ຄວາມໄຝ່ຝັນຈາກດອກບົວ

(VOVWORLD) - ຈຸດພົ້ນເດັ່ນຂອງຜະລິດຕະພັນທູບດອກບົວ ແມ່ນ ໄດ້ຜະລິດ 100% ວັດຖຸດິບທຳມະຊາດຈາກດອກບົວ, ບໍ່ໄດ້ນຳໃຊ້ທາດເຄມີເຂົ້າໃນການຜະລິດ . ເມື່ອຈູດທູບດອກບົວ ຈະບໍ່ມີຄວັນຫລາຍ ເມື່ອທຽບໃສ່ກັບທູບທີ່ເຮັດຈາກແປ້ງໄມ້, ແປ້ງຕົ້ນໄມ້ເກດສະໜາ, ຕົ້ນແຄະ ຄືປັດຈຸບັນ. 

ເມື່ອມາຢ້ຽມຢາມ ດົ່ງທ໊າບເມື່ອຍ (ແຂວງ ດົ່ງທ໊າບ), ໃຜໆກໍ່ຢາກ ຊິມອາຫານທີ່ມີລົດຊາດພິເສດ ແລະ ເປັນປະໂຫຍດ ເຊິ່ງໄດ້ປຸງແຕ່ງຈາກດອກບົວ. ເລື່ອງກິນ ດື່ມ ແລະ ຮັບປະທານອາຫານທີ່ປຸງແຕ່ງມາ ຈາກດອກບົວໄດ້ກາຍເປັນ ເອກະລັກວັດທະນະທຳທາງດ້ານອາຫານການກິນຂອງເຂດ ດົ່ງທ໊າບເມື່ອຍ ແລະ ດອກບົວຍັງໄດ້ສ້າງເປັນ ຜະລິດຕະພັນເຄື່ອງຕົກແຕ່ງເຟີນີເຈີ, ເຄື່ອງສິລະປະຫັດຖະກຳ, ຊຸດອາພອນຕ່າງໆ…, ບໍ່ພຽງແຕ່ມີຄວາມສວຍງາມເທົ່ານັ້ນ ແຕ່ຍັງໄດ້ເປັນມິດກັບສິ່ງແວດລ້ອມອີກດ້ວຍ.

 ຄວາມໄຝ່ຝັນຈາກດອກບົວ - ảnh 1ດອກບົວດົ່ງທ໊າບເມື່ອຍ (ພາບ: vovgiaothong.vn)

ໂດຍແມ່ນໜຶ່ງໃນຈຳນວນຜູ້ຄົນທຳອິດທີ່ມີຄຸນນະທາດເລີ່ມຕົ້ນທຸລະກິດ (start-up) ຈາກດອກບົວຢູ່ແຂວງ ດົ່ງທ໊າບ, ນັ້ນແມ່ນອ້າຍ ໂງຈີ໊ກົງ, ບ້າມເກີດຢູ່ນະຄອນ ກາວແຫຼ໊ງ, ເຊິ່ງເປັນນັກສຶກສາຮຽນຈົບມາຈາກປະເທດຝຣັ່ງ, ລາວມີຄວາມໄຝ່ຝັນຢາກ ນຳເອົາດອກບົວ ດົ່ງທ໊າບ ອອກສູ່ສາກົນ. ລາວໄດ້ຜະລິດດອກບົວ “ອະມະຕະ” ດ້ວຍເຕັກໂນໂລຊີອົບແຫ້ງທີ່ທັນສະໄໝ. ແຕ່ວ່າເພື່ອເຮັດໃຫ້ປະເພດດອກໄມ້ທີ່ເກີດໃນນ້ຳນີ້ ໃຫ້ກາຍເປັນອະມະຕະນັ້ນ,ແມ່ນສິ່ງທີ່ບໍ່ງ່າຍດາຍແຕ່ຢ່າງໃດ.

ເພື່ອຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີອົບດອກບົວທີ່ພວມເບັ່ງບານ, ຮັກສາລະດັບຄວາມຊຸ່ມ ແລະ ນີ້ມນວນນັ້ນ ຕ້ອງເສຍເວລາປະມານ 6 ເດືອນ. ສົມທົບໃສ່ກັບສີທີ່ປຸງມາຈາກທັນຍາຫານ, ອ້າຍ ໂງຈີ໊ກົງ ໄດ້ຜະລິດດອກບົວແຫ້ງ ດ້ວຍກີບດອກບົວທີ່ມີ ສີສັນເຂັ້ມຫລາກຫລາຍລະດັບແຕກຕ່າງກັນ, ຢູ່ເກສອນມີຖົງເຂົ້າສານນ້ອຍເພື່ອ ຮັກສາໄດ້ສີເຫຼືອງ ແລະ ກິ່ນຫອມຫວນ ອ່ອນຫວານຈາກ ທຳມະຊາດ, ສາມາດຮັກສາໄວ້ໄດ້ແຕ່ 9 – 12 ເດືອນ. ອ້າຍ ໂງຈີ໊ກົງ, ຜູ້ອຳນວຍການບໍລິສັດ ເຂີຍມິງແທ່ງກົງ ຈຳກັດ, ເວົ້າ ຄວາມໃນໃຈສູ່ຟັງວ່າ:

 “ສຳລັບເລື່ອງທີ່ຕົນເອງກຳລັງເຮັດຢູ່ນັ້ນ ແມ່ນມີສອງທິດທາງ. ໜຶ່ງແມ່ນເກັບຊື້ໂດຍກົງຈາກຊາວກະສິກອນ ເພື່ອຊ່ວຍໃຫ້ຊາວກະສິກອນມີຊີວິດການເປັນຢູ່ທີ່ ດີກ່ວາ. ທີສອງແມ່ນສ້າງຄວາມໝັ້ນຄົງ ແລະ ຍາວນານ ເພື່ອໃຫ້ຊາວກະສິກອນມີຄວາມອຸ່ນອ່ຽນໃຈໃນການປູກຝັງ.”

 ຄວາມໄຝ່ຝັນຈາກດອກບົວ - ảnh 2 ອ້າຍ ໂງຈີ໊ກົງ, ຜູ້ອຳນວຍການບໍລິສັດ ເຂີຍມິງແທ່ງກົງ ຈຳກັດ. ພາບ: ໜັງສືພີມກະສິກຳ

ມາຮອດປັດຈຸບັນ, ອ້າຍ ໂງຈີ໊ກົງ ພ້ອມກັບຜູ້ຮ່ວມງານຂອງຕົນຫລາຍຄົນ ພວມສຸມໃສ່ເຂົ້າ 5 ປະເພດຜະລິດຕະພັນຕົ້ນຕໍຈາກຕົ້ນດອກບົວ. ໃນນັ້ນ, ຜະລິດຕະພັນໃບບົວທີ່ເອົາໂອບໃສ່ ເຄື່ອງໃຊ້ຕ່າງໆ ເປັນຕົ້ນແມ່ນ ໂຖດິນເຜົາໃບບົວ, ກະເປົາ ໃບບົວ, ເສື້ອຍາວຮູບໃບບົວ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມໃຊ້ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ມັກເລືອກເອົາເປັນຂອງຕ້ອນຂອງຝາກຈາກການໄປທ່ອງທ່ຽວ  ແລະຈະມີຄວາມສະຫງ່າຜ່າເຜີຍກ່ວາ ຖ້າຫາກວ່າຢູ່ເທິງໂຕະບູຊາບັນພະບຸລຸດໃນຊຸມວັນບຸນເຕັດ ມີເຂົ້າໜົມດອກບົວ, ເຫຼົ້າດອກບົວ, ຊາດອກບົວ, ນ້ຳນົມດອກບົວ.

ກໍ່ເຊັ່ນດຽວກັນກັບເລື່ອງເລີ່ມຕົ້ນທຸລະກິດຈາກດອກບົວ, ແຕ່ນາງ ໂງງອັກແອັງ,  ພັດເລືອກເອົາວິທີເຮັດທູບສະອາດຈາກດອກບົວ. ນາງ ໂງງອັກແອັງ, ເຈົ້າຂອງຮາກຖານຜະລິດທູບດອກບົວ ລຽນເຕິມ ແບ່ງປັນວ່າ:

 “ທູບດອກບົວສາມາດແກ້ໄຂໄດ້ສາມບັນຫາ ເຊິ່ງຂ້າພະເຈົ້າມີຄວາມຈັບໃຈທີ່ສຸດ. ທີໜຶ່ງແມ່ນບັນຫາສົ້ນອອກຂອງເປືອກແກ່ນໝາກ ບົວ ດົ່ງທ໊າບ, ທີສອງແມ່ນສາມາດຜະລິດໄດ້ທູບທີ່ສະອາດ ຕອບສະໜອງໃຫ້ບັນດາຄອບຄົວທີ່ມີລູກ ນ້ອຍ ຫຼື ມີສະຖານທີ່ມິດແຈບ, ຄັບແຄບ. ທີສາມແມ່ນແກ້ໄຂເລື່ອງ ຖິ້ມ ແກ່ນເປືອກດອກບົວໃສ່ ສິ່ງແວດລ້ອມ. ສາມບັນຫາດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ຍ້ອນວ່າເຮັດໄດ້ສິ່ງໃດສິ່ງໜຶ່ງໃຫ້ແກ່ບ້ານເກີດເມືອງນອນ ດົ່ງທ໊າບ ແລະ ວົງຄະນະຍາດ. ພວກຂ້າພະເຈົ້າຫວັງວ່າ ທຸກຄົນ ນຳໃຊ້ທູບບໍ່ພຽງແຕ່ເພື່ອບູຊາເທົ່ານັ້ນ ແຕ່ທູບຍັງແມ່ນເພື່ອຮັບຊົມ ແລະ ເປັນໜ້າຄົ້ນຫາ ອີກດ້ວຍ, ຍ້ອນເຫດນັ້ນ ຂ້າພະເຈົ້າຈຶ່ງຜະລິດທູບຫລາຍຊະນິດດ້ວຍກິ່ນຫອມແຕກຕ່າງກັນ ແລະ ກິ່ນຫອມນັ້ນລ້ວນແຕ່ມີຄວາມແຕກຕ່າງ ເມື່ອທຽບໃສ່ກັບກິ່ນຫອມເດີມຂອງດອກບົວ.”

ຕາມນາງ ໂງງອັກແອງ ແລ້ວ, ຈຸດພົ້ນເດັ່ນຂອງຜະລິດຕະພັນທູບດອກບົວ ແມ່ນ ໄດ້ຜະລິດ 100% ວັດຖຸດິບທຳມະຊາດຈາກດອກບົວ, ບໍ່ໄດ້ນຳໃຊ້ທາດເຄມີເຂົ້າໃນການຜະລິດ . ເມື່ອຈູດທູບດອກບົວ ຈະບໍ່ມີຄວັນຫລາຍ ເມື່ອທຽບໃສ່ກັບທູບທີ່ເຮັດຈາກແປ້ງໄມ້, ແປ້ງຕົ້ນໄມ້ເກດສະໜາ, ຕົ້ນແຄະ ຄືປັດຈຸບັນ. ຄວັນທູບທຳມະຊາດຈະຈຳກັດການແສບຕາ ນີ້ໄດ້ຕີລາຄາ ວ່າ: ແມ່ນໜຶ່ງໃນບັນດາຮູບແບບເລີ່ມຕົ້ນທຸລະກິດທີ່ປະສົບຜົນສຳເລັດຢູ່ດິນແດນແຫ່ງດອກບົວ ດົ່ງທ໊າບ, ທັງເປັນ ປະໂຫຍດ, ທັງເປັນມິດກັບສິ່ງແວດລ້ອມ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການກ່ຽວກັບທູບຫອມຂອງຕະຫລາດໃນປັດຈຸບັນ.

 ຄວາມໄຝ່ຝັນຈາກດອກບົວ - ảnh 3 ຜະລິດຕະພັນທູບດອກບົວ

ແຂວງ ດົ່ງທ໊າບ ມີເນື້ອທີ່ປູກດອກບົວທັງໝົດຫຼາຍກ່ວາ 150 ເຮັກຕາ ຢູ່ເມືອງ ທ໊າບເມື່ອຍ, ກາວແຫຼ໊ງ ແລະ ຕາມນົງ, ເຊິ່ງໄດ້ນຳເອົາ ແຫຼ່ງຜົນປະໂຫຍດອັນໃຫຍ່ຫລວງມາໃຫ້ແກ່ຊາວກະສິກອນ. ທ່ານ ເລມິງຮວານ, ເລຂາຄະນະພັກແຂວງ ແຂວງ ດົ່ງທ໊າບ ຢັ້ງຢືນວ່າ: ດອກບົວແມ່ນການເລືອກເຟັ້ນທຳອິດເພື່ອໃຫ້ແຂວງ ດົ່ງທ໊າບ ສ້າງໂຄງປະກອບກະສິກຳຄືນໃໝ່ ແລະ ທາງແຂວງຈະສ້າງເງື່ອນໄຂ ເພື່ອຊ່ວຍໃຫ້ ຄວາມໄຝ່ຝັນຢາກສ້າງຄວາມຮັ່ງມີຈາກດອກບົວໃຫ້ປະກົດຜົນເປັນຈິງ.

“ການນຳແຂວງ ດົ່ງທ໊າບ ກໍ່ຮ່ວມເດີນທາງພ້ອມກັບບັນດາຄວາມໄຝ່ຝັນນັ້ນ ເພື່ອໃຫ້ປະກົດຜົນເປັນຈິງ ດ້ວຍວິທີການຈັດສັນ ທົ່ງປູກດອກບົວຄືນໃໝ່ ເພື່ອສ້າງເຂດວັດຖຸດິບໃຫ້ເປັນປົກກະຕິ. ອັນໜຶ່ງອີກ ແມ່ນເຕັກໂນໂລຊີ ແລະ ແນວພັນດອກບົວຕ້ອງສະອາດກ່ວາ, ຊ້ຳບໍ່ໜຳແມ່ນເດີນຕາມທິດ organic. ບັນດາສິ່ງທັງໝົດເຫຼົ່ານັ້ນ ແມ່ນເພື່ອແນໃສ່ຊ່ວຍໃຫ້ຊາວກະສິກອນປູກດອກບົວຢ່າງມີປະສິດທິຜົນ ຈາກນັ້ນເຂົາເຈົ້າ ຈະມີຄວາມເອກອ້າງທະນົງໃຈວ່າ ເຂົາເຈົ້າໄດ້ປະກອບສ່ວນໃຫ້ດິນແດນ ດົ່ງທ໊າບ.”

 ຄວາມໄຝ່ຝັນຈາກດອກບົວ - ảnh 4  ຄວາມໄຝ່ຝັນຈາກດອກບົວ (ພາບປະກອບ / TTXVN)

ດອກບົວບໍ່ພຽງແຕ່ແມ່ນພືດ ທີ່ນຳມາເຊິ່ງການລ້ຽງຊີບໃຫ້ແກ່ຊາວກະສິກອນຢູ່ເຂດທົ່ງນາເທົ່ານັ້ນ ແຕ່ຍັງນຳມາເຊິ່ງຄຸນຄ່າສູງກ່ວາໃນການດຳລົງຊີວິດໃນປັດຈຸບັນອີກດ້ວຍ. “ຄວາມໄຝ່ຝັນຈາກດອກບົວ” ຍັງຄົງສືບຕໍ່ສ້າງ ຂຶ້ນຈາກເຂດທົ່ງນາດົ່ງທ໊າບ, ສ້າງຄວາມມຸ່ງຫວັງກ່ຽວກັບບັນດາຜະລິດຕະພັນຂຽວ, ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ./.

ຕອບກັບ

ຂ່າວ/ບົດ​ອື່ນ