ການຮຽນ-ການສອນໃນເວລາເກີດໂລກລະບາດໂຄວິດ-19: ປ່ຽນແປງເພື່ອຮັບມື

(VOVWORLD) -ຢູ່ແຕ່ລະທ້ອງຖິ່ນ, ແຕ່ລະເຂດ ລ້ວນແຕ່ມີວີທີການຮຽນ-ການສອນ ທີ່ເໝາະສົມກັບລະດັບແຜ່ລະບາດທີ່ແຕກຕ່າງກັນຂອງພະຍາດໂຄວິດ-19.
ການຮຽນ-ການສອນໃນເວລາເກີດໂລກລະບາດໂຄວິດ-19: ປ່ຽນແປງເພື່ອຮັບມື - ảnh 1ຊົ່ວໂມງສິດສອນທາງໄກໃນເວລາເກີດເກີດໂລກລະບາດໂຄວິດ-19
(ພາບ: dantri.com.vn)

ເຖິງວ່າຢູ່ຫຼາຍແຂວງ, ນະຄອນຍັງສືບຕໍ່ປະຕິບັດການແຍກຫ່າງສັງຄົມຍ້ອນໂລກລະບາດໂຄວິດ-19 ກໍຕາມ, ແຕ່ພາຍຫຼັງເປີດສົກຮຽນໃໝ່ປີ 2021-2022ແລ້ວ, ຢູ່ທຸກທ້ອງຖິ່ນໄດ້ຜັນຂະຫຍາຍໜ້າທີ່ຂອງສົກຮຽນໃໝ່ຢ່າງຄົບຖ້ວນ. ຢູ່ຫຼາຍແຫ່ງແມ່ນບໍ່ມີກະດານດຳ, ບໍ່ມີສໍຂາວ, ຄູອາຈານ ແລະ ນັກຮຽນພົບປະກັນມີແຕ່ຜ່ານທາງໜ້າຈໍຄອມພິວເຕີ,ໂທລະສັບມືຖື, ອາຍແປັດ… ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແຕ່ທັງໝົດເຫຼົ່ານັ້ນລ້ວນແຕ່ແມ່ນຄວາມມານະພະຍາຍາມປ່ຽນແປງວິທີການຮຽນ-ການສອນເພື່ອນັກຮຽນ ເພາະວ່າ “ບໍ່ໄດ້ໄປໂຮງຮຽນ ແຕ່ບໍ່ຢຸດການຮຽນ”.

ໃນຈຳນວນທ້ອງຖິ່ນທີ່ໄດ້ຈັດພິທີເປີດສົກຮຽນໃໝ່ ແລະ ຜັນຂະຫຍາຍໜ້າທີ່ສົກຮຽນໃໝ່ປີ 2021 – 2022 ນັ້ນ, ສ່ວນຫຼາຍທາງໂຮງຮຽນໄດ້ສົມທົບການສິດສອນທັງວິທີຂຶ້ນຫ້ອງສອນໂດຍກົງ ແລະ ສອນທາງໄກ, ມີທ້ອງຖິ່ນຈຳນວນໜ້ອຍດຽວເທົ່ານັ້ນ ທີ່ບໍ່ເກີດພະຍາດໂຄວິດ-19 ໃນຊຸມຊົມເປັນເວລາ 14 ວັນຂຶ້ນໄປ ຈຶ່ງສາມາດຈັດການສອນໂດຍກົງໄດ້. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃຫ້ນັກຮຽນໄດ້ຮັບຄວາມຮູ້, ຖັນແຖວຄູອາຈານຈຶ່ງຕ້ອງປ່ຽນແປງວິທີການຮຽນ-ການສອນເພື່ອຮັບມື ດ້ວຍການສອນທາງໄກ, ເພື່ອແນໃສ່ໃຫ້ຊົ່ວໂມງສອນມີຄຸນນະພາບ

“- ເພື່ອສ້າງຄວາມຈັບໃຈ ແລະ ດຶງດູດນັກຮຽນຕັ້ງໃຈຮຽນໃນຊົ່ວໂມງສອນຄືແນວນັ້ນ ບັນດາຄູອາຈານຄືພວກຂ້າພະເຈົ້າຕ້ອງຕັ້ງໜ້ານຳໃຊ້ລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການອອກແບບການເຄື່ອນໄຫວການຮຽນ-ການສອນ.

-ເສີມຂະຫຍາຍການເຂົ້າຮ່ວມຂອງບັນດານັກຮຽນຜ່ານຮູບການຕ່າງໆ. ຕົວຢ່າງຄືໄດ້ແບ່ງກຸ່ມ, ພວກນັກຮຽນສາມາດປຶກສາຫາລືນຳກຸ່ມ. ອາຈານຈະໄປຫາແຕ່ລະກຸ່ມເພື່ອຊ່ວຍເຫຼືອນັກຮຽນ ຫຼື ພວກຂ້າພະເຈົ້າຈະໃຊ້ຊ່ອງຂໍ້ຄວາມ, ເພື່ອໃຫ້ນັກຮຽນຂຽນຄຳຕອບຂອງຕົນຢູ່ໃນນັ້ນ ກໍ່ເພີ່ມທະວີການແລກປ່ຽນແລ້ວ”.

ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດໃນການສອນທາງໄກແມ່ນວິທີສອນສຳລັບນັກຮຽນຫ້ອງ ປ.1. ເພາະວ່າ ນັກຮຽນ ຫ້ອງປ.1  ຕ້ອງໄດ້ຈັບມືຂຽນໜັງສືເທື່ອລະໂຕ, ວິທີນັ່ງ, ວິທີຈັບບິກຂຽນຄືແນວໃດໃຫ້ຖືກຕ້ອງ, ປະຈຸບັນໄດ້ຮຽນພຽງແຕ່ຜ່ານໜ້າຈໍ ສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຍ້ອນເຫດນັ້ນ, ພ້ອມກັບເລື່ອງເປັນເຈົ້າການ, ມີໄຫວພິບໃນການປ່ຽນແປງວິທີການສອນ, ຄູອາຈານລ້ວນແຕ່ຕ້ອງແນະນຳຢ່າງລະອຽດກ່ຽວກັບວິທີຮຽນເອງໃຫ້ແກ່ນັກຮຽນຜ່ານກຸ່ມພໍ່ແມ່ນັກຮຽນ. ທ່ານນາງ ຫງວຽນທິລານເຟືອງ, ຜູ້ອຳນວຍການໂຮງຮຽນປະຖົມ ຟູໂດ, ເມືອງ ນາມຕື່ລຽມ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ເພື່ອໃຫ້ການຮຽນທາງໄກຂອງນັກຮຽນຫ້ອງ ປ. 1 ບັນລຸຜົນສຳເລັດນັ້ນ ພໍ່ແມ່ນັກຮຽນຕ້ອງເຂົ້າຮ່ວມ ແລະ ກະກຽມ ເງື່ອນໄຂທີ່ຈຳເປັນໃຫ້ແກ່ລູກເຕົ້າຂອງຕົນ. ຕົວຢ່າງຄື: ເຄື່ອງອຸປະກອນ, ເຂດຮັບໃຊ້ການຮຽນ, ກຳແໜ້ນໄດ້ບັນດາຊອບແວການຮຽນ-ການສອນ. ຫຼັງຈາກນັ້ນ, ຄູປະຈຳຫ້ອງຈະແນະນຳໃຫ້ພໍ່ແມ່ນັກຮຽນເຂົ້າຊອບແວຮຽນທາງໄກ ແລະຮ່ວມຮຽນໄປພ້ອມກັບລູກຂອງຕົນໃນໄລຍະເບື້ອງຕົ້ນ”.

ໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສະນັ້ນຄວນ “ປ່ຽນແປງເພື່ອຮັບມື ແລະ ດຳລົງຊີວິດຢູ່ຮ່ວມກັບໂລກລະບາດ” ແມ່ນທິດນຳເຊິ່ງຂະແໜງສຶກສາ ແລະ ບຳລຸງສ້າງໄດ້ຄັດເລືອກໃຫ້ເປັນໜ້າທີ່ເພື່ອຜັນຂະຫຍາຍໃນສົກຮຽນ 2021- 2022. ຢູ່ແຕ່ລະທ້ອງຖິ່ນ, ແຕ່ລະເຂດ ລ້ວນແຕ່ມີວີທີການຮຽນ-ການສອນ ທີ່ເໝາະສົມກັບລະດັບແຜ່ລະບາດທີ່ແຕກຕ່າງກັນຂອງພະຍາດໂຄວິດ-19. ທ່ານ ຟ້າມແອງຕວັນ, ຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ຮ່່ານາມ, ໃຫ້ຮູ້ວ່າ.

“ບັນດາໂຮງຮຽນລ້ວນແຕ່ເອົາໃຈໃສ່ທັງການຮຽນ-ການສອນ,ທັງປ້ອງກັນ ຕ້ານໂລກລະບາດ. ປະຈຸບັນ, ຄູອາຈານ ແລະນັກຮຽນທີ່ມາໂຮງຮຽນນັ້ນ ຍາມໃດກໍ່ມີສະຕິ ໃນການປ້ອງກັນຕ້ານໂລກລະບາດ, ນັບແຕ່ການໃສ່ຜ້າອັດປາກອັດດັງ, ຂ້າເຊື້ອ, ວັດອຸນຫະພູມ. ໃນເວລາເລີກຫຼີ້ນ, ການເຄື່ອນໄຫວລວມຂອງນັກຮຽນນັ້ນ ລ້ວນແຕ່ມີການປ່ຽນແປງເພື່ອປ້ອງກັນ ຕ້ານໂລກລະບາດໃຫ້ເປັນຢ່າງດີທ່ີ່ສຸດ.”

ໃນຂັ້ນຕອນການຮຽນ-ການສອນໃນເວລາເກີດໂລກລະບາດ ຍັງເກີດຄວາມຫຍຸ້ງຍາກ, ຄ້າງຄາຫຼາຍຢ່າງ, ສະນັ້ນ, ທາງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຈຶ່ງມີການປ່ຽນແປງຫຼາຍຢ່າງ, ດັດປັບຕໍ່ວຽກງານກວດກາ, ຕີລາຄານັກຮຽນ, ໃນນັ້ນ, ສຳລັບນັກຮຽນຫ້ອງ ປ. 1 ແລະ ປ. 2 ຈະປະຕິບັດການກວດກາ, ຕີລາຄາກໍ່ຕໍ່ເມື່ອນັກຮຽນໄດ້ມາໂຮງຮຽນເທົ່ານັ້ນ. ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຫງວຽນກິມເຊີນ ຢືນຢັນວ່າ.

“ໃນຕໍ່ໜ້າ ຈະບໍ່ມີການກວດກາ, ຕີລາຄາໃນຂັ້ນຕອນການຮຽນ-ການສອນຜ່ານທາງໂທລະພາບ ຫຼື ທາງໄກສຳລັບນັກຮຽນຫ້ອງປ. 1, ປ. 2 ແລະ ລໍຖ້າຈົນຮອດເວລາໄປຮຽນໂດຍກົງ ຈຶ່ງກວດກາຄືນ, ບຳລຸງໃຫ້ຕື່ມ ຫຼັງຈາກນັ້ນຈຶ່ງໃຫ້ນັກຮຽນເຮັດບົດກວດກາຕີລາຄາ. ເລື່ອງໃຫ້ນັກຮຽນຫ້ອງປ. 1 ແລະ ປ. 2 ຮຽນຜ່ານໂທລະພາບ ຫຼື ບ່ອນໃດມີເງື່ອນໄຂຮຽນທາງໄກນັ້ນ ກໍ່ໃຫ້ເຂົາເຈົ້າທັງຮຽນ, ທັງຫຼີ້ນໄປນຳ, ຮຽນໄດ້ເທົ່າໃດກໍ່ຍິ່ງເປັນການດີ”.

ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ກໍ່ປະກາດບົດສອນເອເລັກໂຕນິກໃນອິນເຕີແນັດ ເພື່ອແນໃສ່ໜູນຊ່ວຍຄູອາຈານ ຜັນຂະຫຍາຍການຮຽນ-ການສອນທາງໄກໃນເວລາທີ່ນັກຮຽນຢຸດການໄປໂຮງຮຽນຊົ່ວຄາວ ເພື່ອປ້ອງກັນ, ຕ້ານໂລກລະລາດໂຄວິດ-19. ພ້ອມກັນນັ້ນ, ບັນດາທ້ອງຖິ່ນພວມລໍຖ້າລັດຖະບານຜັນຂະຫຍາຍໂຄງການສັກວັກຊິນກັນໂຄວິດ-19 ໃຫ້ແກ່ນັກຮຽນໂດຍໄວ ເພື່ອໃຫ້ພວກນ້ອງໄດ້ໄປໂຮງຮຽນ,ຫຼຸດຜ່ອນຄວາມສ່ຽງຕິດໂລກລະບາດ./

ຕອບກັບ

ຂ່າວ/ບົດ​ອື່ນ