ໂລກ ຊ່ວງເສັງສະກັດກັ້ນ ບໍ່ປະໃຫ້ ລິບັງ ຕົກເຂົ້າສູ່ສົງຄາມ

(VOVWORLD) - ບັນດາການປະທະກັນຢ່າງດຸເດືອດທີ່ສຸດໃນເກືອບ 20 ປີຜ່ານມາ ລະຫວ່າງ ອິດສະຣາແອນ ແລະ ກຳລັງ ແຮກໂບລາ ຢູ່ ລິີບັງ ພວມຍູ້ປະເທດນີ້ຕົກເຂົ້າສູ່ສະພາບອາດຈະເກີດສົງຄາມຮອບດ້ານທີ່ດຸເດືອດຄັ້ງໃຫມ່ ໃນສະພາບການປະທະກັນບໍ່ມີທາງອອກໃນເກືອບ 1 ປິຜ່ານມາ ຢູ່ ເຂດ ກາຊາ ໄດ້ກໍ່ໃຫ້ເກີດຜົນພາຍຫລັງຢ່າງຮ້າຍແຮງສຳລັບທົ່ວພາກພື້ນ.

ການສູ້ຢັນລະຫວ່າງ ອິດສະຣາແອນ ແລະ ກຳລັງ ແຮກໂບລາ ຢູ່ ລິບັງ  ເພີ່ມຂຶ້ນຢ່າງແຮງນັບແຕ່ເມື່ອການປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອນ ແລະ ຂະບວນການ ຮາມາດສ, ກຳລັງພັນທະມິດຂອງ ແຮກໂບລາ ໄດ້ເກີດຂຶ້ນຢ່າງຮ້າຍແຮງເມື່ອເດືອນ ຕຸລາ ປີກາຍນີ້. ເຖິງຢ່າງໃດກໍຕາມ ສອງຝ່າຍພວມຫຍັບມໍ່ເຂົ້າກັບສະພາບເກີດສົງຄາມຮອບດ້ານໃນຊຸມມື້ມໍ່ໆມານີ້ ພາຍຫລັງບັນດາການກະທຳເຄັ່ງຕຶງເພີ່ມຂຶ້ນ.

ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງຮອບດ້ານ

ບັນດາການກະທຳເພີ່ມຄວາມເຄັ່ງຕຶງຢ່າງຮ້າຍແຮງໃນການສູ້ຢັນກັນ ລະຫວ່າງ ອິດສະຣາແອນ ແລະ ແຮກໂບລາແມ່ນເລີ່ມແຕ່ວັນທີ 17 ກັນຍາ ເມື່ອເກີດເຫດເຄື່ອງຕິດຕໍ່ສື່ສານຕ່າງໆຖືກລະເບີດຢູ່ເຂດດິນແດນ ລີບັງ ເຮັດໃຫ້ເກືອບ 40 ຄົນຖືກເສຍຊີວິດ ແລະ ອີກ 3.000 ຄົນໄດ້ຮັບບາດເຈັບ. ເຖິງວ່າ ຝ່າຍ ອິດສະຣາແອນ ບໍ່ມີຄຳເຫັນໃດຕໍ່ເຫດເກີດຂຶ້ນນີ້ ແຕ່ວົງການນັກສັງເກດການໄດ້ໃຫ້ຂໍ້ສັງເກດວ່າ ນີ້ແມ່ນການບຸກໂຈມຕີໂດຍກົງເພື່ອເລັ່ງໃສ່ ແຮກໂບລາ ແລະ ບັນດາກຸ່ມເປັນປໍລະປັກກັບ ອິດສະຣາແອນ ຢູ່ ເຂດນີ້ກໍຕາມ. ຕໍ່ຈາກນັ້ນ ກອງທັບ ອິດສະຣາແອນ ໄດ້ເປີດບັ້ນບຸກໂຈມຕີທາງອາກາດຢ່າງດຸເດືອດເລັ່ງໃສ່ສະຖານທີ່ຫລາຍແຫ່ງຢູ່  ລີບັງ. ຕາມແຫລ່ງຂ່າວຈາກ ກອງທັບ ອິດສະຣາແອນ, ໄລ່ຮອດວັນທີ 26 ກັນຍາ, ກອງທັບອາກາດປະເທດນີ້ ໄດ້ບຸກໂຈມຕີຫລາຍກວ່າ 1.600 ເປົ້າໝາຍໂດຍໄດ້ຮັບຖືວ່າ ແມ່ນມີສ່ວນກ່ຽວຂ້ອງເຖິງ ແຮກໂບລາຢູ່ ພາກໃຕ້ ລີບັງ ແລະ ນະຄອນຫລວງ Beirut, ທຳລາຍພື້ນຖານໂຄງລ່າງດ້ານການທະຫານຫລາຍແຫ່ງ ແລະ ເຮັດໃຫ້ຜູ້ບັນຊາການຂັ້ນສູງຂອງກຳລັງນີ້ຢ່າງຫນ້ອຍສຸດແມ່ນ 3 ຄົນເສຍຊີວິດ.

ຮ້າຍແຮງກວ່ານັ້ນ, ບັນດາການບຸກໂຈມຕີທາງອາກາດນີ້ ໄດ້ເຮັດໃຫ້ສາມັນຊົນເກືອບ 700 ຄົນຢູ່ ລິບັງ ຖືກເສຍຊີວິດ, ແລະ ລະດັບລົ້ມຫາຍຕາຍຈາກໃນວັນແມ່ນຫລາຍສຸດນັບແຕ່ສົງຄາມພາຍໃນເກີດຂຶ້ນຢູ່ ລິບັງ ກ່ອນນີ້ 3 ທົດສະວັດ. ເພື່ອໂຕ້ຕອບ, ກຳລັງ ແຮກໂບລາ ໄດ້ຍິງ ລູກຈະຫລວດ ນັບຮ້ອຍໆລູກ, ເຄື່ອງບິນບໍ່ມີຄົບຂັບ(UAV) ແລະ ລູກສອນໄຟເລັ່ງໃສ່ບັນດາເປົ້າໝາຍຢູ່ເຂດດິນແດນ ອິດສະຣາແອນ, ໃນນັ້ນ ມີເລື່ອງເປັນຄັ້ງທຳອິດ ລູກສອນໄຟນຳວິຖີຂອງ ແຮກໂບລາ ກໍ່ໄດ້ເລັ່ງໃສ່ ນະຄອນຫລວງ Tel-Aviv ໃນວັນທີ 25 ກັນຍາ.

ຕໍ່ຫນ້າໄພອາດຈະເກີດສົງຄາມຮອບດ້ານ ຍູ້ທົ່ວພາກພື້ນຕາເວັນອອກກາງຕົກເຂົ້າສູ່ສະພາບສັບສົນວຸ້ນວາຍ, ປະຊາຄົມສາກົນ ພວມຮີບເຮັ່ງດຳເນີນບັນດາບັ້ນເຄື່ອນໄຫວການທູດ ເພື່ອແກ້ໄຂສະພາບການສັບສົນດັ່ງກ່າວ. ຢູ່ ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 79 (UNGA-79) ພວມດຳເນີນຢູ່ ນິວຢອກ (ອາເມລິກາ), ການນຳບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ລ້ວນແຕ່ມີຄຳເຕືອນຕໍ່ສົງຄາມຮອບດ້ານອາດຈະເກີດຂຶ້ນ ລະຫວ່າງ ອິດສະຣາແອນ ແລະ ແຮກໂບລາ ນັ້ນຈະເຮັດໃຫ້ພາກພື້ນຖືກຜົນສະທ້ອນຢ່າງຮ້າຍແຮງໂດຍບໍ່ສາມາດຄາດຄະເນລ່ວງຫນ້າໄດ້. ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຖະແຫລງວ່າ:

“ພວກຂ້າພະເຈົ້າ ມີຄຳຮຽກຮ້ອງຢ່າງຈະແຈ້ງຕໍ່ທຸກຝ່າຍ, ນັ້ນແມ່ນຕ້ອງຢຸດຕິການເຂັ່ນຂ້າສາມັນຊົນ ແລະ ທຳລາຍພື້ນຖານໂຄງລ່າງ, ຫລຸດຖ້ອຍທຳນອງແບບນາບຂູ່ ແລະ ຖອຍອອກຈາກສະພາບອາດຈະເກີດສົງຄາມ. ຄວນຫລີກລ້ຽງເລື່ອງເກີດສົງຄາມຮອບດ້ານ ດ້ວຍທຸກວິທີທາງ ເພາະວ່າ ເລື່ອງນັ້ນ ແນ່ນອນວ່າຈະແມ່ນໄພພິບັດຮອບດ້ານ”

ການກະທຳດ້ານການທູດເປັນຫນ້າສົນໃຈສຸດໃນປະຈຸບັນ ນັ້ນແມ່ນຄຳສະເຫນີໂດຍ ຝລັ່ງ - ອາເມລິກາ ຍົກອອກມາໃນວັນທີ 25 ກັນຍາ, ຕາມນັ້ນແລ້ວ ບັນດາຝ່າຍປະຕິບັດຄຳສັ່ງຢຸດຍິງໃນເວລາ 21 ວັນ ເພື່ອມີເວລາໃຫ້ແກ່ການເຈລະຈາດ້ານການທູດ. ເຖິງວ່າໄດ້ຮັບການສະຫນັບສະຫນູນສ່ວນໃຫຍ່ຈາກຫລາຍປະເທດ ແຕ່ຂໍ້ສະເຫນີນີ້ ບໍ່ຖືກຍອມຮັບຈາກ ອິດສະຣາແອນ ແລະ ແຮກໂບລາໃນຈຸດເວລານີ້. ໃນຖະແຫລງການທີ່ຍົກອອກມາເມື່ອວັນທີ 26 ກັນຍາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອນ, ຖະແຫລງວ່າ: ກອງທັບປະເທດນີ້ ຈະສືບຕໍ່ບັ້ນບຸກໂຈມຕີຂະຫນາດໃຫຍ່ເພື່ອເລັ່ງໃສ່ ແຮກໂບລາ, ໃນຂະນະນັ້ນ ແຮກໂບລາ ຍັງບໍ່ທັນມີການໂຕ້ຕອບໃດຕໍ່ຂໍ້ສະເຫນີນີ້. ຕາມຜູ້ຊ່ຽວຊານ  Andreas Krieg , ສິ່ງທີ່ສາມາດແກ້ໄຂສະພາບສັບສົນ ຢູ່ ລີບັງ ປະຈຸບັນ ຍັງຄົງແມ່ນເລື່ອງຢຸດຕິການປະທະກັນ ຢູ່ ເຂດ ກາຊາເພາະວ່າ ກຳລັງ ແຮກໂບລາ ຍາກທີ່ຈະຍອມຮັບບໍ່ວ່າຄຳສະເຫນີເຈລະຈາ ຫລື ຂໍ້ຕົກລົງໃດກັບ ອິດສະຣາແອນ ຕາມໃດທີ່ການປະທະກັນຢູ່ ເຂດ ກາຊາ ຍັງສືບຕໍ່ດຳເນີນໄປ ແລະ ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຍັງຄົງຖະແຫລງບໍ່ປະນິປະນອມທຸກສິ່ງໃດຢູ່ ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ