Vinfast ປະກອບສ່ວນສ້າງສິ່ງມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ

(VOVWORLD) -ດ້ວຍສະຖິຕິ 21 ເດືອນ - ເລີ່ມລົງມືກໍ່ສ້າງ, ຕິດຕັ້ງ, ທົດລອງເຄື່ອງຈັກ ແລະ ນ້ຳເຂົ້າເຄື່ອນໄຫວຢ່າງເປັນທາງການ, Vinfast ໄດ້ສ້າງສິ່ງມະຫັດສະຈັນໃໝ່ໃນຂະແໜງອຸດສາຫະກຳລົດໂອໂຕໂລກ.
Vinfast ປະກອບສ່ວນສ້າງສິ່ງມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໃນຈຸດເວລານັ້ນແມ່ນນາຍົກລັດຖະມົນຕີ, ກ່າວຄຳເຫັນທີ່ພິທີເປີດໂຮງງານລົດໂອໂຕ Vinfast
(ພາບ: nhandan.vn)

 

ຂະແໜງອຸດສາຫະກຳລົດໂອໂຕ ຫວຽດນາມ ໄດ້ມີມາແຕ່ດົນນານແລ້ວ, ແຕ່ ຮອດປີ 2019 ລົດໂອໂຕຄັນທຳອິດທີ່ເປັນເຄື່ອງໝາຍ ຫວຽດນາມ ໄດ້ຖືກຜະລິດອອກ, ດ້ວຍການມີໜ້າຂອງເຄື່ອງໝາຍການຄ້າ Vinfast ຂອງກຸ່ມບໍລິສັດ Vingroup. ກ່ອນໜ້ານັ້ນ, ເດືອນ ກັນຍາ 2017, ກຸ່ມບໍລິສັດ Vingroup ໄດ້ເລີ່ມລົງມືກໍ່ສ້າງສູນຜະລິດລົດໂອໂຕ Vinfast ຢູ່ເຂດເສດຖະກິດ ກາດຫາຍ (ຫາຍຟ່ອງ) ດ້ວຍຈຳນວນເງິນລົງທຶນຂຶ້ນເຖິງ 3,5 ຕື້ USD. ດ້ວຍຍຸດທະສາດລົງທຶນມີແບບມີແຜນນັ້ນ, Vinfast ໄດ້ພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ “ຄວາມຝັນລົດໂອໂຕ ຫວຽດນາມ”.

        ກ່ອນນີ້ 64 ປີ, ວັນທີ 21 ທັນວາ 1958, ໂຮງງານ ຈຽນທັງ (ຮ່າໂນ້ຍ) ໄດ້ຜະລິດອອກລົດໂອໂຕ 4 ບ່ອນນັ່ງຄັນທຳອິດ ໂດຍຊາວ ຫວຽດນາມ ຜະລິດເອງ,ຊຶ່ງໄດ້ແບບມາຈາກລົດ Fregate ຂອງ ຝລັ່ງ. ເຖິງຢ່າງໃດກໍ່ຕາມ, ຍ້ອນເງື່ອນໄຂສົງຄາມ, ປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ ລົດໂອໂຕ “ຈຽນທັງ” ບໍ່ໄດ້ຜະລິດຫຼາຍ, ແຕ່ນີ້ກໍ່ໄດ້ຮັບຖືວ່າແມ່ນການເລີ່ມຕົ້ນຂອງຂະແໜງອຸດສາຫະກຳລົດໂອໂຕຂອງ ຫວຽດນາມ. ຮອດຊຸມປີ 1970 ຕະຫຼາດພາກໃຕ້ ຫວຽດນາມ ກໍ່ປະກົດມີລົດໂອໂຕໂດຍຊາວ ຫວຽດນາມ ປະກອບຕາມມາດຕະຖານຂອງບໍລິສັດ Citroen (ຝລັ່ງ) ມີຊື່ວ່າ La Dalat. ຮອດປີ 2004, ມີ 2 ບໍລິສັດແມ່ນ ໂອໂຕ ເຈື່ອງຫາຍ ແລະ ໂອໂຕ ຊວນກຽນ (Vinaxuki) ໄດ້ຮັບໃບອະນຸຍາດຜະລິດ, ປະກອບລົດໂອໂຕຢູ່ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຮອດປີ 2012, Vinaxuki ໄດ້ປິດປະຕູບໍລິສັດ. ສ່ວນບໍລິສັດ ເຈື່ອງຫາຍ ຍັງສືບຕໍ່ປະກອບລົດໂອໂຕຕາມເຄື່ອງໝາຍການຄ້າໃຫຍ່ຄື: Mazda, Kia, Peugeot… ຢູ່ ຫວຽດນາມ.

        ເດືອນ ກັນຍາ 2017, ກຸ່ມບໍລິສັດ Vingroup ໄດ້ເຮັດໃຫ້ວົງການນັກຜະລິດລົດໂອໂຕຕົກສະເງີ້, ເມື່ອເລີ່ມລົງມືກໍ່ສ້າງສູນຜະລິດລົດໂອໂຕ ແລະ ລົດຈັກໄຟຟ້າຢູ່ເມືອງ ກາດຫາຍ, ນະຄອນ ຫາຍຟ່ອງ. ໂດຍກຳເນີດຂຶ້ນດ້ວຍຄວາມລະແວງສົງໄສ ແຕ່ຮອດທ້າຍເດືອນກັນຍາ 2017, ກຸ່ມບໍລິສັດ Vingroup ໄດ້ປະກາດພາບຫຼັກທຳອິດກ່ຽວກັບລົດໂອໂຕ 2 ຄັນຂອງ Vinfast. ພິເສດແມ່ນ logo ຮູບ “V” ເຮັດໃຫ້ຊາວ ຫວຽດນາມ ມີຄວາມເອກອ້າງທະນົງໃຈ. ຮອດວັນທີ 14 ມິຖຸນາ 2019, ບໍລິສັດຜະລິດ ແລະ ດຳເນີນທຸລະກິດ Vinfast ຈຳກັດ (ຂຶ້ນກັບກຸ່ມບໍລິສັດ Vinfast) ປະກາດກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວຜະລິດລົດໂອໂຕຢ່າງເປັນທາງການ. ດ້ວຍສະຖິຕິ 21 ເດືອນ - ເລີ່ມລົງມືກໍ່ສ້າງ, ຕິດຕັ້ງ, ທົດລອງເຄື່ອງຈັກ ແລະ ນ້ຳເຂົ້າເຄື່ອນໄຫວຢ່າງເປັນທາງການ, Vinfast ໄດ້ສ້າງສິ່ງມະຫັດສະຈັນໃໝ່ໃນຂະແໜງອຸດສາຫະກຳລົດໂອໂຕໂລກ.

        ກ່າວຄຳເຫັນທີ່ພິທີເປີດໂຮງງານລົດໂອໂຕ Vinfast ໃນວັນທີ 14 ມິຖຸນາ 2019, ທ່ານປະທານປະເທດ ຫງວຽນຊວັນຟຸກ, ໃນຈຸດເວລານັ້ນແມ່ນນາຍົກລັດຖະມົນຕີ, ໄດ້ຕີລາຄາສູງຕໍ່ບໍລິສັດ ທີ່ໄດ້ຍູ້ແຮງລະດັບຄວາມຄືບໜ້າຂອງໂຄງການ, ປະກອບສ່ວນສ້າງສິ່ງມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ ກໍຄືໃນໂລກ.

        “ມີບາງຄຳເຫັນມີຄວາມສົງໄສກ່ຽວກັບຄວາມຈິງຂອງ Vinfast ກໍຄືມີຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງ, ສິ່ງທ້າທາຍເຊິ່ງ Vinfast ຈະປະເຊີນໜ້າ ເມື່ອເຂົ້າຮ່ວມຂະແໜງອຸດສາຫະກຳເຊິ່ງມີປະຫວັດສາດແຫ່ງການພັດທະນາກວ່າ 100 ປີໃນໂລກແລ້ວ, ເປັນຂະແໜງທີ່ມີການແກ່ງແຍ້ງຢ່າງແຮງ. ເປັນຂະແໜງໜຶ່ງ ໃນເວລາຫຼາຍປີທີ່ ຫວຽດນາມ ມານະພະຍາຍາມສ້າງຂຶ້ນ ແຕ່ຍັງບໍ່ທັນໄດ້ຮັບຜົນສຳເລັດ. ການແຈ້ງເກີດຂອງໂຮງງານລົດໂອໂຕ Vinfast ໃນປະຈຸບັນໄດ້ປະກອບສ່ວນລົບລ້າງຄວາມສົງໄສນັ້ນ”.

        ນັບແຕ່ໄຕມາດທີ 1 ປີ 2019, Vinfast ໄດ້ສົ່ງລົດໂອໂຕທີ່ຜະລິດໄປທົດລອງຢູ່ 14 ປະເທດຢູ່ 4 ທະວີບ ເພື່ອກວດຄຸນນະພາບ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ. Vinfast ເລີ່ມສົ່ງລົດງວດທຳອິດໃຫ້ລູກຄ້າໃນທ້າຍເດືອນ ກໍລະກົດ 2019. ນີ້ແມ່ນຄັ້ງທຳອິດ ທີ່ຫວຽດນາມ ຜະລິດລົດໂອໂຕເປັນສິນຄ້າດ້ວຍເຄື່ອງໝາຍການຄ້າ ຫວຽດນາມ, ນຳ ຫວຽດນາມ ເຂົ້າແຜນທີ່ບັນດາປະເທດຜະລິດລົດໂອໂຕສະເພາະຂອງຕົນຢູ່ໃນໂລກ. ທ້າຍເດືອນ ຕຸລາ 2019, ຢູ່ Melaka (ມາເລເຊຍ), Vinfast ໄດ້ຮັບໃບຢັ້ງຢືນຄວາມປອດໄພຢູ່ລະດັບສູງສຸດຈາກລາຍການຕີລາຄາລົດໂອໂຕໃໝ່ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ASEAN NCAP). ລົດໂອໂຕ VinFast Lux SA 2.0 ແລະ Lux A2.0 ລ້ວນແຕ່ໄດ້ຮັບໃບຢັ້ງຢືນຄວາມປອດໄພຢູ່ໃນລະດັບສູງສຸດ.

Vinfast ປະກອບສ່ວນສ້າງສິ່ງມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ - ảnh 2ອາເມລິກາ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງກໍ່ສ້າງໂຮງງານຜະລິດລົດໂອໂຕໄຟຟ້າ ແລະ ຖ່ານທຳອິດຂອງ Vinfast ຢູ່ຕະຫຼາດ ອາເມລິກາ ເໜືອ
(ພາບ: nhandan.vn)

ວັນທີ 24 ມີນາ 2021, Vinfast ໄດ້ເປີດຂາຍລົດໂອໂຕໄຟຟ້າອັດສະລິຍະຄັນທຳອິດມີຊື່ວ່າ VF e34 ແລະ ພຽງແຕ່ເວລາ 12 ຊົ່ວໂມງ, ໄດ້ມີໃບສັ່ງຊື້ 3.692 ໃບ, ສ້າງສະຖິຕິໃໝ່ໃນຕະຫຼາດລົດໂອໂຕ ຫວຽດນາມ. ບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ, ວັນທີ 12 ກໍລະກົດ 2021, Vinfast ໄດ້ເປີດສາຂາຂອງຕົນຢູ່ ອາເມລິກາ, ການາດາ, ຝລັ່ງ, ເຢຍລະມັນ, ໂຮນລັງ ຢ່າງເປັນທາງການ, ເພື່ອແນໃສ່ກະກຽມສະເໜີໂຕຕໍ່ຕະຫຼາດສາກົນ. Vinfast ໄດ້ວາງເປົ້າໝາຍຂາຍລົດໂອໂຕໄຟຟ້າໃນແຕ່ລະປີໃຫ້ໄດ້ແຕ່ 160.000 ຫາ 180.000 ຄັນຢູ່ ອາເມລິກາ ເທົ່າກັບ 1% ຍອດຜະລິດຕະພັນລົດໂອໂຕທັງໝົດທີ່ຂາຍອອກຢູ່ປະເທດນີ້. ທ້າຍເດືອນ ມີນາ 2022, Vinfast ແລະ ອຳນາດການປົກຄອງລັດ North Carolina, ອາເມລິກາ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງກໍ່ສ້າງໂຮງງານຜະລິດລົດໂອໂຕໄຟຟ້າ ແລະ ຖ່ານທຳອິດຂອງ Vinfast ຢູ່ຕະຫຼາດ ອາເມລິກາ ເໜືອ. ໂຄງການມີມູນຄ່າ 2 ຕື້ USD ຂອງ Vinfast ໄດ້ຮັບການສະໜັບສະໜູນ ແລະ ຊົມເຊີຍຈາກວົງການເຈົ້າໜ້າທີ່ ອາເມລິກາ. ທ່ານລັດຖະມົນຕີກະຊວງພະລັງງານ ອາເມລິກາ Jenifer Granholm, ໃຫ້ຮູ້ວ່າ:

        “Vinfast ແມ່ນຕົວຢ່າງໃໝ່ສຸດກ່ຽວກັບເລື່ອງບັນດາບໍລິສັດປະກອບສ່ວນປະຕິບັດຄວາມມານະພະຍາຍາມສ້າງພື້ນຖານເສດຖະກິດພະລັງງານສະອາດຂອງທ່ານປະທານາທິບໍດີ Joe Biden ຜ່ານບັນດາບ້ວງເງິນລົງທຶນກ້ອນໃຫຍ່ຂອງເຂົາເຈົ້າ. ແນ່ນອນວ່າ, Vinfast ຈະບໍ່ແມ່ນບໍລິສັດສຸດທ້າຍທີ່ເຂົ້າຮ່ວມຄວາມມານະພະຍາຍາມນີ້. ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຂອບໃຈ Vinfast ທີ່ມາລົງທຶນຢູ່ ອາເມລິກາ, ຈ້າງແຮງງານຢູ່ ອາເມລິກາ ແລະ ຊ່ວຍໃຫ້ພວກຂ້າພະເຈົ້າເປັນເອກະລາດດ້ານພະລັງງານກວ່າ”.

        ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໃຫ້ຮູ້ວ່າ, ມາຮອດປະຈຸບັນມີ 70 ໂຄງການ, ດ້ວຍແຫຼ່ງທຶນປະມານ 300 ລ້ານ USD ຂອງບັນດາວິສາຫະກິດ ຫວຽດນາມ ລົງທຶນເຂົ້າອາເມລິກາ, ເຖິງຢ່າງໃດກໍ່ຕາມ ນີ້ແມ່ນໂຄງການທຳອິດດ້ວຍຂອບຂະໜາດໃຫຍ່ຄືແນວນີ້ ແລະ ສ້າງວຽກເຮັດງານທຳໃຫ້ຊາວ ອາເມລິກາ ນັບຫຼາຍພັນຄົນ.

        “ນີ້ແມ່ນເຫດການສຳຄັນຍິ່ງ ແລະ ມີຄວາມໝາຍ, ໂດຍເວົ້າເຖິງ 3 ຫົວຂໍ້ໃຫຍ່ຄື. ທີໜຶ່ງ, ນີ້ແມ່ນໝາກຜົນຂອງການພັດທະນາຢ່າງໄວໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ນັບແຕ່ 2 ປະເທດຫັນການພົວພັນເປັນປົກກະຕິ. ທີ 2, ເປັນການສະແດງໃຫ້ເຫັນການເຕີບໂຫຍ່ຢ່າງໄວ ແລະ ກະໂດດຂັ້ນຂອງ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ. ປະຈຸບັນ, ຫວຽດນາມ ແລະ ບັນດາວິສາຫະກິດ ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອບືນຕົວອອກສູ່ຕະຫຼາດຫ່າງໄກຄື ອາເມລິກາ. ທີ 3 ເປັນການສະແດງໃຫ້ເຫັນອະນາຄົດຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນສົດໄສທີ່ສຸດ. ຄວາມສາມາດບົ່ມຊ້ອນຂອງ 2 ປະເທດຍັງໃຫຍ່ຫຼວງຢູ່.”

        ມາຮອດຈຸດເວລານີ້, ບໍລິສັດລົດໂອໂຕ Vinfast ໄດ້ຜະລິດລົດໂອໂຕ 5 ລຸ່ນ ລວມມີ: Vinfast Fadil, Vinfast VF e34 (ລົດໂອໂຕໄຟຟ້າ), Vinfast Lux SA2.0, Vinfast Lux A2.0, Vinfast President… ປະຈຸບັນ, ລົດໂອໂຕ Vinfast ແມ່ນເຄື່ອງໝາຍການຄ້າໄດ້ຮັບຄວາມນິຍົມທີ່ສຸດຢູ່ຕະຫຼາດລົດໂອໂຕຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ