ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

(VOVWORLD) - ປີ 2022 ແມ່ນຄົບຮອບ 61 ປີແຫ່ງວັນເກີດວິນາດສະກຳທາດພິດສີສົ້ນຢູ່ ຫວຽດນາມ (ວັນທີ 10 ສິງຫາ 1961 – 10 ສິງຫາ 2022). ທາດພິດສີສົ້ນ/ດີໂອຊິນ ໂດຍກອງທັບອາເມລິກາ ຫວ່ານລົງໃສ່ສະໜາມຮົບພາກໃຕ້ ຫວຽດນາມ ໃນເວລາ 10 ປີ (1961 - 1971), ໄດ້ເຮັດໃຫ້ມີຜູ້ເສຍຊີວິດນັບແສນຄົນ, ຜູ້ເປັນພະຍາດຮ້າຍແຮງ, ປິ່ນປົວຍາກນັບຫຼາຍລ້ານຄົນ. ກໍ່ໃນໄລຍະ 61 ປີນັ້ນ, ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ, ທາດເຄມີ, ການເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດ ກໍ່ຄືປະຊາຄົມ.

ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການເຮັດວຽກກັບຜູ້ຕາງໜ້າສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)

ທາດພິດສີສົ້ມ/ດີໂອຊິນ ໄດ້ເຮັດໃຫ້ປະຊາຊົນຫວຽດນາມ ກ່ວາ 4 ລ້ານຄົນຖືກຕິດກັບທາດພິດ, ໃນນັ້ນມີ ຜູ້ປະສົບເຄາະຮ້າຍກ່ວາ 3 ລ້ານຄົນ. ຜົນສະທ້ອນຂອງທາດພິດສີສົ້ມໄດ້ຕົກທອດໃສ່ຄົນລຸ້ນທີ 3, ທີ 4. ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມລຸ້ນນີ້ເກືອບທັງໝົດ ລ້ວນແຕ່ເປັນຄົນພິການ, ມີຮູບຮ່າງຜິດປົກກະຕິ, ຖືກພິການມາແຕ່ເກີດ, ດຳລົງຊີວິດແບບລົ້ມລຸກຄຸກຄານ.

ນະໂຍບາຍສະເໝີຕົ້ນສະເໝີປາຍ, ຊີ້ນຳລຸລ່ວງ

        ພາຍຫຼັງທ້ອນໂຮມປະເທດຊາດເປັນເອກະພາບ (ເມື່ອປີ 1975), ພັກ, ລັດ ຫວຽດນາມ ຍາມໃດກໍ່ມີການຊີ້ນຳຢ່າງລຸລ່ວງ, ສະເໝີຕົ້ນສະເໝີປາຍຕໍ່ການເບິ່ງແຍງໃຫ້ຜູ້ເຄື່ອນໄຫວຕໍ່ຕ້ານທີ່ຖືກຕິດທາດພິດສີສົ້ມ/ດີໂອຊິນ ແລະ ລູກຂອງເຂົາເຈົ້າ. ພະຍານຫຼັກຖານແມ່ນລະບົບນະໂຍບາຍ, ກົດໝາຍວ່າດ້ວຍການໃຫ້ບຸລິມະສິດແກ່ຜູ້ເຄື່ອນໄຫວຕໍ່ຕ້ານທີ່ຕິດທາດພິດສີສົ້ມ, ທາດເຄມີໄດ້ຮັບການປັບປຸງ ຢ່າງສົມບູນນັບທັງເປົ້າໝາຍ ແລະ ລະບອບ. ການກຳນົດຜູ້ເຄື່ອນໄຫວຕໍ່ຕ້ານ ແລະ ລູກຂອງເຂົາເຈົ້າທີ່ຕິດທາດພິດສີສົ້ມ, ທາດເຄມີຄ່ອຍໆສົມບູນແບບ. ອົງການເຈົ້າໜ້າທີ່ໄດ້ອອກໃບຢັ້ງຢືນພິການໃຫ້ປະຊາຊົນເກືອບ 3 ລ້ານຄົນ, ໃນນັ້ນຫຼາຍຄົນຕິດທາດພິດສີສົ້ມ.

        ປັດຈຸບັນມີຜູ້ເຂົ້າຮ່ວມການຕໍ່ຕ້ານ ແລະລູກຂອງເຂົາເຈົ້າທີ່ຕິດທາດພິດສີສົ້ມກ່ວາ 320.000 ຄົນ ໄດ້ຊົມໃຊ້ນະໂຍບາຍບຸລິມະສິດ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ແຕ່ລະປີ, ລັດ ໄດ້ສະຫງວນງົບປະມານກ່ວາ 10.000 ຕື້ດົ່ງ ເພື່ອຮັບປະກັນລະບົບ, ນະໂຍບາຍ, ອຸດໜູນ, ເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບໃຫ້ຜູ້ປະສົບເຄາະຮ້າຍຕ່າງໆ. ຍ້ອນສິ່ງດັ່ງກ່າວນັ້ນ, ບັນດາລະບອບບຸລິມະສິດຕໍ່ກັບຜູ້ເຄື່ອນໄຫວຕໍ່ຕ້ານທີ່ຕິດທາດພິດສີສົ້ມ, ທາດເຄມີ, ລູກຂອງເຂົາເຈົ້າໄດ້ປະຕິບັດນັບມື້ນັບຄົບຖ້ວນ, ເປັນຕົ້ນແມ່ນໄດ້ຮັບເງິນອຸດໜຸນໃນແຕ່ລະເດືອນ, ອອກບັດປະກັນສຸຂະພາບໂດຍບໍ່ເສຍຄ່າ, ຜ່າຕັດສັນຍະກຳ, ຟື້ນຟູສະມັດຕະພາບ, ໜູນຊ່ວຍການຮຽນວິຊາຊີບ, ສ້າງວຽກເຮັດງານທຳ, ຍົກເວັ້ນຫຼຸດຜ່ອນລາຄາປີ້ບໍລິເວນເມື່ອເຂົ້າຮ່ວມການການສັນຈອນໄປມາ… ມີຄົນພິການປະເພດໜັກນັບຫຼາຍຮ້ອຍເທື່ອຄົນ, ໃນນັ້ນມີຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ, ໄດ້ຜ່າຕັດສັນຍະກຳ, ຟື້ນຟູສະມັດຕະພາບ, ມີເດັກນ້ອຍພິການຫຼາຍສິບພັນຄົນ, ໃນນັ້ນມີເດັກນ້ອຍຖືກຜົນສະທ້ອນຕາມມາທາງອ້ອມຈາກທາດພິດສີສົ້ມ/ດີໂອຊິນ ໄດ້ໄປຮຽນຢູ່ໂຮງຮຽນທົ່ວໄປ ແລະ ໂຮງຮຽນສະເພາະແຫ່ງຕ່າງໆ. ກ່າວຄຳເຫັນທີ່ການເຮັດວຽກກັບຜູ້ຕາງໜ້າສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ສະມາຄົມຜູ້ປະສົບເຄາະຮ້າຍທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (ເດືອນກໍລະກົດ 2021), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັ້ກວ່າ:

        ນີ້ແມ່ນນະໂຍບາຍທີ່ມີຄວາມສຳຄັນທີ່ສຸດ. ຖ້າພວກເຮົາປະພຶດຕໍ່ຜູ້ທີ່ໄດ້ປະກອບສ່ວນໃຫ້ແກ່ການຕໍ່ຕ້ານໃນປັດຈຸບັນດີຄືແນວໃດ ພື້ນຖານການປົກປັກຮັກສາປະເທດຊາດແມ່ນຈະດີຄືແນວນັ້ນ. ພັກ, ລັດ, ປະຊາຊົນ ໄດ້ເອົາໃຈໃສ່ຕໍ່ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ປະສົບເຄາະຮ້າຍທາດພິດສີສົ້ມ. ສະນັ້ນ, ບັນດາຜູ້ບໍລິຫານປະເທດຊາດ, ທຸກຂັ້ນ, ທຸກຂະແໜງການຕ້ອງຖືນີ້ແມ່ນໜ້າທີ່ສຳຄັນ.

ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ

ບັນດາຂະບວນການກະທຳ, ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໄດ້ແຜ່ຂະຫຍາຍຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໄດ້ດຶງດູດຄວາມສົນໃຈ, ຕອບສະໜອງຢ່າງຕັ້ງໜ້າຂອງວົງຄະນະຍາດສັງຄົມ, ຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ໃນແຕ່ລະປີ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ທຸກຂັ້ນໄດ້ປຸກລະດົມ, ຂົນຂວາຍແຫຼ່ງກຳລັງສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍມູນຄ່ານັບຫຼາຍຮ້ອຍຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກພິດສີສົ້ມ/ ດີໂອຊິນ ປຸກສ້າງເຮືອນຢູ່, ສ້ອມແປງເຮືອນຊານ, ຫ້ອງຮົມຢາກຳຈັດທາດພິດ, ຟື້ນຟູສະມັດຕະພາບ, ກວດ ແລະ ປິ່ນປົວພະຍາດ, ສອນວິຊາຊີບ, ລ້ຽງດູ, ໜູນຊວ່ຍທຶນການສຶກສາ, ໃຫກູ້້ຢື່ມທຶນທຳການຜະລິດ, ມອບລົດລໍ້, ລົດຄົນພິການ… ພ້ອມດ້ວຍຫຼາຍໂຄງການສ້າງບັນດາສູນຊ່ວຍເຫຼືອສັງຄົມ…ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ຫວຽດນາມ ໄດ້ປຸກລະດົມ, ຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນຢູ່ພາຍໃນ ແລະ ຕ່າງປະເທດສະໜັບສະໜູນເງິນໄດ້ຈຳນວນກ່ວາ 200 ຕື້ດົ່ງ. ຈາກແຫຼ່ງເງິນຂົນຂວາຍດັ່ງກ່າວ, ມີຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ໄດ້ຊົມໃຊ້ນັບຫຼາຍລ້ານເທື່ອຄົນ.

        ປັດຈຸບັນ, ທົ່ວປະເທດມີ 12 ບ້ານສັນຕິພາບ, ບ້ານມິດຕະພາບ ແລະ ຫຼາຍສູນລ້ຽງດູເດັກນ້ອຍພິການ, ຕາມຮູບການລວມສູນ ຫຼືເຄິ່ງກິນນອນ, ລ້ຽງດູຜູ້ປະສົບເຄາະຮ້າຍນັບຫຼາຍພັນຄົນ, ເປັນຕົ້ນແມ່ນເດັກນ້ອຍທີ່ມີຮູບຮ່າງຜິດປົກກະຕິ, ພິການ ຍ້ອນຜົນສະທ້ອນຈາກທາດພິດສີສົ້ມ/ດີໂອຊິນ. 26 ສູນຊ່ວຍເຫຼືອສັງຄົມໄດ້ປະຕິບັດຫ້ອງຮົມຢາຂັບໄລ່ທາດພິດ, ຟື້ນຟູສະມັດຕະພາບ, ສອນວິຊາຊີບ, ລ້ຽງດູ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ເປັນປະຈຳ ຫຼືເຄິ່ງກິນນອນ. ສູນໃຫ້ຄຳປຶກສາດ້ານສຸຂະພາບຈະເລີນພັນກຳມະພັນ ຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ ແລະ ກຳລັງເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອຫຼຸດຜ່ອນອັນຕາສ່ວນເກີດລູກພິການ. ມີບາງທ້ອງຖິ່ນກໍ່ໄດ້ດຳເນີນການສຳຫຼວດຄວາມເສຍຫາຍທາງດ້ານຈິດຕະ ແລະ ການໜູນຊ່ວຍດ້ານຈິດຕະໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ.

        ພັກ, ລັດ ຫວຽດນາມ ໄດ້ກຳນົດວຽກງານເບິ່ງແຍງດູແລ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ /ດີໂອຊິນ ເປັນບັນຫາຍາວນານ, ມີຄວາມສຳຄັນ ແລະ ຮີບດ່ວນ. ເລື່ອງອຳນາດການປົກຄອງທຸກຂັ້ນມີມາດຕະການຢ່າງລະອຽດ, ສັງຄົມຮ່ວມແຮງຮ່ວມໃຈສະໜັບສະໜູນຈະປະກອບສ່ວນໃຫ້ແກ່ການປະຮັບກັນຜົນປະໂຫຍດດີທີ່ສຸດໃຫ້ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ