ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດຮຸງກາຣີ

(VOVWORLD) -ການຢ້ຽມຢາມດຳເນີນໃນສະພາບທີ່ ໃນໄລຍະຜ່ານມາ ການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງຕັ້ງໜ້າ ນັບແຕ່ເມື່ອ 2 ຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ
ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດຮຸງກາຣີ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄປຢ້ຽມຢາມບໍລິສັດ Mirelite Mirsa
(ພາບ :quochoi.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ພວມໄປຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28 ມິຖຸນາ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຮຸງກາຣີ Laszlo Kover. ການໄປປະຕິບັດງານດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ແລະ ການພົວພັນອັນດີງາມລະຫວ່າງສະພາແຫ່ງຊາດ ຫວຽດນາມ - ຮຸງກາຣີ ເລິກເຊິງຂຶ້ນຕືື່ມ ໃນສະພາບທີ່ 2 ປະເທດພວມໃນໄລຍະຟື້ນຟູພັດທະນາເສດຖະກິດພາຍຫຼັງໂລກລະບາດໂຄວິດ-19.

ການຢ້ຽມຢາມດຳເນີນໃນສະພາບທີ່ ໃນໄລຍະຜ່ານມາ ການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງຕັ້ງໜ້າ ນັບແຕ່ເມື່ອ 2 ຝ່າຍຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມ ຮຸງກາຣີ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ (ປີ 2018), ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳ 2 ປະເທດໃນການຊຸກຍູ້ການພົວພັນ 2 ຝ່າຍ.

ນຳການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃຫ້ແທດຈິງ

ໃນຊຸມປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ແລະ ຮຸງກາຣີ ໄດ້ຮັກສາການຢ້ຽມຢາມເປັນປະຈຳ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍຄື: ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາໂລກ (IPU), ກອງປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ - ເອີລົບ (ASEP); ແລກປ່ຽນບົດຮຽນໃນຂົງເຂດການເຄື່ອນໄຫວລັດຖະສະພາ, ພິເສດແມ່ນສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ນັກລົງທຶນ 2 ປະເທດຮ່ວມມືກັນທຳມາຫາກິນໃຫ້ມີສະຖຽນລະພາບ, ຍາວນານ. ດ້ວຍເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນປີ 2008, ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ຮຸງກາຣີ ສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ ແລະ ນັບມື້ນັບແທດຈິງ. ໃນໄລຍະຜ່ານມາ, ເຖິງວ່າໂລກລະບາດໂຄວິດ-19 ເຮັດໃຫ້ການພົວພັນທາງການທູດປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ສະພາແຫ່ງຊາດ 2 ປະເທດຍັງສືບຕໍ່ຍູ້ແຮງການເຈລະຈາ, ແລກປ່ຽນແບບທາງໄກ, ແລກປ່ຽນບົດຮຽນໃນຂົງເຂດລັດຖະສະພາ.

ການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ຮັກສາ ແລະ ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍໃຫ້ເລິກເຊິ່ງຂຶ້ນຕື່ມ; ເພີ່ມທະວີຜົນປະໂຫຍດສະຫຼັບກັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດຄູ່ຮ່ວມມື.

ໃນການຢ້ຽມຢາມ, 2 ຝ່າຍໄດ້ສົມທົບກັນຈັດການໂອ້ລົມສົນທະນານິຕິບັນຍັດຄັ້ງທີ 4 ດ້ວຍຫົວຂໍ້ “ສ້າງກອບນິຕິກຳກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພະລັງງານທົດແທນ ແລະ ເສດຖະກິດສີຂຽວ”. ໜຶ່ງໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະຕໍ່ໄປ ຄາດຄະເນວ່າຈະໄດ້ຮັບການລົງນາມ. ນີ້ແມ່ນພື້ນຖານນິຕິກຳສຳຄັນເພື່ອເພີ່ມທະວີການຮ່ວມມືລັດຖະສະພາໃນໄລຍະຕໍ່ໄປ. ທ່ານ ຫວູຫາຍຮ່າ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ຖືວ່າ:

“ເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໃຫ້ແກ່ໄລຍະຕໍ່ໄປຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ 2 ສະພາແຫ່ງຊາດ, ເປັນເອກະພາບແລກປ່ຽນຄະນະຜູ້ແທນເປັນປະຈຳກວ່າ, ບໍ່ພຽງແຕ່ຂັ້ນການນຳສະພາແຫ່ງຊາດເທົ່ານັ້ນ, ຫາກຍັງຢູ່ຂັ້ນຄະນະກຳມາທິການ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ, ສະມາຊິກສະພາແຫ່ງຊາດ. ຄະນະເລຂາທິການສະພາແຫ່ງຊາດ ຮຸງກາຣີ ແລະ ສະພາແຫ່ງຊາດ ຫວຽດນາມ ຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ, ບົດຮຽນດ້ານນິຕິບັນຍັດ, ສົມທົບຫຼັກໝັ້ນຢູ່ບັນດາເວທີປາໄສາກົນ”.

ປະກອບສ່ວນຊຸກຍູ້ການຮ່ວມມື 2 ຝ່າຍ

ນອກຈາກການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດແລ້ວ, ການໄປຢ້ຽມຢາມ ຮຸງກາຣີ ຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍຈະຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃນທຸກຂົງເຂດ, ໂດຍສະເພາະແມ່ນເສດຖະກິດ, ການຄ້າ - ການລົງທຶນ, ສາທາລະນະສຸກ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ. ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ຫງວຽນທິບິກຖາວ, ໃຫ້ຮູ້ວ່າ:

“ການຢ້ຽມຢາມຈະຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ຮ່ວມມືດ້ານຍຸຕິທຳ, ກົດໝາຍ, ກໍຄືການຮ່ວມມືທາງດ້ານວັດທະນະທຳ ແລະ ບາງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຄື ການທ່ອງທ່ຽວ ຫຼື ແຮງງານ.”

ທ່ານ ຫວູຫາຍຮ່າ, ປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ຖືວ່າ:

“ຮຸງກາຣີ ແມ່ນປະເທດໄດ້ສະໜອງທຶນການສຶກສາຫຼາຍໃຫ້ພວກເຮົາໃນໄລຍະຜ່ານມາ, ດ້ວຍທຶນສຶກສາກວ່າ 200 ທຶນ/ປີ. ພວກເຮົາຈະສົມທົບກັບ ຮຸງກາຣີ ຈັດເວທີປາໄສກ່ຽວກັບການສຶກສາບຳລຸງສ້າງ ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດນີ້. ບັນດານັກສຶກສາໄດ້ບຳລຸງສ້າງຢູ່ ຮຸງກາຣີ ກ່ຽວກັບຂົງເຂດການຢາ, ເອເລັກໂຕນິກ ຈະປະກອບສ່ວນໃຫ້ແກ່ການພັດທະນາຂອງ ຫວຽດນາມ ກໍຄືການພົວພັນລະຫວ່າງ 2 ປະເທດ.”

ນັບແຕ່ເມື່ອຍົກການພົວພັນຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ເມື່ອງໃນໂອກາດການຢ້ຽມຢາມ ຮຸງກາຣີ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ປີ 2018) ນັ້ນ, ການພົວພັນຮ່ວມມືລະຫວ່າງ 2 ປະເທດໄດ້ພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ. ການຢ້ຽມຢາມ ຮຸງກາຣີ ຄັ້ງນີ້ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະຍົກລະດັບການພົວພັນຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, ສ້າງພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ການຮ່ວມມືລະຫວ່າງ 2 ປະເທດນັບມື້ນັບບັນລຸປະສິດທິຜົນ ແລະ ແທດຈິງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ