ຄອບຄົວທີ່ສອນລູກໃຫ້ມີຄວາມເປັນມະນຸດ ແລະ ເປັນຄົນດີໃນສັງຄົມ

(VOVWORLD) -ເຖິງວ່າອາຍຸເກືອບ 80 ປີແລ້ວ, ແຕ່ອ້າຍຄູ ເລວັນເກ໊ຍ, ອະດີດຄູສອນຢູ່ໂຮງຮຽນມັດທະຍົມຕອນປາຍ ເຈົາວັນລຽມ, ຢູ່ເກິນເທີ, ມີຫຼາຍຄົນຮູ້ຈັກເຖິງຊື່ສຽງຜ່ານບັນດາບົດຂຽນທີ່ມີຊື່ວ່າ ເຄົາລົບຮັກຕໍ່ອາຊີບຄູ.
ຄອບຄົວທີ່ສອນລູກໃຫ້ມີຄວາມເປັນມະນຸດ ແລະ ເປັນຄົນດີໃນສັງຄົມ - ảnh 1 (ຄອບຄົວຂອງອ້າຍຄູ ເລວັນເກ໊ຍ)

ຄອບຄົວຂອງອ້າຍຄູ ເລວັນເກ໊ຍ, ຢູ່ເຂດ 5, ຕາແສງ ອານກື, ເມືອງ ນິງກ່ຽວ, ນະຄອນ ເກິນເທີ ແມ່ນຄອບຄົວຄູທີ່ເປັນແບບຢ່າງ, ຍາມໃດກໍ່ຮັກສາຂະໜົບທຳນຽມຂອງຄອບຄົວ. ລູກເຕົ້າຟັງຄວາມພໍ່ແມ່, ບັນລຸຜົນສຳເລັດໃນການດຳລົງຊີວິດ; ອ້າຍນ້ອງໃນຄອບຄົວມີຄວາມຮັກແພງກັນ ຊ່ວຍເຫຼືອເຊິ່ງກັນແລະກັນ; ດຳລົງຊີວິດເຈືອຈານກັບຊາວບ້ານ. ຄອບຄົວຂອງອ້າຍຄູ ເລວັນເກ໊ຍ ແມ່ນແບບຢ່າງໃນການສິດສອນລູກໃຫ້ “ມີຄວາມເປັນມະນຸດ” ແລະ ຍາມໃດກໍ່ຈຸດປະກາຍແປວໄຟແຫ່ງຄວາມຮັກໃນຄອບຄົວໃຫ້ມີຄວາມອົບອຸ່ນ, ຜາສຸກຢູ່ຕະຫຼອດເວລາ.

        ເຖິງວ່າອາຍຸເກືອບ 80 ປີແລ້ວ, ແຕ່ອ້າຍຄູ ເລວັນເກ໊ຍ, ອະດີດຄູສອນຢູ່ໂຮງຮຽນມັດທະຍົມຕອນປາຍ ເຈົາວັນລຽມ, ຢູ່ເກິນເທີ, ມີຫຼາຍຄົນຮູ້ຈັກເຖິງຊື່ສຽງຜ່ານບັນດາບົດຂຽນທີ່ມີຊື່ວ່າ ເຄົາລົບຮັກຕໍ່ອາຊີບຄູ. ເມື່ອພົບປະກັບອ້າຍຄູ ເລວັນເກ໊ຍ ແລະ ຜູ້ເປັນເມຍແມ່ນປ້າ ຫງວຽນແທັງມາຍ ຢູ່ເຮືອນຫຼັງນ້ອຍທີ່ມີຄວາມເປັນລະບຽບຮຽບຮ້ອຍ, ອົບອຸ່ນຢູ່ ເມືອງນິງກ່ຽວ, ພວກຂ້າພະເຈົ້າໄດ້ເຫັນປະຈັກຕາການດຳລົງຊີວິດທີ່ອົບອຸ່ນຂອງຄອບຄົວອ້າຍຄູ ເລວັນເກ໊ຍ. ອ້າຍຄູ ເລວັນເກ໊ຍ ໃຫ້ຮູ້ວ່າ: ກໍ່ຄ້າຍຄືກັນກັບບັນດາຜູ້ເປັນພໍ່ແມ່ຄົນອື່ນໆ, ຜົວເມຍອ້າຍຄູມີຄວາມຫວັງໜຶ່ງດຽວນັ້ນແມ່ນ ເຮັດແນວໃດເພື່ອສູ້ຊົນສິດສອນໃຫ້ລູກເຕົ້າໃຫ້ “ມີຄວາມເປັນມະນຸດ”. “ມີຄວາມເປັນມະນຸດ” ບໍ່ແມ່ນວ່າມີແຕ່ຮຽນເກັ່ງ, ເສັງໄດ້ຄະແນນສູງເທົ່ານັ້ນ ຫາກຍັງຮູ້ຈັກດຳລົງຊີວິດຢ່າງມີຄວາມຮັບຜິດຊອບ ແລະ ມີຄຸນນະທຳອີກດ້ວຍ. ອ້າຍຄູ ເລວັນເກ໊ຍ, ໃຫ້ຮູ້ວ່າ.

        “ຜູ້ເປັນພໍ່ເປັນແມ່ເອງຕ້ອງເປັນແບບຢ່າງທີ່ດີທີ່ສຸດ, ການເປັນແບບຢ່າງນັ້ນ ບໍ່ພຽງແຕ່ເປັນບົດຮຽນຫຼັກດ້ານສິນທຳ ທີ່ເປັນປົກກະຕິເທົ່ານັ້ນ ຫາກຍັງແມ່ນບົດຮຽນໃນຕົວຈິງອີກດ້ວຍ, ໝາຍຄວາມວ່າ ຕ້ອງຮູ້ຈັກວິທີຄວບຄຸມອາລົມ, ຖ້າເຮົາດ່າຮ້າຍລູກ ເມື່ອລູກເຕີບໃຫຍ່ຂຶ້ນມາກໍ່ຈະມີນິດໄສຄືກັນກັບຕົນ. ສະນັ້ນ, ບັນດາຄອບຄົວທີ່ພໍ່ແມ່ມີຄວາມປອງດອງ, ຮູ້ຈັກຮັກແພງລູກເຈເຕົ້າ ນັ້ນແມ່ນສາມາດສ້າງໄດ້ບັນຍາກາດຄວາມອົບອຸ່ນໃນຄອບຄົວເພື່ອໃຫ້ລູກເຕົ້າປະຕິບັດຕາມ”.

ດ້ວຍສຽງເວົ້ານີ້ມນວນອ່ອນຫວານ, ປ້າ ຫງວຽນແທັງມາຍ, ປີນີ້ອາຍຸກໍ່ເກືອບ 80 ປີແລ້ວ, ໄດ້ແບ່ງປັນວ່າ: ແຕ່ງງານກັນ, ຜ່ານຮ້ອນຜ່ານໜາວ, ຜ່ານທຸກຜ່ານສຸກມາໄດ້ເກືອບ 50 ປີແລ້ວ, ແຕ່ອ້າຍຄູ ເລວັນເກ໊ຍ ຍັງຮັກແພງ ແລະ ເບິ່ງແຍງດູແລ, ສິດສອນລູກເຕົ້າໃຫ້ມີຄວາມເປັນມະນຸດ, ຮຽນເກັ່ງເສັງໄດ້.

“ຂ້າພະເຈົ້າມີລູກຊາຍ 2 ຄົນ, ຄົນໜຶ່ງແມ່ນອາຈານສອນຢູ່ມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນ, ອີກຄົນໜຶ່ງແມ່ນສອນຢູ່ມະຫາວິທະຍາໄລ ເກິນເທີ. ຂ້າພະເຈົ້າຮູ້ສຶກວ່າຕົນເອງມີບຸນຫຼາຍ. ຂ້າພະເຈົ້າຫວັງວ່າ 2 ຜົວເມຍດຳລົງຊີວິດຢູ່ດ້ວຍຄວາມສະຫງົບ, ມີສຸຂະພາບເຂັ້ມແຂງ ຄືແນວນັ້ນກໍ່ສົມປາດຖະໜາແລ້ວ”.

ເຖິງວ່າ, ລູກ 2 ຄົນໄດ້ເຕີບໃຫຍ່ ແລະ ສ້າງຄອບຄົວແລ້ວກໍ່ຕາມ, ແຕ່ພວກລູກຍັງກັບມາຢື້ຢາມຖາມຂ່າວ 2 ຜົວເມຍອ້າຍຄູ ເລວັນເກ໊ຍ ເປັນປະຈຳ. ອ້າຍ ເລຫງວຽນດວານຄອຍ, ເຊິ່ງແມ່ນລູກຫຼ້າຂອງຄູ ເລວັນເກ໊ຍ ໄດ້ແບ່ງປັນວ່າ: ຄອບຄົວຂອງອ້າຍແມ່ນຢູ່ໃກ້ກັບເຮືອນຂອງພໍ່ແມ່, ສະນັ້ນການເບິ່ງແຍງດູແລກໍ່ມີຄວາມສະດວກສະບາຍ, ມາແຕ່ງກິນໃຫ້ພໍ່ແມ່ໃນແຕ່ລະມື້. ອ້າຍ ຄອຍ ໃຫ້ຮູ້ວ່າ: ເມື່ອເຕີບໃຫຍ່, ໄປຮຽນ, ໄປເຮັດວຽກ, ມາຮອດປະຈຸບັນກໍ່ປະສົບຜົນສຳເລັດແລ້ວ ແຕ່ຍັງມີພໍ່ມີແມ່ໃຫ້ກຳລັງໃຈ, ແບ່ງປັນ ອ້າຍຮູ້ສຶກວ່າຕົນເອງໂຊກດີ ແລະ ມີຄວາມສຸກຫຼາຍ. ບົດຮຽນໃຫຍ່ທີ່ສຸດເຊິ່ງອ້າຍຮຽນໄດ້ຈາກພໍ່ແມ່ຂອງຕົນແມ່ນດຳລົງຊີວິດ ແລະ ເຮັດວຽກຈົນສຸດຄວາມສາມາດຂອງຕົນ, ຍາມໃດພໍ່ກໍ່ສັ່ງສອນຕົນເອງວ່າ ຕ້ອງຊ່ວຍເຫຼືອທຸກຄົນ. ອ້າຍ ຄອຍ ມີຄວາມເອກອ້າງຖະນົງໃຈຕໍ່ຜູ້ເປັນພໍ່ຂອງຕົນທີ່ສຸດ ແລະ ໝັ້ນໝາຍວ່າຈະປະຕິບັດຕາມຄຸນສົມບັດອັນດີງາມຈາກພໍ່ຂອງຕົນ. ອ້າຍເວົ້າວ່າ.

“ພໍ່ຂອງຂ້າພະເຈົ້າເຄີຍເວົ້າວ່າ, ການດຳລົງຊີວິດໃນຄອບຄົວຍາມໃດກໍ່ຄືມື້ທຳອິດ. ສຳລັບລູກເມຍ ກໍຄືກັນ, ຍາມໃດກໍ່ມີຄວາມຮັກຕໍ່ຄອບຄົວ. ພິເສດເມື່ອແຕ່ງງານແລ້ວ, 2 ຜົວເມຍຕ້ອງມີຄວາມຜູກພັນກັນກວ່າ. ຂ້າພະເຈົ້າໄດ້ຮ່ຳຮຽນມາຈາກພໍ່ຂອງຕົນກ່ຽວກັບອາລົມຈິດຄວາມຮັກແພງໃນຄອບຄົວ, ຍາມໃດກໍ່ກັບເມືອກິນເຂົ້າຢູ່ບ້ານພ້ອມກັບສະມາຊິກໃນຄອບຄົວ, ເວັ້ນເສຍແຕ່ຕ້ອງໄປປະຕິບັດງານເທົ່ານັ້ນ”.

ຊາວບ້ານບໍ່ພຽງແຕ່ເຄົາລົບຄອບຄົວອ້າຍຄູ ເລວັນເກ໊ຍ ແມ່ນ “ຄອບຄົວປະລິນຍາເອກ” ເທົ່ານັ້ນ, ຫາກຍັງແມ່ນຍ້ອນມີການດຳລົງຊີວິດທີ່ເຈືອຈານ, ມີຄວາມຮັກແພງໃກ້ຊິດສະໜິດສະໜົມກັບທຸກຄົນອີກດ້ວຍ. ແມ່ຕູ້ ລີ໊ທິແທັງຫວຽດ, ຮອງຫົວໜ້າເຂດ 5, ຕາແສງ ອານກື, ເມືອງ ນິງກ່ຽວ, ໃຫ້ຮູ້ວ່າ, ຄອບຄົວອ້າຍຄູ ເລວັນເກ໊ຍ ຍາມໃດກໍ່ເປັນແບບຢ່າງ ປະຕິບັດບັນດາຂໍ້ກຳນົດຂອງລັດໄດ້ເປັນຢ່າງດີ. ພິເສດ, ບັນດາສະມາຊິກໃນຄອບຄົວອ້າຍຄູ ເລວັນເກ໊ຍ ຍາມໃດກໍ່ມີຊີວິດທີ່ເຈືອຈານ, ມີຄວາມຮັກແພງ ແລະ ສາມັກຄີກັນ.

“ຄອບຄົວອ້າຍຄູຍາມໃດກໍ່ສະໜັບສະໜູນທ້ອງຖິ່ນກ່ຽວກັບບັນດາການເຄື່ອນໄຫວສົ່ງເສີມການຮຽນໃຫ້ມີຄວາມຮູ້ ຄວາມສາມາດ. ບັນດາລູກໆຂອງຄູລ້ວນແຕ່ປະສົບຜົນສຳເລັດ, ນັບທັງລູກໃພ້ກໍ່ເປັນຄູສອນ. ຜ່ານນັ້ນອາດເຫັນໄດ້ພື້ນຖານການສຶກສາຢູ່ໃນຄອບຄົວແມ່ນເປັນຄືແນວໃດ”.

ອ້າຍຄູ ເລວັນເກ໊ຍ ຍັງຖືວ່າ, ຄອບຄົວໄດ້ສວມບົດບາດສຳຄັນໃນການສ້າງບຸກຄະລິກໃຫ້ລູກເຕົ້າ. ຍ້ອນເຫດນັ້ນ, ຄອບຄົວອ້າຍຄູຍາມໃດກໍ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ, ຄຸນສົມບັດທີ່ເປັນມູນເຊື້ອອັນດີງາມ. ນີ້ແມ່ນແບບຢ່າງອັນໃສແຈ້ງຢ່າງແທ້ຈິງ ເພື່ອໃຫັບັນດາຄອບຄົວອື່ນຮ່ຳຮຽນ ແລະ ປະຕິບັດຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ