ອ​າ​ເມ​ລິ​ກາ ແລະ ເອີ​ຣົບ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ບັນ​ຫາ​ພະ​ລັງ​ງານ

(VOVWORLD) -ຍ້ອນແຫຼ່ງສະໜອງຖືກຈຳກັດ ໃນຂະນະລາຄາສືບຕໍ່ຢູ່ໃນລະດັບສູງ ພ້ອມດ້ວຍສະພາບດິນຟ້າອາກາດມີການຜັນແປຢ່າງຮ້າຍແຮງ, ຜິດປົກກະຕິ, ບັນດາປະເທດ ອາເມລິກາເໜືອ ແລະ ເອີຣົບ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ລັດຖະບານບັນດາປະເທດໄດ້ຜັນຂະຫຍາຍຫຼາຍມາດຕະການ, ໃນນັ້ນ ມີທັງມາດຕະການແບບບໍ່ເຄີຍມີມາກ່ອນ ເພື່ອກອບກູ້ເອົາສະພາບການນີ້. ແຕ່ເຖິງຢ່າງໃດກໍຕາມ, ໃນສະພາບທີ່ມີຫຼາຍປັດໄຈທີ່ບໍ່ດີຄືໃນປັດຈຸບັນ, ແງ່ຫວັງຮັບປະກັນພະລັງງານຂອງທັງ ອາເມລິກາ ແລະ ເອີຣົບ ຍັງໄດ້ຮັບຖືວ່າ ຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງ.

ຫຼາຍດັດຊະນີທີ່ຫາກໍປະກາດຫວ່າງມໍ່ໆມານີ້ ໄດ້ຊີ້ໃຫ້ເຫັນວ່າ, ລາຄາເຊື້ອເພີງຢູ່ທັງ ອາເມລິກາ ແລະ ເອີຣົບ ຍັງຢູ່ໃນລະດັບສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໄປຄຽງຄູ່ກັນນັ້ນແມ່ນລະດັບໄພເງິນເຟີ້ກໍຢູ່ໃນລະດັບສູງສະຖິຕິໃນຫຼາຍທົດສະວັດຜ່ານມາ. ພ້ອມດຽວກັນນັ້ນ ອາກາດແດດຮ້ອນຜິດປົກກະຕິ, ເຮັດໃຫ້ໜ້າທີ່ຮັບປະກັນພະລັງງານຢູ່ທັງສອງຝັ່ງ ອັດລັງຕິກ ຍາມໃດກໍຢູ່ໃນສະພາບເຄັ່ງຕຶງທີ່ສຸດ, ເຖິງວ່າໄດ້ຜັນຂະຫຍາຍຫຼາຍມາດຕະການຮັບມືແລ້ວກໍຕາມ.

        ສະພາບພະລັງງານມີການຜັນແປຢ່າງເຄັ່ງຕຶງ

        ກ່ອນອາທິດສຸດທ້າຍຂອງເດືອນກໍລະກົດນີ້, ລາຄານ້ຳມັນແອັດຊັງຢູ່ ອາເມລິກາ ໄດ້ຫຼຸດລົງໃນເວລາກວ່າ 1 ເດືອນຢ່າງລຽນຕິດ, ຈາກລາຄາສູງສຸດກວ່າ 5 USD ຕໍ່ gallon ໃນກາງເດືອນ ມິຖຸນາ, ຫຼຸດລົງເຫຼືອພຽງຕ່ຳກວ່າ 4,5 USD ຕໍ່ gallon. ບໍ່ພຽງແຕ່ເທົ່ານັ້ນ, ໃນກອງປະຊຸມທາງໄກກັບຜູ້ໃຫ້ຄຳປຶກສາດ້ານເສດຖະກິດ ເພື່ອປຶກສາຫາລືກ່ຽວກັບລາຄາແອັດຊັງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຍັງຢັ້ງຢືນວ່າ ລາຄານ້ຳມັນຢູ່ບາງສະຖານທີ່ໄດ້ຫຼຸດລົງເກືອບ 1USD ແລະ “ດຽວນີ້, ປະຊາຊົນ ອາເມລິກາ ສາມາດຊື້ນ້ຳມັນດ້ວຍລາຄາຕ່ຳກວ່າ 3,99 USD ຢູ່ປ້ຳນ້ຳມັນຢ່າງໜ້ອຍສຸດກວ່າ 30.000 ແຫ່ງ ຢູ່ 35 ລັດ.”

 ອ​າ​ເມ​ລິ​ກາ ແລະ ເອີ​ຣົບ ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ບັນ​ຫາ​ພະ​ລັງ​ງານ - ảnh 1ປ້ຳນ້ຳມັນຢູ່  Los Angeles, ລັດ California, ອາເມລິກາ (ພາບ: AFP/TTXVN)

        ແຕ່ເຖິງຢ່າງໃດກໍຕາມ, ຕາມບັນດານັກເສດຖະກິດ ແລະ ນັກໄຈ້ແຍກແລ້ວ, ລາຄາແອັດຊັງ 4 USD ຕໍ່ gallon ຢູ່ ອາເມລິກາ ໃນປັດຈຸບັນ ແມ່ນສູງກວ່າທົບສອງເທົ່າເມື່ອທຽບໃສ່ລະດັບລາຄາໃນຈຸດເວລາທີ່ປະທານາທິບໍດີ Joe Biden ຮັບດຳລົງຕຳແໜ່ງ (ເດືອນ ມັງກອນ 2021). ນີ້ຈຶ່ງແມ່ນສິ່ງທີ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ ອາເມລິກາ ມີຄວາມສົນໃຈ. ແນ່ນອນວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ກໍຮັບຮູ້ບັນຫານີ້ຢ່າງຈະແຈ້ງ, ໂດຍສະເພາະແມ່ນໃນສະພາບທີ່ຍັງເຫຼືອເວລາພຽງກວ່າ 3 ເດືອນ ແມ່ນຈະດຳເນີນການເລືອກຕັ້ງກາງອາຍຸການຂອງສະພາແຫ່ງຊາດ ອາເມລິກາ (ເດືອນພະຈິກ 2022).

        ຊ້ຳບໍ່ໜຳ, ຢູ່ເອີຣົບ, ບັນຫານີ້ຍິ່ງມີຄວາມເຄັ່ງຕຶງ ແລະ ໜ້າວິຕົກກັງວົນກວ່າ. ລາຄາເຊື້ອເພີງ, ພິເສດແມ່ນ ອາຍແກັດ, ປັດຈຸບັນໄດ້ເພີ່ມຂຶ້ນສູງທົບຫຼາຍເທົ່າ ເມື່ອທຽບໃສ່ປີ 2021 ແລະ ຊຸມປີກ່ອນນັ້ນ. ແຕ່ສິ່ງທີ່ໜ້າວິຕົກກັງວົນກວ່າ, ນັ້ນແມ່ນ ແຫຼ່ງສະໜອງພວມຖືກຊຸດໂຊມຢ່າງຮ້າຍແຮງ, ສ່ວນຫຼາຍແມ່ນຍ້ອນການຫຼຸດຜ່ອນຈາກຄູ່ຮ່ວມມືສະໜອງລາຍໃຫຍ່ສຸດ ນັ້ນແມ່ນ ລັດເຊຍ. ມີບົດລາຍງານຈຳນວນໜຶ່ງ ສະແດງຄວາມວິຕົກກັງວົນວ່າ ເອີຣົບ ຈະບໍ່ມີແຫຼ່ງສະສົມອາຍແກັດຢ່າງພຽງພໍເພື່ອຮັບໃຊ້ລະດູໜາວນີ້.

        ສະພາບຄວາມເຄັ່ງຕຶງຕໍ່ແຫຼ່ງສະໜອງເຊື້ອເພີງ ແລະ ພະລັງງານຢູ່ ເອີຣົບ ສືບຕໍ່ໄດ້ສ່ອງແສງ ຜ່ານຕົວເລກ ແລະ ເຫດການຕ່າງໆ. ຕົວຢ່າງ: ຢູ່ພື້ນຖານເສດຖະກິດໃຫຍ່ທີ່ສຸດ ສະຫະພາບເອີຣົບ (ອີຢູ) ຄື ເຢຍລະມັນ, ວັນທີ 21 ກໍລະກົດ, ລັດຖະບານປະເທດນີ້ ຫາກໍຮັບຮອງເອົາບ້ວງເງິນໜູນຊ່ວຍສຸກເສີນພິເສດ ມີມູນຄ່າ 15 ຕື້ ເອີໂຣ ເພື່ອກອບກູ້ເອົາບໍລິສັດພະລັງງານໃຫຍ່ຂອງ ເຢຍລະມັນ ນັ້ນແມ່ນ Uniper. ກ່ອນໜ້ານັ້ນ, ວັນທີ 18 ກໍລະກົດ, Uniper ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ບໍລິສັດນີ້ ໄດ້ຫຼຸບທຶນນັບສິບລ້ານ ເອີໂຣ ຕໍ່ວັນ ນັບແຕ່ເມື່ອ ລັດເຊຍ ຕັດຂາດການສະໜອງອາຍແກັດໄປຍັງ ເຢຍລະມັນ ເມື່ອເດືອນ ມິຖຸນາ ຜ່ານມາ. Uniper ຕ້ອງຫັນໄປຊື້ອາຍແກັດຈາກແຫຼ່ງອື່ນດ້ວຍລາຄາສູງກວ່າ, ແຕ່ກໍໄດ້ນຳໃຊ້ຕາມລະດັບກຳນົດກູ້ຢືມ 2 ຕື້ ເອີໂຣ ຈາກທະນາຄານລົງທຶນດຳເນີນທຸລະກິດແຫ່ງຊາດ KfW ໝົດແລ້ວ, ສະນັ້ນ ຕ້ອງຍື່ນໃບຄຳຮ້ອງຂໍເພີ່ມຈຳນວນລະດັບກຳນົດກູ້ຢືມຕື່ມອີກ.

ສ່ວນຢູ່ ຝລັ່ງ, ສະພາບການກ່ຽວກັບດ້ານພະລັງງານມີຄວາມເຄັ່ງຕຶງຫຼາຍເຖິງຂັ້ນໃນວັນທີ 24 ກໍລະກົດ, ທ່ານ Agnes Pannier – Runacher, ລັດຖະມົນຕີກະຊວງຫັນປ່ຽນພະລັງງານ ຕ້ອງອອກຂໍ້ກຳນົດປັບໄໝສຳລັບບັນດາຮ້ານຄ້າທີ່ເປີດປະຕູໃນເວລາພວມນຳໃຊ້ເຄື່ອງເຢັນ. ຝລັ່ງ ແລະ ຫຼາຍປະເທດຢູ່ ເອີລົບ ພວມຕ້ອງປະເຊີນໜ້າກັບກະແສຟອງອຸນຫະພູມສູງທີ່ສຸດໃນຫຼາຍທົດສະວັດທີ່ຜ່ານມາ.

        ຄວາມມານະພະຍາຍາມຊອກຫາມາດຕະການ

        ເພື່ອຮັບມືກັບສະພາບການນີ້, ຫວ່າງແລ້ວນີ້, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໄປປະຕິບັດງານຢູ່ ບັນດາປະເທດຕາເວັນອອກກາງ ເພື່ອແນໃສ່ກະຕຸກຊຸກຍູ້ບັນດາປະເທດມີແຫຼ່ງນ້ຳມັນຫຼາຍໃນພາກພື້ນນີ້ຕ້ອງເພີ່ມທະວີການປະລິມານການຂຸດຄົ້ນນ້ຳມັນ ເພື່ອກະທົບໂດຍກົງເຖິງການຫລຸດຜ່ອນລາຄາເຊື້ອເພີງໃນທົ່ວໂລກ. ໄປຄຽງຄູ່ກັນນັ້ນ, ອາເມລິກາ ພ້ອມກັບ ການາດາ ກໍ່ຕັ້ງໜ້າສົ່ງເສີມການບັນລຸຂໍ້ຕົກລົງສະບັບໃໝ່ກ່ຽວກັບນະໂຍບາຍພະລັງງານກັບ ເມັກຊີໂກ, ສ້າງກາລະໂອກາດໃຫ້ແກ່ບໍລິສັດຕ່າງໆຂອງ ອາເມລິກາ ສຳຜັດກັບຕະຫຼາດພະລັງງານທີ່ມີຄວາມສາມາດບົ່ມຊ້ອນຢູ່ບັນດາປະເທດບ້ານໃກ້ເຮືອນຄຽງ.

        ຢູ່ ເອີລົບ,  ຄວາມມານະພະຍາຍາມຮັບມືໄດ້ດຳເນີນຢ່າງຮີບດ່ວນກ່ວາອີກ. ວັນທີ 22 ກໍລະກົດ, ສຳນັກຂ່າວສານ Bloomberg ໄດ້ຄັດສະເໜີຂໍ້ມູນໃນການຕິດຕາມກ່ຳປັ່ນໂດຍໃຫ້ຮູ້ວ່າ, ເອີລົບພວມຕັ້ງໜ້າເພີ່ມທະວີການສັ່ງຊື້ນ້ຳມັນດິບຈາກບັນດາປະເທດ ຕາເວັນອອກກາງ ເພື່ອທົດແທນໃຫ້ແຫຼ່ງສະໜອງທີ່ຖືກຫລຸດລົງຈາກປະເທດລັດເຊຍ ຍ້ອນຖືກຜົນສະທ້ອນຂອງບັນດາຄຳສັ່ງລົງໂທດທີ່ບັນດາປະເທດຝ່າຍຕາເວັນຕົກຈັດວາງໃຫ້. ຕາມນັ້ນແລ້ວ, ຮອດທ້າຍເດືອນ ກໍລະກົດ, ປະລິມານນ້ຳມັນດິບຈາກ ຕາເວັນອອກກາງ ສົ່ງໄປຍັງເອີລົບ ໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2021.

        ແຕ່ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນວ່າປະເທດ ເອີລົບໃດກໍ່ຫລຸດຜ່ອນການຊື້ເຊື້ອເພິງຈາກ ລັດເຊຍ ເພື່ອຮັບມືກັບວິກິດການດ້ານພະລັງງານໃນປະຈຸບັນ. ຍົກຕົວຢ່າງຄື, ຫວ່າງແລ້ວນີ້, ປະເທດ ຮູງກາຣີ ໄດ້ແຈ້ງວ່າຈະຊື້ອາຍແກັດທຳມະຊາດຕື່ມອີກ 700 ລ້ານແມັດກ້ອນ ນອກຈາກປະລິມານທີ່ໄດ້ກຳນົດໃນສັນຍາໄລຍະຍາວສະບັບຕ່າງໆກັບລັດເຊຍ. ວັນທີ 20 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຮູງກາຣີ Peter Szijjarto ໄດ້ແຈ້ງໃນສື່ສັງຄົມ Twitter ວ່າ ທ່ານໄດ້ເດີນທາງໄປຍັງ ມົດສະກູ ເພື່ອເຈລະຈາກ່ຽວກັບເລື່ອງຊື້ອາຍແກັດຂອງລັດເຊຍ ຕື່ມອີກ.

        ຮູງກາຣີ ແມ່ນປະເທດ ເອີລົບ ບໍ່ຢາກຈັດວາງຄຳສັ່ງລົງໂທດດ້ານພະລັງງານກັບລັດເຊຍ ແລະ ໄດ້ຮຽກຮ້ອງຕ້ອງຄິດໄລ່ຊັ່ງຊາການຈັດວາງຄຳສັ່ງລົງໂທດກັບລັດເຊຍ ເປັນຫຼາຍເທື່ອ. ຊ້ຳບໍ່ໜຳ, ວັນທີ 15 ກໍລະກົດຜ່ານມາ, ທ່ານນາຍົກລັດຖະມົນຕີ ຮູງກາຣີ Viktor Orban ໄດ້ຖືວ່າ ອີຢູ “ຍິງປອດຕົນເອງ” ເມື່ອຈັດວາງບັນດາຄຳສັ່ງລົງໂທດລັດເຊຍ. ຮອດວັນທີ 23 ກໍລະກົດ, ທ່ານນາຍົກລັດຖະມົນຕີ Viktor Orban ສືບຕໍ່ຢັ້ງຢືນວ່າ: ການລົງໂທດບໍ່ແມ່ນມາດຕະການເພື່ອແກ້ໄຂວິກິດການຢູ່ ຢູແກຼນ ກໍ່ຄືສະພາບການທີ່ຫຍຸ້ງຍາກໃນປະຈຸບັນຢູ່ ເອີລົບ.

        ນັກຊ່ຽວຊານສາກົນຫຼາຍທ່ານໄດ້ຕີລາຄາສູງວິທີການແກ້ໄຂບັນຫາຂອງບັນດາການນຳ ຮູງກາຣີ. ບັນດານັກຊ່ຽວຊານນີ້ຖືວ່າ ຫຼັກໝັ້ນຂອງ ຮູງກາຣີ ຄວນໄດ້ຮັບຟັງ ແລະ ຄິດໄລ່ຊັ່ງຊາຢ່າງເຂັ້ມງວດທີ່ກອງປະຊຸມວິສາມັນຂອງລັດຖະມົນຕີກະຊວງພະລັງງານ ອີຢູ ກ່ຽວກັບແຫຼ່ງສະໜອງ ອາຍແກັດ ເຊິ່ງຈັດຂຶ້ນໃນວັນທີ 26 ກໍລະກົດຢູ່ປະເທດແບນຊິກ./.

ຕອບກັບ

ຂ່າວ/ບົດ​ອື່ນ