ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025

(VOVWORLD) -ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຫາກໍ່ສິ້ນສຸດຢູ່ ເຊີແນວ ປະເທດ ສະວິດ. ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ ກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ເວົ້າລວມ ກໍ່ຄືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເວົ້າສະເພາະ. ພ້ອມກັນນັ້ນ ກໍ່ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ເປັນເຈົ້າການ, ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາລວມຂອງປະຊາຄົມສາກົນ, ໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 2025.

ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025  - ảnh 1ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025 .               ພາບປະກອບ: TTXVN

ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ດຳເນີນແຕ່ວັນທີ 19 ມິຖຸນາ ຫາວັນທີ 12 ກໍລະກົດ ໄດ້ພິຈາລະນາ ແລະ ຮັບຮອງເອົາ ມະຕິ, ຂໍ້ຕົກລົງ 25 ສະບັບ, ໃນນັ້ນ ມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດໂດຍຫວຽດນາມ, ບັງກະລາເທດ ແລະ ຟິລິບປີນ ສະເຫນີ ແລະ ຊຸກຍູ້.

ໝາກຜົນລະອຽດທີ່ໄດ້ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມຂອງ ຫວຽດນາມ ຢ່າງຈະແຈ້ງ

ມະຕິ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ໄດ້ຢັ້ງຢືນຄືນ ການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງການຊົມໃຊ້ບັນດາສິດທິມະນຸດຄື: ສິດໄດ້ມີຊີວິດ, ສຸຂະພາບ, ນ້ຳສະອາດ ແລະ ສຸຂະອະນາໄມ ກໍ່ຄືສິດໃນການພັດທະນາ. ພິເສດ ບັນດາຜູ້ຖືກຄວາມສ່ຽງຄື: ຜູ້ທຸກຍາກ, ແມ່ຍິງ, ເດັກນ້ອຍ, ຜູ້ເຖົ້າແກ່ ແລະ ຄົນພິການ ຈະຖືກຜົນຕາມມາຢ່າງຫນັກຫນ່ວງກວ່າໝູ່ຈາກການປ່ຽນແປງຂອງດິນຟ້າອາກາດ. ສະນັ້ນມະຕິໄດ້ຮຽກຮ້ອງບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຄວນເອົາໃຈໃສ່ເປັນພິເສດເຖິງກຸ່ມຄົນນີ້.

          ມະຕິກໍ່ໄດ້ຊຸກຍູ້ວິທີເຂົ້າເຖິງ ແລະ ຖືປະຊາຊົນເປັນໃຈກາງ, ຮອບດ້ານ, ກວມລວມ ສຳລັບບັນດານະໂຍບາຍຮັບມື ແລະ ຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ຮຽກຮ້ອງບັນດາມປະເທດ ສ້າງ ແລະ ປະຕິບັດບັນດານະໂຍບາຍຮັບປະກັນວິວັດການຫັນປ່ຽນໄປຍັງພື້ນຖານເສດຖະກິດສີຂຽວ, ຍືນຍົງ ແລະ ຍຸຕິທຳ, ສະເຫມີພາບ, ກວມລວມ, ຍືນຍົງ ພ້ອມທັງບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.

          ມະຕິໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມື ແລະ ຫນູນຊ່ວຍສາກົນ, ພິເສດ ໃນການຫນູນຊ່ວຍດ້ານການເງິນ, ຖ່າຍທອດເຕັກໂນໂລຊີ ແລະ ສ້າງກຳລັງຄວາມສາມາດ ເພື່ອແນໃສ່ຫນູນຊ່ວຍບັນດາປະເທດພວມພັດທະນາໃນບັນດາຂໍ້ລິເລີ່ມຮັບມື ແລະຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ ມະຕິກໍ່ຊຸກຍູ້ບັນດາຄວາມມານະພະຍາຍາມສາກົນ ເພື່ອຫລຸດຜ່ອນການປ່ອຍອາຍພິດໃນທົ່ວໂລກ ແລະ ຮຽກຮ້ອງບັນດາປະເທດ ວາງຄາດໝາຍການເງິນກ່ຽວກັບອາກາດໃຫມ່ ດ້ວຍຄວາມຕັ້ງຫວັງສູງຢູ່ ກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29).

ສະແດງໃຫ້ເຫັນບົດບາດສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025

ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ລວມມີ:  5 ກອງປະຊຸມປຶກສາຫາລືຫົວເລື່ອງສະເພາະ, ບັນດາກອງປະຊຸມປຶກສາຫາລື ແລະ ພົບປະສົນທະນາກັບເກືອບ 40 ລະບຽບການ ພິເສດ ຂອງສະພາສິດທິມະນຸດ ພ້ອມກັບບັນດາກົນໄກມະນຸດສະທຳຂອງ ສະຫະປະຊາຊາດ ແລະ ວາລະປຶກສາຫາລືກ່ຽວກັບບັນດາຮ່າງມະຕິ.

           ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ປຶກສາຫາລື ແລະ ກ່າວຄຳເຫັນກ່ຽວກັບຫລາຍບັນຫາຄື: ສິດໄດ້ຮັບການເບິ່ງແຍງດູແລສຸຂະພາບ, ສິດໄດ້ສຶກສາຮ່ຳຮຽນ, ບັນຫາຄວາມອຶດຫິວທຸກຍາກ, ຕ້ານການຈຳແນກການປະພຶດຕໍ່ກັບແມ່ຍິງ ແລະ ເດັກຍິງ.

          ໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ, ຫວຽດນາມ ຕັ້ງຫນ້າປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາບັນດາມະຕິ ແລະ ຂໍ້ຕົກລົງຂອງສະພາສິດທິມະນຸດ. ພິເສດ ແມ່ນເລື່ອງເປັນເຈົ້າການ, ປະສານງານກຸ່ມຫລັກແຫລ່ງ ເພື່ອສ້າງ, ແນະນຳ ແລະ ຊຸກຍູ້ສະພາສິດທິມະນຸດ ຮັບຮອງເອົາມະຕິ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດສຳລັບຫົວເລື່ອງຫັນປ່ຽນຢ່າງຍຸຕິທຳ.

         ບັນດາການປະກອບສ່ວນຂອງ ຫວຽດນາມ ຢູ່ ກອງປະຊຸມສາມັນຄັ້ງທີ 56 ຂອງສະພາສິດທິມະນຸດ ສືບຕໍ່ສະແດງໃຫ້ເຫັນບົດບາດຂອງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ຂອງຫວຽດນາມ. ບົດບາດນີ້ ໂດຍທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ເນັ້ນຫນັກ ເມື່ອ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກ ເມື່ອປີ 2022 ວ່າ:

“ຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນກັບບັນດາປະເທດສະມາຊິກ, ປະກອບສ່ວນແທດຈິງເຂົ້າໃນວຽກງານລວມຂອງສະພາສິດທິມະນຸດ, ຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມືສາກົນ ບົນຈິດໃຈເຄົາລົບ, ເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ສິດທິມະນຸດ, ຕອບສະຫນອງເງື່ອນໄຂ, ຄວາມຕ້ອງການ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ ເປັນຕົ້ນແມ່ນບັນດາປະເທດພວມພັດທະນາ. ຫວຽດນາມ ຈະພ້ອມກັບບັນດາປະເທດສະມາຊິກ ຊຸກຍູ້ຂໍ້ລິເລີ່ມ, ມາດຕະການໃນບັນດາຂົງເຂດ.”

          ດ້ວຍຄວາມຮັບຜິດຊອບ, ການເປັນເຈົ້າການ ແລະ ມານະພະຍາຍາມປະກອບສ່ວນໃຫ້ແກ່ແຕ່ລະກອງປະຊຸມ, ຫວຽດນາມ ພວມສຳເລັດຫນ້າທີ່ເປັນຢ່າງດີຢູ່ ສະພາສິດທິມະນຸດ, ຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນ ສ້າງໂລກແຫ່ງສັນຕິພາບ, ປະຊາຊົນທຸກຄົນ ແລະ ທຸກປະເທດ, ທຸກຊາດ ລ້ວນແຕ່ໄດ້ຊົມໃຊ້ໝາກຜົນການພັດທະນາ ແລະ ຄວາມກ້າວຫນ້າສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ