ເບື້ອງຫຼັງ​ຂໍ້​ຕົກ​ລົງ​ຢຸດ​ຕິ​​ໜ້າ​ທີ່​ຕໍ່​ສູ້​ຂອງ ອາ​ເມ​ລິ​ກາ ຢູ່ ອີ​ຣັກ

(VOVWORLD) -ວັນທີ 26 ກໍລະກົດຜ່ານມາ,  ອຳນາດການປົກຄອງ ອາເມລິກາ ຕົກລົງຈະຢຸດຕິໜ້າທີ່ຕໍ່ສູ້ຂອງກອງທັບປະເທດນີ້ຢູ່ສະໜາມຮົບ ອີຣັກ ຢ່າງສີ້ນເຊິງໃນທ້າຍປີ 2021, ອັນໄດ້ຍົກເລິກບັ້ນຮົບຜັນຂະຫຍາຍກຳລັງທະຫານຢູ່ຕ່າງປະເທດ ທີ່ໄດ້ແກ່ຍາວໃນເກືອບ 2 ທົດສະວັດຢ່າງເປັນທາງການ. ແຕ່ວ່າ ນີ້ບໍ່ແມ່ນການຕົກລົງຖອນທະຫານພຽງລຳພັງຝ່າຍດຽວ ຄືດັ່ງວິທີສຳຜັດເພື່ອສີ້ນສຸດການສູ້ຮົບຢູ່ ອາບການີສະຖານ, ຫາກແມ່ນຜ່ານຂໍ້ຕົກລົງລະອຽດລະຫວ່າງ ອາເມລິກາ ແລະ ອີຣັກ, ຊື່ງແມ່ນບາດກ້າວເດີນທີ່ຖືກຖືວ່າ ໄດ້ນຳມາເຊິ່ງບັນດາການຄິດໄລ່ຊັ່ງຊາທີ່ມີຜົນປະໂຫຍດຍຸດທະສາດຈາກທັງສອງຝ່າຍ.
ເບື້ອງຫຼັງ​ຂໍ້​ຕົກ​ລົງ​ຢຸດ​ຕິ​​ໜ້າ​ທີ່​ຕໍ່​ສູ້​ຂອງ ອາ​ເມ​ລິ​ກາ ຢູ່ ອີ​ຣັກ - ảnh 1

 ປະທານາທິບໍດີ ອາເມລິກາ Joe Biden ພົບປະກັບນາຍົກລັດຖະມົນຕີ ອີຣັກ Mustafa al-Kadhimi ເມື່ອວັນທີ 26/7 (ພາບ: The New York Times)

ຂໍ້ຕົກລົງໄດ້ຍົກອອກມາພາຍຫຼັງທີ່ປະທານາທິບໍດີ ອາເມລິກາ Joe Biden ແລະ ນາຍົກລັດຖະມົນຕີ ອີຣັກ Mustafa al-Kadhimi ບັນລຸໄດ້ຂໍ້ຕົກລົງທາງການ ກ່ຽວກັບການສີ້ນສຸດການຕໍ່ສູ້ຂອງກອງທັບ ອາເມລິກາ ຢູ່ ອີຣັກ ໃນການເຈລະຈາໂດຍກົງຢູ່ ວໍຊິງຕັນ ປະເທດ ອາເມລິກາ ເມື່ອວັນທີ 26 ກໍລະກົດ ທີ່ຜ່ານມາ. ດ້ວຍຂໍ້ຕົກລົງນີ້, ອາເມລິກາ ຈະສີ້ນສຸດບັ້ນຜັນຂະຫຍາຍກຳລັງສູ້ຮົບທີ່ແກ່ຍາວເປັນເວລາ 18 ປີຢູ່ ອີຣັກ. ແຕ່ວ່າ ອາເມລິກາ ຍັງຈະຮັກສາການພົວພັນ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ອີຣັກ ພາຍຫຼັງທີ່ໄດ້ຖອນທະຫານ, ເພື່ອແນໃສ່ຮັບໃຊ້ໃຫ້ແກ່ບັນດາຜົນປະໂຫຍດຫຼັກແຫຼ່ງຂອງຕົນ.

ອາເມລິກາ ຍັງຢາກຮັກສາການພົວພັນຮ່ວມມຶດ້ານການທະຫານກັບ ອີຣັກ ຢ່າງແໜ້ນແຟ້ນ

   ຕາມບັນດາການວິເຄາະແລ້ວ, ອາເມລິກາ ຢາກສ້າງຂໍ້ຕົກລົງທາງການກັບ ອີຣັກ ຜ່ານການເຈລະຈາ ຫາກບໍ່ແມ່ນອອກຄຳຕັດສິນພຽງລຳພັງຝ່າຍດຽວ ສຳລັບການຢຸດຕິໜ້າທີ່ຕໍ່ສູ້ຢູ່ ອີຣັກ ແມ່ນເພື່ອຮັບໃຊ້ບັນດາການຄິດໄລ່ຊັ່ງຊາຍຸດທະສາດຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງປະເທດ ອາຣັບນີ້ ກໍ່ຄືທົ່ວພາກພື້ນ. ຕາມນັ້ນແລ້ວ, ອຳນາດການປົກຄອງ ອາເມລິກາ ຢາກໃຫ້ ອີຣັກ ແມ່ນບ່ອນອີງໃຫ້ແກ່ຄວາມສະຖຽນລະພາບຢູ່ ຕາເວັນອອກກາງ. ຍ້ອນວ່າ ປະເທດ ອີຣັກ ແມ່ນປະເທດທີ່ມີຄວາມສະຖຽນລະພາບ ຕາມການຄິດໄລ່ຂອງ ວໍຊິງຕັນ ບໍ່ພຽງແຕ່ມີຜົນປະໂຫຍດໃຫ້ແກ່ເລື່ອງ ອາເມລິກາ ສຳຜັດບັນດາແຫຼ່ງຊັບພະຍາກອນທີ່ອຸດົມສົມບູນຂອງ ອີຣັກ ເທົ່ານັ້ນ, ຫາກຍັງຈຳເປັນໃຫ້ແກ່ການຮັບປະກັນການຮັກສາຜົນສະທ້ອນຂອງ ອາເມລິກາ ຢູ່ ຕາເວັນອອກກາງ ອີກດ້ວຍ.

ເບື້ອງຫຼັງ​ຂໍ້​ຕົກ​ລົງ​ຢຸດ​ຕິ​​ໜ້າ​ທີ່​ຕໍ່​ສູ້​ຂອງ ອາ​ເມ​ລິ​ກາ ຢູ່ ອີ​ຣັກ - ảnh 2

  (ພາບ: ກອງທັບອາເມລິກາ/ Spc. Jensen Guillory )

ເປັນທີ່ຈະແຈ້ງແລ້ວວ່າ ເມື່ອທຽບກັບຂໍ້ຕົກລົງຖອນທະຫານອອກຈາກສະໜາມຮົມຂອງ ອາບການນີສະຖານ, ວິທີສຳຜັດຂອງອຳນາດການປົກຄອງ ອາເມລິກາ ໃນບັນຫາສີ້ນສຸດການເຂົ້າຮ່ວມສົງຄາມ ອີຣັກ ໄດ້ມີຄວາມແຕກຕ່າງກັນອັນໃຫ່ຍຫຼວງ. ຕາມນັ້ນແລ້ວ, ອາເມລິກາ ຢາກຊອກຫາການພົວພັນຄູ່ຮ່ວມມືດ້ານການທະຫານອັນຍາວນານກັບ ອີຣັກ. ສິ່ງດັ່ງກ່າວແມ່ນການອະທິບາຍວ່າ ເປັນຫຍັງ ປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຮ່ວມມືກັບ ອີຣັກ ໃນບັນດາວຽກງານຝຶກຊ້ອມ, ໜູນຊ່ວຍກອງທັບ ອີຣັກ ຮັບມືກັບອົງການແຫ່ງລັດ ອິດສະລາມ ອ້າງຊື່ເອງ (IS)… ຫຼືເວົ້າແນວອື່ນ, ວໍຊິງຕັນ ບໍ່ຢາກຕັດຂາດ, ກົງກັນຂ້າມແມ່ນຍັງຢາກຮັກສາສາຍພົວພັນດ້ານການທະຫານອັນແໜ້ນແຟ້ນກັບ ອີຣັກ.

ການເປີດສາກໃໝ່ໃຫ້ແກ່ ອີຣັກ

  ສ່ວນສຳລັບຝ່າຍ ອີຣັກ, ເລື່ອງບັນລຸໄດ້ຂໍ້ຕົກລົງວ່າດ້ວຍການຖອນກຳລັງທະຫານ ຕາມຂັ້ນຕອນລະອຽດກັບ ອາເມລິກາ ຖືກຖືວ່າ ແມ່ນໄຊຊະນະດ້ານການເມືອງ ແລະ ການທູດທີ່ສຳຄັນຂອງອຳນາດການປົກຄອງນາຍົກລັດຖະມົນຕີ Mustafa al-Kadhimi. ຄວາມຈິງແລ້ວ, ທ່ານນາຍົກລັດຖະມົນຕີ Mustafa al-Kadhimi ພວມໄດ້ຮັບກຳລັງກົດດັນອັນໃຫ່ຍຫຼວງ ຈາກບັນດາກຳລັງການເມືອງນິຍົມ ອີຣັກ ໃນລັດຖະບານ. ບັນດາກຳລັງນີ້ ໄດ້ກໍ່ກຳລັງກົດດັນຢ່າງລຽນຕິດ, ຮຽກຮ້ອງໃຫ້ຍົກເລິກການມີໜ້າຂອງກຳລັງຕ່າງປະເທດ ຊື່ງນຳໜ້າແມ່ນທະຫານ ອາເມລິກາ ຢູ່ ອີຣັກ ຢ່າງສີ້ນເຊິງ. ດ້ວຍຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ນັ້ນ, ອຳນາດການປົກຄອງ ອີຣັກ ທັງຕອບສະໜອງໄດ້ບັນດາຄຳຮຽກສິດຂອງບັນດາກຳລັງຝ່າຍຄ້ານ, ທັງຮັບປະກັນຍັງມີການໜູນຊ່ວຍດ້ານຄວາມໝັ້ນຄົງ ແລະ ການທະຫານອັນສຳຄັນຈາກ ອາເມລິກາ ໃນການຕ້ານການກໍ່ການຮ້າຍ, ນຳໜ້າແມ່ນ IS.  ກ້ວາງກ່ວາອີກ, ແມ່ນອາດຈະຖືລັດຖະບານຂອງ ນາຍົກລັດຖະມົນຕີ Mustafa al-Kadhimi ໄດ້ສ້າງຄວາມດຸ່ນດ່ຽງອັນຈຳເປັນໃນເບື້ອງຕົ້ນ ໃນການພົວພັນກັບທັງ ອາເມລິກາ ແລະ ອີຣານ.

    ແຕ່ເຖິງຢ່າງໃດກໍ່ຕາມ, ນີ້ພຽງແຕ່ແມ່ນບາດກ້າວເດີນທຳອິດເທົ່ານັ້ນ, ຫາກບໍ່ແມ່ນການຮັບປະກັນອັນແນ່ນອນ ແລະ ຈະແຈ້ງໃຫ້ແກ່ອະນາຄົດທີ່ເປັນປົກກະຕິຂອງປະເທດ ອີຣັກ. ມີຫຼາຍເຫດຜົນເພື່ອວິຕົກກັງວົນ ກ່ຽວກັບບັນດາຄວາມສ່ຽງທີ່ອາດຈະເກີດຂຶ້ນຢູ່ປະເທດເຂດອ່າວນີ້ ໃນໄລຍະຫຼັງການຖອນທະຫານຂອງ ອາເມລິກາ ຢ່າງສີ້ນເຊິງ. ທຳອິດແມ່ນການແບ່ງແຍກອັນເລິກເຊິ່ງພາຍໃນບັນດາກຳລັງ ແລະ ພັກຝ່າຍການເມືອງຢູ່ ອີຣັກ ແຕ່ຫຼາຍປີຜ່ານມາ.

 ຕໍ່ຈາກນັ້ນແມ່ນຄວາມຈຳກັດດ້ານຄວາມສາມາດຮັບມືກັບວິກິດການຂອງລັດຖະບານ ແລະ ບັນດາກຳລັງຄວາມໝັ້ນຄົງ ອີຣັກ, ຂະນະທີ່ບັນດາກຳລັງການເງິນພວມນັບມື້ນັບບົກແຫ້ງ ຍ້ອນໄພສໍ້ລາດບັງຫຼວງ, ສະພາບຂາດສະຖຽນລະພາບ ກໍ່ຄືການກະທົບຂອງໂລກລະບາດໂຄວິດ 19.  ໃນຂະນະນັ້ນ, IS ພວມສະແດງໃຫ້ເຫັນຄວາມສາມາດ ແລະ ການລຸກຂຶ້ນຢ່າງແຮງຢູ່ ອີຣັກ ໃນໄລຍະຜ່ານມາ, ຜ່ານບັນດາການບຸກໂຈມຕີຢ່າງລຽນຕິດ ແນໃສ່ບັນດາຜົນປະໂຫຍດຂອງ ອາເມລິກາ ກໍ່ຄືບັນດາເປົ້າໝາຍຂອງລັດຖະບານ ອີຣັກ.

   ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ນັກຊ່ຽວຊານພາກພື້ນຫຼາຍທ່ານໄດ້ກ່າວເຕືອນວ່າ: ລັດຖະບານ ອີຣັກ ຄວນເບິ່ງບົດຮຽນຕົວຈິງທີ່ພວມເກີດຂຶ້ນຢູ່ ອາບການນີສະຖານ, ເພື່ອມີການກະກຽມອັນຈຳເປັນໃຫ້ແກ່ອະນາຄົດອັນໃກ້ໆຂອງປະເທດນີ້ ໃນສະພາບການດ້ານການເມືອງ ແລະ ການທະຫານໃນພາກພື້ນທີ່ສັບສົນໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ