ການພົວພັນທາງການທູດ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

(VOVWORLD) -ສຳລັບປະເທດ ລາວ ແລ້ວ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວ ຍາມໃດກໍ່ຖືນ້ຳໃຈສາມັກຄີທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບກັບພັກກອມມູນິດ ຫວຽດນາມ, ກອງທັບ ແລະ ປະຊາຊົນ ຫວຽດນາມ ແມ່ນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ.
ການພົວພັນທາງການທູດ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ຫວຽດນາມ ແລະ ລາວ ແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງ, ມີສາຍພູ, ສາຍນ້ຳຕິດຈອດກັນ, ປະຊາຊົນ 2 ປະເທດ ໄດ້ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກມາແຕ່ດົນນານ. 2 ປະເທດໄດ້ຕົກຢູ່ໃນຊາຕະກຳອັນດຽວກັນ ຄື: ປະເທດຊາດສູນເສຍເອກະລາດ, ປະຊາຊົນຖືກກົດຂີ່ຂູດຮີດ ພາຍໃຕ້ແອກປົກຄອງຂອງພວກລ່າເມື້ອງຂຶ້ນ, ຈັກກະພັດຕ່າງດ້າວ. ເມື່ອປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຜູ້ກໍ່ຕັ້ງ ພັກກອມມູນິດ ອິນດູຈີນ, ຕໍ່ມາແມ່ນພັກກອມມູນິດ ຫວຽດນາມ, ພັກປະຊາຊົນປະຕິວັດ ລາວ ແລະ ພັກປະຊາຊົນ ກຳປູເຈຍ ໄດ້ຮຽງບ່າຮຽງໄຫຼ່ກັນ ຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາດເອົາເອກະລາດແຫ່ງຊາດ ແລະ ສິດເສລີພາບມາໃຫ້ປະຊາຊົນ 3 ຊາດ ອິນດູຈີນ ຢ່າງສົມບູນ.

ສຳລັບປະເທດ ລາວ ແລ້ວ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວ ຍາມໃດກໍ່ຖືນ້ຳໃຈສາມັກຄີທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບກັບພັກກອມມູນິດ ຫວຽດນາມ, ກອງທັບ ແລະ ປະຊາຊົນ ຫວຽດນາມ ແມ່ນກຳລັງແຮງຕັດສິນທຸກໄຊຊະນະຂອງຕົນ. ຈາກນັ້ນ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໄດ້ຮັບການສ້າງຕັ້ງຈົນມາຮອດປະຈຸບັນ. ເມື່ອເວົ້າເຖິງຄວາມໝາຍສຳຄັນຂອງເລື່ອງສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໃນວັນທີ 05 ກັນຍາ 1962, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໃຫ້ຮູ້ວ່າ:

(ສຽງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ  ມີທັງນ້ຳໃຈເພື່ອນມິດສະຫາຍ, ອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມ ແລະ ນ້ຳໃຈສາມັກຄີຕິດພັນຢ່າງແໜ້ນແຟ້ນ... ທັງໝົດເຫຼົ່ານັ້ນ ໄດ້ກາຍເປັນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຈະຍືນຍົງຄົງຕົວກັບປະຊາຊົນ 2 ປະເທດຕະຫຼອດໄປ. ເພື່ອແນໃສ່ຊ່ວຍໃຫ້ສາຍພົວພັນທີ່ຫາຍາກສາມາດສືບຕໍ່ຍືນຍົງຄົງຕົວ, ພັດທະນາ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຖືວ່າ: ລາວ - ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອພ້ອມກັນພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ; ຂຸດຄົ້ນບັນດາກຳລັງແຮງ, ຄວາມສາມາດບົ່ມຊ້ອນ, ຈຸດພິເສດສະເພາະຂອງແຕ່ລະປະເທດ ເພື່ອນຳມາເຊິ່ງບັນດາບາດກ້າວໃໝ່ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ:

(ສຽງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານແມ່ນມູນເຊື້ອລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ-ລາວ, ໂດຍລຸ້ນກ່ອນໆໄດ້ເພີ່ມພູນຄູນສ້າງ, ມາຮອດປະຈຸບັນຍັງໄດ້ຮັບການເພີ່ມທະວີ, ພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

        ລຸ້ນໜຸ່ມ 2 ປະເທດໃນທຸກວັນນີ້ ແມ່ນບັນດາຜູ້ສືບທອດປະຫວັດສາດແຫ່ງນ້ຳໃຈມິດຕະພາບ, ຄວາມສາມັກຄີອັນສັດຊື່ບໍລິສຸດລະຫວ່າງ 2 ຊາດ, ຮ່ວມແຮງຮ່ວມໃຈ, ສາມັກຄີກັນ ເພື່ອຕ້ານບັນດາກົນອຸບາຍ, ການກະທຳຂອງພວກປະຕິການ ຫວັງມ້າງທຳລາຍສາຍພົວພັນລະຫວ່າງ 2 ປະເທດ ແລະ ພ້ອມກັນປົກປ້ອງບັນດາຜົນງານປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ, ເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ