ໂລກເພີ່ມທະວີຄວາມມານະພະຍາຍາມ ຮັບມືກັບໂລກລະບາດໂຄວິດ-19

(VOVWORLD) - ໂລກລະບາດໂຄວິດ-19 ອາດຈະເຮັດໃຫ້ 32 ລ້ານຄົນຢູ່ 47 ປະເທດດ້ອຍພັດທະນາທີ່ສຸດໃນໂລກ ຕົກເຂົ້າສູ່ສະພາບທຸກຍາກທີ່ສຸດ. ພິເສດ, ຖ້າບໍ່ມີບັນດາການກະທຳສາກົນ, ບັນດາເປົ້າໝາຍພັດທະນາທົ່ວໂລກຈະເສຍໂອກາດ.

ວັນທີ 03 04 ທັນວາ 2020, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ໄດ້ດຳເນີນກອງປະຊຸມພິເສດກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຕາມຮູບການທາງອອນລາຍ. ກອງປະຊຸມມີການເຂົ້າຮ່ວມຂອງການນຳ ແລະ ວົງການນັກວິທະຍາສາດທີ່ມາຈາກກ່ວາ 100 ປະເທດ ແລະ ອົງການຈັດຕັ້ງສາກົນໃຫຍ່, ເຫດການນີ້ຖືວ່າ: ແມ່ນຄວາມມານະພະຍາຍາມທົ່ວໂລກໃໝ່ ແລະ ເປັນໜ້າສົນໃຈທີ່ສຸດ ໃນການຕໍ່ສູ້ຕ້ານໂລກລະບາດທີ່ຮ້າຍແຮງທີ່ສຸດຂອງມວນມະນຸດໃນສະຕະວັດທີ 21.

ໂລກເພີ່ມທະວີຄວາມມານະພະຍາຍາມ ຮັບມືກັບໂລກລະບາດໂຄວິດ-19 - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່າວຄຳເຫັນໄຂກອງປະຊຸມ (ພາບ: UN)

ບົດລາຍງານທີ່ໄດ້ປະກາດໃນວັນທີ 03 ທັນວາ ຂອງສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ຕີລາຄາວ່າ: ໂລກລະບາດໂຄວິດ-19 ອາດຈະເຮັດໃຫ້ 32 ລ້ານຄົນຢູ່ 47 ປະເທດດ້ອຍພັດທະນາທີ່ສຸດໃນໂລກ ຕົກເຂົ້າສູ່ສະພາບທຸກຍາກທີ່ສຸດ. ພິເສດ, ຖ້າບໍ່ມີບັນດາການກະທຳສາກົນ, ບັນດາເປົ້າໝາຍພັດທະນາທົ່ວໂລກຈະເສຍໂອກາດ.

ຊຸກຍູ້ຄວາມມານະພະຍາຍາມທົ່ວໂລກ ຮັບມືກັບໂລກລະບາດໂຄວິດ-19

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ: ມາຮອດປະຈຸບັນ ໂລກລະບາດໄດ້ເຮັດໃຫ້ກ່ວາ 1,5 ລ້ານຄົນໃນໂລກເສຍຊີວິດ ແລະ ເຮັດໃຫ້ສິ່ງທ້າທາຍໄລຍະຍາວອື່ນເພີ່ມຂຶ້ນຢ່າງຮ້າຍແຮງ, ໃນນັ້ນ ມີການຂາດຄວາມສະເໝີພາບ ແລະ ການປ່ຽນແປງຂອງດິນຟ້າອາກາດ. ຕາມຄຳເຕືອນຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດແລ້ວ, ໂລກອາດຈະປະເຊີນໜ້າກັບບັນດາຜົນກະທົບຈາກໂລກລະບາດໂຄວິດ-19 ໃນຫລາຍທົດສະວັດຈະມາເຖິງ, ນັບທັງເມື່ອມີວັກຊິນປ້ອງກັນ ທີ່ໄດ້ຮັບຮອງເອົາຢ່າງໄວວາ ເພື່ອນຳໃຊ້. ທ່ານເລຂາທິການໃຫຍ່ສະຫະປະຊາຊາດຊີ້ແຈ້ງວ່າ ບັນດາຄວາມກ້າວໜ້າຢ່າງວ່ອງໄວທາງດ້ານວິທະຍາສາດ ທີ່ບັນລຸໃນໄລຍະຜ່ານມາ ແມ່ນສິ່ງທີ່ເປັນໜ້າຊົມເຊີຍ, ແຕ່ການສັກຢານັ້ນ ບໍ່ແມ່ນເພື່ອຮັບມືກັບໂລກລະບາດໂຄວິດ-19 ທີ່ພວມຄຸກຄາມໄປທົ່ວໂລກ. ນະທີ່ນີ້, ທ່ານ Guterres ໄດ້ຢ້ຳຄືນຄຳຮຽກຮ້ອງທີ່ວ່າ ວັກຊິນກັນໂຄວິດ-19 ຄວນໄດ້ຮັບຖືວ່າ “ແມ່ນປະເພດສິນຄ້າລວມທົ່ວໂລກ” ເພື່ອແບ່ງປັນໃຫ້ແກ່ປະຊາຊົນໃນທົ່ວໂລກ, ພ້ອມທັງ ຮຽກຮ້ອງໃຫ້ມີການປະກອບສ່ວນຂອງບັນດາປະເທດ ເພື່ອທົດແທນບ້ວງເງິນອຸປະຖຳ 4,3 ຕື້ USD ເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນ 2 ເດືອນຈະມາເຖິງ.

ດ້ວຍຖານະຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ປະທານ ອາຊຽນ 2020 ແລະ ພິເສດແມ່ນໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນກ່ຽວກັບປະສິດທິຜົນແຫ່ງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານອັນສຳຄັນສະບັບໜຶ່ງໄປຍັງກອງປະຊຸມ. ເນື້ອໃນສານໄດ້ສະເໜີ 6 ເນື້ອໃນ ໃນນັ້ນ ຖືບົດບາດໃຈກາງຂອງສະຫະປະຊາຊາດເປັນສຳຄັນ, ເພີ່ມທະວີການສົມທົບນະໂຍບາຍ, ສາມັກຄີກັນໃນການກະທຳ, ຍູ້ແຮງການຮ່ວມມືສາກົນ ກໍ່ຄືຄວາມມານະພະຍາຍາມຂອງບັນດາອົງການຫລາຍຝ່າຍ ໃນການບໍລິຫານທົ່ວໂລກ ແນໃສ່ຍູ້ໂຄວິດ-19 ໃຫ້ຖອຍໄປ; ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງຂອງທຸກນະໂຍບາຍ ແລະ ມີການກະທຳດ້ວຍບຸລິມະສິດແຖວໜ້າແມ່ນຮັກສາສຸຂະພາບ, ຊີວິດອີນຊີຂອງມະນຸດ, ຮັບປະກັນໃຫ້ປະຊາຊົນຢູ່ທຸກປະເທດ ແລະ ເຂດແຄ້ວນ ລ້ວນແຕ່ໄດ້ສຳຜັດກັບວັກຊິນ ແລະ ຢາປິ່ນປົວໂຄວິດ-19 ດ້ວຍຄ່າໃຊ້ຈ່າຍເໝາະສົມ. ດ້ວຍຖານະເປັນປະທານອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ອາຊຽນ ເຫັນດີເປັນເອກະພາບຕໍ່ບັນດາຂໍ້ລິເລີ່ມ ແລະ ການຮ່ວມມືເພືື່ອຮັບມືກັບໂລກລະບາດໂຄວິດ-19: ກອງທຶນ ອາຊຽນ ຮັບມືກັບໂຄວິດ-19; ສ້າງແຮວັດຖຸອຸປະກອນການແພດສຸກເສີນພາກພື້ນ; ແຜນຍຸດທະສາດຮັບມືກັບບັນດາກໍລະນີສາທາລະນະສຸກຂອງ ອາຊຽນ; ສູນສາທາລະນະສຸກ ອາຊຽນ ຮັບມືກັບບັນດາກໍລະນີການແພດສາທາລະນະສຸກເສີນ ແລະ ໂລກລະບາດເກີດໃໝ່; ກອບຟື້ນຟູສັງລວມອາຊຽນ ແລະ ແຜນການຜັນຂະຫຍາຍຄົບຊຸດທັງ 3 ເສົາຄ້ຳຂອງປະຊາຄົມ ແນໃສ່ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດແກ້ໄຂຜົນຮ້າຍຢ້ອນຫລັງຈາກໂລກລະບາດ, ສ້າງຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.

ຄວາມຮຽກຮ້ອງ ແລະ ທ່າອ່ຽງໃນການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ - 19

ກ່ອນການຈັດຕັ້ງກອງປະຊຸມພິເສດຂອງ ສະມັດຊາໃຫຍ່ ສປຊ, ວັນທີ 30 ພະຈິກ, ອາຊຽນ ແລະ ສະຫະພາບ ເອີລົບ (EU) ໄດ້ໂຮມປະຊຸມລັດຖະມົນຕີ ອາຊຽນ - EU (AEMM) ທາງອອນລາຍຄັ້ງທີ 23, ໂດຍປຶກສາຫາລືກ່ຽວກັບການພົວພັນໃນອະນາຄົດ, ບັນດາບັນຫາສາກົນ, ພິເສດແມ່ນວິທີດຳເນີນການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ - 19 ແລະ ສ້າງທ່າຟື້ນຟູຢ່າງແຮງ. ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດ ອາຊຽນ ແລະ EU ໄດ້ເຫັນດີເປັນເອກະພາບຕໍ່ຄວາມສຳຄັນຂອງການຮ່ວມມືຢູ່ ອົງການອະນາໄມໂລກ (WHO), ລວມມີການດຳເນີນການຕີລາຄາຢ່າງພາວະວິໄສ ກ່ຽວກັບວິທີຮັບມືກັບໂລກລະບາດໂຄວິດ - 19. ສອງຝ່າຍມີຄວາມປາດຖະໜາຢາກສືບຕໍ່ຮ່ວມມືໃນຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ແລະ ການຟື້ນຟູແບບຍືນຍົງ, ເໝາະສົມກັບກອບຟື້ນຟູຢ່າງຮອບດ້ານຂອງອາຊຽນ. ກອງປະຊຸມກໍ່ໄດ້ສົ່ງເສີມໃຫ້ ຍູ້ແຮງການຮ່ວມມືເພື່ອແນໃສ່ເພີ່ມທະວີຄວາມສາມາດກຽມພ້ອມກໍ່ຄືກຳລັງຄວາມສາມາດໃນການຮັບມືກັບບັນດາວິກິດການດ້ານການແພດສາທາລະນະໃນປັດຈຸບັນ ແລະ ໃນອະນາຄົດ, ເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງທີ 3 ກ່ຽວກັບສຸຂະພາບ ແລະ ຄວາມຜາສຸກ.

ອາດເຫັນໄດ້ວ່າ, ຕໍ່ໜ້າຜົນກະທົບທີ່ນັບມື້ນັບຮ້າຍແຮງຂອງໂລກລະບາດ ໂຄວິດ - 19, ຄວາມຕ້ອງການ ແລະ ທ່າອ່ຽງໃນການຮ່ວມມືສາກົນເພື່ອຮັບມືກັບໂລກລະບາດໂຄວິດ - 19 ກໍ່ນັບມື້ນັບເພີ່ມຂຶ້ນ. ໂດຍແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ມີຄວາມປາດຖະໜາວ່າ “ປະຊາຄົມສາກົນ ຈະເສີມຂະຫຍາຍເຈດຈຳນົງ ແລະ ກຳລັງແຮງຂອງແຕ່ລະປະເທດ, ກໍ່ຄືຈິດໃຈຄວາມສາມັກຄີ, ການຮ່ວມມືສາກົນ ຢ່າງແຮງ ເພື່ອພ້ອມກັນຜ່ານຜ່າໂລກລະບາດໂຄວິດ - 19 ແລະ ສ້າງອະນາຄົດທີ່ດີງາມກ່ວາ ໃຫ້ແກ່ແຕ່ລະປະເທດ ແລະ ປະຊາຊົນທຸກຄົນ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນວິວັດທະນາການອັນສູງສົ່ງດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ