ອາຊຽນ ສະໜິດຕິດພັນ ແລະ ຮັບມື, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ

(VOVWORLD) -  ຖືປະຊາຊົນເປັນໃຈກາງ, ໃນນັ້ນ ການເພີ່ມທະວີຍົກສູງສຸຂະພາບໃຫ້ປະຊາຊົນແມ່ນເປົ້າໝາຍ ເຊິ່ງປະຊາຄົມ ອາຊຽນ ຍາມໃດກໍ່ມຸ່ງໄປເຖິງ. ໃນສະພາບໂລກລະບາດ Covid-19 ພວມແຜ່ລະບາດຢ່າງກ້ວາງຂວາງ ແລະ ຜັນແປຢ່າງສັບສົນນັ້ນ, ອາຊຽນ ໄດ້ສາມັກຄີກັນ ແລະ ຮັບມື, ຮັບປະກັນຄວາມປອດໄພໃຫ້ສຸຂະພາບປະຊາຊົນບັນດາປະເທດສະມາຊິກ, ຮັກສາການພັດທະນາວັດທະນາຖາວອນລວມຂອງ ອາຊຽນ.
ອາຊຽນ ສະໜິດຕິດພັນ ແລະ ຮັບມື, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ - ảnh 1 ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: Chinhphu.vn)

  ໃນໄລຍະຜ່ານມາ, ການຮ່ວມມືດ້ານສາທາລະນະສຸກ, ການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ ອາຊຽນ ຍາມໃດກໍ່ໄດ້ຮັບການສົມທົບກັນຢ່າງມີປະສິດທິຜົນຈາກບັນດາປະເທດສະມາຊິກ ອາຊຽນ. ໃນບັນດາໂຄງການດຳເນີນງານ, ບັນດາເວທີປາໄສ, ສຸຂະພາບແມ່ນໜຶ່ງໃນບັນດາເນື້ອໃນບຸລິມະສິດ. ອາຊຽນ ໄດ້ພ້ອມກັນແບ່ງປັນບົດຮຽນ, ເຕັກໂນໂລຊີກໍ່ຄືແຫຼ່ງກຳລັງ ແລະ ບຳລຸງສ້າງດ້ານວິຊາສະເພາະວິຊາການ ເພື່ອສະໜອງການບໍລິການເບິ່ງແຍງດູແລສຸຂະພາບທີ່ມີຄຸນນະພາບສູງໃຫ້ແກ່ປະຊາຊົນ.

ຕັ້ງໜ້າຮັບມືກັບໂລກລະບາດ

       ໃນສະພາບໂລກລະບາດ Covid-19 ພວມຜັນແປຢ່າງສັບສົນຢູ່ ຈີນ ແລະ ຫລາຍປະເທດອື່ນໆໃນໂລກ, ໂລກລະບາດ Covid-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂອງບັນດາປະເທດ ອາຊຽນ, ບັນດາການນຳ ອາຊຽນ ໄດ້ອອກຖະແຫຼງການຮ່ວມ, ຢັ້ງຢືນຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດດັ່ງກ່າວ, ຮັບປະກັນການດຳລົງຊີວິດຢູ່ສະຫງົບສຸກໃຫ້ແກ່ປະຊາຊົນ. ອາຊຽນ ໄດ້ເນັ້ນໜັກເຖິງການເພີ່ມທະວີການສົມທົບກັນຢູ່ທັງລະດັບຊາດ ແລະ ພາກພື້ນ, ປະສານສົມທົບບັນດາການເຄື່ອນໄຫວຮ່ວມມືລວມລະຫວ່າງບັນດາຝ່າຍທີ່ກ່ຽວ ຂ້ອງ ເພື່ອເປັນເອກະພາບກັນຕໍ່ວິທີສຳຜັດຢ່າງຄົບຊຸດ, ມີປະສິດທິຜົນຂອງປະຊາຄົມ ອາຊຽນ ກໍ່ຄືເພີມທະວີການຮ່ວມມືກັບອົງການອະນາໄມໂລກ (WHO), ບັນດາຄູ່ຮ່ວມມື, ບັນດາອົງການຈັດຕັ້ງສາກົນໃນການປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດ. ຖະແຫຼງການກໍ່ຢັ້ງຢືນເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຢ່າງແຮງຂອງ ອາຊຽນ ແລະ ປະຊາຄົມສາກົນເວົ້າລວມ ໃນການຮັບມືກັບໂລກລະບາດ.

        ບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະສັນສົມທົບກັນໃນວຽກງານກວດສຸຂະພາບຢູ່ບັນດາດ່ານຊາຍແດນຂອງບັນດາປະເທດສະມາຊິກ, ຮຽກຮ້ອງໃຫ້ບັນດາອົງການຕາງໜ້າດ້ານການທູດຂອງບັນດາປະເທດສະມາຊິກ ອາຊຽນ ປະຈຳຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນພົນລະເມືອງ ອາຊຽນ ໃນກໍລະນີຈຳເປັນ.

        ວັນທີ 22 ກຸມພາ, ທີ່ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເຊິ່ງຈັດຕັ້ງຢູ່ ຮ່າໂນ້ຍ, ເນື້ອໃນຈິດໃຈຕັ້ງໜ້າຮັບມືກັບໂລກລະບາດ ໄດ້ຮັບການຢັ້ງຢືນອີກຄັ້ງໜຶ່ງ ໃນຂະນະທີ່ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ອອກຖະແຫຼງການຮ່ວມວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ຮັບມືກັບ Covid-19. ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ຖືວ່າ:

        “ເຖິງວ່າໂລກລະບາດເກີດຂຶ້ນຢູ່ ຈີນ ກໍ່ຕາມ ແຕ່ພວກຂ້າພະເຈົ້າຖືວ່າ: ແຈ້ງການຂອງປະທານ ອາຊຽນ ເຊິ່ງນາຍົກລັດຖະມົນຕີ ຫວຽດນາມ ປະກາດ ແລະ ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ແມ່ນພະຍານຫຼັກຖານໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ການໜູນຊ່ວຍ ແລະ ສົມທົບກັນກະທຳໃນ ອາຊຽນ ເພື່ອຮັບມືກັບບັນຫາສຳຄັນທີ່ກ່ຽວຂ້ອງເຖິງສຸຂະພາບຂອງປະຊາຊົນໃນກຸ່ມທັງໝົດ. ຜ່ານນັ້ນ, ກໍ່ສະແດງໃຫ້ເຫັນການໜູນຊ່ວຍຂອງ ອາຊຽນ ເພື່ອຮັບປະກັນສະພາບແວດລ້ອມແຫ່ງການດຳລົງຊີວິດຂອງປະຊາຊົນໃຫ້ມີສຸຂະພາບແຂງແຮງ.

ເສີມຂະຫຍາຍບົດບາດເປັນປະທານ ອາຊຽນ 2020

        ຮັບບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ກຳນົດການຮັບມືກັບສິ່ງທ້າທາຍກ່ຽວກັບໂລກລະບາດ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນແຖວໜ້າ. ນັບແຕ່ເມື່ອໂລກພະຍາດໄດ້ລະເບີດຂຶ້ນ, ວັນທີ 30 ມັງກອນ, ດ້ວຍຖານະເປັນປະທານສະພາປະສານງານ ອາຊຽນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສົ່ງຈົດໝາຍສົ່ງເຖິງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ອາຊຽນ, ນຳສະເໜີບັນດາມາດຕະການເພື່ອສົມທົບກັນຮັບມືກັບໂລກລະບາດ. ວັນທີ 14 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ດ້ວຍຖານະເປັນປະທານ ອາຊຽນ 2020 ໄດ້ມີການແລກປ່ຽນກັບການນຳບັນດາປະເທດ ແລະ ອອກຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດ Covid-19. ຫລັງຈາກນັ້ນ, ວັນທີ 20 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ໂຮມປະຊຸມຂອງສະພາປະສານງານ ອາຊຽນ ເພື່ອໃຫ້ບັນດາລັດຖະມົນຕີແບ່ງປັນຂໍ້ມູນຂ່າວສານ ແລະ ປຶກສາຫາລືບັນດາມາດຕະການຮັບມື. ຄວາມເປັນເຈົ້າການຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດ ພາຍໃຕ້ບົດບາດນຳພາຂອງປະເທດເຈົ້າພາບ ໄດ້ຮັບການຕີລາຄາສູງຈາກ ອາຊຽນ. ຖະແຫຼງການຮ່ວມຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ວ່າດ້ວຍການຮັບມືກັບໂລກລະບາດ ໄດ້ຮັບການຮຽບຮຽງ ແລະ ຮັບຮອງເອົາໂດຍໄວ ພາຍໃຕ້ບົດບາດນຳພາຂອງ ຫວຽດນາມ ເຊິ່ງທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ຖືວ່າແມ່ນເໝາະສົມທີ່ສຸດກັບຫົວຂໍ້ຂອງປີ ອາຊຽນ 2020 ເຊິ່ງ ຫວຽດນາມ ໄດ້ວາງອອກແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”:

        “ຕ້ອງສະໜິດຕິດພັນ ແລະ ຮັບມືໃນທຸກບັນຫາ, ນັບທັງວິທີແກ້ໄຂສິ່ງທ້າທາຍຂອງໂລກລະບາດ Covid-19. ຫວັງວ່າ ຈາກນັ້ນ ພວກເຮົາສາມາດສ້າງບັນດາໂຄງການດຳເນີນງານຮ່ວມຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດສຸຂະພາບ, ສາທາລະນະສຸກ. ກອງທັບມີບົດບາດສຳຄັນໃນການຮັບມືກັບໂລກລະບາດ Covid-19, ພົ້ນເດັ່ນແມ່ນບັນດາສູນເສນາຮັກ. ດ້ວຍການນຳພາຂອງ ຫວຽດນາມ, ຖະແຫຼງການຮ່ວມ ADMM ໄດ້ຮັບການສ້າງຂຶ້ນ ແລະ ຮັບຮອງເອົາໂດຍໄວພາຍຫລັງປຶກສາຫາລືພຽງແຕ່ 1 2 ວັນເທົ່ານັ້ນ.

        ຕໍ່ໜ້າສະພາບໂລກລະບາດໃນປັດຈຸບັນ, ວຽກງານຮີບດ່ວນຄວນຜັນຂະຫຍາຍໃນໄລຍະຈະມາເຖິງແມ່ນ ອາຊຽນ ຄົ້ນຄວ້າຈັດຕັ້ງການຝຶກຊ້ອມ, ແກ້ໄຂກໍລະນີຮັບມືກັບໂລກພະຍາດແຜ່ລະບາດ. ອາຊຽນ ມີປະສົບການໃນການຮັບມືກັບໂລກລະບາດ SARS ປີ 2003 ມາແລ້ວ ແລະ ອາຊຽນ ພວມສືບຕໍ່ມານະພະຍາຍາມ, ພ້ອມກັນສົມທົບມີການກະທຳພ້ອມກັບປະຊາຄົມສາກົນ ເພື່ອແນ່ນອນວ່າ ສຸຂະພາບຂອງປະຊາຊົນໄດ້ຮັບການຮັບປະກັນ ແລະ ການພັດທະນາວັດທະນາຖາວອນຂອງ ອາຊຽນ ໄດ້ຮັບການຮັກສາໄວ້./.

ຕອບກັບ

ຂ່າວ/ບົດ​ອື່ນ