ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ: ​ປັດ​​ໄຈ​ສໍາຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ

(VOVWORLD) - ໃນຊຸມວັນນີ້, ຫວຽດນາມ ແລະ ອາເມລິກາ ກໍາລັງສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດເປັນປົກກະຕິ. ເລື່ອງສ້າງການພົວພັນເປັນປົກກະຕິນັ້ນ ໄດ້ເປີດກາລະໂອກາດໃໝ່ຫຼາຍຢ່າງ ເພື່ອໃຫ້ປະຊາຊົນສອງປະເທດສາມາດເຂົ້າໃຈກັນຫຼາຍກວ່າ, ຫຍັບມໍ່ເຂົ້າກັນກວ່າ ຈາກນັ້ນ ຊ່ວຍສ້າງຄວາມສະໜິດຕິດພັນໃນການພົວພັນສອງຝ່າຍ.

  

        ໃນເສັ້ນທາງແຫ່ງການພັດທະນາສາຍພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນຄວາມຮັບຜິດຊອບສໍາຄັນບໍ່ພຽງແຕ່ຂອງສະເພາະລັດຖະບານເທົ່ານັ້ນ ຫາກຍັງແມ່ນຄວາມພະຍາຍາມຂອງນັກການທູດ, ນັກການເມືອງແຕ່ລະຄົນ ຊໍ້າບໍ່ໜໍາຍັງແມ່ນຂອງປະຊາຊົນຂອງທັງສອງປະເທດອີກດ້ວຍ.

        ບັນດາຂົວເຊື່ອມຕໍ່ຄວາມສະໜິດຕິດພັນໃນການພົວພັນສອງຝ່າຍ

        ທ່ານ Mathew Reenan ເຊິ່ງແມ່ນອະດີດນັກຮົບ ອາເມລິກາ ໃນສົງຄາມຢູ່ຫວຽດນາມ. ນັບແຕ່ເມື່ອ ການພົວພັນລະຫວ່າງສອງປະເທດໄດ້ສ້າງເປັນປົກກະຕິໃນປີ 1995,  ຍາມໃດທ່ານກໍມີຄວາມປາດຖະໜາຢາກກັບຄືນມາດ່າໜັງ, ເຊິ່ງເປັນບ່ອນທີ່ທ່ານເຄີຍເຂົ້າຮ່ວມການສູ້ຮົບ. ປີ 2015, ຄວາມປາດຖະໜາຂອງທ່ານກໍປະກົດຜົນເປັນຈິງ. ເມື່ອມາຮອດ ດ່າໜັງ, ທ່ານໄດ້ມີການສໍາຜັດທີ່ຈັບອົກຈັບໃຈຫຼາຍຢ່າງຢູ່ນະຄອນແຫ່ງນີ້ ແລະ ພິເສດແມ່ນຢູ່ສູນເບິ່ງແຍງດູແລເດັກ ຂອງ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດ່າໜັງ. ທ່ານແບ່ງປັນວ່າ:

        “ຂ້າພະເຈົ້າ ໄດ້ຢູ່ດ່າໜັງໃນສະໄໝສົງຄາມ ແລະ ຂ້າພະເຈົ້າຢາກກັບມາຢ້ຽມຢາມນະຄອນແຫ່ງນີ້. ຄວາມປາດຖະໜາດັ່ງກ່າວແມ່ນເລີ່ມມາຈາກຄວາມຊົງຈໍາ, ແມ່ນມາຈາກອາລົມຈິດຂອງຂ້າພະເຈົ້າ. ຂ້າພະເຈົ້າ ໄດ້ມີໂອກາດໄປຢ້ຽມຢາມສູນລ້ຽງເດັກທີ່ຖືກຜົນສະທ້ອນຈາກທາດພິດສີສົ້ມ. ເມື່ອພົບປະໂອ້ລົມກັບຊາວຫວຽດນາມ ຂ້າພະເຈົ້າເຫັນໄດ້ເຖິງຄວາມເອື້ອເຟື້ອເພື່ອແຜ່, ເຂົາເຈົ້າບໍ່ໄດ້ຄຽດຊັງຂ້າພະເຈົ້າແຕ່ຢ່າງໃດເລີຍ”

        ໃນຕະຫຼອດໄລຍະ 04 ປີ ຜ່ານມາ, ທ່ານໄດ້ມາຢ້ຽມຢາມຫວຽດນາມທຸກໆປີ, ປີລະສອງເທື່ອ ເພື່ອເຂົ້າຮ່ວມເປັນອາສາສະໝັກໃຫ້ແກ່ສູນເບິ່ງແຍງດູແລແຫ່ງຕ່າງໆທີ່ສັງກັດສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ນະຄອນ ດ່າໜັງ. ທ່ານໃຫ້ຮູ້ວ່າ ທ່ານຈະສືບຕໍ່ປະຕິບັດວຽກງານດ່ັງກ່າວ ຖ້າຫາກທີ່ທ່ານຍັງມີຄວາມສາມາດປະຕິບັດໄດ້.

        ໂດຍກໍມີຄວາມປາດຖະໜາຢາກຜ່ອນຄາຍຄວາມເຈັບປວດຈາກສົງຄາມໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານນາງ ຫງວຽນທູຖາວ, ເຊິ່ງເປັນຜູ້ເຄີຍມີບົດບາດເປັນຫົວໜ້າຜູ້ຄະນະຕາງໜ້າຄົນທໍາອິດຂອງ ກອງທຶນທະຫານຜ່ານເສິກ ອາເມລິກາ ຢູ່ ຫວຽດນາມ,ໃນຕະຫຼອດໄລຍະ 15 ປີ ຜ່ານມາ ໄດ້ໝົກມຸ້ນໄປຂົນຂວາຍເພື່ອປະກອບສ່ວນເຂົ້າໃນການລົງນາມໃນຂໍ້ຕົກລົງການຮ່ວມມືໃນບັນຫາແກ້ໄຂລູກລະເບີດທີ່ຍັງບໍ່ທັນແຕກ ຄັ້ງທໍາອິດໃນປີ  2003, “ຂົນຂວາຍ” ບັນດາສະມາຊິກລັດຖະສະພາ ອາເມລິກາ ເພື່ອບັນລຸໄດ້ການຮັບຮູ້ຈາກຝ່າຍສະພາແຫ່ງຊາດ ແລະ ລັດຖະບານ ອາເມລິກາ ກ່ຽວກັບການແກ້ໄຂບັນຫາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ໃນປີ 2008 ຜ່ານມາ. ທ່ານນາງ ຫງວຽນທູຖາວ ຖືວ່າ ບັນດາຂໍ້ຕົກລົງດັ່ງກ່າວ ໄດ້ສ້າງພື້ນຖານແກ້ການຮ່ວມມືແບບຍາວນານລະຫວ່າງຫວຽດນາມ ແລະ ອາເມລິກາ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

        “ເດືອນ ພຶດສະພາ 2007, ທ່ານປະທານາທິບໍດີ ອາເມລິກາ Bush ໄດ້ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍງົບປະມານເພີ່ມຈໍານວນເງິນ 3 ລ້ານ USD ແກ່ການແກ້ໄຂບັນຫາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຫວຽດນາມ ຕື່ມອີກ. ຈໍານວນເງິນດັ່ງກ່າວແມ່ນຖືວ່າໜ້ອຍຫຼາຍທຽບໃສ່ບັນຫາທີ່ໄດ້ເຕື້ອງເຖິງ ແລະ ກໍ່ໜ້ອຍຫຼາຍສໍາລັບການການຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ, ແຕ່ຄວາມໝາຍຂອງມັນແມ່ນບໍ່ສາມາດຄິດໄລ່ໄດ້. ເພາະວ່າ ມັນບໍ່ພຽງແຕ່ປ່ຽນເນື້ອໃນຈິດໃຈຂອງນະໂຍບາຍຂອງ ອາເມລິກາ ທີ່ສະຫງວນໃຫ້ຫວຽດນາມ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນວ່າ ລັດຖະບານ ອາເມລິກາ ໄດ້ຮັບຮູ້ຄວາມຮັບຜິດຊອບມະນຸດສະທໍາ, ຈາກນັ້ນ ໄດ້ສະຫງວນໃຫ້ບ້ວງງົບປະມານສະເພາະ”.   

        ໃນຕະຫຼອດໄລຍະຜ່ານມາ, ອາເມລິກາ ໄດ້ປະກອບຈໍານວນເງິນກວ່າ 105 ລ້ານ USD ໜູນຊ່ວຍຫວຽດນາມ ເພື່ອແນໃສ່ເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກ, ເປີດຊຸດຝຶກອົບຮົມ ແລະ ສະໜອງບັນດາແຫຼ່ງກໍາລັງໃຫ້ແກ່ໜ່ວຍງານເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກຂອງຫວຽດນາມ, ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ, ພ້ອມທັງຊ່ວຍຍົກສູງຄວາມຮັບຮູ້ກ່ຽວກັບຄວາມສ່ຽງຂອງລູກລະເບີດ ແລະ ວັດຖຸລະເບີດອື່ນໆທີ່ ບໍ່ທັນແຕກໃນຂົງເຂດ ແມ່ນມີຄວາມສ່ຽງສູງ. ໃນປີ 2018, ອາເມລິກາ ກໍໄດ້ມອບເນື້ອທີ່ດິນ ແລະ ສານຕະກອນກວ່າ 100.000 ແມັດກ້ອນ ທີ່ຖືກປົກເປື້ອນຕິດທາດພິດດີໂອຊີນ ຢູ່ສະໜາມບິນ ດ່າໜັງ ພາຍຫຼັງປະຕິບັດມາເປັນເວລາ 6 ປີ ດ້ວຍຄ່າໃຊ້ຈ່າຍ 110 ລ້ານ USD. ປີ 2019 ຜ່ານມາ, ອາເມລິກາ ກໍສືບຕໍ່ປະຕິບັດໂຄງການກໍາຈັດເນື້ອທີ່ທີ່ມີສານພິດດີໂອຊີນຢູ່ສະໜາມບິນ ບຽນຮວ່າດ້ວຍປະລິມານຫຼາຍທົບ 4 ເທົ່າ ເມື່ອທຽບໃສ່ປະລິມານທີ່ໄດ້ກໍາຈັດຢູ່ສະໜາມບິນດ່າໜັງ.

ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ: ​ປັດ​​ໄຈ​ສໍາຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ - ảnh 1ປີ 2019,ທ່ານເອກອັກຄະລັດຖະທູດ Daniel J.Kritenbrink  ເອກອັກຄະລັດຖະທູດຄົນທໍາອິດຂອງ ອາເມລິກາ ປະຈໍາຫວຽດນາມ ໄດ້ໄປວາງມາລາຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (ພາບ: ສະຖານທູດ ອາເມລິກາ)

        ໃນຄວາມມານະພະຍາຍາມຮ່ວມມືຮໍາບາດແຜສົງຄາມ, ປີ 2019, ທ່ານເອກອັກຄະລັດຖະທູດ Daniel J.Kritenbrink ເຊິ່ງເປັນເອກອັກຄະລັດຖະທູດຄົນທໍາອິດຂອງ ອາເມລິກາ ປະຈໍາຫວຽດນາມ ໄດ້ໄປວາງມາລາຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (ແຂວງກວ໋າງຈິ), ເຊິ່ງເປັນບ່ອນຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ກວ່າ 10.000 ຄົນ. ສິ່ງດັ່ງກ່າວ ໄດ້ພິສູດໃຫ້ເຫັນຄວາມເຄົາລົບຄວາມຈິງໃນອະດີດຕະການ, ພ້ອມກັນປະອະດີດຕະການໄວ້ ແລະ ມຸ່ງໄປສູ່ອະນາຄົດ.

ເສົາຄໍ້າສໍາຄັນໃນການພົວພັນສອງຝ່າຍ

        ຫວຽດນາມ ແລະ ອາເມລິກາ ໄດ້ພ້ອມກັນເດີນທາງໃນໄລຍະທາງທີ່ຍາວນານ  ແລະ ສໍາຄັນ ໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ການຮ່ວມມືລະຫວ່າງສອງ


ຝ່າຍໃນຂົງເຂດນີ້ ໄດ້ຊ່ວຍສ້າງບັນດາຄຸນຄ່າລວມ, ກາຍເປັນຂົວຕໍ່່ເພຶື່ອໃຫ້ສອງປະເທດຫຍັບມໍ່ເຂົ້າໃກ້ກັນກວ່າ, ແລະ ມາຮອດປັດຈຸບັນ, ການຮ່ວມມືດັ່ງກ່າວ ຍັງແມ່ນຈຸດສະຫວ່າງສະໄຫວໃນການພົວພັນສອງຝ່າຍ. ໃນການເດີນທາງມາເຮັດວຽກຢູ່ຫວຽດນາມ ເມື່ອປີ 2019, ທ່ານນາງ Bonnie Glick, ທ່ານຮອງຜູ້ອໍານວຍການທົ່ວໂລກ ອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ໃຫ້ການຕີລາຄາວ່າ, ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນເສົາຄໍ້າສໍາຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ.

ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ: ​ປັດ​​ໄຈ​ສໍາຄັນ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ - ảnh 2ທ່ານ Timothy Rieser, ທີ່ປຶກສາຂັ້ນສູງ ຄະນະກໍາມະການອະນຸມັດລາຍຈ່າຍງົບປະມານ ສະພາສູງ ອາເມລິກາ (ພາບ: TTXVN) 

        ຕາມທ່ານ Timothy Rieser, ທີ່ປຶກສາຂັ້ນສູງ ຄະນະກໍາມະການອະນຸມັດລາຍຈ່າຍງົບປະມານ ສະພາສູງ ອາເມລິກາ ແລ້ວ, ໃນເວລາຂ້າງໜ້າ, ອາເມລິກາ ຈະໜູນຊ່ວຍຈໍານວນປະມານ 2,5 ລ້ານ USD ຄັ້ງທໍາອິດໃຫ້ແກ່ໂຄງການ MIA, ຊ່ວຍໜູນຫວຽດນາມ ຊອກຫາທະຫານຫາຍສາບສູນໃນປາງສົງຄາມ. ນີ້ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາໂຄງການທີ່ມີຄວາມໝາຍສໍາຄັນທີ່ສຸດ ເຊິ່ງ ອາເມລິກາ ປະຕິບັດ ໃນໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ກັບ ຫວຽດນາມ.

        ເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຮ່ວມເດີນທາງໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ບໍ່ພຽງແຕ່ສ້າງກໍາລັງແຮງໃນການຮໍາບາດແຜສົງຄາມເທົ່ານັ້ນ ຫາກຍັງເປີດກາລະໂອກາດຮ່ວມມືອັນໃຫຍ່ຫຼວງຫຼາຍຢ່າງ ໃນບັນດາຂົງເຂດຄື ປ້ອງກັນຄວາມສະຫງົບ, ແລກປ່ຽນການສຶກສາ, ວິທະຍາສາດ,ເສດຖະກິດ, ການຄ້າ..., ປະກອບສ່ວນເພື່ອໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາ./. 

ຕອບກັບ

ຂ່າວ/ບົດ​ອື່ນ