VNEdu 4.0 - ລະບົບຊີວະພາບການສຶກສາອັດສະລິຍະແຖວໜ້າຢູ່ ຫວຽດນາມ

(VOVWORLD) -ມາຮອດປະຈຸບັນ, VNEdu 4.0 ໄດ້ລື່ນກາຍຄວາມໝາຍຂອງລະບົບຊີວະພາບຂອງການສິດສອນເອເລັກໂຕນິກ ເພື່ອຮັບຜິດຊອບກໍ່ສ້າງມະນຸດໃນພາລະກິດຫັນການສຶກສາເປັນດີຈີຕອນ
VNEdu 4.0 - ລະບົບຊີວະພາບການສຶກສາອັດສະລິຍະແຖວໜ້າຢູ່ ຫວຽດນາມ - ảnh 1ໂປຼແກຼມ VNEdu ໄດ້ສ້າງຂຶ້ນໃນໄລຍະຕົ້ນການປະຕິວັດອຸດສາຫະກຳ 4.0
(ພາບປະກອບ: laodong.vn)
 
  ໂດຍຍາດໄດ້ລາງວັນທີ 1 ໃນລາຍການແຂ່ງຂັນຮັດແຄບໄລຍະຫ່າງລະຫ່ວາງດີຈີຕອນຂອງ ການແຂ່ງຂັນຊິງລາງວັນຜະລິດຕະພັນເຕັກໂນໂລຊີ Make in Vietnam ຄັ້ງທຳອິດ, ລະບົບຊີວະພາບດ້ານການສຶກສາອັດສະລິຍະ VNEdu 4.0 ຂອງກຸ່ມບໍລິສັດ VNPT ໄດ້ກາຍເປັນລະບົບຊີວະພາບດ້ານການສຶກສາດີຈີຕອນແຖວໜ້າຂອງ ຫວຽດນາມ ໃນປະຈຸບັນ. ນີ້ກໍ່ແມ່ນລະບົບຊີວະພາບດ້ານການສຶກສາກວມເອົາອັດຕາສ່ວນສູງໃນຕະຫຼາດຢູ່ ຫວຽດນາມ.

ໂປຼແກຼມ VNEdu ໄດ້ສ້າງຂຶ້ນໃນໄລຍະຕົ້ນການປະຕິວັດອຸດສາຫະກຳ 4.0, ສ້າງຂີດໝາຍຫັນເປັນດີຈີຕອນຂອງກຸ່ມບໍລິສັດ VNPT ເວົ້າສະເພາະ ແລະ ຂອງຫວຽດນາມ ເວົ້າລວມ. ມາຮອດປະຈຸບັນ, VNEdu 4.0 ໄດ້ລື່ນກາຍຄວາມໝາຍຂອງລະບົບຊີວະພາບຂອງການສິດສອນເອເລັກໂຕນິກ ເພື່ອຮັບຜິດຊອບກໍ່ສ້າງມະນຸດໃນພາລະກິດຫັນການສຶກສາເປັນດີຈີຕອນ, ນຳມາເຊິ່ງການປະຕິວັດດ້ານການສຶກສາດີຈີຕອນຢູ່ ຫວຽດນາມ.

ຕາມໝາກຜົນການສຳຫຼວດຂອງບັນດານັກຊ່ຽວຊານຄົ້ນຄວ້າ, ປະຈຸບັນ VNEdu 4.0 ກວມເອົາອັດຕາສ່ວນສູງກວ່າໝູ່ໃນຕະຫຼາດຫວຽດນາມ ດ້ວຍໂຮງຮຽນກວ່າ 30.000 ແຫ່ງ, ນັກຮຽນກວ່າ 8 ລ້ານຄົນ ແລະ ຄູອາຈານກວ່າ  800.000 ຄົນພວມນຳໃຊ້. ພິເສດ, ໃນໄລຍະເກີດໂລກລະບາດໂຄວິດ-19, ດ້ວຍລະບົບການຮຽນ-ການສອນທາງໄກ VNPT E-learning ໄດ້ຜັນຂະຫຍາຍໂດຍບໍ່ເກັບຄ່າໃຫ້ແກ່ບັນດາໂຮງຮຽນ. ຍ້ອນເຫດນັ້ນ, ການຮຽນ-ການສອນ ຈຶ່ງບໍ່ຖືກຕັດຕອນ, ປະຢັດລາຍຈ່າຍຫຼາຍໃຫ້ແກ່ງົບປະມານແຫ່ງລັດ, ຮັບປະກັນໃຫ້ລະບົບການສຶກສາດຳເນີນໄປເປັນປົກກະຕິ.

ໃນຈຳນວນບັນດາຜະລິດຕະພັນຂອງລະບົບຊີວະພາບ VNPT VNEdu, ຜະລິດຕະພັນເຊິ່ງຫຼາຍຄົນນຳໃຊ້ ແລະ ມີຄວາມສົນໃຈທີ່ສຸດນັ້ນແມ່ນ ຜະລິດຕະພັນຄຸ້ມຄອງໂຮງຮຽນ VNEdu. ອ້າຍຄູ ຟານວັນດຶກ, ໂຮງຮຽນລະຫວ່າງຊັ້ນ ໂງຍຊາວຮ່າໂນ້ຍ ຕີລາຄາວ່າ, VNEdu  ໄດ້ຊ່ວຍແກ້ໄຂບັນຫາເຊິ່ງທາງໂຮງຮຽນ, ຄູອາຈານ, ພໍ່ແມ່ນັກຮຽນພວມປະສົບ.

“ເຖິງວ່າການນຳໃຊ້ບັນດາພື້ນຖານສື່ສັງຄົມອອນລາຍ ເພື່ອສ້າງກຸ່ມແລກປ່ຽນຂໍ້ມູນລະຫວ່າງຄູອາຈານ ກັບພໍ່ແມ່ນັກຮຽນຈະມີຄວາມສະດວກ ແລະ ງ່າຍກວ່າກໍ່ຕາມ, ແຕ່ວິທີນີ້ກໍ່ເກີດມີຫຼາຍບັນຫາ, ຕ້ອງເສຍເວລາຫຼາຍເພື່ອແກ້ໄຂ. ສຳລັບ VNEdu, ພວກເຮົາສາມາດຫັນບັນດາວຽກງານດັ່ງກ່າວເປັນງ່າຍດາຍ”.

        ສຳລັບພໍ່ແມ່ນັກຮຽນນັ້ນ, ໂປຼແກຼມ VNEdu Connect ຍັງແມ່ນເຄື່ອງມືໜູນຊ່ວຍ ອັບເດັດບັນດາຂໍ້ມູນຂ່າວ ທັນການ, ແມ່ນຊ່ອງຕິດຕໍ່ຢ່າງມີປະສິດທິຜົນລະຫວ່າງຄູອາຈານ ແລະ ພໍ່ແມ່ນັກຮຽນ. ເອື້ອຍ ຟ້າມທິມິນ, ແມ່ນັກຮຽນຜູ້ໜຶ່ງໃຫ້ຮູ້ວ່າ.

“ໂປຼແກຼມ VNEdu ໄດ້ຊ່ວຍໃຫ້ພໍ່ແມ່ນັກຮຽນຫຼີກລ້ຽງຈາກຄວາມເປັນຫ່ວງວ່າ ລູກຂອງຕົນບໍ່ມີສະຕິໃນການຮຽນ, ບໍ່ໄປໂຮງຮຽນດ້ວຍວິທີກວດຈຳນວນນັກຮຽນຂຶ້ນຫ້ອງ. ເຄື່ອງມືນີ້ຍັງເອື້ອອຳນວຍຄວາມສະດວກແກ່ການສົ່ງໃບອະນຸຍາດຂໍພັກຮຽນເຖິງຄູປະຈຳຫ້ອງ ຫຼື ຈ່າຍຄ່າຮຽນທາງອອນລາຍຢ່າງສະດວກ…”

VNEdu 4.0 - ລະບົບຊີວະພາບການສຶກສາອັດສະລິຍະແຖວໜ້າຢູ່ ຫວຽດນາມ - ảnh 2ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟານເຕິມ
(ພາບ: vietnamnet.vn)

ເດືອນ ພະຈິກ 2021, ທີ່ພິທີເຊີດຊູ “ສິນຄ້າ ຫວຽດນາມ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ”, VNEdu ບັນລຸນາມມະຍົດ Top 1 ສິນຄ້າຫວຽດນາມ ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກປີ 2021. ກ່ອນໜ້ານັ້ນ, VNEdu ໄດ້ຮັບການເຊີດຊູ, ຮັບລາງວັນທີ່ພິທີມອບລາງວັນຜະລິດຕະພັນເຕັກໂນໂລຊີ Make in Vietnam ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ມອບໃຫ້. ຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຟານເຕິມ, ໃຫ້ຂໍ້ສັງເກດວ່າ:

“ຜະລິດຕະພັນ VNEdu ແມ່ນລະບົບຊີວະພາບດ້ານການສຶກສາອັດສະລິຍະຂອງ VNPT ທີ່ໄດ້ຮັບລາງວັນທີໜຶ່ງໃນລາຍການຮັດແຄບໄລຍະຫ່າງລະຫວ່າງດີຈີຕອນ. ມີຫຼາຍຜະລິດຕະພັນທີ່ຍາດໄດ້ລາງວັນ ເຊິ່ງ ໄດ້ຊ່ວຍໃຫ້ບັນດາອົງການ, ລັດຖະບານ, ວິສາຫະກິດ, ປະຊາຊົນປະຕິບັດການເຫັນເປັນດີຈີຕອນໂດຍກົງ. ພິເສດ, ມີວິສາຫະກິດເຕັກໂນໂລຊີຫຼາຍແຫ່ງໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຍົກອອກມາດຕະການແກ້ໄຂຫຼາຍຢ່າງ, ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເພື່ອແນໃສ່ພັດທະນາແບບຍືນຍົງໃນສະພາບເປັນປົກກະຕິໃໝ່, ປະຕິບັດເປົ້າໝາຍຄວບຄູ່ໃຫ້ບັນລຸຜົນສຳເລັດ ນັ້ນແມ່ນ ທັງພັດທະນາເສດຖະກິດ, ທັງປ້ອງກັນ ຕ້ານໂລກລະບາດໃຫ້ເປັນຢ່າງດີ”.

ເລື່ອງໂປຼແກຼມໄດ້ຮັບການຮັບຮອງ ແລະ ເຊີດຊູ, ມີປະຊາຊົນນັບຫຼາຍລ້ານຄົນ ໄດ້ດາວໂຫຼດມາໃຊ້ທັງຢູ່ໃນລະບົບດຳເນີນງານຂອງAndroid/iOS ນັ້ນແມ່ນບັນດາພະຍານຫຼັກຖານໃຫ້ແກ່ຄວາມສະດວກ ແລະ ແທດຈິງຂອງ VNEdu, ຊ່ວຍໃຫ້ລະບົບຊີວະພາບດ້ານການສຶກສາ VNEdu ກວມເອົາອັດຕາສ່ວນສູງ ກວ່າໝູ່ຢູ່ຕະຫຼາດ ຫວຽດນາມ ຢືນຢັນບົດບາດນຳໜ້າໃນການສຶກສາດີຈີຕອນ, ສ້າງພື້ນຖານການສຶກສາທັນສະໄໝ ແລະ ມະນຸດສະທຳ./.

ຕອບກັບ

ຂ່າວ/ບົດ​ອື່ນ