ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ ໃນ​ການ​ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ

(VOVWORLD) -   ລະບົບແບ່ງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານ ຮັບໃຊ້ລັດຖະບານເອເລັກໂຕນິກ ຫາກໍໄດ້ນຳເຂົ້າໃຊ້ງານໃນທ້າຍເດືອນພະຈິກຜ່ານມາ. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີແນັດໃນວິວັດການສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ, ມຸ່ງໄປເຖິງລັດຖະບານດີຈີຕອນ ແລະ ພື້ນຖານເສດຖະກິດດີຈີຕອນ.

        ຄືກັນກັບປະເທດອື່ນໆໃນທົ່ວໂລກ, ຢູ່ຫວຽດນາມ ໄດ້ມີຫຼາຍອົງການ, ວິສາຫະກິດ ແລະ ສ່ວນບຸກຄົນ ຖືກໂຈມຕີທາງເຄືອຂ່າຍອິນເຕີແນັດ ເມື່ອໃຊ້ບັນດາການບໍລິການສາທາລະນະອອນລາຍ, ການຕິດຕໍ່ພົວພັນທາງເອເລັກໂຕນິກ ແລະ ອື່ນໆ.

        ລະບົບແບ່ງປັນ ແລະ ຕິດຕາມກວດກາຄວາມປອດໄພດ້ານຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລັກໂຕນິກ ໂດຍບັນດາສະມາຊິກໃນສະຫະພັນປົດລະຫັດໄວຣັດ ແລະ ປ້ອງກັນຕ້ານການໂຈມຕີທາງເຄືອຂ່າຍອິນເຕີແນັດ ເຊິ່ມລວມມີ Viettel, VNPT, CMC, FPT, BKAV ໄດ້ສົມທົບກັນສ້າງຂຶ້ນ. ລະບົບດັ່ງກ່າວເຮັດໜ້າທີ່ຕິດຕາມກວດກາ, ວິເຄາະວິໄຈ, ແບ່ງປັນຂໍ້ມູນ ແລ້ວແຈ້ງເຕືອນ ໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໂດຍໄວ ເພື່ອແນໃສ່ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃຫ້ແກ່ລັດຖະບານເອເລັກໂຕນິກ.

ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ ໃນ​ການ​ສ້າງ​ລັດ​ຖະ​ບານ​ເອ​ເລັກ​ໂຕ​ນິກ - ảnh 1ພິທີເປີດຕົວ ລະບົບແບ່ງປັນ ແລະ ຕິດຕາມກວດກາຄວາມປອດໄພດ້ານຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລັກໂຕນິກ (ພາບ:  TTXVN)


ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ: ເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາລັດຖະບານເອເລັກໂຕນິກ

        ໃນການກໍ່ສ້າງລັດຖະບານເອເລັກໂຕນິກ, ເຕັກໂນໂລຢີ ແມ່ນ 1 ໃນ 4 ເສົາຄ້ຳ (ມະນຸດ, ລະບອບລະບຽບການ/ຂັ້ນຕອນ, ເຕັກໂນໂລຢີ ແລະ ແຫຼ່ງກຳລັງ) ໂດຍລັດຖະບານໄດ້ສຸມໃສ່ລົງທຶນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ນຳວ່າ: ອັດຕາການໃຊ້ຈ່າຍໃຫ້ແກ່ການຮັກສາຄວາມປອດໄພທາງເຄືອຂ່າຍອິນເຕີແນັດຕ່ຳສຸດແມ່ນ 10%  ຂອງຍອດລາຍຈ່າຍທັງໝົດໃຫ້ແກ່ຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ.

        ໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ຄວາມຮຽກຮ້ອງຮັບປະກັນຄວາມລັບ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ  ແມ່ນປັດໄຈມີຄວາມສຳຄັນຫຼາຍ.  ນີ້ແມ່ນເງື່ອນໄຂພື້ນຖານ, ແມ່ນປັດໄຈເປັນຕາຍ ເພື່ອໃຫ້ກິດຈະການຫັນໄປສູ່ດີຈີຕອນແຫ່ງຊາດ, ພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປສູ່ລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ລະດັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດຂອງສຳນັກງານ, ອົງການຈັດຕັ້ງໜຶ່ງ ບໍ່ຂຶ້ນກັບເລື່ອງ ອົງການນັ້ນ ຖືກບຸກໂຈມຕີຫຼືບໍ, ຫາກຂຶ້ນກັບວິທີການທີ່ອົງການ, ສຳນັກງານນັ້ນປະຕິກິລິຍາຄືແນວໃດ ພາຍຫຼັງຖືກບຸກໂຈມຕີ. ທ່ານ ເຈິ່ນກວາງຮຶງ, ຜູ້ອຳນວຍການສູນຕິດຕາມກວດກາຄວາມປອດໄພທາງເຄືອຂ່າຍອິນເຕີແນັດແຫ່ງຊາດ, ສັງກັດກົມປອດໄພຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ແບ່ງປັນວ່າ:

ພວກຂ້າພະເຈົ້າເຫັນວ່າ ພວກເຮົາຕ້ອງຍົກສູງສະຕິລະມັດລະວັງ, ບໍ່ຖືເບົາ. ແລະກໍ່ ເປັນທີ່ຍອມຮັບຢ່າງໜຶຶ່ງວ່າ ພາຍຫຼັງ ເມື່ອພວກເຮົາຜັນຂະຫຍາຍໃນຂອບເຂດກ້ວາງແຂວງ, ແນວຄິດຂອງປະຊາຊົນກໍ່ໄດ້ຮັບການຍົກສູງຂຶ້ນແລະມີຄວາມເອົາໃຈໃສ່ເຖິງຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ຫຼາຍກ່ວາເກົ່າ…

ຄວາມເປັນເຈົ້າການ

        ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ໃນຂະບວນວິວັດສ້າງລັດຖະບານເອເລັກໂຕນິກ ຕ້ອງມີຄວາມເປັນເຈົ້າການ. ໃນທຸກໆໂຄງການເຕັກໂນໂລຢີຂໍ້ມູນຂ່າວສານລ້ວນແຕ່ຕ້ອງມີສ່ວນປະກອບຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ນອກຈາກລະບົບແປ່ງບັນ ແລະ ຕິດຕາມກວດກາຄວາມປອດໄພຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລກໂຕນິກທີ່ຫາກໍ່ນຳເຂົ້າການເຄື່ອນໄຫວ, ຫວຽດນາມກໍ່ພວມເປັນເຈົ້າການໃນການຜັນຂະຫຍາຍໂຄງການຕ່າງໆໃນໄລຍະຈາມາເຖິງ. ທ່ານ ຫງວຽນແມັງຮຸ່ງ, ລັດຖະມົນຕີກະຂວງຖະແຫຼງຂ່າວ ແລະ ການສື່ສານ, ຮອງປະທານຄະນະກຳມະການແຫ່ງຊາດ ກ່ຽວກັບລັດຖະບານເອເລກໂຕນິກ ໃຫ້ຮູ້ວ່າ:

        ຫວຽດນາມຕ້ອງເປັນເຈົ້າທາງດ້ານເຕັກໂນໂລຢີ ເພື່ອຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ. ໃນໄວຍະຈະມາເຖິງ, ກະຊວງຖະແຫຼງຂ່າວ ແລະ ການສື່ສານຈະມອບໜ້າທີ່ຢ່າງລະອຽດໃຫ້ແກ່ບັນດາວິສາຫະກິດນຳໜ້າເພື່ອແນໃສ່ພັດທະນາ ສະພາບແວດລ້ອມເພື່ອຜະລິດອອກຜະລິດຕະພັນທີ່ປອດໄພ, ໝັ້ນຄົງທາງເຄືອຂ່າຍ ຂອງ ຫວຽດນາມ ເພື່ອຮັບໃຊ້ໃຫ້ແກ່ລັດຖະບານເອເລັກໂຕນິກ, ຕົວເມືອງອັດສະລິຍະ ແລະ ລະບົບຂໍ້ມູນຂ່າວສານສຳຄັນໃນຂອງປະເທດຊາດ. ວິສາຫະກິດມີທ່າແຮງກ່ຽວກັບວິທີການໃດແມ່ນຈະໄດ້ມອບໝາຍກ່ຽວກັບການສຸມໃສ່ພັດທະນາຢ່າງເລິກເຊິ່ງ ແລະ ເປັນມືອາຊີບກ່ຽວກັບວິທີການນັ້ນ, ໄດ້ຮັບການບຸລິມະສິດ ແລະ ສົ່ງເສີມນຳໃຊ້. ພ້ອມກັນນັ້ນ, ຈະສ້າງຕັ້ງສະຫະພັນເພື່ອແນໃສ່ຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນໃນການພັດທະນາຜະລິດຕະພັນ, ຮັບປະກັນວ່າ ບັນດາຜະລິດຕະພັນມີການເຊື່ອມຈອດ. ສະຫະພັນວິສາຫະກິດນີ້ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ຜະລິດຕະພັນຂອງກັນເພື່ອສະໜອງວິທີການສັງລວມໃຫ້ແກ່ລູກຄ້າ.

        ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ (ພິເສດ ແມ່ນຂໍ້ມູນຂ່າວສານສ່ວນບຸກຄົນ ແລະ ສິດທິສ່ວນຕົວເມື່ອເຂົ້າຮ່ວມການນຳໃຊ້ການບໍລິການໃນສະພາບແວດລ້ອມເອເລກໂຕນິກເວົ້າລວມ, ສະພາບແວ້ດລ້ອມອິນເຕີແນັດເວົ້າສະເພາະ) ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດໃຫ້ແກ່ຜົນສຳເລັດຂອງ ລັດຖະບານເອເລັກໂຕນິກ.

ການຍູ້ແຮງວິວັດທະນາການນີ້ຢ່າງຕັ້ງໜ້າຈະປະກອບສ່ວນເຂົ້າການສ້າງລັດຖະບານເອເລັກໂຕນິກໃຫ້ປະສົບຜົນສຳເລັດ, ຮັບປະກັນປະສິດທິຜົນສູງສຸດ ໃນການຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ