວ່າ ບັນຫາຄວາມສະເຫມີພາບ ລະຫວ່າງຍິງ -ຊາຍ  ຫວຽດນາມ ໄດ້ ປະຕິບັດຢ່າງມີປະສິດທິຜົນໃນຊ່ວງເວລາເກີດໂລກລະບາດ ພ້ອມທັງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການຊີ້ນຳຢ່າງໃກ້ຊິດຂອງການນຳພັກ, ລັດ, ລັດຖະບານໃນໄລຍະປະຈຸບັນ. ປີ 2021 ແມ່ນປີທຳອິດທີ່ປະຕິບັດຍຸດທະສາດແຫ່ງຊາດ ກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ - ຊາຍ ໄລຍະ 2021-2030 ຈະແມ່ນພື້ນຖານສຳຄັນເພື່ອໃຫ້ແມ່ຍິງ ແລະ ເດັກຍິງ ຊົມໃຊ້ຄວາມສະເຫມີພາບໃນບັນດາຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ