ການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ”

(VOVWORLD) -ການປະກວດໄດ້ມຸ່ງໄປເຖິງເວທີປາໄສເພື່ອແນໃສ່ຈຸດປະສົງແນະນຳ, ແບ່ງປັນບັນດາເຄື່ອງທີ່ລະນຶກ, ຄວາມຊົງຈຳ, ເລື່ອງລາວໃນສະໄໝຕໍ່ສູ້ ຕະຫຼອດຮອດຍຸກສະໄໝແຫ່ງການເຊື່ອມໂຍງ
ການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” - ảnh 1(ຄະນະຈັດຕັ້ງເປີດຮັບບົດສົ່ງເຂົ້າປະກວດນັບແຕ່ວັນທີ 09 ພຶດສະພາ ຫາວັນທີ 31 ສິງຫາ ປີ 2022)

ການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” ມີເປົ້າໝາຍຊອກຫາຄືນ ແລະ ເຕົ້າໂຮມບັນດາອານຸສອນທີ່ລະນຶກ, ວັດຖຸເລັກໆນ້ອຍໆ ຫຼື ວັດຖຸແກ່ ແຕ່ບັນຈຸບັນດາຄຸນຄ່າທີ່ລ້ຳຄ່າຂອງນ້ຳໃຈ ແລະ ປະຫວັດສາດແຫ່ງການພົວພັນລະຫວ່າງປະຊາຊົນ ຫວຽດນາມ ແລະ ລາວ. ນີ້ແມ່ນການເຄື່ອນໄຫວນອນໃນລາຍການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ປີ 2022”.

        ປີ 2022 ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ລາວ, ເມື່ອ 2 ປະເທດຈັດການເຄື່ອນໄຫວສະເຫຼີມສະຫຼອງຫຼາຍຢ່າງໃນທົ່ວປະເທດ ເພື່ອຂ່ຳນັບຮັບຕ້ອນ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ. ເພື່ອແນໃສ່ປະກອບສ່ວນໂຄສະນາ ແລະ ເພີ່ມທະວີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບປະຫວັດສາດ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດໃຫ້ຫຼາຍກວ່າອີກ. ສະຖານທູດ ລາວ ປະຈຳ ຫວຽດນາມ, ວາລະສານຍຸກສະໄໝ ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ຈັດການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ”. ການປະກວດແມ່ນໂອກາດເພື່ອໃຫ້ປະຊາຊົນ 2 ປະເທດ, ພະນັກງານ, ອະດີດທະຫານ, ນັກສິລະປິນ, ນັກສຶກສາ, ນັກຮຽນ… ຂອງ 2 ປະເທດ ຫວນຄືນ, ເລົ່າຄືນ, ຂຽນກ່ຽວກັບບັນດາອານຸສອນ, ເລື່ອງລາວທີ່ຕື້ນຕັນໃຈ, ສູງສົ່ງ, ໜ້າຈົດຈຳ, ມີຄວາມເອກອ້າງທະນົງໃຈກ່ຽວກັບນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ. ເມື່ອແບ່ງປັນກ່ຽວກັນຄວາມໝາຍຂອງການປະກວດ, ທ່ານ ເລກວາງທ້ຽນ, ບັນນາທິການໃຫຍ່ວາລະສານຍຸກສະໄໝ, ໃຫ້ຮູ້ວ່າ:

        “ອາລົມຈິດ, ການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ລາວ ໄດ້ພັດທະນາຜ່ານຫຼາຍຍຸກສະໄໝ ແລະ ຍາມໃດກໍ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນອະນາຄົດ. ດ້ວຍຈຸດປະສົງເຊື່ອມຕໍ່ອະດີດຕະການ, ປະຈຸບັນ ກັບອະນາຄົດ, ພ້ອມທັງສ້າງພື້ນທີ່ມິດຕະພາບລວມຂອງຫຼາຍລຸ້ນຄົນ. ການປະກວດໄດ້ມຸ່ງໄປເຖິງເວທີປາໄສເພື່ອແນໃສ່ຈຸດປະສົງແນະນຳ, ແບ່ງປັນບັນດາເຄື່ອງທີ່ລະນຶກ, ຄວາມຊົງຈຳ, ເລື່ອງລາວໃນສະໄໝຕໍ່ສູ້ ຕະຫຼອດຮອດຍຸກສະໄໝແຫ່ງການເຊື່ອມໂຍງ, ຫັນເປັນໂລກາພິວັດ, ເຕັກນິກດີຈີຕອນ, ທ່ອງທ່ຽວ… ຂອງປະຊາຊົນ 2 ປະເທດ ຫວຽດນາມ - ລາວ”.

ການປະກວດບົດຄວາມເລື່ອງເລົ່າ “ອານຸສອນແຫ່ງຄວາມຊົງຈຳ” - ảnh 2(ທ່ານຮອງສາດສະດາຈານ, ປະລິນຍາເອກ ໄຊຂອງ ໄຊຍະສິນ ກ່າວຄຳເຫັນທາງໄກ)

ຄະນະຈັດຕັ້ງມີຄວາມເຊື່ອໝັ້ນວ່າ, ການປະກວດຈະໄດ້ຮັບການສະໜັບສະໜູນ, ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍຈາກປະຊາຊົນ 2 ປະເທດ, ພິເສດແມ່ນບັນດາຫົວໜ່ວຍກຳລັງປະກອບອາວຸດ, ນັກຊ່ຽວຊານຂອງ ຫວຽດນາມ ທີ່ເຄີຍປະຕິບັດໜ້າທີ່ສາກົນຊ່ວຍການປະຕິວັດ ລາວ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດໃຫ້ແກ່ຊົນຊາດ, ປົດປ່ອຍ, ປົກປັກຮັກສາ ແລະ ສ້າງສາປະເທດ ລາວ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ໄດ້ຮັບຫຼາຍຂໍ້ມູນທີ່ມີຄວາມໝາຍເລິກເຊິ່ງກວ່າ ກ່ຽວກັບການໜູນຊ່ວຍຢ່າງສຸດອົກສຸດໃຈຂອງປະຊາຊົນ ລາວ ບັນດາເຜົ່າ ແລະ ກຳລັງປະກອບອາວຸດປະຕິວັດ ລາວ ທີ່ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ ແລະ ກອງທັບ, ນັກຊ່ຽວຊານ ຫວຽດນາມ ທີ່ປະຕິບັດໜ້າທີ່ສາກົນຢູ່ປະເທດເພື່ອນ ລາວ ຜ່ານໄລຍະປະຫວັດສາດຕ່າງໆ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດອິນດູຈີນ, ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ. ທ່ານຮອງສາດສະດາຈານ, ປະລິນຍາເອກ ສາຍຂອງ ສາຍນະສິນ, ຫົວໜ້າກົມສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ລາວ, ຮອງຫົວໜ້າ ທັງເປັນເລຂາທິການສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ໃຫ້ຮູ້ວ່າ:

(ທ່ານຮອງສາດສະດາຈານ, ປະລິນຍາເອກ ໄຊຂອງ ໄຊຍະສິນ)

        ບັນດາເລື່ອງລາວກ່ຽວກັບວັດຖຸທີ່ລະນຶກທີ່ສົ່ງເຂົ້າຮ່ວມການປະກວດ “ອານຸສອນແຫ່ງຄວາມຊົງຈຳ” ແມ່ນບັນດາວັດຖຸພັນຂອງສ່ວນບຸກຄົນ, ອົງການຈັດຕັ້ງ ທີ່ກ່ຽວຂ້ອງເຖິງການພົວພັນສ່ວນຕົວ, ໝູ່ຄະນະ, ຫົວໜ່ວຍ, ທ້ອງຖິ່ນຂອງ 2 ປະເທດ. ວັດຖຸພັນນັ້ນແມ່ນ: ໝວກ, ເສື້ອ, ຖົງເປ້, ໄຟສາຍ, ບັນດາບົດບັນທຶກ, ບົດປະພັນວັນນະຄະດີສິລະປະ… ເວລາເກັບຮັກສາວັດຖຸພັນນັ້ນຢ່າງໜ້ອຍສຸດແມ່ນ 5 ປີຂຶ້ນໄປ (ນັບແຕ່ປີ 2017), ບັນດາວັດຖຸອານຸສອນນັ້ນຕ້ອງມີຕົ້ນກຳເນີດ ແລະ ເນື້ອໃນຢ່າງຈະແຈ້ງ, ສາຍເຫດທີ່ເກັບຮັກສາໄວ້. ຜູ້ເຂົ້າຮ່ວມການປະກວດສາມາດຂຽນບົດ, ອັດສຽງ, ຖ່າຍຄລິບ ແນະນຳກ່ຽວກັບວັດຖຸທີ່ລະນຶກທີ່ຕົນເອງພວມມີຢູ່ນັ້ນ, ບົດຂຽນຕ້ອງຕິດຄັດພາບຖ່າຍວັດຖຸ ແລະ ເອກະສານທີ່ກ່ຽວຂ້ອງມານຳ. ຄະນະຈັດຕັ້ງຈະວາງສະແດງບັນດາວັດຖຸທີ່ລະນຶກພິເສດ, ດີເດັ່ນນັ້ນທີ່ພິທີມອບລາງວັນເຊິ່ງຈະຈັດຂຶ້ນໃນເດືອນ ກັນຍາ 2022.

ເປົ້າໝາຍຜູ້ເຂົ້າຮ່ວມການປະກວດແມ່ນສ່ວນບຸກຄົນ, ໝູ່ຄະນະ, ນັກຊ່ຽວຊານ, ພະນັກງານ, ນັກຮົບບັນດາກຳລັງປະກອບອາວຸດ, ບັນດາອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ນັກສິລະປິນ ວັນນະຄະດີ, ນັກສຶກສາ, ນັກຮຽນ, ນັກທ່ອງທ່ຽວ… ແຕ່ລະກຸ່ມຜູ້ເຂົ້າຮ່ວມການປະກວດສາມາດສົ່ງແຕ່ 1 ຫາ 5 ບົດເຂົ້າຮ່ວມການປະກວດ. ຄະນະຈັດຕັ້ງເປີດຮັບບົດສົ່ງເຂົ້າປະກວດນັບແຕ່ວັນທີ 09 ພຶດສະພາ ຫາວັນທີ 31 ສິງຫາ ປີ 2022. ບັນດາບົດເຂົ້າຮ່ວມການປະກວດ ສົ່ງເຂົ້າທີ່ຢູ່ອີເມວ: toasoan@thoidai.com.vn ຫຼື ຕິດຕໍ່ທາງໂທລະສັບເພື່ອຖາມຂໍ້ມູນເພີ່ມເຕີມຜ່ານເບີໂທ +84.976.812.201.

ຕອບກັບ

ຂ່າວ/ບົດ​ອື່ນ