ເພີ່ມທະວີການພັດທະນາຕະຫລາດ ເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍຄວບຄູ່

(VOVWORLD) - ຫວຽດນາມ ພວມຜັນຂະຫຍາຍການປະຕິບັດ2ເປົ້າໝາຍຄວບຄູ່ ນັ້ນແມ່ນການປ້ອງກັນສະກັດກັ້ໂລກລະບາດ Covid-19 ຢ່າງມີປະສິດທິຜົ ແລະ ຮັບປະກັນໃຫ້ບັນລຸໄດ້ບັນດາເປົ້າໝາຍການເຕີບໂຕເສດຖະກິດສັງຄົມ

ເພື່ອປະຕິບັດໜ້າທີ່ນີ້ ຂະແໜງອຸດສາຫະກຳ-ການຄ້າ ແລະ ບັນດາວິສາຫະກິດ ພວມມານະພະຍາຍາມພັດທະນາຕະຫລາດສົ່ງອອກ ພ້ອມທັງເຮັດໃຫ້ຕະຫລາດພາຍໃນເປັນປົກກະຕິ ເພືຶ່ອຮັບປະກັນໃຫ້້ານການຄ້າ ປະກອບສ່ວນ ສຳຄັນເຂົ້າໃນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2020.

ເພີ່ມທະວີການພັດທະນາຕະຫລາດ ເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍຄວບຄູ່ - ảnh 1 ເພີ່ມທະວີການພັດທະນາຕະຫລາດ ເພື່ອຮັບປະກັນໃຫ້ບັນລຸໄດ້ເປົ້າໝາຍຄວບຄູ່ (ພາບປະກອບ)

        ຕາມກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ເຖິງວ່າໂລກລະບາດ Covid-19 ສືບຕໍ່ມີການຜັນແປຢ່າງສັບສົນ, ເຮັດໃຫ້ການຜະລິດ, ການຈະລະຈອນ ສິນຄ້າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ການເຕີບໂຕນຳເຂົ້າ - ສົ່ງອອກໃນ 2 ເດືອນຕົ້ນປີຂອງ ຫວຽດນາມ ຍັງບັນລຸໄດ້ 8,4% ສູງກ່ວາ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາການຜັນແປໃໝ່ຂອງສະພາບການໂລກລະບາດ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຂໍ້ສັງເກດວ່າ ດ້ານການຄ້າສາກົນ ຈະປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງໃນໄລຍະຈະມາເຖິງ.

        ສະຫງວນບຸລິມະສິດສູງໃຫ້ແກ່ການພັດທະນາຕະຫລາດຕ່າງປະເທດ

       ໃນສະພາບຕົວຈິງແລ້ວ, ໂຄງປະກອບປະເພດສິນຄ້ານຳເຂົ້າ-ສົ່ງອອກຂອງ ຫວຽດນາມ ໃນ 2 ເດືອນຕົ້ນປີ ກໍ່ມີບັນດາການປ່ຽນແປງ, ໃນນັ້ນ ວົງເງິນສົ່ງອອກຂອງບັນດາປະເພດສິນຄ້າຄື: ຜະລິດຕະພັນກະເສດ, ສິນໃນນ້ຳ ເຊິ່ງເຄີຍແມ່ນທ່າແຮງຂອງ ຫວຽດນາມ, ລ້ວນແຕ່ໄດ້ຫລຸດລົງ. ຜູ້ນຳຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ອົງການທີ່ກ່ຽວຂ້ອງ ຈົ່ງຮີບເຮັ່ງຕີລາຄາ ແລະ ສ້າງແຜນການຮັບມືຕໍ່ບັນດາການຜັນແປໃໝ່ຂອງຕະຫລາດທີ່ພວມ ແລະ ອາດຈະຜັນແປຢ່າງສັບສົນກ່ຽວກັບໂລກລະບາດດັ່ງກ່າວ, ພິເສດແມ່ນບັນດາຕະຫລາດທີ່ເປັນຄູ່ຄ້າສົ່ງອອກໃຫຍ່ຂອງ ຫວຽດນາມ ຄື: ເອີຣົບ, ອາເມລິກາ ແລະ ບາງຕະຫລາດຢູ່ພາກພື້ນ ອາຊີ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ເນັ້ນໜັກວ່າ:

        “ກົມອຸດສາຫະກຳໄດ້ສົມທົບກັບກົມນຳເຂົ້າ-ສົ່ງອອກ ແລະ ກົມຕະຫລາດຕ່າງປະເທດ ເພື່ອຕີລາຄາບັນດາຜົນກະທົບທີ່ມີຕໍ່ລະບົບຂະແໜງສິນຄ້າຂອງຕົນ ແລະ ບັນດາກາໂອກາດສຳລັບບັນດາຕະຫລາດປ່ຽນແທນ, ບັນດາຕະຫລາດເພີ່ມເຕີມ ກໍ່ຄືບັນດາມາດຕະການແກ້ໄຂຢູ່ຕະຫລາດທີ່ພວມປະສົບກັບຄວາມຫຍຸ້ງຍາກ ເພື່ອສ້າງບັນດາແຜນການ, ມາດຕະການນັບແຕ່ນີ້ຈົນເຖິງທ້າຍປີ ເພື່ອຮັບປະກັນເປົ້າໝາຍລວໃນການຜະລິດ ແລະ ພັດທະນາຕະຫລາດ ກໍ່ຄືໃນການພັດທະນາຂອງລະບົບສະໜອງ, ພິເສດແມ່ນບັນດາຕະຫລາດຄື: .ເກົາຫຼີ, ຈີນ

        ໂດຍຜັນຂະຫຍາຍການປະຕິບັດໜ້າທີ່ນີ້, ກົມນຳເຂົ້າ-ສົ່ງອອກຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ດຳເນີນການກວດກາບັນດາຕະຫລາດຈຸດສຸມ, ເປັນຕົ້ນແມ່ນບັນດາຕະຫລາດທີ່ຍັງບໍ່ທັນໄດ້ຮັບຜົນສະທ້ອນຫຼາຍຈາກໂລກລະບາດ Covid-19, ເພື່ອເປີດກ້ວາງຕະຫລາດໃໝ່ໃຫ້ແກ່ວິສາຫະກິດ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ກໍ່ແນະນຳໃຫ້ບັນດາວິສາຫະກິດຜັນຂະຫຍາຍການສົ່ງອອກໄປຍັງຕະຫລາດ ຈີນ, ສ.ເກົາຫຼີ, ຍີ່ປຸ່ນຄືນໃໝ່ ໃນຂະນະທີ່ການຄວບຄຸມໂລກລະບາດຢູ່ບັນດາປະເທດດັ່ງກ່າວ ພວມຄ່ອຍໆດີຂຶ້ນກ່ວາ. ສຳລັບບັນດາຕະຫລາດສຳຄັນຂອງ ຫວຽດນາມ ແມ່ນ ອີຢູ, ອາເມລິກາ ແລະ ອາຊຽນ, ກົມຕ່າງໆຂອງກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຜັນຂະຫຍາຍບັນດາມາດຕະການລະອຽດໂດຍໄວ ເພື່ອຮັກສາເປົ້າໝາຍການສົ່ງອອກໃນສະພາບການຜັນແປຂອງໂລກລະບາດໃຫ້ມີຄວາມໝັ້ນຄົງ. ພິເສດ, ກະຊວງອຸດສາຫະກຳ ແລະ ການຄ້າກໍ່ວາງເປົ້າໝາຍສ້າງສຳເນົາເອກະສານໃຫ້ສຳເລັດໂດຍໄວ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາວ່າດ້ວຍການຄ້າເສລີ ຫວຽດນາມ - ສະຫະພາບ ເອີຣົບ (EVFTA) ເພື່ອແນໃສ່ຊຸກຍູ້ການນຳເຂົ້າ-ສົ່ງອອກພັດທະນາຢ່າງກ້າວກະໂດດຂັ້ນໃນຊຸມເດືອນທ້າຍປີ 2020.

        ເອົາໃຈໃສ່ສ້າງຕະຫລາດພາຍໃນປະເທໃຫ້ເປັນປົກກະຕິ

       ພ້ອມກັບເລື່ອງເອົາໃຈໃສ່, ໃຫ້ບຸລິມະສິດພັດທະນາຕະຫລາດຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຜັນຂະຫຍາຍບັນດາມາດຕະການ ເພື່ອສ້າງຕະຫລາດພາຍໃນປະເທດໃຫ້ເປັນປົກກະຕິ, ໃນນັ້ນ ພິເສດແມ່ນເອົາໃຈໃສ່ເຖິງບັນດາທ່າໄດ້ປຽບ ເມື່ອປະຕິບັດສັນຍາ EVFTA, ທັງຍາດແຍ່ງບັນດາກາລະໂອກາດໃຫ້ໄດ້ຢ່າງສຸດຂີດ, ຮ່ວມສຳພັນການຮ່ວມມື, ຍູ້ແຮງການສົ່ງອອກໄປຍັງຕະຫລາດ ອີຢູ, ທັງຮັບປະກັນກຳລັງແກ່ງແຍ້ງຢູ່ຕະຫລາດພາຍໃນ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນຕ໊ວນແອັງ ໄດ້ຮຽກຮ້ອງໃຫ້ບັນດາກົມ, ອົງການທີ່ກ່ຽວຂ້ອງ ຄຸ້ມຄອງແຕ່ລະຂົງເຂດຂະແໜງສິນຄ້າ ຕ້ອງກວດກາຄືນ, ບົນພື້ນຖານບັນດາຄຳໝັ້ນສັນຍາຂອງສັນຍາ EVFTA, ເພື່ອສ້າງໂຄງການດຳເນີນງານລະອຽດໃນການພັດທະນາຕະຫລາດພາຍໃນ.

        “ໂຄງປະກອບຂອງຕະຫລາດພາຍໃນ, ລະບົບແຈກຢາຍຂາຍຍ່ອຍ, ພື້ນຖານໂຄງລ່າງ ການຄ້າບັນດາບັນຫາໃຫຍ່ ຈະຮັບຜົນກະທົບຂອງການແກ່ງແຍ້ງຈາກລິດຕະພັນນຳເຂົ້າຈາກ ອີຢູ ແລະ ຈາກບັນດາຄູ່ຮ່ວມມ. ສະນັ້ນ, ພວມເຮົາ ບໍ່ພຽງແຕ່ສ້າງໂຄງປະກອບອຸດສາຫະກຳ, ກະສິກຳຄືນໃໝ່ເທົ່ານັ້ນ ຫາກຍັງສ້າງໂຄງປະກອບທັງດ້ານການຄ້າ, ການທ່ອງທ່ຽວຄືນໃໝ່ບັນດາຂົງເຂດທັງໝົດຂອງພື້ນຖານເສດຖະກິດອີດ້ວຍ.

        ໃນສະພາບການໂລກລະບາດແກ່ຍາວ ແລະ ສົ່ງຜົນສະທ້ອນເຖິງການຜະລິດ, ດຳເນີນທຸລະກິດຂອງບັນດາວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຫລຸດຜ່ອນລະບອບລະບຽບການບໍລິຫານລົງ, ດ້ວຍປະມານ 205 ເງື່ອນໄຂການລົງທຶນດຳເນີນທຸລະກິດໃນປີ 2020. ການນຳກະຊວງກໍ່ຮຽກຮ້ອງໃຫ້ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ ມີມາດຕະການໜູນຊ່ວຍວິສາຫະກິດ ຍູ້ແຮງການພັດທະນາພື້ນຖານໂຄງລ່າງການຄ້າເອເລັກໂຕນິກ ເພື່ອພັດທະນາລະບົບສະໜອງສິນຄ້າໃນຕະຫລາດພາຍໃນ.

        ໂລກລະບາດ Covid-19 ແມ່ນສິ່ງທ້າທາຍອັນໃຫຍ່ຫລວງສຳລັບການສົ່ງອອກຂອງ ຫວຽດນາມ ເວົ້າສະເພາະ ແລະ ການຄ້າ ຫວຽດນາມ ເວົ້າລວມ. ຄວາມຮຽກຮ້ອງຕ້ອງການວາງອອກແມ່ນ ບໍ່ວ່າໃນກໍລະນີໃດ ກໍ່ຕ້ອງໃຫ້ບຸລິມະສິດການພັດທະນາຕະຫລາດ, ເພື່ອໃຫ້ຂົງເຂດການຄ້າໄດ້ປະກອບສ່ວນເຂົ້າໃນການເຕີບໂຕ GDP. ມີມາດຕະການຢ່າງເໝາະສົມ ເພື່ອໜູນຊ່ວຍວິສາຫະກິດພັດທະນາການຜະລິດ, ໃຫ້ບຸລິມະສິດພັດທະນາຕະຫລາດຕ່າງປະເທດ, ສ້າງຕະຫລາດພາຍໃນປະເທດໃຫ້ເປັນປົກກະຕິ, ແມ່ນວິທີທີ່ ຫວຽດນາມ ຜັນຂະຫຍາຍການປະຕິບັດເປົ້າໝາຍການເຕີບໂຕເສດຖະກິດຕິດພັນກັບເສດຖະກິດມະຫາພາກໃຫ້ເປັນປົກກະຕິ ໃນສະພາບການໂລກລະບາດ Covid-19 ຍັງພວມຜັນແປ ຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ