ຫວຽດນາມ ເອົາໃຈໃສ່, ຮັບປະກັນການອົບພະຍົບຢ່າງປອດໄພ, ປ້ອງກັນ ຕ້ານໄພການຄ້າມະນຸດ

(VOVWORLD) - ເຫດການທີ່ເຈັບປວດຂອງຊາວ ຫວຽດນາມ 39 ຄົນຖືກເສຍຊີວິດໃນລົດຕູ້ຄອນເທນເນີ ຈາກ ແບນຊິກ ໄປຍັງ ອັງກິດ ເມື່ອເດືອນຕຸລາ ປີ 2019 ໄດ້ເຮັດໃຫ້ເກີດການສືບສວນຄະດີຂ້າມະນຸດໃຫຍ່ສຸດໃນປະຫວັດສາດຂອງອົງການຕຳຫລວດ Essex ຢູ່ ອັງກິດ. ໃນສະພາບການບັນດາຂະບວນການຄ້າມະນຸດ, ສົ່ງຄົນໄປຍັງບັນດາປະເທດ ເອີລົບ ຢ່າງຜິດກົດໝາຍ ຍັງມີການຜັນແປຢ່າງສັບສົນ, ຫວຽດນາມ ໄດ້ ແລະ ພວມເອົາໃຈໃສ່ຮັບປະກັນການອົບພະຍົບຢ່າງປອດໄພ, ປ້ອງກັນ ແລະ ຕ້ານການຄ້າມະນຸດໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ ກວ້າງຂວາງ.

ຫວຽດນາມ ເອົາໃຈໃສ່, ຮັບປະກັນການອົບພະຍົບຢ່າງປອດໄພ, ປ້ອງກັນ ຕ້ານໄພການຄ້າມະນຸດ - ảnh 1ເວທີປາໄສທາງໄກ ການໂອ້ລົມສົນທະນາຂັ້ນສູງກ່ຽວກັບແຮງງານເຄື່ອນຍ້າຍ ແລະເປີດຕົວ" ຄົ້ນຄວ້າການປຽບທຽບກ່ຽວກັບການຄຸ້ມຄອງແຮງງານເຄື່ອນຍ້າຍໃນອາຊຽນ (ພາບ:TTXVN)

ປະຈຸບັນ ກະຊວງຕຳຫລວດ, ກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ ພວມເພີ່ມທະວີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອສະກັດກັ້ນບັນດາການເຄື່ອນໄຫວສົ່ງຄົນງານໄປເຮັດວຽກຢູ່ ເອີລົບ ຢ່າງຜິດກົດໝາຍ, ແຈ້ງຂໍ້ມູນກ່ຽວກັບວິສາຫະກິດ, ສັນຍາແຮງງານຢ່າງໂປ່ງໃສເພື່ອດຶງດູດຫລາຍແຮງງານໄປເຮັດວຽກຢູ່ເອີລົບ ຕາມການຈັດຕັ້ງຢ່າງປອດໄພ ແລະ ເໝາະສົມກັບຂໍ້ກຳນົດຂອງກົດໝາຍ. ໃນຂະນະນັ້ນ ກະຊວງຕຳຫລວດສືບຕໍ່ຜັນຂະຫຍາຍໂຄງການ “ຕໍ່ສູ້ຕ້ານການຄ້າມະນຸດ ແລະ ຂ້າທາດແບບທັນສະໄຫມ: ການສຳຜັດລະຫວ່າງຂະແຫນງປ່ຽນແປງການກະທຳ, ເພີ່ມທະວີການຫນູນຊ່ວຍ, ສຳຜັດກັບນິຕິກຳ ແລະ ການເຊື່ອມຕົວຄືນຂອງຜູ້ຖືກເຄາະຮ້າຍ” ຢູ່ 5 ທ້ອງຖິ່ນໃນທົ່ວປະເທດ ໂດຍລາຊະອານາຈັກ ອັງກິດ ອຸປະຖຳ ຜ່ານອົງການອົບພະຍົບສາກົນ, ສະພາອັງກິດ, ອົງການວິໄສທັດໂລກ.

ກ່ຽວກັບກອບນິຕິກຳ, ຫວຽດນາມ ໄດ້ປະກາດໃຊ້ນະໂຍບາຍ ແລະ ເອກະສານນິຕິກຳຫລາຍສະບັບ ເພື່ອແນໃສ່ປ້ອງກັນ ສະກັດກັ້ນໄພການຄ້າມະນຸດ. ແຕ່ປີ 2016 ລັດຖະບານໄດ້ເຊັນອະນຸມັດກຳນົດເອົາ ວັນທີ 30 ກໍລະກົດ ຂອງທຸກປີ ແມ່ນ “ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ”. ທ່ານນາຍົກລັດຖະມົນຕີກໍ່ໄດ້ເຊັນອະນຸມັດໂຄງການປ້ອງກັນ, ຕ້ານການຄ້າມະນຸດ ໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030.

ພ້ອມກັນນັ້ນ ຫວຽດນາມ ກໍ່ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາ ອາຊຽນ ວ່າດ້ວຍການປ້ອງກັນ ຕ້ານການຄ້າມະນຸດ ພິເສດ ແມ່ນ ແມ່ຍິງແລະ ເດັກນ້ອຍ ເມື່ອວັນທີ 13 ທັນວາ ປີ 2016, ເຂົ້າຮ່ວມແຜນການເຄື່ອນໄຫວ Bohol ກ່ຽວກັບການຕ້ານການຄ້າມະນຸດ (2017-2020), ຕັ້ງຫນ້າເຂົ້າຮ່ວມ ວິວັດການ Bali ແລະ ວິວັດການ COMMIT ກ່ຽວກັບການປ້ອງກັນຕ້ານການສົ່ງຄົນອົບພະຍົບຂ້າມຊາຍແດນຢ່າງຜິດກົດໝາຍ. ຄຽງຄູ່ກັນນັ້ນ ຫວຽດນາມ ກໍ່ໄດ້ລົງນາມໃນຂໍ້ຕົກລົງສອງຝ່າຍກັບບັນດາປະເທດຄື: ຈີນ, ໄທ, ກຳປູເຈຍ, ລາວ ໃນການປ້ອງກັນ ຕ້ານການຄ້າມະນຸດ.

ປະຈຸບັນ ຫວຽດນາມ ສືບຕໍ່ເຈລະຈາເພື່ອກ້າວໄປເຖິງການລົງນາມບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືແຮງງານກັບບັນດາປະເທດ ແລະ ຄົ້ນຄ້ວາຄວາມເປັນໄປໄດ້ໃນການເຂົ້າຮ່ວມສົນທິສັນຍາກ່ຽວກັບການຕ້ານການສົ່ງຄົນອົບພະຍົບຢ່າງຜິດກົດໝາຍດ້ວຍທາງບົກ, ທາງທະເລ ແລະ ທາງອາກາດ, ເພີ່ມເຕີມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳໂດຍມີການຈັດຕັ້ງຂ້າມຊາຍແດນ.

ເປັນອັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານ ຫວຽດນາມ ແມ່ນຮັບປະກັນການອົບພະຍົບຢ່າງຖືກຕ້ອງກັບກົດໝາຍ, ມີຄວາມປອດໄພ ແລະ ເປັນປົກກະຕິ, ປ້ອງກັນ, ຕ້ານການອົບພະຍົບຢ່າງຜິດກົດໝາຍ, ປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງພົນລະເມືອງໃນຕະຫລອດວິວັດການອົບພະຍົບ.

ເຖິງຢ່າງໃດກໍຕາມ, ຢູ່ ເອີລົບ ໃນ 6 ເດືອນຕົ້ນປີ 2021 ໄດ້ເກີດບັນດາກໍລະນີສົ່ງຄົນຫວຽດນາມ ອົບພະຍົບຢ່າງຜິດກົດໝາຍລະຫວ່າງບັນດາປະເທດໃນພາກພື້ນ ສ່ວນຫລາຍແມ່ນໄປຍັງອັງກິດ. ພ້ອມກັນນັ້ນ ບັນດາຂະບວນການຈັດ ສົ່ງຄົນຫວຽດນາມ ອອກເມືອງຢ່າງຜິດກົດໝາຍໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງຄື: ກຳປູເຈຍ, ຈີນ ຍັງສືບຕໍ່ດຳເນີນໂດຍບໍ່ຫົວຊາຕໍ່ການກຳນົດກ່ຽວກັບການເຂົ້າອອກເມືອງໃນຊ່ວງເວລາເກີດໂລກລະບາດໂຄວິດ 19.

ໃນສະພາບການນັ້ນ ຫວຽດນາມ ໄດ້ມີບັນດານະໂຍບາຍຮອບດ້ານເພື່ອຮັບປະກັນໃຫ້ການອົບພະຍົບມີຄວາມປອດໄພ ແລະ ປ້ອງກັນ ຕ້ານການຄ້າມະນຸດ. ກ່ອນອື່ນໝົດ ວຽກງານຄຸ້ມຄອງການເຂົ້າອອກເມືອງ, ຕໍ່ສູ້, ຄົ້ນພົບ ແລະ ສະກັດກັ້ນສະພາບການອົບພະຍົບຢ່າງຜິດກົດໝາຍ, ສົ່ງຄົນອົບພະຍົບຢ່າງຜິດກົດໝາຍ ກໍ່ຄືໂຄສະນາບັນດາວິທີການ, ເລ່ລ່ຽມຂອງອາດຊະຍາກອນສົ່ງຄົນອົບພະຍົບຢ່າງຜິດກົດໝາຍ, ບັນດາຄວາມສ່ຽງເມື່ອອົບພະຍົບຜ່ານຊ່ອງທາງບໍ່ເປັນທາງການ ສືບຕໍ່ໄດ້ຮັບການຍູ້ແຮງ.

ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຕັ້ງຫນ້າເຂົ້າຮ່ວມບັນດາກົນໄກຮ່ວມມືກັບບັນດາປະເທດ, ອົງການທີ່ກ່ຽວຂ້ອງເພື່ອແລກປ່ຽນ, ແກ້ໄຂບັນດາກໍລະນີອົບພະຍົບຢ່າງຜິດກົດໝາຍ ແລະ ສົ່ງຄົນອົບພະຍົບຢ່າງຜິດກົດໝາຍ ໃຫ້ທັນການ.

 ຫວຽດນາມ ກໍ່ໄດ້ປະກາດໃຊ້ ແລະ ປະຈຸບັນພວມປະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຕາມຂໍ້ຕົກລົງເລກທີ 402 ຂອງນາຍົກລັດຖະມົນຕີ ລົງວັນທີ 20 ມີນາ ປີ 2020 ດ້ວຍຫລາຍມາດຕະການລະອຽດ, ຄົບຊຸດ, ເປັນເອກະພາບ ຈາກສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ຮັບປະກັນໃຫ້ການອົບພະຍົບທີ່ຖືກຕ້ອງກັບກົດໝາຍ ມີຄວາມປອດໄພ ກໍ່ຄືສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວອົບພະຍົບ.

ໃນໄລຍະຈະມາເຖິງ, ເມື່ອໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນທົ່ວໂລກແລ້ວ, ເລື່ອງໄປມາລະຫວ່າງບັນດາປະເທດໃນໂລກ ຈະດຳເນີນໄປເປັນປົກກະຕິ ເຊິ່ງຈະສືບຕໍ່ເກີດມີຫລາຍບັນຫາສັບສົນກ່ຽວກັບການອົບພະຍົບຢ່າງຜິດກົດໝາຍ ຍ້ອນຄວາມຕ້ອງການອົບພະຍົບເພື່ອໄປຫາວຽກເຮັດງານທຳ, ຮ່ຳຮຽນ, ດຳເນີນທຸລະກິດ.. ເພີ່ມຂຶ້ນຢ່າງແຮງພາຍຫລັງຊ່ວງເວລາຖືກຕັດຕອນຍ້ອນໂລກລະບາດ. ສະນັ້ນ ຫວຽດນາມ ໄດ້ ແລະ ພວມເປັນເຈົ້າການມີບັນດາມາດຕະການເໝາະສົມ ສະກັດກັ້ນສະພາບການສົ່ງຄົນອົບພະຍົບຢ່າງຜິດກົດໝາຍ ຜ່ານບັນດາຊ່ອງທາງບໍ່ເປັນທາງການ ແລະ ສຳຄັນກວ່ານັ້ນແມ່ນ ສ້າງເງື່ອນໄຂໃຫ້ບັນດາຊ່ອງທາງສົ່ງຄົນອົບພະຍົບທີ່ຖືກຕ້ອງກັບກົດໝາຍ, ມີຄວາມປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຈາກນັ້ນ ຊ່ວຍປະຊາຊົນມີຄວາມເຂົ້າໃຈຢ່າງຄົບຖ້ວນ ແລະ ມີການຕັດສິນໃຈອັນຖືກຕ້ອງກ່ຽວກັບການອົບພະຍົບ, ຫລີກລ້ຽງຄວາມສ່ຽງເມື່ອອົບພະຍົບຢ່າງຜິດກົດໝາຍ ແລະ ກາຍເປັນຜູ້ປະສົບເຄາະຮ້າຍຈາກໄພການຄ້າມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ