Recsports.vn- ນຳກິລາເຂົ້າສູ່ຊີວິດຊຸມຊົນ

(VOVWORLD) -ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 5 ປີ, ໂຄງການເລີ່ມເປີດກວ້າງຮັບໃຊ້ໃຫ້ທັງຜູ້ໃຫຍ່, ກໍ່ສ້າງບັນດາຮາກຖານຝຶກແອບຢູ່ບັນດາສູນກິລາກາຍຍະກຳ, ເຂດລະຫຼິ້ນບັນເທິງ… ໃນທົ່ວປະເທດ.
Recsports.vn- ນຳກິລາເຂົ້າສູ່ຊີວິດຊຸມຊົນ - ảnh 1ການແຂ່ງຂັນ Snookball
(ພາບ: kinhtedothi.vn)

ການນຳໃຊ້ຮູບແບບນຳ STEM ເຂົ້າໃນກິລາບັນເທິງ (STEM Sport), ໂຄງການກິລາບັນເທິງ ແລະ ສົມທົບຫວຽດນາມ Recsports.vn ໄດ້ອອກແບບເພື່ອພັດທະນາທາງດ້ານຮ່າງກາຍໃຫ້ແກ່ເປົ້າໝາຍເປັນຕົ້ນແມ່ນເດັກຊັ້ນອະນຸບານ, ນັກຮຽນ ແລະ ນັກສຶກສາ. ກຳນົດທິດພັດທະນາໂຄງການຕາມຮູບແບບວິສາຫະກິດ ໄດ້ສ້າງຜົນກະທົບຕໍ່ສັງຄົມ. ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 5 ປີ, ໂຄງການເລີ່ມເປີດກວ້າງຮັບໃຊ້ໃຫ້ທັງຜູ້ໃຫຍ່, ກໍ່ສ້າງບັນດາຮາກຖານຝຶກແອບຢູ່ບັນດາສູນກິລາກາຍຍະກຳ, ເຂດລະຫຼິ້ນບັນເທິງ… ໃນທົ່ວປະເທດ.

        ໂດຍແມ່ນຜູ້ເປີດເສັ້ນທາງນຳປະເພດກິລາບັນເທິງສົມທົບມາຫວຽດນາມ, ຫງວຽນເຟືອງຕຸ່ງ ຜູ້ກໍ່ຕັ້ງ ແລະ ນຳພາ (Founder & Leader) ຂອງອົງການຈັດຕັ້ງ Recsports ຫວຽດນາມ ໄດ້ປະສົບຜົນສຳເລັດໃນເບື້ອງຕົ້ນເມື່ອນຳບັນດາປະເພດກິລາໃໝ່ອ່ຽມມາແນະນຳຢູ່ຫວຽດນາມ ປະເພດກິລານີ້ນັບມື້ນັບໄດ້ຮັບການຮັບຮູ້ ຈາກຜູ້ຫຼິ້ນກິລາ. ໂຄງການບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ ເທົ່ານັ້ນ, ຫາກຍັງສ້າງຄຸນຄ່າຫຼາຍຢ່າງໃຫ້ແກ່ສັງຄົມອີກດ້ວຍ.

        ໂດຍຮຽນຈົບຈາກວິທະຍາໄລວິຊາຊີບກະຊວງປ້ອງກັນປະເທດ, ດ້ວຍຄວາມມຸ່ງມາດປາດຖະໜາຢາກຢັ້ງຢືນຕົນເອງ ແລະ ສ້າງຄວາມຮັ່ງມີ, ຫງວຽນເຟືອງຕຸ່ງ ໄດ້ມີແນວຄວາມຄິດ startup ໃນຂົງເຂດກິລາບັນເທິງ. ມີ່ເທື່ອໜຶ່ງທີ່ເບິ່ງ Youtube, ເຟືອງຕຸ່ງ ໄດ້ຮູ້ຈັກປະເພດກິລາ Snookball, ນີ້ແມ່ນການປະສົມປະສານກັນລະຫວ່າງປະເພດກິລາ bida ທີ່ເປັນມູນເຊື້ອ ແລະ ບານເຕະ, ຊ່ວຍໃຫ້ຄວາມບັນເທິງ ແລະ ເຮັດໃຫ້ສຸຂະພາບແຂງແຮງ. ໂດຍກຳນົດວ່າ ເສັ້ນທາງນີ້ຈະຍາວໄກ, ຍ້ອນເຫດນັ້ນ ເຟືອງຕຸ່ງ ໄດ້ຊອກຫາຜູ້ຮ່ວມອຸດົມການທາງອອນລາຍເພື່ອພ້ອມກັນຜັນຂະຫຍາຍ. ໂຊກດີທີ່ວ່າ ໃນຈຸດເວລານັ້ນ ເຟືອງຕຸ່ງ ຊອກໄດ້ຜູ້ຮ່ວມງານ 2 ຄົນແມ່ນ ເລແທັງຫາຍ ແລະ ເລວັນທັງ ກໍ່ມີຄວາມເມົາມົວເຊັ່ນດຽວກັນ. ຜູ້ຊາຍທັງ 3 ຄົນນີ້ໄດ້ແນະນຳປະເພດກິລາໃໝ່ອອກສູ່ຊຸມຊົນ. ອ້າຍ ຫງວຽນເຟືອງຕຸ່ງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ຂຽນໂຄງການ Recsports ນັບແຕ່ປີ 2015 ແລະ ຮອດປີ 2016 ໄດ້ເລີ່ມຜັນຂະຫຍາຍ. ດ້ວຍຄວາມປາດຖະໜາແມ່ນຢາກນຳບັນດາປະເພດກິລາສົມທົບ, ກິລາບັນເທິງຈາກຫຼາຍປະເທດມາຫວຽດນາມ. ຈຸດປະສົງແມ່ນນຳມາເຊິ່ງສຸຂະພາບທີ່ແຂງແຮງໃຫ້ຊຸມຊົນ. ໂດຍເລີ່ມມາຈາກຄວາມປາດຖະໜາຂອງຂ້າພະເຈົ້າ ແມ່ນຢາກນຳມາເຊິ່ງສຸຂະພາບທີ່ແຂງແຮງໃຫ້ທຸກຄົນ ແລະ ແກ້ໄຂບັນດາບັນຫາສັງຄົມ”.

Recsports.vn- ນຳກິລາເຂົ້າສູ່ຊີວິດຊຸມຊົນ - ảnh 2Snookball ແມ່ນປະເພດກິລາໃໝ່ອ່ຽມສຳລັບຊາວຫວຽດນາມ
(ພາບ: vietnambiz.vn)

ໂດຍແມ່ນຫົວໜ່ວຍທຳອິດທີ່ນຳປະເພດກິລານີ້ມາຫວຽດນາມ, Recsports.vn ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອ Snookball ແມ່ນປະເພດກິລາໃໝ່ອ່ຽມສຳລັບຊາວຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນທ່າແຮງຍ້ອນຍັງບໍ່ທັນມີການແກ່ງແຍ້ງ. ເພື່ອໃຫ້ມີຄວາມໃກ້ຊິດກວ່າກັບລູກຄ້າ, Recsports ໄດ້ເລືອກເອົາວິທີຈັດບັນດາການແຂ່ງຂັນ, ລອງຫຼິ້ນ ຫຼື ມອບເຄື່ອງອຸປະກອນກິລາໂດຍບໍ່ເສຍຄ່າໃຫ້ແກ່ບາງໂຮງຮຽນ ເພື່ອໃຫ້ນັກຮຽນທົດລອງຫຼິ້ນ.

        “ຈຸດໃໝ່ຂອງໂຄງການແມ່ນ ບົນພື້ນຖານກິລາທີ່ເປັນມູນເຊື້ອທີ່ໄດ້ມີຄວາມຮູ້ຈັກດີແລ້ວ, ພວກຂ້າພະເຈົ້າປາດຖະໜາວ່າ ຜູ້ຫຼິ້ນຈະສາມາດເຂົ້າໃຈໄດ້ ແລະ ສາມາດສົມທົບ 1-2 ປະເພດກິລາເຂົ້ານຳກັນ, ຊ້ຳບໍ່ໜຳແມ່ນນຳ 3 ປະເພດກິລາເຂົ້າເປັນ 1 ເກມຫຼິ້ນ. ຕົວຢ່າງຄື ກິລາບານເຕະ ແລະ bowling, ຜູ້ຫຼິ້ນເຕະໝາກບານໃສ່ pin ຂອງ bowling”.

        ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 5 ປີ, ມາຮອດປະຈຸບັນ ໂຄງການໄດ້ຕິດຕັ້ງເຄື່ອງອຸປະກອນຫຼິ້ນກິລາຕົວຈິງຢູ່ຫຼາຍແຂວງຄື: ເຊີນລາ, ຮ່າໂນ້ຍ, ຮືງອຽນ, ເງະອານ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ຫຼິ້ນ.

        “ສະພາບຕົວຈິງຢູ່ບັນດາໂຮງຮຽນຊັ້ນອະນຸບານແມ່ນຂາດບ່ອນຫຼິ້ນ, ເຂດຫຼິ້ນບໍ່ກວ້າງ ແລະ ກັບເມືອບ້ານກໍ່ບໍ່ໄດ້ໄປຫຼິ້ນຫຍັງ. ໂຮງຮຽນຊັ້ນອະນຸບານ ຕວຍເທີ ພ້ອມກັບໂຄງການ Recsports ໄດ້ຜັນຂະຫຍາຍໂຄງການດັ່ງກ່າວໃຫ້ແກ່ເດັກ. ນີ້ແມ່ນເຄື່ອງຫຼິ້ນທີ່ມີປະໂຫຍດທີ່ສຸດ, ຊ່ວຍໃຫ້ແກ່ການພັດທະນາຂອງເດັກຫຼາຍທີ່ສຸດ”.

        ກຸ່ມສ້າງຕັ້ງຫວັງວ່າ, ປະເພດກິລາບັນເທິງສົມທົບນີ້ ຈະແຜ່ຂະຫຍາຍ ແລະ ທຽບເທົ່າກັບປະເພດກິລາທີ່ເປັນມູນເຊື້ອຄື: ບານເຕະ, ປິ໋ງປ໋ອງ, ຕີດອກປີກໄກ່. ເມື່ອຕີລາຄາກ່ຽວກັບໂຄງການດັ່ງກ່າວ, ທ່ານ ຫງວຽນຫາຍມິນ, ຮອງປະທານສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຮ່າໂນ້ຍ, ຖືວ່າ:

        “ບັນດາແນວຄວາມຄິດປະດິດຄິດສ້າງທີ່ສ້າງຜົນກະທົບຕໍ່ສັງຄົມຄື Recsports ຢູ່ຫວຽດນາມ ແມ່ນຍັງບໍ່ທັນຫຼາຍ. ໂຄງການພວມສ້າງຄວາມໝາຍທາງດ້ານຊີວິດໃຫ້ແກ່ທຸກໆຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມໃນອະນາຄົດ. ຂ້າພະເຈົ້າຖືວ່າ ນີ້ແມ່ນສິ່ງທີ່ດີທີ່ສຸດ. ບັນດາບໍລິສັດນຳໜ້າຄືບໍລິສັດຂອງ ຫງວຽນເຟືອງຕຸ່ງ ຈະສ້າງຂີດໝາຍ ແລະ ບັນດາໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ບັນດາບໍລິສັດອື່ນ ຕ້ອງມີຄວາມຮັບຜິດຊອບໃນການດຳເນີນທຸລະກິດຕໍ່ສັງຄົມ”.

        ເປົ້າໝາຍຂອງ Recsports ຈະແມ່ນເຊື່ອມຕໍ່ຜັນຂະຫຍາຍຮ່ວມມືກັບບັນດາເຂດຜັກຜ່ອນບຳລຸງສຸຂະພາບ, ເດີ່ນບານເຕະນ້ອຍ, ສະໂມສອນກິລາ, ສູນການຄ້າ, ເຂດລະຫຼິ້ນບັນເທິງ ແລະ ຜັນຂະຫຍາຍອອກສູ່ 63 ແຂວງ, ນະຄອນໃນທົ່ວປະເທດ ແລະ ກາຍເປັນອົງການຈັດຕັ້ງນຳໜ້າກ່ຽວກັບປະເພດກິລາບັນເທິງ.

ຕອບກັບ

ຂ່າວ/ບົດ​ອື່ນ