ຄົ້ນຫາຫໍພິພິທະພັນທຳມະຊາດຫວຽດນາມ

(VOVWORLD) -ບໍ່ພຽງແຕ່ໄດ້ຢ້ຽມຊົມ, ຄົ້ນຫາເທົ່ານັ້ນ, ເມື່ອມາແຫ່ງນີ້ນັກທ່ອງທ່ຽວຍັງໄດ້ຮັບການແນະນຳເຕັກນິກເຮັດຕົວຢ່າງ, ແຕ້ມຮູບກ່ຽວກັບໂລກຂອງສັດ, ເບິ່ງໜັງ 3 ມິຕິ ກ່ຽວກັບການປ່ຽນແປງຂອງມະນຸດ, ອາວະກາດ
ຄົ້ນຫາຫໍພິພິທະພັນທຳມະຊາດຫວຽດນາມ - ảnh 1ຫໍພິພິທະພັນທຳມະຊາດຫວຽດນາມ
(ພາບ: TTXVN)

ຫໍພິພິທະພັນທຳມະຊາດຫວຽດນາມ ໄດ້ວາດພາບເຖິງທຳມະຊາດຫວຽດນາມ ຢ່າງຮອບດ້ານ, ຊີວິດຂອງສັດສາວາສິ່ງຜ່ານ 3.6 ຕື້ປີ. ນີ້ແມ່ນຫໍ ພິພິທະພັນ ລະດັບຊາດນີ້ີ້ແມ່ນສະຖານທີ່ມາຢ້ຽມຊົມທີ່ມີຄວາມໝາຍໃຫ້ແກ່ຜູ້ທີ່ຢາກຄົ້ນຫາທຳມະຊາດ, ຄົ້ນຄວ້າວິທະຍາສາດ, ຢາກຊອກຮູ້ໂລກທຳມະຊາດ.

        ໂດຍຖືກຕັ້ງຢູ່ເຮືອນເລກທີ 18, ຖະໜົນ ຮ່ວາງກ໊ວກຫວຽດ, ເມືອງ ເກົ່າໄຢ໊, ຮ່າໂນ້ຍ, ຫໍພິພິທະພັນທຳມະຊາດຫວຽດນາມ ມີເນື້ອທີ່ກວ້າງ 300 ຕາແມັດ, ວາງສະແດງຕົວຢ່າງວັດຖຸ, ວາດພາບຢ່າງຄົບຖ້ວນ ແລະ ມີຊີວິດຊີວາກ່ຽວກັບຊີວິດຜ່ານໄລຍະເວລາ ນັບຮ້ອຍລ້ານປີກ່ອນນີ້ ຂອງສັດປະເພດຕ່າງໆ, ເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ, ແມງໄມ້, ພືດ ແລະ ບັນດາສັດໂຕໃໝ່ທີ່ຫາກໍ່ຄົ້ນພົບຢູ່ຫວຽດນາມ.

        ເປີດປະຕູນັບແຕ່ປີ 2014, ມາຮອດປະຈຸບັນ ຫໍພິພິທະພັນທຳມະຊາດຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ຢ້ຽມຊົມດຶງດູດໃຈສຳລັບພວກເດັກນ້ອຍ, ບັນດາຜູ້ເປັນພໍ່ເປັນແມ່ໃນຍາມທ້າຍອາທິດເທົ່ານັ້ນ, ຫາກຍັງແມ່ນແຫ່ງແນະນຳບັນດາເອກະສານທີ່ລ້ຳຄ່າເພື່ອໃຫ້ນັກຮຽນ, ນັກສຶກສາ, ນັກຄົ້ນຄວ້າມາຮ່ຳຮຽນ ແລະ ຊອກຮູ້ກ່ຽວກັບຂົງເຂດນີ້. ນ້ອງ ຫວຽນທິຮ່າ, ນັກຮຽນສັງກັດໂຮງຮຽນມັດທະຍົມຕອນປາຍ ເຈິ່ງຮຶງດ້າວ, ຢູ່ຮ່າໂນ້ຍ, ແບ່ງປັນວ່າ:

        “ນ້ອງເຫັນວ່າມັນມີປະໂຫຍດທິ່ສຸດ ແລະ ມີຄວາມດຶງດູດໃຈກ່ຽວກັບ ບັນດາຄວາມຮູ້ເຊິ່ງ ຫໍພິພິທະພັນທຳມະຊາດຫວຽດນາມ ນຳມາໃຫ້. ຕົວຢ່າງຄື, ມາທີ່ນີ້ນ້ອງໄດ້ເຫັນປະຈັກຕາບັນດາແຜນວາດ, ສັດກາຍເປັນຫີນເຊິ່ງນ້ອງບໍ່ເຄີຍເຫັນຈັກເທື່ອ. ຄວາມຈິ່ງ ມັນໄດ້ສ້າງຄວາມປະທັບໃຈທີ່ສຸດ ຍ້ອນວ່ານີ້ແມ່ນບັນດາຕົວຢ່າງວັດຖຸດັ້ງເດີມ”.

        ເມື່ອຍາງເຂົ້າໄປ ຫໍພິພິທະພັນທຳມະຊາດຫວຽດນາມ, ຫຼາຍຄົນຮູ້ສຶກຄືໄດ້ກັບຄືນສູ່ສະໄໝ ປາງກີ້ປາງກ່ອນ, ດ້ວຍທຳມະຊາດທີ່ຮົກເຮື້ອ ແລະ ສັດສາວາສິ່ງຫຼາຍປະເພດ, ພຶກສາຊາດທີ່ລ້ຳຄ່າໄດ້ຈັດແບ່ງຕາມແຕ່ລະປະເພດ.

ຄົ້ນຫາຫໍພິພິທະພັນທຳມະຊາດຫວຽດນາມ - ảnh 2ເຂດວາງສະແດງສ້າງຄວາມດຶງດູດໃຈສຳລັບພວກເດັກ
(ພາບ: TTXVN)

ເຂດວາງສະແດງປະຫວັດສາດຂອງສິ່ງທີ່ມີຊີວິດໄດ້ຈັດສັນດ້ວຍສີອຸ່ນສົມທົບກັບແສງໄຟເຫຼືອງສ້າງເປັນເຂດທີ່ອົບອຸ່ນ, ງາມຕາ. ເຂດນີ້ໄດ້ວາງສະແດງສິ່ງຂອງກາຍເປັນຫີນເປັນຕົວແທນໃຫ້ແກ່ 4 ໄລຍະພັດທະນາທໍລະນີສາດໃນໂລກຄື: ໃນໄລຍະ 4.500-541 ລ້ານປີກ່ອນນີ້, ໄລຍະ 541-252 ລ້ານປີກ່ອນ, ໄລຍະ 252-66 ລ້ານປີກ່ອນ ແລະ 66 ລ້ານປີກ່ອນນີ້ ມາຮອດປະຈຸບັນ.

        ເຂດວາງສະແດງແມງໄມ້ໄດ້ສ້າງຄວາມປະທັບໃຈຢ່າງແຮງກັບບັນດາເພື່ອນໜຸ່ມ, ຍ້ອນນີ້ໄດ້ຮັບຖືວ່າແມ່ນຊຸດສະສົມແມງໄມ້ທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງຫວຽດນາມ, ດ້ວຍແມງໄມ້ນັບຮ້ອຍໂຕໄດ້ຈັດເປັນຊຸດຄື: ແມງປໍ, ຈັກຈັ່ນ, ແມງມ້າ… ມີບາງຊຸດແມ່ນກ່ອນນີ້ເປັນໄລຍະປະມານ 400 ລ້ານປີ. ນ້ອງ ຫງວຽນແທັງຕ໊ວນ, ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ເກົ່າໄຢ໊, ໃຫ້ຮູ້ວ່າ.

        “ຫຼານບໍ່ເຄີຍເຫັນແມງກະເບື້ອຄືແນວນີ້. ມັນມີຫຼາຍສີ ແລະ ມີຄວາມແຕກຕ່າງກັບຄວາມຄິດຂອງຫຼານ. ນອກນັ້ນ, ຍັງມີສັດຫຼາຍປະເພດ, ພຶກສາຊາດທີ່ແປກປະຫຼາດ. ການຢ້ຽມຊົມຄັ້ງນີ້ໄດ້ຊ່ວຍໃຫ້ຫຼານມີຄວາມຮູ້ຫຼາຍຢ່າງຕື່ມອີກເພື່ອຮັບໃຊ້ການຮຽນໃຫ້ເປັນຢ່າງດີກວ່າ”.

        ບໍ່ພຽງແຕ່ໄດ້ຢ້ຽມຊົມ, ຄົ້ນຫາເທົ່ານັ້ນ, ເມື່ອມາແຫ່ງນີ້ນັກທ່ອງທ່ຽວຍັງໄດ້ຮັບການແນະນຳເຕັກນິກເຮັດຕົວຢ່າງ, ແຕ້ມຮູບກ່ຽວກັບໂລກຂອງສັດ, ເບິ່ງໜັງ 3 ມິຕິກ່ຽວກັບການປ່ຽນແປງຂອງມະນຸດ, ອາວະກາດ, ທະເລ, ປາ, ໄດໂມເສົາ ແລະ ແມງໄມ້. ທ່ານ ຫວູວັນລຽນ, ຮອງຫົວໜ້າ ຫໍພິພິທະພັນທຳມະຊາດຫວຽດນາມ, ໃຫ້ຮູ້ວ່າ.

        “ມາແຫ່ງນີ້, ພວກຫຼານ, ນັກທ່ອງທ່ຽວໄດ້ເບິ່ງ, ຮັບຟັງການແນະນຳກ່ຽວກັບການກຳເນີດຂອງຊີວິດເປັນ logic, ດຶງດູດໃຈ. ນີ້ແມ່ນບົດຮຽນບໍ່ພຽງແຕ່ສຶກສາໃຫ້ແກ່ນັກຮຽນ, ນັກສຶກສາ ໃຫ້ມີຄວາມຮູ້ກ່ຽວກັບໂລກທຳມະຊາດເທົ່ານັ້ນ, ຫາກຍັງສຶກສາຄວາມຮັກຕໍ່ທຳມະຊາດອີກດ້ວຍ. ແຕ່ລະຄົນຕ້ອງມີໜ້າທີ່ຄວາມຮັບຜິດຊອບໃນການປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ”.

        ຫໍພິພິທະພັນທຳມະຊາດຫວຽດນາມ ເປີດປະຕູໂດຍບໍ່ເກັບຄ່າບໍລິການໃຫ້ແກ່ນັກທ່ອງທ່ຽວມາຢ້ຽມຊົມແຕ່ວັດພະຫັດຫາວັນອາທິດໃນແຕ່ລະສັບປະດາ. ຍ້ອນຄວາມໃໝ່ອ່ຽມ, ດຶງດູດໃຈ ແລະ ມີຄຸນປະໂຫຍດທີ່່ສຸດ, ແຕ່ລະມື້ຫໍພິພິທະພັນທຳມະຊາດຫວຽດນາມ ໄດ້ດຶງດູດຜູ້ມາຢ້ຽມຊົມນັບຮ້ອຍເທື່ອຄົນ/ວັນ, ພິເສດແມ່ນສ້າງຄວາມດຶງດູດໃຈສຳລັບພວກເດັກທີ່ພວມຢາກຊອກຮູ້ໂລກອ້ອມຂ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ