Geetesh Sharma - ຊາວ ອິນເດຍ ຜູ້ໜຶ່ງມີຄວາມເມົາມົວກັບຫວຽດນາມ

(VOVWORLD) -ຊຸມປີ 1970-1975, ທ່ານ Geetesh Sharma ໄດ້ລົງຖະໜົນພ້ອມກັບຊາວໜຸ່ມ, ຊາວກະສິກອນ, ປັນຍາຊົນລັດ Bengal ຕາເວັນຕົກ ເປັນຈຳນວນຫຼວງຫາຍ ໂຮມຊຸມນຸ່ມມິດຕິງ, ແຫ່ຂະບວນປະທ້ວງສະແດງຄວາມສາມັກຄີກັບການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ ອ້າຍນ້ອງ.
Geetesh Sharma - ຊາວ ອິນເດຍ ຜູ້ໜຶ່ງມີຄວາມເມົາມົວກັບຫວຽດນາມ  - ảnh 1(ທ່ານ Geetesh Sharma ແມ່ນນັກປະພັນວັນນະຄະດີ, ນັກກະວີ, ນັກຂ່າວ,
ນັກເຄື່ອນໄຫວການເມືອງ - ສັງຄົມ ອິນເດຍ)

Geetesh Sharma ແມ່ນນັກປະພັນວັນນະຄະດີ, ນັກກະວີ, ນັກຂ່າວ, ນັກເຄື່ອນໄຫວການເມືອງ - ສັງຄົມ ອິນເດຍ ຜູ້ໜຶ່ງ, ແຕ່ພົ້ນເດັ່ນກວ່າໝູ່ ລາວແມ່ນຊາວ ອິນເດຍ ຜູ້ໜຶ່ງທີ່ມີຄວາມເມົາມົວຄົ້ນຄວ້າ ກ່ຽວກັບຫວຽດນາມ ທີ່ສຸດ ແລະ ຕໍ່ສູ້ໃຫ້ແກ່ເອກະລາດ ແລະ ເສລີພາບຂອງປະເທດຫວຽດນາມ, ໃຫ້ແກ່ສາຍພົວພັນມິດຕະພາບລະຫວ່າງ 2 ຊາດ. ຍາກທີ່ຈະຫາໄດ້ສ່ວນບຸດຄົນໃດ ທີ່ມີຄວາມຮູ້ກ່ຽວກັບຫວຽດນາມ ແລະ ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນຢ່າງສະໜິດແໜ້ນລະຫວ່າງຫວຽດນາມ - ອິນເດຍ ຄືທ່ານ.

ທ່ານ Geetesh Sharma (1932-2021), ປະທານຄະນະກຳມະການສາມັກຄີອິນເດຍ - ຫວຽດນາມ ລັດ Bengal ຕາເວັນຕົກ, ໄດ້ຮັບຖືວ່າແມ່ນເພື່ອນຜູ້ຍິ່ງໃຫຍ່ຂອງຫວຽດນາມ, ເປັນຂົວເຊື່ອມຕໍ່ຂອງການພົວພັນຢ່າງສະໜິດແໜ້ນລະຫວ່າງອິນເດຍ ແລະ ຫວຽດນາມ ໃນພື້ນຖານການທູດປະຊາຊົນ. ຊື່ຂອງທ່ານໄດ້ຕິດພັນກັບຂະບວນການຕໍ່ສູ້ສະໜັບສະໜູນສົງຄາມປົດປ່ອຍພາກໃຕ້ຫວຽດນາມ ຢູ່ນະຄອນ Calcutta, ລັດ Bengal ຕາເວັນຕົກ, ພາກຕາເວັນອອກ ອິນເດຍ.

ຊຸມປີ 1970-1975, ທ່ານ Geetesh Sharma ໄດ້ລົງຖະໜົນພ້ອມກັບຊາວໜຸ່ມ, ຊາວກະສິກອນ, ປັນຍາຊົນລັດ Bengal ຕາເວັນຕົກ ເປັນຈຳນວນຫຼວງຫາຍ ໂຮມຊຸມນຸ່ມມິດຕິງ, ແຫ່ຂະບວນປະທ້ວງສະແດງຄວາມສາມັກຄີກັບການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ ອ້າຍນ້ອງ. ທ່ານ Geetesh Sharma ໄດ້ເຂົ້າຮ່ວມຄະນະກຳມະການສາມັກຄີອິນເດຍ - ຫວຽດນາມ ນັບແຕ່ຄາວສ້າງຕັ້ງເມື່ອປີ 1974 ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ. ຮອດປີ 1994, ທ່ານໄດ້ຮັບການເລືອກຕັ້ງເປັນປະທານຂອງຄະນະກຳມະການ ແລະ ໄດ້ດຳລົງຕຳແໜ່ງນີ້ມາຮອດປະຈຸບັນ. ດ້ວຍບົດບາດເປັນນັກຂ່າວ, ນັກເຄື່ອນໄຫວການເມືອງ-ສັງຄົມ, ທ່ານ Geetesh Sharma ໄດ້ອຸທິດຕະຫຼອດສ່ວນໃນໄລຍະ 5 ທົດສະວັດໂດຍບໍ່ຮູ້ອິດຮູ້ເມື່ອຍ ເພື່ອແນໃສ່ ຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງຫວຽດນາມ - ອິນເດຍ. ທ່ານໄດ້ໄປເຖິງຫຼາຍລັດຢູ່ ອິນເດຍ, ກວ່າ 30 ປະເທດ ແລະ ໄປຮອດໃສ ທ່ານ Geetesh Sharma ກໍ່ຍ້ອງຍໍຫວຽດນາມ, ຢັ້ງຢືນ ການທຳສົງຄາມທີ່ເປັນທຳຂອງປະຊາຊົນຫວຽດນາມ, ຍ້ອງຍໍຊົມເຊີຍຈິດໃຈເປັນເຈົ້າຕົນເອງ, ການປ່ຽນແປງໃໝ່, ປະດິດຄິດສ້າງ, ນ້ຳໃຈໂອບອ້ອມອາລີຂອງທັງຊາດຫວຽດນາມ.

ທ່ານຮອງສາດສະດາຈານ, ປະລິນຍາເອກ ເລວັນຕວານ, ຫົວໜ້າກໍ່ຕັ້ງສູນຄົ້ນຄວ້າອິນເດຍ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ), ຖືວ່າ.

“89 ປີຜ່ານມາ, ທ່ານ Geetesh Sharma ເຄີຍໄປຢ້ຽມຢາມ ແລະ ເຮັດວຽກຢູ່ກວ່າ 30 ປະເທດໃນໂລກ, ເບິ່ງຄືວ່າ ຫວຽດນາມ ແມ່ນປະເທດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຫຼາຍທີ່ສຸດ, ສະຫງວນນ້ຳໃຈຫຼາຍທີ່ສຸດ, ອາດເວົ້າໄດ້ວ້າ ຫວຽດນາມ - ໂຮ່ຈີມິນ ຍາມໃດກໍ່ຝັງເລິກໃນດວງໃຈຂອງທ່ານ. ທ່ານ Geetesh Sharma ເຄີຍໄປທົ່ວປະເທດຫວຽດນາມ, ນັບແຕ່ເຫນືອຮອດໃຕ້ເພື່ອບັນທຶກຮ່ອງຮອຍສົງຄາມປົດປ່ອຍປະເທດຊາດ, ບັນດາຮ່ອງຮອຍວັດທະນະທຳອິນເດຍ ຢູ່ຫວຽດນາມ”.

ບໍ່ພຽງແຕ່ແມ່ນຕົວພະຍານຫຼັກຖານຂອງສາຍພົວພັນອັນດີງາມລະຫວ່າງ 2 ປະເທດຫວຽດນາມ - ອິນເດຍ ເທົ່ານັ້ນ, ທ່ານ Geetesh Sharma ຍັງແມ່ນຜູ້ກໍ່ຕັ້ງບັນດາຜົນງານນີ້ອີກດ້ວຍ, ເຊິ່ງກ່ອນອື່ນໝົດແມ່ນຊ່ວຍໃຫ້ 2 ຊາດມີຄວາມເຂົ້າໃຈກັນກວ່າ. ເມື່ອເວົ້າເຖິງບັນດາການປະກອບສ່ວນຂອງ ທ່ານ Geetesh Sharma ໃຫ້ແກ່ການພົວພັນມິດຕະພາບລະຫວ່າງ 2 ປະເທດ. ທ່ານ ຮ່າມິງເຫ້ວ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ, ຜູ້ທີ່ໄດ້ເຮັດວຽກກັບທ່ານເປັນເວລາຫຼາຍປີ, ໃຫ້ຮູ້ວ່າ.

“ໂດຍແມ່ນນັກປະພັນວັນນະຄະດີ, ນັກຂ່າວ, ຜູ້ຂຽນທີ່ມີຊື່ສຽງຂອງ ອິນເດຍ, ທ່ານ Geetesh Sharma ໄດ້ແຕ່ງປື້ມ 23 ຫົວ, ໃນນັ້ນມີເກືອບ 10 ເຫຼັ້ມທ່ີຂຽນກ່ຽວກັບຫວຽດນາມ; ທ່ານໄດ້ບັນທຶກບັນດາຄວາມຮູ້ສຶກຂອງທ່ານກ່ຽວກັບປະເທດຫວຽດນາມ, ປະທານໂຮ່ຈີມິນ. ມໍລະດົກໃຫຍ່ຫຼວງທີ່ສຸດເຊິ່ງທ່ານໄດ້ປະໄວ້ໃຫ້ນັ້ນແມ່ນການລໍ່ລ້ຽງນ້ຳໃຈພິເສດຕໍ່ກັບປະຊາຊົນຫວຽດນາມ, ບັນດາປື້ມຂອງທ່ານໄດ້ຂຽນດ້ວຍພາສາອັງກິດ, ພາສາ Bengali, ພາສາ Hindi ໄດ້ໂຄສະນາຢ່າງກວ້າງຂວາງຢູ່ອິນເດຍ”.

ປີ 2004, ລັດຖະບານຫວຽດນາມ ໄດ້ມອບຫຼຽນໄຊເພື່ອສັນຕິພາບ ແລະ ມິດຕະພາບໃຫ້ແກ່ທ່ານ Geetesh Sharma; ຫຼຽນໄຊເພື່ອສັນຕິພາບ, ມິດຕະພາບລະຫວ່າງຊົນຊາດຈາກສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເພື່ອແນໃສ່ຮັບຮູ້ບັນດາຄວາມມານະພະຍາຍາມຂອງທ່ານໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນອິນເດຍ ແລະ ຫວຽດນາມ.

ທ່ານ Geetesh Sharma ເຄີຍເວົ້າວ່າ: “ຂ້າພະເຈົ້າໄດ້ຄິດຕະຫຼອດວ່າ, ຂ້າພະເຈົ້າບໍ່ສາມາດຊຳລະໜີ້ສິນໃຫ້ຫວຽດນາມໄດ້ໝົດ, ແຕ່ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້”. ທ່ານລ່ວງຫຼັບໄປແລ້ວ, ແຕ່ບັນດາພາບພົດກ່ຽວກັບເພື່ອນຍິ່ງໃຫຍ່ຜູ້ໜຶ່ງຍາມໃດກໍ່ສະຫງວນຄວາມຮັກພິເສດໃຫ້ແກ່ຫວຽດນາມ ຈະສືບຕໍ່ສ້າງແຫຼ່ງບັນດານໃຈໃຫ້ລຸ້ນຄົນຕໍ່ໆໄປ ເຊິ່ງຍາມໃດກໍ່ມານະພະຍາຍາມເພີ່ມພູນຄຸນສ້າງ ແລະ ເສີມຂະຫຍາຍມູນເຊື້ອໃຫ້ແກ່ການພົວພັນມິດຕະພາບອັນດີງາມ, ຄວາມສາມັກຄີໄມຕີຈິດມິດຕະພາບລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ