(VOVWORLD) - ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ 5 ປະເທດ ອາຊີກາງ ຄື: Kazakhstan, Uzbekistan, Kyrgyzstan, Tajikistan ແລະ Turkmenistan (C5+1) ຈັດຂຶ້ນໃນວັນທີ 6 ພະຈິກ ຢູ່ນະຄອນຫຼວງ ວໍຊິງຕັນ ປະເທດ ອາເມລິກາ. ເຫດການໄດ້ສະຫຼອງ 10 ປີແຫ່ງວັນສ້າງຕັ້ງກົນໄກ C5+1 ແລະ ເປັນຂີດໝາຍແຫ່ງການກະທຳສຳຄັນຂອງ ອາເມລິກາ ໃນຍຸດທະສາດເພີ່ມທະວີຜົນສະທ້ອນຢູ່ພາກພື້ນ ອາຊີກາງ ທີ່ມີຊັບພະຍາກອນທຳມະຊາດຫຼວງຫຼາຍ ແລະ ມີທີ່ຕັ້ງພູມສາດຍຸດທະສາດສຳຄັນ.
ອາເມລິກາ ແລະ 5 ປະເທດ ອາຊີກາງ ໄດ້ສ້າງຕັ້ງກົນໄກ C5+1 ເມື່ອປີ 2015. ນີ້ແມ່ນພື້ນຖານດ້ານການທູດຫຼັກແຫຼ່ງເພື່ອໃຫ້ ອາເມລິກາ ເພີ່ມທະວີການຮ່ວມມືກັບບັນດາປະເທດໃນພາກພື້ນ.
ການຟື້ນຟູ C5+1
ໂດຍແມ່ນພາກພື້ນທີ່ຖືກຜົນສະທ້ອນຂອງ ລັດເຊຍ ແລະ ໃນໄລຍະມໍ່ໆມານີ້ ພວມກາຍເປັນບັນດາຄູ່ຮ່ວມມືດ້ານເສດຖະກິດ, ພະລັງງານໃຫ່ຍຂອງ ຈີນ, ບັນດາປະເທດ ອາຊີກາງ ແຕ່ຫຼາຍປີມານີ້ ຍັງຖືກຖືວ່າ ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແຕ່ຍັງບໍ່ທັນໄດ້ຂຸດຄົ້ນສຳລັບ ອາເມລິກາ. ເລື່ອງສ້າງຕັ້ງກົນໄກ C5+1 ກ່ອນນີ້ 1 ທົດສະວັດແມ່ນບາດກ້າວເດີນຈະແຈ້ງທີ່ສຸດ ສະແດງໃຫ້ເຫັນຍຸດທະສາດແຊກຊຶມ ອາຊີກາງ ຂອງ ອາເມລິກາ ນັບແຕ່ຫຼັງສົງຄາມເຢັນ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນບົດກ່າວຊົມເຊີຍລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊີກາງ ເມື່ອວັນທີ 5 ພະຈິກ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືວ່າ:
ຂ້າພະເຈົ້າຄິດວ່າ, ໃນໄລຍະທີ່ຈະມາເຖິງຈະແມ່ນສັງກາດໃໝ່ທີ່ເຕັມໄປດ້ວຍຄວາມຫ້າວຫັນໃຈ ດ້ວຍຫຼາຍໂອກາດໃນການພົວພັນລະຫວ່າງ ອາເມລິກາ ແລະ ອາຊີກາງ. 1 ທັດສະວັດໄດ້ຜ່ານພົ້ນໄປແລ້ວ, ມີຫຼາຍສິ່ງຫຼາຍຢ່າງໄດ້ເກີດຂຶ້ນໃນໂລກ ແລະ ພວກເຮົາໄດ້ເມີນເສີຍສ່ວນໃດໜຶ່ງຕໍ່ການພົວພັນນີ້ ຍ້ອນວ່າຕ້ອງສຸມໃສ່ແກ້ໄຂບັນດາວິກິດການ. ແຕ່ປະຈຸບັນ, ພວກເຮົາມີບັນດາໂອກາດຮ່ວມມືເປີດກວ້າງແລ້ວ, ຂະນະທີ່ຜົນປະໂຫຍດແຫ່ງຊາດຂອງພວກເຮົາມີຄວາມຄ້າຍຄືກັນ.
ຈຸດສຸມໃນກອງປະຊຸມສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ປະມຸກລັດ 5 ປະເທດ ອາຊີກາງ ຢູ່ ວໍຊິງຕັນ ເມື່ອວັນທີ 6 ພະຈິກ ແມ່ນປຶກສາຫາລືບັນດາບັນຫາເສດຖະກິດ, ພະລັງງານ, ຄວາມໝັ້ນຄົງ, ການພັດທະນາແລວຂົນສົ່ງ ແລະ ຂຸດຄົ້ນແຮ່ທາດທີ່ຫາຍາກ.
ປັບປຸງລະບົບສະໜອງແຮ່ທາດຈຳເປັນ
ເປົ້າໝາຍລະອຽດທີ່ມີລັກສະນະຍຸດທະສາດ ຊື່ງອຳນາດການປົກຄອງຂອງ ທ່ານ Donald Trump ຊອກຫາຢູ່ກອງປະຊຸມສຸດຍອດ C5+1 ແມ່ນເລື່ອງເຂົ້າເຖິງບັນດາແຫຼ່ງແຮ່ທາດທີ່ຈຳເປັນ, ພິເສດແມ່ນແຮ່ທາດດິນຫາຍາກ, ໃນສະພາບການທີ່ ອາເມລິກາ ພວມຊອກຫາທຸກວິທີຫລຸດຜ່ອນການເອື່ອຍອີງຕໍ່ລະບົບສະໜອງແຮ່ທາດດິນຫາຍາກຂອງ ຈີນ. ໃນນັ້ນ, Kazakhstan ແມ່ນປະເທດໃຫຍ່ສຸດໃນ ອາຊີກາງ ກວມເອົາກ່ວາ 40% ແຫຼ່ງສະໜອງອູຣານຽມທົ່ວໂລກ ແລະ 25% ປະລິມານນຳເຂົ້າຂອງ ອາເມລິກາ, ສວມບົດບາດແກ່ນສານ.
ປະຈຸບັນ Kazakhstan ພວມຮ່ວມມືກັບບໍລິສັດ Cove Capital ຂອງ ອາເມລິກາ ໃນໂຄງການທີ່ມີມູນຄ່າ 1.1 ຕື້ USD ເພື່ອສະໜອງຕ່ອງໂສ້ການຜະລິດ-ປຸງແຕ່ງແຮ່ທາດດິນຫາຍາກແບບຄົບວົງຈອນ, ມຸ່ງໄປເຖິງອຸດສາຫະກຳເຕັກໂນໂລຊີສູງ ແທນທີ່ການຜະລິດວັດຖຸດິບ. ດັ່ງນັ້ນ, ສຳລັບ ອາເມລິກາ, ນີ້ບໍ່ພຽງແຕ່ແມ່ນແຫຼ່ງສະໜອງທີ່ປອດໄພເທົ່ານັ້ນ, ຫາກຍັງແມ່ນບາດກ້າວປັບປຸງລະບົບຄຸນຄ່າຍຸດທະສາດ ນອນຢູ່ນອກການຄວບຄຸມຂອງ ຈີນ ແລະ ລັດເຊຍ ອີກດ້ວຍ. Tajikistan, ປະເທດທີ່ຖືກຕີລາຄາວ່າມີປະລິມານສະສົມດິນຫາຍາກ ແລະ ແຮ່ທາດທີ່ຫຼວງຫຼາຍ ກໍ່ແມ່ນຄູ່ຮ່ວມມືທີ່ໄດ້ດຶງດູດຄວາມສົນໃຈທີ່ສຸດຈາກອຳນາດການປົກຄອງ ອາເມລິກາ. ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ:
ໜຶ່ງໃນບັນດາຫົວເລື່ອງຕົ້ນຕໍໃນໂຄງການດຳເນີນງານຂອງພວກຂ້າພະເຈົ້າ ແມ່ນແຮ່ທາດທີ່ຈຳເປັນ. ໃນ 2,3 ອາທິດມານີ້, ອຳນາດການປົກຄອງ ອາເມລິກາ ໄດ້ປັບປຸງຄວາມໝັ້ນຄົງເສດຖະກິດຂອງປະເທດຕົນ ຜ່ານບັນດາຂໍ້ຕົກລົງກັບບັນດປະເທດສຳພັນທະມິດ ແລະ ເພື່ອນມິດໃນທົ່ວໂລກ ເພື່ອເປີດກ້ວາງຕ່ອງໂສ້ສະໜອງແຮ່ທາດທີ່ຈຳເປັນ.
ນອກຈາກແຮ່ທາດຈຳເປັນ, ອາເມລິກາ ໄດ້ເອົາໃຈໃສ່ເປັນພິເສດຕໍ່ບົດບາດຂອງ ອາຊີກາງ, ໂດຍສະເພາະແມ່ນ Kazakhstan, ໃນຕາໜ່າງຂົນສົ່ງ ອາຊີ-ເອີລົບ. ປະຈຸບັນ, ປະມານ 80% ສິນຄ້າຂົນສົ່ງລະຫວ່າງ ຈີນ ແລະ ເອີລົບ ໄດ້ໄປຜ່ານ Kazakhstan, ໃນນັ້ນ, ສາຍ ອາຊີກາງ-ທະເລ Caspi - ເອີລົບ ພວມພົ້ນເດັ່ນຂຶ້ນຄືດັ່ງວິທີການປ່ຽນແປງຍຸດທະສາດ ໃຫ້ແກ່ບັນດາສາຍທາງໄປຜ່ານ ລັດເຊຍ ຫຼື ອີຣານ. ດ້ວຍເລື່ອງໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ ແລະ ພື້ນຖານໂຄງລ່າງລຽບຕາມສາຍທາງນີ້, ອາເມລິກາ ຕັ້ງຄວາມຫວັງຈະສ້າງຕາໜ່າງ logistics ທີ່ປອດໄພ, ຕ້ານທານການປັບໄໝໄດ້, ພ້ອມທັງນຳມາດຖານ ອາເມລິກາ ເຂົ້າລະບົບຄົມມະນາຄົມ-ພາສີຂອງພາກພື້ນ.
ໃນຂະນະນັ້ນ, ສຳລັບ 5 ປະເທດ ອາຊີກາງ, ເລື່ອງອຳນາດການປົກຄອງຂອງ ປະທານາທິບໍດີ Donald Trump ຍູ້ແຮງກົນໄກ C5+1 ໄດ້ນຳເອົາໂອກາດຫັນບັນດາການຮ່ວມມມືດ້ານເສດຖະກິດ, ພະລັງງານ, ເຕັກໂນໂລຊີ, ຄວາມໝັ້ນຄົງເປັນຫຼາຍຮູບຫຼາຍແບບມາໃຫ້ບັນດາປະເທດນີ້ ແທນທີ່ສຸມໃສ່ 2 ຄູ່ຮ່ວມມືໃຫ່ຍຄື ລັດເຊຍ ແລະ ຈີນ, ພ້ອມທັງໄດ້ຍົກສູງລະດັບຄວາມສຳຄັນດ້ານພູມສາດເສດຖະກິດ ແລະ ພູມສາດການເມືອງໃນພາກພື້ນ./.