ຄວາມ​ສະ​ດຸ້ງ​ໃຈ​ຈາກ​ງານ​ວາງ​ສະ​ແດງ 50 ປີ​ແຫ່ງວັນ​ປະ​ຕິ​ບັດ​ຄ​ຳ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ

(VOVWORLD) -ໃນຊຸມວັນຜ່ານມາ, ຢູ່ ສະຖານທີ່ບາງແຫ່ງໃນໃຈກາງນະຄອນໂຮ່ຈິມີນຄື: ຖະໜົນຄົນຍ່າງ ຫງວຽນເຫ້ວ, ຖະໜົນດົ່ງເຂີຍ, ຫໍວັດທະນະທຳແຮງງານ, ຫໍວັດທະນະທຳຊາວໜຸ່ມ ເມືອງ 1, ຄະນະຈັດຕັ້ງການສະເຫຼີມສະຫຼອງ, ບັນດາວັນບຸນໃຫຍ່ຂອງນະຄອນໄດ້ຈັດຕັ້ງງານວາງສະແດງພາບຖ່າຍ 340 ແຜ່ນເຊິ່ງໄດ້ວາດພາບຫວນຄືນບັ້ນຮົບທີ່ພິລະອາດຫານຂອງ ກອງທັບ ແລະ ປະຊາຊົນ ໃນການຕໍ່ສູ້ຕ້ານພວກຈັກກະພັດ ອາເມລິກາ ເພື່ອກູ້ຊາດ, ພາລະກິດປ່ຽນແປງໃໝ່ຂອງອຳນາດການປົກຄອງ ແລະ ປະຊາຊົນໃນນະຄອນເຊິ່ງໄດ້ປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈິມີນໃນຕະຫຼອດ 50 ປີທີ່ຜ່ານມາ.
ຄວາມ​ສະ​ດຸ້ງ​ໃຈ​ຈາກ​ງານ​ວາງ​ສະ​ແດງ 50 ປີ​ແຫ່ງວັນ​ປະ​ຕິ​ບັດ​ຄ​ຳ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ - ảnh 1ພິທີຕັດແຖບຜ້າໄຂງານວາງສະແດງ50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈິມີນ

ມີຜູ້ຊົມເປັນຈຳນວນຫຼວງຫຼາຍໄດ້ເຂົ້າຊົມບັນດາພາບຖ່າຍເຊິ່ງໄດ້ວາງສະແດງຢູ່ງານວາງສະແດງດ້ວຍຫຼາຍຫົວຂໍ້ທີ່ແຕກຕ່າງກັນ,ເຊິ່ງວາດພາບຫວນຄືນບັ້ນຮົບຕໍ່ສູ້ທີ່ພິລະອາດຫານຂອງ ກອງທັບ ແລະ ປະຊາຊົນ ຫວຽດນາມໃນບັ້ນຮົບຕໍ່ສູ້ກູ້ຊາດຕ້ານອາເມລິກາ, ພາລະກິດປ່ຽນແປ່ງໃໝ່ຂອງ ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ເຊິ່ງໄດ້ປະຕິບັດຕາມຄຳພິໄນກຳຂອງປະທານ ໂຮ່ຈິມີນ ໃນຕະຫຼອດ 50 ປີທີ່ຜ່ານມາ. ສຳລັບຊາວນະຄອນໂຮ່ຈີມິນ ແລະ ນັບທັງບັນດາແຂກທ່ອງທ່ຽວແລ້ວ, ບັນດາພາບຖ່າຍທີ່ມີຄວາມດູດດຶ່ມ ແລະ ເຮັດໃຫ້ຜູ້ຊົມມີຄວາມສະເທືອນໃຈທີ່ສຸດແມ່ນພາບຖ່າຍປະທານໂຮ່ຈີມິນ,ໂດຍແມ່ນຄູຜູ້ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ຕະຫຼອດຊີວິດ ໄດ້ອຸທິດສ່ວນເພື່ອປະຊາຊົນ, ເພື່ອປະເທດຊາດ, ພວມເຮັດວຽກ ແລະ ພາບຖ່າຍລາຍຂີດຂຽນໃນບົດພິໄນກຳຂອງເພິ່ນ. ພ້ອມກັນນັ້ນ, ບັນດາພາບຖ່າຍທົ່ວພັກ, ທົ່ວປວງຊົນຢູ່ ຮ່າໂນ້ຍ - ເຫ້ວ - ໄຊງ່ອນ ຂ່ຳນັບຊົມເຊີຍຕໍ່ເຫດການ ພາກໃຕ້ ຫວຽດນາມໄດ້ຮັບການປົດປ່ອຍ ຢ່າງສົມບູນກໍ່ມີຄວາມດຶງດູດໃຈ ແລະ ສ້າງຄວາມປະທັບໃຈຢ່າງແຮງ.

ຄວາມ​ສະ​ດຸ້ງ​ໃຈ​ຈາກ​ງານ​ວາງ​ສະ​ແດງ 50 ປີ​ແຫ່ງວັນ​ປະ​ຕິ​ບັດ​ຄ​ຳ​ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ - ảnh 2ງານວາງສະແດງດຶງດູດໄດ້ຜູ້ຊົມເປັນຈຳນວນຫຼວງຫຼາຍ 

ຂຸ້ນຄິດຕໍ່ບັນດາພາບຖ່າຍດັ່ງກ່າວ, ລຸງ ຫງວຽນວັນທ໊າຍ ອາຍຸ 64 ປີ, ໂດຍເປັນນັກຮົບເກົ່າຢູ່ຕາແສງ 10, ເມືອງ 10, ທັງເປັນນັກປະພັນ, ນັກກະວີ ຢູ່ນະຄອນ ໂຮ່ຈີມິນ, ມີຄວາມຕື້ນຕັນໃຈເມື່ອຫວນຄືນບັນດາໄລຍະເວລາໃນປະຫວັດສາດໃນປີ 1975. ໃນ ເດືອນ ກັນຍາ ປີ 1975, ທ່ານເປັນກຽດໄດ້ເຂົ້າເປັນສະມາຊິກກອງພົນ 316 ເຂົ້າຮ່ວມບັ້ນຮົບ ໄຕງວຽນ - ຊຶ່ງເປັນບັ້ນຮົບເປີດສາກການບຸກໂຈມຕີຂະໜາດໃຫຍ່ ແລະ ລຸກຮື້ຂຶ້ນ ໃນລະດູບານໃໝ່ 1975. ພາຍຫຼັງຕໍ່ສູ້ສຳເລັດບັ້ນຮົບ ໄຕງວຽນ, ກອງພົນໄດ້ຮັບຄຳສັ່ງໄປປົດປ່ອຍ ໄຊງ່ອນໂດຍໄວທີ່ສຸດ. ໃນເສັ້ນທາງອອກເຄື່ອນທັບໄດ້ຕໍ່ສູ້ດັບສູນສັດຕູຫຼາຍເຫຼົ່າທັບ, ເຕົ້າໂຮມບັນດາກອງທະຫານແນວໂຮມ ຊວນລົກ ແລະ ໄຕນິງ ເຂົ້າກັນເພື່ອປຸກເຂົ້າສູນກາງຂອງອຳນາດການປົກຄອງ ຫຸ່ນ ໄຊງ່ອນ. ມີເພື່ອນຮ່ວມກົມກອງຂອງ ເພິ່ນຫຼາຍຄົນ ຖືກເສຍສະຫຼະຊີວິດຢູ່ ປະຕູເຂົ້າອອກ ຊວນລົກ ແລະ ຂົວແຣັກຈຽກ, ເຂົາເຈົ້າບໍ່ໄດ້ເຫັນປະຈັກຕາວັນທ້ອນໂຮມປະເທດຊາດເປັນເອກະພາບ. ລຸງ ທ໊າຍໃຫ້ຮູ້ວ່າ ຫຼາຍວັນທີ່ຜ່ານມານີ້, ໃນບັນຍາກາດ ສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງທ່ານປະທານໂຮຈີມິນໃນທົ່ວປະເທດ, ໃນຈິດໃຈຂອງເພິ່ນຮູ້ສຶກສະເທືອນໃຈທີ່ສຸດ ດ້ວຍຄວາມຮູ້ສຶກທີ່ບໍ່ອາດພັນລະນາໄດ້. ຍ້ອນແນວນັ້ນ, ເພິ່ນໄດ້ແຕ່ງບົດເພງທີ່ມີຊື່ວ່າ: “ນ້ຳໃຈທີ່ລົ້ນເຫຼືອ” ເພື່ອເຊີດຊູປະທານໂຮ່ຈີມິນ, ກ່ຽວກັບພິໄນກຳອັນສັກກະລະບູຊາ, ມໍລະດົກທີ່ລ້ຳຄ່າເຊິ່ງປະທານໂຮ່ຈິມີນສະຫງວນໃຫ້ປະເທດຊາດ, ປະຊາຊົນ ຫວຽດນາມ:

        ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດທີ່ໄດ້ເປັນຄົນລຸ້ນຈັບປືນຕໍ່ສູ້ກັບສັດຕູໂດຍກົງເພື່ອຍາດເອົາໄຊຊະນະໃຫ້ແກ່ບັ້ນຮົບສຸດທ້າຍເພື່ອປະຕິບັດຄວາມມຸ່ງມາດປາດຖະໜາຂອງລຸງໂຮ່ແມ່ນທ້ອນໂຮມປະເທດຊາດເປັນເອກະພາບ. ເມື່ອໄດ້ເຫັນບັນດາພາບຖ່າຍນີ້, ພວກຂ້າພະເຈົ້າຍິ່ງໄດ້ຫວນຄືນບັນດາຄຳສັ່ງສອນໃນບົດພິໄນກຳຂອງລຸງໂຮ່ທີ່ຢູ່ໃນໃຈຂອງຂ້າພະເຈົ້າ.

        ໂດຍເປັນໜຶ່ງໃນບັນດາຜູ້ເຂົ້າຊົມໃນງານວາງສະແດງ, ປ້າ ຫງວຽນທິງອກລານ, ອາຍຸ 62 ປີ, ຢູ່ນະຄອນຫ໋າຍຝ່ອງ ມີຄວາມປະທັບໃຈຕໍ່ບັນດາພາບຖ່າຍທີ່ສະແດງໃຫ້ເຫັນຄວາມມານະພາຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໃນການແກ້ໄຂຄວາມຫຍຸ້ງຍາກ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານໃນທຸກໆຂົງເຂດ, ສ້າງໂສມໜ້າໃໝ່ໃຫ້ແກ່ນະຄອນ ໂຮ່ຈີມິນ. ປ້າຫງວຽນທິງອກລານ ໃຫ້ຮູ້ວ່າ:

        ໃນໂອກາດມາຢ້ຽມຢາມລູກຫຼານນັ້ນ, ລູກຂອງຂ້າພະເຈົ້າກໍ່ເຮັດວຽກຢູ່ໃກ້ໆນີ້ດັ່ງນັ້ນຈຶ່ງພາຂ້າພະເຈົ້າມາຢ້ຽມຊົມຖະໜົນນີ້. ເຫັນໄດ້ທິວທັດທີ່ສວຍງາມ ແລະ ບັນດາພາບຖ່າຍໂຄສະນາກ່ຽວກັບການພັດທະນາຂອງນະຄອນ, ຄວາມຮັກແພງຂອງປະຊາຊົນທີ່ມີຕໍ່ກັບລຸງໂຮ່, ດັ່ງນັ້ນຂ້າພະເຈົ້າຮູ້ສຶກດີໃຈຫຼາຍ.

        ແລະຢູ່ຫໍວັດທະນະທຳຊາວໜຸ່ມ, ງານວາງສະແດງພາບຖ່າຍໄດ້ສຸມໃສ່ຫົວຂໍ້ “ ຊາວໜຸ່ມໂຮຈີມິນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ” ດ້ວຍພາບຖ່າຍຫຼາຍແຜ່ນກ່ຽວກັບບັນດາໂຄງການ, ຂະບວນການທີ່ມີຄວາມໝາຍຂອງຊາວໜຸ່ມນະຄອນໃນຕະຫຼອດຊຸມປີທີ່ຜ່ານມາ, ປະກອບກຳລັງແຮງໜຸ່ມເຂົ້າໃນພາລະກິດການສ້າງສາ, ພັດທະນາ ແລະ ເຊື່ອມໂຍງຂອງນະຄອນເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ

        ເພື່ອນ ຫງວຽນເຍິດລິງ, ນັກສຶກສາມະຫາວິທະນາໄລໄປສະນີໂທລະຄົມມະນາຄົມ ນະຄອນ ໂຮ່ຈີມິນເຂົ້າຢ້ຽມຊົມຢູ່ທີ່ນີ້ໃຫ້ຮູ້ວ່າ

        ເມື່ອຊົມບັນດາພາບຖ່າຍກ່ຽວກັບນັກສຶກສາອາສາສະໝັກຄືຈັງຊີ້, ຂ້າພະເຈົ້າຮູ້ສຶກວ່າພວກເພື່ອນມີກຳລັງໜຸ່ມ, ສຸດອົກສຸດໃຈ, ບໍ່ພຽງແຕ່ເອົາໃຈໃສ່ເຖິງຊີວິດສ່ວນຕົວຂອງຕົນເອງເທົ່ານັ້ນ, ຫາກຍັງດູແລ, ເບີ່ງແຍງໃຫ້ແກ່ປະຊາຄົມ, ບັນດາຜູ້ຄົນອ້ອມຂ້າງເຂົາເຈົ້າ, ພິເສດແມ່ນບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກກ່ວາຕົນເອງອີກດ້ວຍ. ກຳລັງແຮງຂອງເຂົາເຈົ້າອາດຈະບໍ່ພຽງພໍແຕ່ເຂົາເຈົ້າໄດ້ຮຽກຮ້ອງດ້ວຍຫຼາຍວິທີທີ່ແຕກຕ່າງກັນ.

ນັບແຕ່ມື້ນີ້ຈົນຮອດວັນທີ 15 ກັນຍາ, ຊາວນະຄອນໂຮ່ຈີມິນ ແລະ ແຂກທ່ອງທ່ຽວເມື່ອມາຢາມນະຄອນ, ແມ່ນສາມາດຢ້ຽມຊົມ, ຊອກຮູ້ກ່ຽວກັບງານວາງສະແດງພາບຖ່າຍ 50 ປີແຫ່ງວັນປະຕິບັດຄຳພິໄນກຳອັນສັກກະລະບູຊາຂອງປະທານ ໂຮ່ຈີມິນ”. ຊາວນະຄອນໂຮ່ຈີມິນ ເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມຍາມໃດກໍ່ລະນຶກເຖິງເພິ່ນ, ກ່ຽວກັບຄຳສັ່ງສອນໃນຄຳພິໄນກຳຂອງເພິ່ນ ແລະ ໝັ້ນໝາຍຈະມານະພະຍາຍາມຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງລຸງໂຮ່.

ຕອບກັບ

ຂ່າວ/ບົດ​ອື່ນ