ເພິ່ມຄວາມໄວໃນການຫັນເປັນດີຈີຕອນ - ຈຸດພົ້ນເດັ່ນຂອງ ຫວຽດນາມ ໃນຕົ້ນປີ 2020

(VOVWORLD) - ເຕັກໂນໂລຊີດີຈີຕອນໄດ້ໜູນຊ່ວຍ, ຊຸກຍູ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຍູ້ຖອຍໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນທີ່ສຸດ.

ໂລກລະບາດໂຄວິດ-19 ແມ່ນໜຶ່ງໃນບັນດາປັດໄຈຍູ້ໄວວິວັດການຫັນປ່ຽນສູ່ດີຈີຕອນຢູ່ ຫວຽດນາມ. ລັດຖະບານ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການ, ວິສາຫະກິດ ໄດ້ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ. ເພີ່ມຄວາມໄວໃນການຫັນປ່ຽນສູ່ດີຈີຕອນ ແມ່ນຈຸດພົ້ນເດັ່ນຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2020.

ເພິ່ມຄວາມໄວໃນການຫັນເປັນດີຈີຕອນ - ຈຸດພົ້ນເດັ່ນຂອງ  ຫວຽດນາມ ໃນຕົ້ນປີ 2020 - ảnh 1 (ພາບປະກອບ)

        ໃນໄລຍະເກີດໂລກລະບາດໂຄວິດ-19 ແຜ່ລະບາດ, ມີຫລາຍຂະແໜງການ, ຫລາຍວິສາຫະກິດຂອງ ຫວຽດນາມ ໄດ້ປ່ຽນແປງຮູບການເຄື່ອນໄຫວ ດ້ວຍວິທີການໝູນໃຊ້ເຕັກໂນໂລຊີດີຈີຕອນ ເພື່ອຮັບປະກັນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ໃນວິວັດການຫັນປ່ຽນສູ່ດີຈີຕອນ, ມີຫລາຍຮູບການເສດຖະກິດໄດ້ຮັບການແບ່ງປັນ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ສ້າງບາດກ້າວບຸກທະລຸກ່ຽວກັບສະມັດຕະພາບແຮງງານ, ປັບປຸງກຳລັງຄວາມສາມາດໃນການຄຸ້ມຄອງ, ຫັນຮູບແບບດຳເນີນທຸລະກິດໃຫ້ດີທີ່ສຸດ. ເພາະສະນັ້ນ, ບັນດາຮູບແບບເສດຖະກິດໃນພື້ນຖານດີຈີຕອນຈຶ່ງມີຄວາມໝັ້ນຄົງ, ຊ້ຳບໍ່ໜຳ ຍັງພັດທະນາໃນໄລຍະເກີດໂລກລະບາດໂຄວິດ-19 ຢ່າງບໍ່ຢຸດຢັ້ງ, ຄືດັ່ງຄຳແບ່ງປັນຂອງທ່ານ ຫງວຽນຊວັນເຈື່ອງ, ອະດີດຫົວໜ້າສູນບໍລິການໂອນເງິນ Momo ທີ່ວ່າ.

        “ໃນໄລຍະເກີດໂລກລະບາດໂຄວິດ-19 ອາດເຫັນໄດ້ວ່າ ຜູູ້ຄົນທັງຫລາຍ ຈະເຮັດວຽກຢູ່ເຮືອນ. ພື້ນຖານດີຈີຕອນມີຄວາມແຕກຕ່າງໂດຍພື້ນຖານ ເມື່ອທຽບໃສ່ອັນທີ່ເປັນປະເພນີ ນັ້ນແມ່ນໄດ້ໝູນໃຊ້ກຳລັງແຮງຈາກເຕັກໂນໂລຊີ. ເຕັກໂນໂລຊີຊ່ວຍໃຫ້ບໍລິສັດພັດທະນາໃນໄລຍະສັ້ນໄວທີ່ສຸດ. ນີ້ແມ່ນຮູບພາບຂອງພື້ນຖານເຕັກໂນໂລຊີ ໄດ້ກະທົບໃສ່ພື້ນຖານເສດຖະກິດຫລາຍທີ່ສຸດ ແລະ ສ້າງບັນດາແຮງງານໃໝ່.

        ເຕັກໂນໂລຊີດີຈີຕອນໄດ້ໜູນຊ່ວຍ, ຊຸກຍູ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການຍູ້ຖອຍໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນທີ່ສຸດ. ໃນໄລຍະເວລານີ້, ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານໄດ້ປະຕິບັດການຝຶກຊ້ອມຕົວຈິງຄັ້ງໃຫຍ່ ດ້ວຍການເຂົ້າຮ່ວມຂອງວິສະວະກອນ 1000 ຄົນທີ່ມາຈາກບັນດາວິສາຫະກິດພັດທະນາໂປແກມຮັບໃຊ້ໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ຫລາຍກ່ວາ 20 ໂປແກມ. ອັດຕາການບໍລິການສາທາລະນະອອນລາຍໃນທຸກຂົງເຂດເສດຖະກິດ-ສັງຄົມຢູ່ລະດັບ 3, ລະດັບ 4 ກໍ່ເພີ່ມຂຶ້ນສູງໃນໄລຍະເກີດໂລກລະບາດໂຄວິດ-19. ພິເສດແມ່ນ ກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງສາທາລະນະສຸກ ໄດ້ສ້າງການບໍລິການສາທາລະນະທາງອອນລາຍລະດັບ 4 ໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໄດ້ສຳເລັດ 100%. ກ່ຽວກັບດ້ານເຕັກໂນໂລຊີ, ບັນດາວິສະວະກອນ ຫວຽດນາມ ໄດ້ເປັນເຈົ້າການໃນການລົງທຶນ, ຄົ້ນຄວ້າຜະລິດຕະພັນ, ບັນດາເຄື່ອງອຸປະກອນເຄືອຂ່າຍໂທລະຄົມມະນາຄົມລະບົບ 5ຈີ, ຄາດຄະເນວ່າ ບາງເຄື່ອງອຸປະກອນລະບົບ 5ຈີ ທີ່ມີເຄື່ອງໝາຍການຄ້າ ຫວຽດນາມ ຈະຖືກນຳມາຂາຍໃນຕະຫລາດໃນທ້າຍປີນີ້.

        ຫວຽດນາມ ໄດ້ ແລະ ພວມສຸມໃສ່ຜັນຂະຫຍາຍມະຕິເລກທີ 749 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່ຽວກັບ “ໂຄງການຫັນປ່ຽນສູ່ດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”. ນີ້ແມ່ນໜ້າທີ່ຈຸດສຸມໃນການ ໃຫ້ບຸລິມະສິດຜັນຂະຫຍາຍໃນທົ່ວຂະແໜງຖະແຫຼງຂ່າວ ແລະ ສື່ສານ ເພື່ອແນໃສ່ນຳການຫັນປ່ຽນສູ່ດີຈີຕອນແຫ່ງຊາດມາໃຫ້ທຸກຄົນ, ທຸກແຫ່ງຫົນຂອງຊີວິດສັງຄົມ. ທ່ານ ຟານເຕິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງໄດ້ກຳນົດພື້ນຖານໂຄງລ່າງໂທລະຄົມມະນາຄົມລຸ້ນໃໝ່ ນັ້ນແມ່ນພື້ນຖານໂຄງລ່າງທີ່ມີຄວາມສຳຄັນທີ່ສຸດ ນັບແຕ່ນີ້ຈົນໄປຮອດທ້າຍປີ 2020. ກະຊວງຈະໜູນຊ່ວຍ, ແນະນຳ ເພື່ອໃຫ້ 100% ບັນດາທ້ອງຖິ່ນພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມລຸ້ນໃໝ່ ໃນນັ້ນ ຍົກອັດຕາການນຳໃຊ້ພື້ນຖານໂຄງລ່າງລວມຂຶ້ນປະມານ 20% ໃນປີນີ້. ກະຊວງກໍ່ອະນຸຍາດໃຫ້ບັນດາວິສາຫະກິດໂທລະຄົມມະນາຄົມ ຜັນຂະຫຍາຍການສະໜອງການບໍລິການລະບົບ 5ຈີ.

        ຕາມໂຄງການຫັນປ່ຽນສູ່ດີຈີຕອນແຫ່ງຊາດແລ້ວ, ຮອດປີ 2025, ເປົ້າໝາຍຂອງ ຫວຽດນາມ ແມ່ນຕ້ອງບັນລຸໄດ້ 80% ການບໍລິການສາທາລະນະອອນລາຍລະດັບ 4, ຕົ້ນຕໍແມ່ນນຳໃຊ້ຜ່ານໂທລະສັບມືຖື. ພິເສດ, 50% ການເຄື່ອນໄຫວກວດກາ, ຄຸ້ມຄອງລັດໄດ້ປະຕິບັດດ້ວຍຮູບການທາງອອນລາຍ. ນີ້ແມ່ນໜຶ່ງໃນບັນດາເປົ້າໝາຍ ແນໃສ່ຍົກສູງລັກສະນະໂປ່ງໃສ, ຫລຸດຜ່ອນການສໍ້ລາດບັງຫລວງ, ຍົກສູງປະສິດທິຜົນໃນການກວດກາຂອງການຄຸ້ມຄອງລັດ. ທ່ານ ຫງວຽນຮຸຍຢຸງ, ຫົວໜ້າກົມຄອມພິວເຕີ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ຽວກັບການພັດທະນາເສດຖະກິດດີຈີຕອນ ພວກເຮົາໄດ້ວາງເປົ້າໝາຍເສດຖະກິດດີຈີຕອນ ໃຫ້ກວມເອົາອັດຕາສ່ວນປະມານ 20% GDP, ປະຈຸບັນແມ່ນ 8%. ພວກເຮົາສູ້ຊົນປະຕິບັດອັດຕາສ່ວນເສດຖະກິດດີຈີຕອນ ໃນແຕ່ລະຂະແໜງການ, ຂົງເຂດຂຶ້ນໃຫ້ໄດ້ຢ່າງໜ້ອຍສຸດ 10%, ສະມັດຕະພາບແຮງງານນັບແຕ່ປີ 2023 ເປັນຕົ້ນໄປ ຈະໃຫ້ເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 7% ໃນແຕ່ລະປີ. ສຸດທ້າຍ ຫັນເປົ້າໝາຍສັງຄົມດີຈີຕອນເປັນລະອຽດ ນັ້ນແມ່ນແຕ່ລະຄອບຄົວມີສາຍໃຍແກ້ວ, ປະຊາຊົນແຕ່ລະຄົນມີສະມາດໂຟນໃຊ້. ຖືນີ້ແມ່ນພາຫະນະເຂົ້າໂລກດີຈີຕອນຕົ້ນຕໍຂອງແຕ່ລະຄົນ ແລະ ຊຳລະເອເລັກໂຕນິກໂດຍບໍ່ນຳໃຊ້ເງິນສົດ ກວມເອົາ 50% ຍອດຈຳນວນການຊຳລະເງິນ.

        ການຫັນປ່ຽນສູ່ດີຈີຕອນ ເຮັດໃຫ້ປະເທດຊາດພັດທະນາຢ່າງວ່ອງໄວກ່ວາ, ສັງຄົມມີສະຖຽນລະພາບກ່ວາ, ຮັບໃຊ້ປະຊາຊົນເປັນຢ່າງດີກ່ວາ, ເສີມຂະຫຍາຍສິດເປັນເຈົ້າຕົນເອງຂອງປະຊາຊົນໄດ້ຫລາຍກ່ວາ. ພິເສດແມ່ນ ກິດຈະການຫັນປ່ຽນສູ່ດີຈີຕອນຂອງ ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງ. ສະນັ້ນ, ການພັດທະນາລັດຖະບານເອເລັກໂຕນິກ ຫຼື ເພີ່ມທະວີການຫັນປ່ຽນສູ່ດີຈີຕອນ ລ້ວນແຕ່ເພື່ອແນໃສ່ຈຸດປະສົງຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນທີ່ສຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ