ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ຄວາ​ມ​ຫຍຸ້ງ​ຍາກຫຼາຍ​ຢ່າງ

(VOVWORLD) -ໂດຍໄດ້ຮັບຜົນກະທົບຈາກປັດໄຈທີ່ບໍດີຫຼາຍຢ່າງ, ພື້ນຖານເສດຖະກິດໂລກສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ຄວາມສ່ຽງຂອງພື້ນຖານເສດຖະກິດໂລກ ພວມໄດ້ຮັບການຕີລາຄາຢູ່ໃນລະດັບສູງ, ໃນສະພາບການຂາດສະຖຽນລະພາບເປັນພິເສດ. ຄວາມຈິງນີ້ຮຽກຮ້ອງໃຫ້ພື້ນຖານເສດຖະກິດຕ້ອງດຳເນີນ ມາດຕະການຢ່າງແຮງ ຕື່ມອີກເພື່ອສະກັດກັ້ນທ່າຖົດຖອຍ ແລະ ຟື້ນຟູການເຕີບໂຕ.

ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ເຊີນ​ໜ້າ​ກັບ​ຄວາ​ມ​ຫຍຸ້ງ​ຍາກຫຼາຍ​ຢ່າງ - ảnh 1ທ່ານນາງ Carmen Reinhart ຫົວໜ້າຄະນະນັກເສດຖະສາດ ທະນາຄານໂລກ (WB)
(ພາບ:  Bloomberg)

ວັນທີ 19 ເມສາ ທະນາຄານໂລກ (WB) ໄດ້ຫຼຸດການຄາດຄະເນການເຕີບໂຕທົ່ວໂລກ ໃນປີ 2022 ລົງເຫຼືອພຽງ 3,2%, ຕ່ຳກ່ວາຫຼາຍເມື່ອທຽບໃສ່ກັບລະດັບຄາດຄະເນແມ່ນ 4,1% ທີ່ຍົກອອກໃນເດືອນມັງກອນຜ່ານມາ. ຖ້າທຽບໃສ່ການເຕີບໂຕ GDP ທົ່ວໂລກທີ່ບັນລຸໄດ້ໃນປີ 2021 ແມ່ນ 5,7%ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ ລະດັບການເຕີບໂຕເພີ່ມຂຶ້ນທີ່ຄາດຄະເນໃນປີນີ້ແມ່ນສິ່ງທີ່ເປັນໜ້າວິຕົກກັງວົນ.

ເສດຖະກິດທົ່ວໂລກ ປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ຮ້າຍແຮງ

ທ່ານນາງ Carmen Reinhart ຫົວໜ້າຄະນະນັກເສດຖະສາດ ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າ ເສດຖະກິດທົ່ວໂລກພວມຜ່ານຜ່າໄລຍະ “ຂາດສະຖຽນລະພາບເປັນພິເສດ”. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Blomberg ໃນວັນທີ 19 ເມສາ, ທ່ານນາງ Carmen Reinhart ກ່າວເຕືອນວ່າ ຄວາມສ່ຽງຕໍ່ເສດຖະກິດໂລກ ພວມຜັນແປໄປຕາມທິດຫຍໍ້ທໍ້ ຢ່າງຈະແຈ້ງ.

ມີນັກຊ່ຽວຊານເສດຖະກິດສາກົນຫຼາຍທ່ານກໍ່ມີຕີລາຄາຄືກັນ ກັບທ່ານນາງ Carmen Reinhart, ໂດຍຖືວ່າ ພວມເກີດສິ່ງທ້າທາຍທີ່ຮ້າຍແຮງຫຼາຍຢ່າງຕໍ່ພື້ນຖານເສດຖະກິດໂລກ. ໃນຂະນະນັ້ນ, ຜົນກະທົບຈາກວິກິດການລະຫວ່າງ ລັດເຊຍ - ຢູແກຼນ ພ້ອມກັບບັນຫາທີ່ກ່ຽວຂ້ອງ ແມ່ນຮ້າຍແຮງທີ່ສຸດ. ສົງຄາມທີ່ແກ່ຍາວຢູ່ຢູແກຼນ ພ້ອມກັບບັນດາຄຳສັ່ງລົງໂທດໂດຍຝ່າຍຕາເວັນຕົກຈັດວາງໃສ່ ລັດເຊຍ ໄດ້ເຮັດໃຫ້ຄ່າເຊື້ອໄຟ ແລະ ສະບຽງອາຫານຫຼາຍປະເທດ ແລະ ພາກພື້ນໃນທົ່ວໂລກເພີ່ມຂຶ້ນສູງ ຢູ່. ຄ້າຍຄືກັນກັບອະນາຄົດ ທີ່ບໍ່ໄດ້ໄຕ່ຕອງ ແລະ ກຳນົດຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ທ່າເພີ່ມຂຶ້ນຂອງລາຄາສະບຽງອາຫານໃນທົ່ວໂລກ ກໍ່ໄດ້ຮັບການຄາດຄະເນວ່າ ຍັງບໍ່ທັນກຳນົດໄດ້ຈຸດເພີ່ມຂຶ້ນ.

ໃນສະພາບການນັ້ນ, ໂລກລະບາດໂຄວິດ - 19 ໄດ້ລະບາດຄືນໃໝ່ ເຮັດໃຫ້ພື້ນຖານເສດຖະກິດ ໃຫຍ່ອັນດັບທີ 2 ຂອງ ໂລກແມ່ນຈີນຕ້ອງຈັດວາງມາດຕະການປິດລ້ອມໃນວົງກ້ວາງ, ເຮັດໃຫ້ການເຄື່ອນໄຫວຜະລິດຖືກຂາດວັກຂາດຕອນພໍສົມຄວນ. ສິ່ງນີ້ພວມກໍ່ຄວາມກົດດັນບໍ່ພຽງແຕ່ຕໍ່ການເຄື່ອນໄຫວດ້ານເສດຖະກິດຂອງຈີນ ເທົ່ານັ້ນ, ຫາກຍັງຕໍ່ລະບົບສະໜອງສິນຄ້າທົ່ວໂລກ ອີກດ້ວຍ ເມື່ອຈີນແມ່ນ ປະເທດຜະລິດ ແລະ ສົ່ງອອກແຖວໜ້າຂອງໂລກ.

ສິ່ງທີ່ເປັນໜ້າສົນໃຈກ່ວານັ້ນແມ່ນ, ເສດຖະກິດໂລກ ພວມໄດ້ຮັບຄວາມກົດເດັນຢ່າງໃຫຍ່ຫຼວງ ກ່ອນທີ່ເກີດ ສອງສິ່ງທ້າທາຍດັ່ງກ່າວ. ລະອຽດແມ່ນ ເພື່ອຮັບມືກັບຜົນສະທົບຈາກໂລກລະບາດໂຄວິດ - 19, ໃນ 2 ປີຜ່ານມາ, ຫຼາຍພື້ນຖານເສດຖະກິດຕ້ອງ ກູ້ຢືມເງິນຕື່ມອີກ ເພື່ອໜູນຊວ່ຍການຟື້ນຟູ ແລະ ເຕີບໂຕ. ຜົນຕາມມາແມ່ນ ບັນດາບ້ວງເງິນໜິີ້ສິນຂອງໂລກ ໄດ້ເພີ່ມຂຶ້ນບັນລຸລະດັບສະຖິຕິ. ຕາມພື້ນຖານຂໍ້ມູນ ໜີ້ນສິນທົ່ວໂລກ ຂອງກອງທຶນເງິນຕາສາກົນ (IMF)ແລ້ວ, ໜີ້ທົ່ວໂລກ ໄດ້ເພີ່ມຂຶ້ນ 28% ຂຶ້ນເຖິງປະມານ 256% GDP ຂອງປີ 2020

ມາດຕະການ ແລະ ວິທີການຮັບມື

ທ່ານນາງ Carmen Reinhart ໃຫ້ຮູ້ວ່າ: ສິ່ງທ້າທາຍ ແລະ ຄວາມສ່ຽງ ເຊິ່ງເສດຖະກິດທົ່ວໂລກ ພວມປະເຊີນໜ້າແມ່ນຮ້າຍແຮງເຖິງຂັ້ນທີ່ວາ WB ຈະສືບຕໍ່ຫຼຸດການຄາດຄະເນເຕີບໂຕຕື່ມອີກໃນໄລຍະຈະມາເຖິງ.

ຕໍ່ໜ້າກັບຄວາມຈິງນີ້, ທ່ານ David Malpass ປະທານ WB ໃຫ້ຮູ້ວ່າ WB ພວມ ກະກຽມແຜນການຮັບມືກັບວິກິດການ. ຕາມນັ້ນແລ້ວ, ໃນ 2 - 3 ອາທິດຈະມາເຖິງ, ບັນດາການນຳ WB ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບການແຜນການຮັບມືໃໝ່ ທີ່ແກ່ຍາວເປັນເວລາ 15 ເດືອນ, ມີມູນຄ່າ 170 ຕື້ USD ໃນໄລຍະ ເດືອນເມສາ ປີ 2022 ຫາເດືອນ ມິຖຸນາ ປີ 2023. ບ້ວງການເງິນຮັບມືກັບວິກິດການນີ້ ຍັງຫຼາຍກ່ວາບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 160 ຕື້ USD ເຊິ່ງ WB ວາງອອກກ່ອນນັ້ນເພື່ອຮັບມືກັບໂລກລະບາດໂຄວິດ - 19.

ຊອກຫາມາດຕະການຮັບມືກັບສິ່ງທ້າທາຍ ແລະ ຜ່ານຜ່າຄວາມຫຍຸ້ງຍາກ ໂດຍພື້ນຖານເສດຖະກິດຕ້ອງປະເຊີນໜ້າ, ກໍ່ແມ່ນໜຶ່ງໃນບັນດາໂຄງການດຳເນີນງານຫຼັກຢູ່ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ທີ່ໄດ້ດຳເນີນໃນວັນທີ 20 ເມສາ. ສຳລັບຫຼາຍປະເທດກໍ່ໄດ້ເປັນເຈົ້າການຜັນຂະຫຍາຍຫຼາຍມາດຕະການຮັບມື, ໂດຍສະເພາະແມ່ນມາດຕະການເພີ່ມອັດຕາດອກເບ້ຍ ເພື່ອຈຳກັດໄພເງິນເຟີ້.   

ເຖິງຢ່າງໃດກໍ່ຕາມ, ຕາມບັນດາຂໍ້ກຳນົດດ້ານການເງິນສາກົນ ແລະ ນັກເສດຖະກິດແຖວໜ້າໂລກແລ້ວ, ດ້ວຍບັນດາສິ່ງທ້າທາຍຄືໃນປັດຈຸບັນ, ມາດຕະການປິກຍ່ອຍຂອງພື້ນຖານເສດຖະກິດໃດໜຶ່ງຍາກທີ່ຈະໄດ້ຮັບການເສີມຂະຫຍາຍປະສິດທິຜົນໃຫ້ເປັນຢ່າງດີໄດ້, ເປັນຕົ້ນແມ່ນ ບັນດາພື້ນເສດຖະກິດທີ່ມີແຫຼ່ງກຳລັງຈຳກັດ. ໃນນັ້ນ, IMF ຮຽກຮ້ອງໃຫ້ສ້າງໂຄງປະກອບໜີ້ສິ້ນໃຫ້ບັນດາພື້ນຖານເສດຖະກິດທີ່ມີລາຍຮັບຕ່ຳຄືນໃໝ່ ເພື່ອເຂົ້າຮ່ວມ ຂໍ້ລິເລີ່ມໂຄງການ “ຂອບເຂດລວມກ່ຽວກັບການແກ້ໄຂໜີ້ສິນ” (DSSI) ຂອງ G20 ໂດຍໄວ, ພ້ອມທັງວາງອອກບັນດາມາດຕະການຄັດເລືອກເພື່ອໜູນຊ່ວຍບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນດັ່ນ ແລະ ພວມພັດທະນາທີ່ບໍ່ມີເງື່ອນໄຂເຂົ້າຮ່ວມ DSSI, ແຕ່ກໍ່ຍັງໄດ້ຮັບຜົນປະໂຫຍດຈາກວິທີສຳພັດການຮ່ວມມືທົ່ວໂລກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ