ການພັດທະນາສີຂຽວຊ່ວຍໃຫ້ວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກໄດ້ດີກວ່າເກົ່າ

(VOVWORLD) -ການພັດທະນາສີຂຽວ, ຍືນຍົງພວມແມ່ນທິດທາງທີ່ວິສາຫະກິດຫຼາຍແຫ່ງສົນໃຈເພື່ອຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບເຄັ່ງຄັດຂອງບັນດາຕະຫຼາດສົ່ງອອກໃຫຍ່, ພ້ອມທັງເພື່ອມີຜົນກຳໄລສູງສຸດ.
ການພັດທະນາສີຂຽວຊ່ວຍໃຫ້ວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກໄດ້ດີກວ່າເກົ່າ - ảnh 1ຮູບແບບ Vinamilk Green Farm
(ພາບ: Vietnam+)

        ປະຈຸບັນ, ການພັດທະນາສີຂຽວແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປີ້ນໄດ້ແລະນັບມື້ນັບມີວິສາຫະກິດຫວຽດນາມ ຫຼາຍແຫ່ງເລືອກເອົາເສັ້ນທາງພັດທະນາໂດຍມີຄວາມຮັບຜິດຊອບຕໍ່ສັງຄົມ, ການເຕີບໂຕສີຂຽ, ພັດທະນາແບບຍືນຍົງ. ບັນດານັກຊ່ຽວຊານຖືວ່າຜົນປະໂຫຍດຈາກການປະຕິບັດວິວັດການດັ່ງກ່າວຈະສ້າງຄວາມສະດວກໃຫ້ແກ່ວິສາຫະກິດເພີ່ມສະມັດຕະພາບ, ກໍ່ຄືຊອກຫາຄູ່ຮ່ວມມືໃໝ່ແລະນັກລົງທຶນໃໝ່, ພິເສດແມ່ນໃນເລື່ອງເປີດກວ້າການສົ່ງອອກຜະລິດຕະພັນຢູ່ພາກພື້ນແລະທົ່ວໂລກ.

        ໂດຍມີໜ້າຢູ່ຕະຫຼາດເປັນເວລາເກືອບເຄິ່ງສະຕະວັດຜ່ານມາ, ບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ (Vinamilk) ແມ່ນເຄື່ອງໝາຍການຄ້າທີ່ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ບໍລິໂພກ ທັງຢູ່ພາຍໃນແລະຕ່າງປະເທດເປັນຈຳນວນຫຼາຍ. ພ້ອມກັບເລື່ອງຍາມໃດກໍ່ເອົາໃຈໃສ່ເຖິງຄຸນນະພາບຜະລິດຕະພັນ, ດັ່ງນັ້ນ ຍາມໃດຄະນະການນຳວິສາຫະກິດກໍ່ເອົາໃຈໃສ່ເຖິງການພັດທະນາສີຂຽວ. ລະອຽດແມ່ນ, ບໍລິສັດໄດ້ກໍ່ສ້າງລະບົບຟາມຊີວະພາບ Vinamilk Green Farm ດ້ວຍຍອດເງິນລົງທຶນໃນເບື້ອງຕົ້ນປະມານ 125 ລ້ານ USD ແລະກໍ່ສ້າງຕາມມາດຕະຖານ Global GAP (ມາດຕະຖານສາກົນຢັ້ງຢືນເລື່ອງປະຕິບັດການຜະລິດກະສິກຳທີ່ດີ). ທ່ານຫງວຽນກວກແຄງ, ຫົວໜ້າຝ່າຍບໍລິຫານກຸ່ມຄົ້ນຄວ້າແລະພັດທະນາ, ບໍລິສັດ Vinamilk ໃຫ້ຮູ້ວ່າ:

        ລະບົບຟາມ Green Farm ຂອງ Vinamilk ແມ່ນແບບຢ່າງໜຶ່ງໃຫ້ແກ່ການພັດທະນາແບບຍືຍົງ. ໃນການປະຕິບັດກະສິກຳຜະລິດຄືນໃໝ່ຢູ່ບັນດາຟາມຂອງ Vinamilk ນັ້ນ, ພວກຂ້າພະເຈົ້າໄດ້ນຳໃຊ້ພະລັງງານແສງຕາເວັນ, ລະບົບເຕັກໂນໂລຊີຫຼຸດຜ່ອນການປ່ອຍ metan ແລະ ຫຼຸດຜ່ອນກິ່ນເໝັນໃຫ້ຟາມ. ພ້ອມກັນນັ້ນ, ພວກຂ້າເຈົ້າກໍ່ມີການເຄື່ອນໄຫວພັດທະນາແບບຍືນຍົງເພື່ອປະຄົ”.

        ກໍ່ຄ້າຍຄືກັນກັບ Vinamilk, ກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ກໍ່ເປັນເຈົ້າການ “ຫັນເປັນສີຂຽວ” ແຫຼ່ງວັດຖຸດິບ, ຄື: ຈັດຕັ້ງການຜະລິດບັນດາຜະລິດຕະພັນຈາກແຫຼ່ງວັດຖຸດິບຜະລິດຄືນໃໝ່ຫຼືແຫຼ່ງວັດຖຸດິບ organic. ພ້ອມກັນນັ້ນ, ບັນດາໂຮງງານຜະລິດວັດຖຸດິບກໍ່ນຳໃຊ້ພະລັງງານແສງຕາເວັນເພື່ອຕອບສະໜອງມາດຕະຖານພະລັງງານນຳໃຊ້ໃນໂຮງງານ20%ແມ່ນພະລັງງານສີຂຽວ.

        ການພັດທະນາສີຂຽວ, ຍືນຍົງພວມແມ່ນທິດທາງທີ່ວິສາຫະກິດຫຼາຍແຫ່ງສົນໃຈເພື່ອຕອບສະໜອງຄວາມຮຽກຮ້ອງທີ່ນັບມື້ນັບເຄັ່ງຄັດຂອງບັນດາຕະຫຼາດສົ່ງອອກໃຫຍ່, ພ້ອມທັງເພື່ອມີຜົນກຳໄລສູງສຸດ. ທ່ານນາງຫວຽນທິລຽນ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຟອງຝູສາກົນ, ສະເພາະຂະແໜງຕ່ຳແຜ່ນຕັດຫຍິບສົ່ງອອກ, ໃຫ້ຮູ້ວ່າ ເລື່ອງເປັນເຈົ້າການປ່ຽນແປງຂັ້ນຕອນການຜະລິດບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດຕອບສະໜອງມາດຕະຖານ, ຍົກສູງອິດທິພົນຊື່ສຽງຂອງຄູ່ຮ່ວມມືເທົ່ານັ້ນ, ຫາກຍັງຊ່ວຍໃຫ້ວິສາຫະກິດມີໃບສັ່ງຊື້ຫຼາຍກວ່າອີກຍ້ອນຜະລິດຕະພັນມີລັກສະນະແກ່ງແຍ້ງສູງ.

        ຖ້າຫາກວິສາຫະກິດບໍ່ເປັນເຈົ້າການໃນການຫັນປ່ຽນຕົນເອງເພື່ອສອດຄ່ອງກັບຄວາມຕ້ອງການຂອງຍຸກສະໄໝກໍ່ຈະບໍ່ມີໃບສັ່ງຊື້ເລີຍ. ມາຮອດຈຸດເວລານີ້, ພວກຂ້າພະເຈົ້າຍັງມີຄວາມເອກອ້າງທະນົໃຈ້ອນໄດ້ມານະພະຍາຍາມຮັກສາແລະຮັບຄົນງານຕື່ມອີກໂດຍບໍ່ມີການຫຼຸດຄົນງານລົງ”.

ການພັດທະນາສີຂຽວຊ່ວຍໃຫ້ວິສາຫະກິດຫວຽດນາມເຊື່ອມໂຍງເຂົ້າກັບລະບົບມູນຄ່າທົ່ວໂລກໄດ້ດີກວ່າເກົ່າ - ảnh 2(ທ່ານ ຫງວຽນກວາງວິງ,ຮອງປະທານສະຫະພັນການຄ້າແລະອຸດສາຫະກຳຫວຽດນາມ (VCCI)

        ເຖິງວ່າມີຄວາມມານະພະຍາຍາມຫຼາຍຢ່າງ, ແຕ່ປະຈຸບັນ, ຍັງມີວິສາຫະກິດຫວຽດນາມຫຼາຍແຫ່ງປະສົບກັບຄວາມຫຍຸ້ງຍາກໃນການຫັນປ່ຽນການເຄື່ອນໄຫວດຳເນີນທຸລະກິດຕາມທິດຫັນເປັນສີຂຽວ. ລັດກໍ່ມີບັນດາກອບນິຕິກຳສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສີຂຽວ, ສ້າງຄວາມສະດວກໃຫ້ແກ່ວິສາຫະກິດດຳເນີນທຸລະກິດແບບຍືນຍົງແລະມີຄວາມຮັບຜິດຊອບ. ທ່ານຮອງປະທານສະຫະພັນການຄ້າແລະອຸດສາຫະກຳຫວຽດນາມ (VCCI) ຫງວຽນກວາງວິງ, ຊີ້ແຈ້ງວ່າ:

        ໃນ ໂຄງ ການ ດຳ ເນີນ ງານ ຂອງ ເວ ທີ ປາ ໄສວິ ສາ ຫະ ກິດ ເພື່ອ ການ ພັດ ທະ ນາ ແບບ ຍືນ ຍົງ ໃນ ໄລ ຍະ 10 ປີ ຜ່ານ ມາ, VCCI ໄດ້ ສົມ ທົບ ກັບ ບັນ ດາ ກະ ຊວງ, ຂະ ແໜງ ການຍາມ ໃດ ກໍ່ ຮ່ວມ ເດີນ ທາງ ພ້ອມ ກັບ ວິ ສາ ຫະ ກິດ ສ້າງ ເວ ທີ ປາ ໄສເພື່ອ ແລກ ປ່ຽນ, ເຈ ລະ ຈາ ລະ ຫວ່າງວິ   ຫະ ກິດແລະອົງ ການທີ່ກ່ຽວ ຂ້ອງ. ພ້ອມ ທັງຍົກ ອອກ ຮູບ ແບບ ດຳ ເນີນ ທຸ ລະ ກິດ ແບບ ຍືນ ຍົງ, ມີ ຄວາມ ຮັບ ຜິດ ຊອບເພື່ອ ໃຫ້ ບັນ ດາ ວິ ສາ ຫະ ກິດ ຮ່ຳ ຮຽນ, ແບ່ງ ປັນ ຜົນ ສຳ ເລັດກໍ ຄື ບົດ ຮຽນ ຂອງວ  ສາ ຫະ ກິດ ທີ່ໄປ ກ່ອນ. ຈາກນັ້ນ, ກໍ່ຍົກ ອອກ ຮູບ ແບບ ດຳ ເນີນ ທຸ ລະ ກິດ ທີ່ມີ ຜົນ ປະ ໂຫຍດ ໃຫ້ ວິ ສາ ຫະ ກິດ ໃນ ວິ ວັດ ການ ເຄື່ອນ ໄຫວ”.

        ເພື່ອສືບຕໍ່ຍົກສູງກຳລັງແກ່ງແຍ້ງ, ກໍ່ຄືຮັບປະກັນຄວາມຮຽກຮ້ອງຂອງບັນດາສັນຍາການຄ້າເສລີລຸ້ນໃໝ່, ວິສາຫະກິດຫວຽດນາມພວມມານະພະຍາຍາມສ້າງຄຸນຄ່າແກ່ນສານເພື່ອພັດທະນາວິສາຫະກິດແບບຍືນຍົງ, ປົກປ້ອງຜູ້ບໍລິໂພກ, ປົກປັກຮັກສາສິ່ງແວດລ້ອມແລະການເຊື່ອມໂຍງເຂົ້າກັບລະບົບມູບຄ່າທົ່ວໂລກໃຫ້ເປັນຢ່າງດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ