ຂະແໜງທ່ອງທ່ຽວດ່ານັ້ງເຕີບໂຕຢ່າງແຮງພາຍຫຼັງ APEC 2017

(VOVWORLD) - ໂດຍໄດ້ຮັບການຄັດເລືອກແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດຢູ່ອາຊີ, ປີ 2017, ນະຄອນດ່ານັ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 1 ລ້ານເທື່ອຄົນເມື່ອທຽບໃສ່ 2 – 3 ປີກ່ອນນີ້. ພິເສດແມ່ນພາຍຫຼັງ “ສັບປະດາຂັ້ນສູງ APEC 2017”, ໃນຊຸມມື້ທຳອິດຂອງເດືອນ ພະຈິກ 2017, ຂະແໜງທ່ອງທ່ຽວດ່ານັ້ງ ມີກາລະໂອກາດພັດທະນາໃໝ່ຫຼາຍຢ່າງ.

ຂະແໜງທ່ອງທ່ຽວດ່ານັ້ງເຕີບໂຕຢ່າງແຮງພາຍຫຼັງ APEC 2017 - ảnh 1ຂະແໜງທ່ອງທ່ຽວດ່ານັ້ງເຕີບໂຕຢ່າງແຮງພາຍຫຼັງ APEC 2017

(ພາບປະກອບອີນເຕີແນັດ)

ເມື່ອມາຢ້ຽມຢາມດ່ານັ້ງ, ຜູ້ໃດກໍ່ມີຄວາມປະທັບໃຈຕໍ່ຮອຍຍີ້ມທີ່ສະໜິດສະໜົມຂອງປະຊາຊົນຢູ່ທີ່ນີ້, ກໍຄືບັນດາເລື່ອງລາວທີ່ຕື້ນຕັນໃຈກ່ຽວກັບການປະພຶດຂອງຊາວດ່ານັ້ງ ທີ່ສະຫງວນໃຫ້ນັກທ່ອງທ່ຽວ. ລຸງ ເຈີ່ນດິ່ງຈ໋ອດ, ອາຍຸ 58 ປີ,  ຫົວໜ້າໜ່ວຍ 6, ທິມລົດ 3 ລໍ້ທ່ອງທ່ຽວດ່ານັ້ງ ໄດ້ຕິດພັນກັບອາຊີບຂັບລົດ 3 ລໍ້ຢູ່ແຄມແມ່ນ້ຳ ຮ່ານ ມາເປັນເວລານັບສິບປີ. ຕາມລຸງ ຈ໋ອດ ແລ້ວ, ດ້ວຍຮອຍຍິ້ມຂອງຜູ້ຂັບລົດ 3 ລໍ້ປຽບເໝືອນດັ່ງຄຳທັກທາຍສະບາຍດີທີ່ສະໜິດສະໜົມຕໍ່ນັກທ່ອງທ່ຽວທຸກຄົນເມື່ອມາຢ້ຽມຢາມດ່ານັ້ງ.

        ດ່ານັ້ງ ມີຫຼາຍຫາດຊາຍທະເລທີ່ສວຍງາມ, ເຊິ່ງບັນດານັກລົງທຶນໃຫຍ່ມາສະຖານທີ່ແຫ່ງນີ້ເພື່ອກໍ່ສ້າງບັນດາເຂດພັກຜ່ອນບຳລຸງສຸສະພາບລະດັບສາກົນ. ບັນດາເຂດພັກຜ່ອນບຳລຸງສຸຂະພາບບັນລຸລະດັບ 5 ດາວ ຄື: Furama, Premier, Village… ຕັ້ງຕິດຕໍ່ກັນ ໄດ້ສ້າງເປັນເຂດຕາກອາກາດເຂດແຄມທະເລທີ່ດູດດື່ມພໍສົມຄວນ. ດ່ານັ້ງ ໄດ້ແລະ ພວມແມ່ນສະຖານທີ່ທ່ອງທ່ຽວດູດດື່ມສຳລັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນດຶກຮີ່ນ, ຮອງຜູ້ອຳນວຍການໃຫຍ່ Furama ດ່ານັ້ງ ໃຫ້ຮູ້ວ່າ, ເລື່ອງຈັດຕັ້ງສັບປະດາຂັ້ນສູງ APEC ປະສົບຜົນສຳເລັດ, ອີກຄັ້ງໜຶ່ງໄດ້ຢືນຢັນວ່າ ບັນດາເຂດພັກຜ່ອນຢ່ອນອາລົມຢູ່ດ່ານັ້ງ ສາມາດຕອບສະໜອງທຸກຄວາມຮຽກຮ້ອງຕ້ອງການເພື່ອຈັດຕັ້ງເຫດການສາກົນ.

        “ພວກຂ້າພະເຈົ້າມີພາລະກອນກວ່າ 700 ຄົນ. ຄວາມຮັບຜິດຊອບຂອງພາລະກອນແຕ່ລະຄົນແມ່ນໂຄສະນາເຜີຍແຜ່ສູ່ແຕ່ລະຄອບຄົວ, ເຂດຊຸມຊົນ ກໍຄືສະຫະສະມາຄົມເຊິ່ງເຂົາເຈົ້າເຂົ້າຮ່ວມ, ເພື່ອໃຫ້ຊາວດ່ານັ້ງ ທຸກຄົນ ມີວັດທະນະທຳທີ່ດີ ແລະ ແນະນຳໃຫ້ນັກທ່ອງທ່ຽວມີການປະພຶດທີ່ດີ ຢູ່ບັນດາສະຖານທີ່ສາທາລະນະຢູ່ດ່ານັ້ງ”.

        ທ່ານ ເລເຕີ໋ນແທງຕຸ່ງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວຫວຽດນາມ Vitours, ເຊິ່ງແມ່ນ 1 ໃນຈຳນວນ 5 ບໍລິສັດທ່ອງທ່ຽວຢູ່ດ່ານັ້ງ ໄດ້ຮັບການຄັດເລືອກຮັບໃຊ້ໃຫ້ສັບປະດາຂັ້ນສູງ APEC 2017, ໃຫ້ຮູ້ວ່າ, APEC ແມ່ນໂອກາດເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວໄດ້ໂຄສະນາລາຍການທ່ອງທ່ຽວ, ນຳພາບພົດຂອງດ່ານັ້ງ ເວົ້າສະເພາະ, ຫວຽດນາມ ເວົ້າລວມ ເຖິງເພື່ອນມິດສາກົນ. ຕາມທ່ານ ຕຸ່ງ ແລ້ວ, ຖ້າຫາກດ່ານັ້ງ ມີເຂດສູນການຄ້າ ແລະ ບັນດາຄຸ້ມຖະໜົນຍ່າງຕອນຄ່ຳຄືນ ດ້ວຍບັນດາເຂດອາຫານການກິນຢ່າງຄົບຖ້ວນ, ສະແດງສິລະປະຕື່ມອີກ ຈະດຶງດູດແຂກທ່ອງທ່ຽວມາຢ້ຽມຢາມຫຼາຍຂຶ້ນ.

        “ດ່ານັ້ງ ຕ້ອງສຸມໃສ່ເຂດການຄ້າໃຫຍ່ ເພື່ອໃຫ້ນັກທ່ອງທ່ຽວມາຊື້ເຄື່ອງຂອງ. ສະນັ້ນ, ຄວນມີສູນຄ້າຂາຍບັນດາຜະລິດຕະພັນສິນພິເສດຂອງບັນດາເຂດຈຸດສຸມກ່ຽວກັບການທ່ອງທ່ຽວ, ໃນນັ້ນມີດ່ານັ້ງ”.

        ໃນປີ 2017, ນະຄອນດ່ານັ້ງ ໄດ້ຕ້ອນຮັບນັກທ່ອງທ່ຽວ 6,6 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວສາກົນກວ່າ 2 ລ້ານເທື່ອຄົນ, ລາຍຮັບບັນລຸເກືອບ 1 ຕື້ USD. ຢູ່ນະຄອນດ່ານັ້ງ ຫາກໍ່ດຳເນີນຫຼາຍເຫດການສາກົນທີ່ສ້າງຊື່ສຽງໂດ່ງດັງຄື: ສັບປະດາຂັ້ນສູງ APEC 2017, ກອງປະຊຸມໃຫຍ່ທ່ອງທ່ຽວກກັອບອາຊີ, ງານມະໂຫລານຮູບເງົາຫວຽດນາມ ຄັ້ງທີ 20 ເຊິ່ງໄດ້ດຶງດູດຄວາມສົນໃຈເປັນພິເສດຂອງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນຊວນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ທິດທາງກ້າວເດີນຂອງຂະແໜງທ່ອງທ່ຽວນະຄອນດ່ານັ້ງ ທີ່ອາດຈະສຸມໃສ່ນັ້ນແມ່ນ ສ້າງຄວາມແຕກຕ່າງຕາມທິດພັດທະນາດ່ານັ້ງ ໃຫ້ກາຍເປັນສູນຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາ, ສູນຈັດຕັ້ງເຫດການ, ທ່ອງທ່ຽວ, ສົມທົບກັບເຂດພັກຜ່ອນບຳລຸງສຸຂະພາບ ແລະ ຢ້ຽມຊົມເຂົ້າຮ່ວມດ້ານວັດທະນະທຳຂອງພາກກາງ ຜ່ານບັນດາຈຸດນັດພົບ ອ້ອມຂ້າງບັນດາມໍລະດົກວັດທະນະທຳຂອງດ່ານັ້ງ ຄື: ໂຮ້ຍອານ, ປູຊະນີຍະສະຖານສັກສິດ ມີ້ເຊີນ. ໃນນັ້ນ, ຜະລິດຕະພັນທ່ອງທ່ຽວທີ່ເປັນແກ່ນສານຂອງດ່ານັ້ງ ແມ່ນສະຖານທີ່ຈັ້ດຕັ້ງກອງປະຊຸມ, ກອງປະຊຸມສຳມະນາ ສົມທົບກັບການພັກຜ່ອນບຳລຸງສຸຂະພາບຢູ່ເຂດແຄມທະເລ”.

        ຂະແໜງທ່ອງທ່ຽວດ່ານັ້ງ ພວມມຸ່ງໄປເຖິງເປົ້າໝາຍຍົກສູງເຄື່ອງໝາຍການຄ້າຂອງນະຄອນເຫດການ. ລະບົບພື້ນຖານໂຄງລ່າງທັນສະໄໝ, ແຫຼ່ງຊັບພະຍາກອນມະນຸດລະດັບມືອາຊີບ ນັ້ນແມ່ນໂອກາດ ແລະ ເງື່ອນໄຂເພື່ອໃຫ້ດ່ານັ້ງມຸ່ງໄປເຖິງບັນດາເຫດການດ້ານການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ, ກິລາລະດັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ