ຂີດໝາຍອາສາສະໝັກລະດູຮ້ອນສີຂຽວຢູ່ເຂດຊາຍແດນແຂວງດັກລັກ

(VOVWORLD) - ໂດຍໄດ້ຮັບການຜັນຂະຫຍາຍນັບແຕ່ກາງເດືອນ ກໍລະກົດ ເປັນຕົ້ນມາ, ບັນດາຫ້ອງທວນຄືນບົດຮຽນໃນຍາມພັກແລ້ງຢູ່ໂຮງຮຽນປະຖົມ ຫງວຽນດິງຈຽວ ແມ່ນກິດຈະກຳ ໃນບັ້ນເຄື່ອນໄຫວລະດູຮ້ອນສີຂຽວຂອງໄວໜຸ່ມເມືອງ Ea Sup ຢູ່ເຂດຊາຍແດນ.

ລະຮ້ອນປີນີ້, ບັນດາບ້ານຢູ່ແຂວງ ດັກລັກ ເກືອບຄືວ່າອຶກກະທຶກຄຶກໂຄມວ່າ ເມື່ອມີການເຂົ້າຮ່ວມຂອງ 6 ກຸ່ມນັກອາສາສະໝັກລະຮ້ອນສີຂຽວ ເຊິ່ງໄດ້ຜັຂະຫຍາຍຢູ່ຫຼາຍທ້ອງຖິ່ນ. ບັ້ນເຄື່ອນໄຫວຂອງຊາວໜຸ່ມອາສາສະໝັກຢູ່ແຂວງ ດັກລັກ ໄດ້ສ້າງຂີດາຍຫຼາຍຢ່າງດ້ວຍຫຼາຍກິດຈະກຳເຄື່ອນໄຫວ, ວຽກງານຽດ, ແທຈິງ.

ຂີດໝາຍອາສາສະໝັກລະດູຮ້ອນສີຂຽວຢູ່ເຂດຊາຍແດນແຂວງດັກລັກ - ảnh 1ການທວນຄືນບົດຮຽນໃຫ້ແກ່ພວກນ້ອງເຍົາວະຊົນ-ອະນຸຊົນ

ເຖິງວ່າພວມຢູ່ໃນໄລຍະເວລາກາງການພັກແລ້ງກໍ່ຕາມ, ແຕ່ໃນຊຸມມື້ຜ່ານມາ, ຢູ່ບໍລິເວນໂຮງຮຽນປະຖົມ ຫງວຽນດິ່ງຈຽວ, ຕາແສງເຂດຊາຍແດນ  Ia Rve, ເມືອງ Ea Sup, ແຂວງ ດັກລັກ, ຍັງຄຶກຄື້ນມ່ວນຊື່ນໄປດ້ວຍຮອຍຍິ້ມ, ສຽງເວົ້າສຽງຫົວຕ່າງໆນາໆ. ຢູ່ຫ້ອງຮຽນແຕ່ລະຫ້ອງ, ພວກອ້າຍເອື້ອຍຊາວໜຸ່ມອາສາສະໝັກພວມຫ້າວຫັນແນະນຳການທວນຄືນບົດຮຽນໃຫ້ແກ່ພວກນ້ອງເຍົາວະຊົນ-ອະນຸຊົນ. ທັງທວນຄືນບົດຮຽນ, ທັງຖາມ - ຕອບຢ່າງຟົດຟື້ນ, ເຮັດໃຫ້ພວກນ້ອງມີຄວາມກະຕືລືລົ້ນທີ່ສຸດ. ເອື້ອຍ ເກິມທິງາ, ຢູ່ບ້ານ 4, ຕາແສງ Ia Rve, ມີລູກເຂົ້າຮຽນຮ່ວມຫ້ອງ, ແບ່ງປັນວ່າ: ນັບແຕ່ນັກອາສາສະໝັກມາຊ່ວຍທວນຄືນບົດຮຽນໃນຍາມພັກແລ້ງ, ເອື້ອຍກໍ່ຄືຫຼາຍຄອບຄົວອື່ນມີຄວາມອຸ່ນອ່ຽນໃຈ, ໂດຍສະເພາະແມ່ນໄດ້ຍິນພວກລູກເວົ້າວ່າມັກໄປໂຮງຮຽນທີ່ສຸດ.

ລູກຂ້າພະເຈົ້າໄດ້ເລົູ່່ຟັງວ່າ ໄປໂຮງຮຽນແມ່ນມ່ວນອີຫຼີ, ມັກຮັກບັນດາອ້າຍເອື້ອຍນັກອາສາສະໝັກ. ບັນດາອ້າຍເອື້ອຍໄດ້ຊ່ວຍພວກູກຊອກຮູ້, ຮ່ຳຮຽນ, ຊ່ວຍພວກນ້ອງມີຄວາມວ່ອງໄວກວ່າ. ບັນດາການເຄື່ອນໄຫວກໍ່ມີຄວາມເບີກບ່ານມ່ວນຊື່ນ, ຊ່ວຍສ້າງຜົນປະໂຫຍດໃຫ້ແກ່ພວກນ້ອງ”.

ໂດຍໄດ້ຮັບການຜັນຂະຫຍາຍນັບແຕ່ກາງເດືອນ ກໍລະກົດ ເປັນຕົ້ນມາ, ບັນດາຫ້ອງທວນຄືນບົດຮຽນໃນຍາມພັກແລ້ງຢູ່ໂຮງຮຽນປະຖົມ ຫງວຽນດິງຈຽວ ແມ່ນກິດຈະກຳ ໃນບັ້ນເຄື່ອນໄຫວລະດູຮ້ອນສີຂຽວຂອງໄວໜຸ່ມເມືອງ Ea Sup ຢູ່ເຂດຊາຍແດນ. ຕາມນັ້ນແລ້ວ, ນັກອາສາສະໝັກ 15 ຄົນຂອງເມືອງ ແລະ ນັກອາສາສະໝັກກວ່າ 65 ຄົນຢູ່ບັນດາບ້ານໄດ້ແບ່ງເປັນກຸ່ມເພື່ອໄປຢ້ຽມຢາມ ແລະ ລະດົມກຳລັງໃຈໃຫ້ບັນດາພວກນ້ອງນ້ອຍເຂົ້າຮ່ວມການເຄື່ອນໄຫວດຳເນີນຊີວິດຂອງຫ້ອງ, ບຳລຸງຄວາມຮູ້້ໃນຍາມພັກແລ້ງ; ເຂົ້າຮ່ວມເຮັດອະນາໄມສິ່ງແວດລ້ອມ. ເພື່ອນ ຈາງຫງວຽດເກວ້, ຊາວໜຸ່ມອາສາສະໝັກຢູ່ບ້ານ Ia Rve, ໃຫ້ຮູ້ວ່າ:

ນ້ອງຮູ້ສຶກເບີກບານມ່ວນຊື່ນ. ເມື່ອເຂົ້າຮ່ວມບັນດາການເຄື່ອນໄຫວ, ຄືວ່າຕົນເອງໄດ້ອຸທິດສ່ວນໃດສ່ວນໜຶ່ງໃຫ້ແກ່ວຽກງານຊ່ວຍພວກນ້ອງທວນຄືນບົດຮຽນໃນຍາມພັກແລ້ງ ແລະ ຊ່ວຍປະຊາຊົນຢູ່ທີ່ນີ້. ຕົວຢ່າງ ເຂົ້ຮ່ວມວຽກງານໂຄສະນາກ່ຽວກັບພະຍາດໄຂ້ເລືອດອອກ. ທີ 2, ນ້ອງຈະຝຶກໃຫ້ພວກເດັກມີຄວາມເຊື່ອໝັ້ນຕົນເອງເມື່ອຢືນຢູ່ບ່ອນມີຫຼາຍຄົນ”.

ຢູ່ຕະແສງ Ia Lôp, ເມືອງ Ea Sup, ພ້ອມກັບກຳລັງຊາວໜຸ່ມ ອາສາສະໝັກຢູ່ກັບທີ່ແລ້ວ, ລະດູພັກແລ້ງປີນີ້ຍັງມີກອງລະດູຮ້ອນສີຂຽວແຂວງ ບີ່ງເຢືອງ ເຂົ້າຮ່ວມໜູນຊ່ວຍ. ໃນໄລຍະເວລາເຄື່ອນໄຫວຢູ່ຕາແສງ, ມີບັນດາຊາວໜຸ່ມອາສາສະໝັກຂອງແຂວງ ບິ່ງເຢືອງ ໄດ້ຜັນຂະຫຍາຍປະຕິບັດກິດຈະກຳ ຊາວໜຸ່ມ “ຕິດຕັ້ງລະບົບໄຟເຍືອງທາງເຂດບ້ານນາ” ມີຄວາມຍາວ 1 ກມ, ກວດ ແລະ ປິ່ນປົວພະຍາດໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ, ມອບອຸປະກອນການຮຽນໃຫ້ເຍົາວະຊົນ - ອະນຸຊົນ; ໂຄສະນາເຜີຍແຜ່ກ່ຽວກັບກົດໝາຍ, ການປ້ອງກັນ, ຕ້ານໂລກລະບາດໃຫ້ແກ່ປະຊາຊົນ... ທ່ານ ລາງວັນເຊີນ, ປະທານສະພາປະຊາຊົນຕາແສງ Ia Lôp ຕີລາຄາວ່າ:

ບັນດາກຸ່ມນັກອາສາສະໝັກຊ່ວຍເຫຼືອພໍ່ແມ່ປະຊາຊົນໃນຕາແສງໄດ້ຫຼາຍຢ່າງ. ພິເສດແມ່ນບັນດາການເຄື່ອນໄຫວທາງສັງຄົມ. ບາງການເຄື່ອນໄຫວທີ່ຈັດໃຫ້ພວກນ້ອງນ້ອຍເຍົາວະຊົນ - ອະນຸຊົນໃນໂອກາດພັກແລ້ງ ແມ່ນມີຄວາມໝາຍທີ່ສຸດ.”

ຂີດໝາຍອາສາສະໝັກລະດູຮ້ອນສີຂຽວຢູ່ເຂດຊາຍແດນແຂວງດັກລັກ - ảnh 2ການເຄື່ອນໄຫວຕ່າງໆຂອງບັນດານັກອາສາສະໝັກຢູ່ແຂວງ ດັກລັກ

ແຕ່ຕົ້ນເດືອນມິຖຸນາ ປີນີ້, ແຂວງ ດັກລັກ ໄດ້ຜັນຂະຫຍາຍບັນດາກຸ່ມຊາວໜຸ່ມອາສາສະໝັກ ລະດູຮ້ອນສີຂຽວຢູ່ທັງໝົດ 15 ເທດສະບານ, ນະຄອນໃນແຂວງ. ມາຮອດປະຈຸບັນ, ບັນດາກຸ່ມເຫຼົ່ານີ້ໄດ້ໜູນຊ່ວຍກໍ່ສ້າງໃໝ່ ແລະ ປັບປຸງເສັ້ນທາງຄົມມະນາຄົມໄດ້ 73 ກມ, ກໍ່ສ້າງຖະໜົນແຈ້ງສະຫວ່າງ- ສີຂຽວ - ສະອາດ - ສວຍງາມ ໄດ້ 43 ສາຍ, ປຸກສ້າງເຮືອນແຫ່ງສາຍຈິດມິດໃຈໄດ້ 14 ຫຼັງ;  ກວດພະຍາດໃຫ້ຜູ້ເຄີຍຕິດໂຄວິດ -19 ໃຫ້ແກ່ ປະຊາຊົນໄດ້ນັບພັນຄົນ; ປູກຕົ້ນໄມ້ໄດ້ໝື່ນຕົ້ນ... ເອື້ອຍ ຫງວຽນຟ້າມຢຸຍຈາງ, ເລຂາສູນກາງຄະນະຊາວໜຸ່ມ, ປະທານສະພາກອງເຍົາວະຊົນສູນກາງ, ຖືວ່າ:

ແຂວງ ດັກລັກ ໄດ້ເປັນເຈົ້າການໃນການສ້າງ ແລະ ຜັນຂະຫຍາຍບັນດາເນື້ອໃນ ແລະ ໄດ້ຕິດແທດກັບແຜນການກໍ່ຄືການຊີ້ນຳຂອງສູນກາງຄະນະຊາວໜຸ່ມ. ທີໜຶ່ງ, ສຳລັບ 3 ໜ້າທີ່ຈຸດສຸມ - ໃໝ່ - ບຸກທະລຸໃນການຊີ້ນຳຂອງສູນກາງຊາວໜຸ່ມ, ນັ້ນແມ່ນການກວພະຍາດໃຫ້ຜູ້ເຄີຍຕິດໂຄວິດ - 19 ມາກ່ອນ ກໍ່ຄືໃຫ້ຄຳປຶກສາດ້ານຈິດໃຈໃຫ້ແກ່ສະມາຊິກຊາວໜຸ່ມ, ເຍົາວະຊົນ. ທີສອງ ແມ່ນການສຸມໃສ່ກໍ່ສ້າງ ແລະ ປັບປຸງກິດຈະກຳຕ່າງໆຂອງໂຮງຮຽນ. ທີິສາມແມ່ນການຈັດຕັ້ງບັນດາຮູບແບບຊາວໜຸ່ມອາສາສະໝັກຫັນປ່ຽນ

ບັນດາກິດຈະກຳ, ວຽກງານທີ່ແທດຈິງ ໄດ້ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ປົກປັກຮັກສາສິ່ງແວດລ້ອມ, ເບິ່ງແຍງດູແລພວກນ້ອງເຍົາວະຊົນ-ອະນຸຊົນ, ຮັບປະກັນຊີວິດສັງຄົມຂອງໄວໜຸ່ມດັກລັກ ໃນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີນີ້ໄດ້ປະກອບສ່ວນລະດົມກຳລັງໃຈ, ຊ່ວຍເຫຼືອປະຊາຊົນ ແລະ ພວກນ້ອງເຍົາວະຊົນ-ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນບັນດາເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ./.

ຕອບກັບ

ຂ່າວ/ບົດ​ອື່ນ