ອີ​ຣານ​ປັບ​ປຸງ​ຍຸດ​ທະ​ສາດ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ກັບ​ລັດ​ເຊຍ ແລະ ຈີນ

(VOVWORLD) -ຕໍ່ໜ້າກຳລັງດັນອັນໃຫ່ຍຫຼວງຈາກການປ່ຽນແປງຢ່າງແຮງ ຂອງສະພາບພູມສາດການເມືອງທົ່ວໂລກ ກໍ່ຄືສິ່ງທ້າທາຍທີ່ໜັກໜ່ວງດ້ານເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ, ປະເທດອິດສະລາມອີຣານ ຖືກຖືວ່າ ພວມມີການປັບປຸງທີ່ໃຫ່ຍຫຼວງດ້ານຍຸດທະສາດການພົວພັນກັບຕ່າງປະເທດ ຊື່ງຮັກສາສະຖຽນລະພາບໄດ້ດີພໍສົມຄວນ ນັບແຕ່ຫຼັງການປະຕິວັດອິດສະລາມເມື່ອປີ 1979 ແມ່ນບໍ່ຮ່ວມສຳພັນກັບບັນດາປະເທດມະຫາອຳນາດ. ຕາມນັ້ນແລ້ວ, ອີຣານ ພວມຕັ້ງໜ້າຊຸກຍູ້ບັນດາສາຍພົວພັນ “ສະໜິດແໜ້ນທີ່ບໍ່ເຄີຍມີມາກ່ອນ” ກັບລັດເຊຍ ແລະ ຈີນ ຊື່ງແມ່ນ 2 ໃນຈຳນວນບັນດາປະເທດມາຫາອຳນາດທີ່ມີກຳລັງຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີອິດທິພົນອັນໃຫ່ຍຫຼວງໃນໂລກ.
ອີ​ຣານ​ປັບ​ປຸງ​ຍຸດ​ທະ​ສາດ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ,  ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ກັບ​ລັດ​ເຊຍ ແລະ ຈີນ - ảnh 1

ທ່ານປະທານາທິບໍດີລັດເຊຍ Vladimir Putin (ຂວາ) ແລະ ທ່ານປະທານາທິບໍດີອີຣານ Hassan Rouhani ເຈລະຈາທາງໂທລະສັບໃນວັນທີ 16/7 (ພາບ: Oana)

    ການຊຸກຍູ້ການພົວພັນຢ່າງແໜ້ນແຟ້ນກັບ 2 ປະເທດກຳມະການປະຈຳ ສະພາຄວາມໝັ້ນຄົງ ສປຊ ທີ່ເຕັມໄປດ້ວຍສິດອຳນາດຄືລັດເຊຍ ແລະ ຈີນ ນັ້ນ, ໄດ້ຮັບການຕີລາຄາຈາກວົງການນັກໄຈ້ແຍກວ່າ ແມ່ນການຄິດໄລ່ຍຸດທະສາດຂອງອີຣານ ເພື່ອຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍຍຸດທະສາດ ແລະ ຜົນປະໂຫຍດຫລັກແຫຼ່ງຂອງຕົນ, ເປັນຕົ້ນແມ່ນການຟື້ນຟູພື້ນຖານເສດຖະກິດແຫ່ງຊາດ ທີ່ພວມຖືກທຳລາຍຢ່າງໜັກໜ່ວງ ຍ້ອນຄຳສັ່ງຂວ້ຳບາດສາກົນ ແລະ ໂລກລະບາດ.

ບັນດາຂໍ້ຕົກລົງການຮ່ວມມືທີ່ມີຄວາມມຸ່ງຫວັງ

  ບັນດາແຫຼ່ງຂ່າວຈາກພາກພື້ນ ແລະ ສາກົນຢືນຢັນວ່າ, ອີຣານ ພວມຊອກຫາວິທີຕໍ່ກຳນົດເວລາ ຂໍ້ຕົກລົງຮ່ວມມືທີ່ມີການກຳນົດເວລາ 20 ປີສະບັບ 1 ກັບລັດເຊຍ, ພ້ອມກັບພວມເຈລະຈາຂໍ້ຕົກລົງອີກສະບັບ 1 ທີ່ມີການກຳນົດເວລາຂຶ້ນເຖິງ 25 ປີກັບຈີນ.

  ກ່ຽວກັບການຮ່ວມມືກັບລັດເຊຍ, ວັນທີ 21 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javid Zarif ໄດ້ເດີນທາງໄປມົດສະກູ ເພື່ອເຈລະຈາກ່ຽວກັບການ “ເຮັດຄືນໃໝ່” ຂໍ້ຕົກລົງຮ່ວມມືສອງຝ່າຍໃນຮອບເວລາ 2 ທົດສະວັດຈະມາເຖິງ, ລະອຽດແມ່ນ ຕໍ່ກຳນົດເວລາຂໍ້ຕົກລົງປະຫວັດສາດ ກ່ຽວກັບການຮ່ວມມືດ້ານບໍ່ນ້ຳມັນ, ອາວຸດ ແລະ ນິວເຄຼຍ ໂດຍທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ປະທານາທິບໍດີອີຣານ Mohammed Khatami ລົງນາມເມື່ອວັນທີ 12 ມີນາປີ 2001. ນີ້ກໍ່ແມ່ນ 1 ໃນບັນດາຈຸດສຸມຂອງການປຶກສາຫາລື ໃນການເຈລະຈາທາງໂທລະສັບເມື່ອວັນທີ 16 ກໍລະກົດລະຫວ່າງ ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີອີຣານ Hassan Rouhani, ຄຽງຂ້າງບັນດາບັນຫາກ່ຽວກັບໂລກລະບາດໂຄວິດ 19, ກໍ່ແມ່ນຂໍ້ຕົກລົງວ່າດ້ວຍນິວເຄຼຍອີຣານ ປີ 2015 ແລະ ສົງຄາມຢູ່ຊີຣີ.

   ກ່ອນນີ້ປະມານ 1 ອາທິດ, ເອກະສານລະອຽດສະບັບ 1 ທີ່ມີ 18 ໜ້າກ່ຽວກັບແຜນການຮ່ວມມື ທີ່ເຕັມໄປດ້ວຍຄວາມມຸ່ງຫວັງລະຫວ່າງອີຣານ ແລະ ຈີນ ກໍ່ຖືກເປີດເຜີຍໃນທາງອິນເຕີແນັດ ຊື່ງມີເນື້ອໃນວ່າ ລັດຖະບານອີຣານ ພວມ “ມີຄວາມເຊື່ອໝັ້ນທີ່ສຸດ” ຕໍ່ບັນດາການເຈລະຈາ ກ່ຽວກັບແຜນການສ້າງສາຍພົວພັນຄູ່ຮ່ວມມື 25 ປີກັບຈີນ, ຊື່ງຈຸດສຸມແມ່ນບ້ວງເງິນທີ່ມີມູນຄ່າຂຶ້ນເຖິງ 400 ຕື້ USD ຂອງຈີນ ລົງທຶນເຂົ້າໃນພື້ນຖານເສດຖະກິດອີຣານ, ໂດຍສຸມໃສ່ບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງ ແລະ ພະລັງງານ.

ອີ​ຣານ​ປັບ​ປຸງ​ຍຸດ​ທະ​ສາດ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ,  ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ກັບ​ລັດ​ເຊຍ ແລະ ຈີນ - ảnh 2

ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javid Zarif ພົບປະກັບຄູ່ຕຳແໜ່ງລັດເຊຍ Sergey Lavrov (ຂວາ) ຢູ່ມົດສະກູ-ລັດເຊຍ ວັນທີ 21/7 (ພາບ: ກະຊວງການຕ່າງປະເທດລັດເຊຍ)

 ໂອກາດທອງເພື່ອໃຫ້ອີຣານ ປະເຊີນໜ້າກັບກຳລັງດັນຈາກອາເມລິກາ

   ໃນສະພາບການຕ້ອງທົນຕໍ່ກຳລັງດັນອັນໃຫ່ຍຫຼວງຫຼາຍຢ່າງຈາກອາເມລິກາ, ເລື່ອງອີຣານ ຫຍັບມໍ່ເຂົ້າກັບບັນດາປະເທດມະຫາອຳນາດ ທີ່ມີທັງກຳລັງຄວາມສາມາດບົ່ມຊ້ອນ ມີທັງອິດທິພົນໃນທົ່ວໂລກ, ນັບທັງມີທັດສະນະຄ້າຍຄືກັນ ໃນຫຼາຍບັນຫາພາກພື້ນ ແລະ ສາກົນຄືລັດເຊຍ ແລະ ຈີນນັ້ນ, ແມ່ນສິ່ງທີ່ສາມາດອະທິບາຍໄດ້ຢ່າງງ່າຍດາຍ. ໃນຕົວຈິງ, ນັບແຕ່ຫຼາຍປີກ່ອນ, ຫາງສຽງສາກົນໄດ້ຮັບຮູ້ທິດທາງແຫ່ງການຮ່ວມມື ທີ່ນັບມື້ນັບດີຂຶ້ນລະຫວ່າງອີຣານ ກັບລັດເຊຍ ແລະ ຈີນ ແລະ ລະຫວ່າງສາມປະເທດນຳກັນ. ຊ້ຳບໍ່ໜຳ, ທ້າຍປີ 2019, ສາມປະເທດໄດ້ດຳເນີນການຊ້ອມຮົບທະຫານເຮືອຮ່ວມກັນຄັ້ງທຳອິດຢູ່ອ່າວ Oman ແລະ ມະຫາສະມຸດອິນເດຍ ທີ່ແກ່ຍາວເປັນເວລາ 4 ວັນ. ການຊ້ອມຮົບໄດ້ດຶງດູດຄວາມສົນໃຈເປັນພິເສດ ຈາກຫາງສຽງສາກົນ ຍ້ອນໄດ້ດຳເນີນໃນສະພາບການເກີດຄວາມເຄັ່ງຕຶງເພີ່ມຂຶ້ນ ລະຫວ່າງແຕ່ລະປະເທດໃນກຸ່ມກັບອາເມລິກາ, ສ້າງຂ່າວລືກ່ຽວກັບຄວາມສາມາດຈະສ້າງຕັ້ງສຳພັນທະມິດການທະຫານໃໝ່ ຫລືວິທີຮ່ວມມືໃໝ່ ທີ່ມີຄວາມຜູກພັນຢ່າງສະໜິດແໜ້ນລະຫວ່າງສາມປະເທດ ເພື່ອໃຫ້ມີຄວາມດຸ່ນດ່ຽງກັບອາເມລິກາ.

   ຕາມວົງການນັກໄຈ້ແຍກແລ້ວ, ສະພາບສູ້ຢັນກັນທີ່ເຄັ່ງຕຶງທີ່ບໍ່ເຄີຍມີມາກ່ອນ ລະຫວ່າງອາເມລິກາ ແລະ ຈີນ ໃນທຸກຂົງເຂດ ແລະ ສະພາບການພົວພັນລະຫວ່າງລັດເຊຍ-ອາເມລິກາ “ຢູ່ໃນລະດັບຕ່ຳສຸດ” ຄືປະຈຸບັນ, ແມ່ນ “ໂອກາດທອງ” ເພື່ອໃຫ້ອີຣານ ຊຸກຍູ້ການພົວພັນຢ່າງສະໜິດແໜ້ນ ກັບສອງປະເທດມະຫາອຳນາດ ຕາມທິດມີຜົນປະໂຫຍດໃຫ້ແກ່ລັດຖະບານອີຣານ, ນັ້ນແມ່ນຕ້ານຄືນກຳລັງດັນຈາກອາເມລິກາ ພ້ອມທັງຟື້ນຟູພື້ນຖານເສດຖະກິດທີ່ພວມຖືກຊຸດໂຊມ ຍ້ອນຄຳສັ່ງຂວ້ຳບາດສາກົນ ແລະ ຜົນສະທ້ອນຈາກໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ