ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ - DIFF 2019

(VOVWORLD) - ຈາກຄວາມສະອອນໃຈກ່ຽວກັບຄວາມງາມເຫລື້ອມຍິບຍັບຂອງແມ່ນ້ຳ ຮ່ານ, ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ - DIFF 2019 ດ້ວຍຫົວຂໍ້ວ່າ “ບັນດາແມ່ນ້ຳເລົ່າເລື່ອງ” ຈະດຳເນີນແຕ່ວັນທີ 01 ມິຖຸນາ - ວັນທີ 06 ກໍລະກົດ 2019, ດ້ວຍການເຂົ້າຮ່ວມແຂ່ງຂັນຍິງບັ້ງໄຟດອກຂອງ 7 ທິມສາກົນ ແລະ ທິມເຈົ້າພາບ ດ່າໜັງ - ຫວຽດນາມ. 

ດ້ວຍຫົວຂໍ້ວ່າ “ບັນດາແມ່ນ້ຳເລົ່າເລື່ອງ” ໄດ້ສະແດງໃຫ້ເຫັນຜ່ານບັນດາລາຍການສະແດງສິລະປະ, ເວທີສະແດງຕະຫລອດຮອດບັນດາການສະແດງຍິງບັ້ງໄຟດອກ, ນັບແຕ່ວິທີການສ້າງສິລະປະປະຕິມາກຳ, ສ້າງການສະແດງ, ການເຕັກນິກຈົນເຖິງການສ້າງບົດລະຄອນການສະແດງ ຈະນຳມາໃຫ້ຜູ້ຊົມ ບັນດາຄວາມປະທັບໃຈ ແລະ ຄວາມຮູ້ສຶກທີ່ຂຶ້ນໃຈໄປພ້ອມກັບສິລະປະ.

ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ - DIFF 2019 - ảnh 1 ທິມເຈົ້າພາບ ດ່າໜັງ - ຫວຽດນາມ

ຄ່ຳຄືນໄຂງານບຸນ DIFF 2019  ໄດ້ດຳເນີນໃນວັນທີ 1 ມິຖຸນາ ດ້ວຍຫົວຂໍ້ວ່າ “ກົກເຄົ້າເຫງົ້າກໍ” ດ້ວຍການເປີດສາກແຂ່ງຂັນຍິງບັ້ງໄຟດອກຂອງ 2 ທິມ ດ່າໜັງ - ຫວຽດນາມ ແລະ Fireworks Center Khan - ສະຫະພັນ ລັດເຊຍ. ດ້ວຍຊື່ເອີ້ນວ່າ “ວາດຟ້ອນຂອງໄຟ ແລະ ນ້ຳ”, ການສະແດງຂອງທິມ Fireworks Center Khan - ສະຫະພັນ ລັດເຊຍ ໄດ້ນຳໃຊ້ບັ້ງໄຟດອກໃໝ່ຫລາຍຊະນິດ ເພື່ອມາເລົ່າເລື່ອງກ່ຽວກັບກະແສນ້ຳແຫ່ງບ້ານເກີດເມືອງນອນຂອງເຂົາເຈົ້າ, ເຊິ່ງແມ່ນບ່ອນບໍ່ພຽງແຕ່ມີກະແສນ້ຳໄຫຼທີ່ອິ່ນອ້ອຍເທົ່ານັ້ນ ຫາກຍັງມີທັງກະແສນ້ຳໄຫຼແຮງອີກດ້ວຍ. ໃນຂະນະນັ້ນ, ທິມ ຫວຽດນາມ ດ້ວຍຫົວຂໍ້ວ່າ “2 ຝັ່ງແມ່ນ້ຳແຫ່ງເທບນິຍາຍ” ໄດ້ປະສົມປະສານເຂົ້າກັບສຽງດົນຕີຂອງ ຫວຽດນາມ ແລະ ສາກົນ, ເພື່ອເລົ່າເລື່ອງກ່ຽວກັບນະຄອນ ດ່າໜັງ ບືນຕົວຂຶ້ນຢ່າງແຮງ. ທ່ານ ຮວີ່ງງອັກຈິ໊ງ, ຫົວໜ້າທິມບັ້ງໄຟດອກ ຫວຽດນາມ ໃຫ້ຮູ້ວ່າ: ທິມ ຫວຽດນາມ ໄດ້ນຳໃຊ້ບັ້ງໄຟດອກກ່ວາ 4000 ດອກໃນຄ່ຳຄືນເປີດສາກການແຂ່ງຂັນຍິງບັ້ງໄຟດອກ.

“ທິມບັ້ງໄຟດອກ ຫວຽດນາມ ໄດ້ນຳໃຊ້ສຽງດົນຕີທີ່ອ່ອນຊ້ອຍ ຫວຽດນາມ ແລະ ສຽງດົນຕີທັນສະໄໝຂອງໂລກ ເພື່ອສະແດງຕາມແຕ່ລະໄລຍະ. ພວກຂ້າພະເຈົ້າໄດ້ແບ່ງເປັນ 5 ພາກ. ວິວັດທະນາການຄ້າຍຄືກັບຂົງເຂດແມ່ນ້ຳສາຍໜຶ່ງນັບແຕ່ສະໄໝດຶກດຳບັນຈົນເຖິງທຸກວັນນີ້ ແລ້ວກາຍເປັນນະຄອນທີ່ເປັນໜ້າດຳລົງຊີວິດ.”

ຈຸດໃໝ່ຂອງການແຂ່ງຂັນ DIFF ປີນີ້ ເມື່ອທຽບໃສ່ກັບບັນດາຄັ້ງຕ່າງໆ ແມ່ນຈຳນວນທິມບັ້ງໄຟດອກເຂົ້າຮ່ວມໄດ້ເພີ່ມຂຶ້ນ. ເມື່ອທຽບໃສ່ປີ 2018, ນອກຈາກການເຂົ້າຮ່ວມຂອງທິມຊະນະເລີດ DIFF 2018 ອີຕາລີ  ແລະ ທິມເຈົ້າພາບ ຫວຽດນາມ ແລ້ວ, 6 ທິມທີ່ຍັງເຫຼືອທີ່ມາເຂົ້າຮ່ວມການແຂ່ງຂັນບັ້ງໄຟດອກປີນີ້ ແມ່ນບັນດາທິມທີ່ເຂົ້າຮ່ວມເປັນຄັ້ງທຳອິດ ມາຈາກ ລັດເຊຍ, ບຣາຊິນ, ແບນຊິກ, ແຟງລັງ, ອັງກິດ ແລະ ຈີນ. ພາຍຫລັງຄ່ຳຄືນໄຂງານບຸນ, ບັນດາຄ່ຳຄືນແຂ່ງຂັນຍິງບັ້ງໄຟດອກຕໍ່ໄປ ແມ່ນລະຫວ່າງທິມ ບຣາຊິນ ແລະ ທິມ ແບນຊິກ ດ້ວຍຫົວຂໍ້ວ່າ “ໜໍ່ແໜງຊີວິດ” ໄດ້ດຳເນີນໃນຄ່ຳຄືນວັນທີ 08 ມິຖຸນາ, ການແຂ່ງຂັນລະຫວ່າງທິມ ແຟງລັງ ແລະ ອີຕາລີ ດ້ວຍຫົວຂໍ້ວ່າ “ຄວາມຮັກ” ຈະດຳເນີນໃນຄ່ຳຄືນວັນທີ 15 ມິຖຸນາ; ທິມ ອັງກິດ ແລະ ຈີນ ຈະດຳເນີນໃນຄ່ຳຄືນວັນທີ 22 ມິຖຸນາ ດ້ວຍຫົວຂໍ້ວ່າ “ສີສັນ”. ເມື່ອແບ່ງປັນກ່ຽວກັບພາກສ່ວນການແຂ່ງຂັນຢູ່ DIFF 2019, ທ່ານ Cliff Hoodge, ຫົວໜ້າທິມບັ້ງໄຟດອກ ແບນຊິກ ໃຫ້ຮູ້ວ່າ: ຫົວຂໍ້ການແຂ່ງຂັນຂອງທິມ ແບນຊິກ ມີຊື່ວ່າ “The Greatest Show” (ການສະແດງທີ່ເປັນໜ້າຈັບໃຈ).

ພວກຂ້າພະເຈົ້າຢາກເລົ່າບັນດາເລື່ອງລາວກ່ຽວກັບຜູ້ທີ່ໄດ້ອຸທິດຊີວິດຂອງຕົນ ທີ່ເດີນຈາກປະເທດນີ້ເຖິງປະເທດອື່ນ ເພື່ອເລົ່າບັນດາເລື່ອງລາວ. ແລະ ພວກຂ້າພະເຈົ້າຈະເຮັດໃຫ້ດີທີ່ສຸດ ເພື່ອເລົ່າໃຫ້ຜູ້ຊົມຢູ່ນີ້ໄດ້ຮັບຮູ້ ບັນດາເລື່ອງລາວທີ່ເປັນໜ້າຈັບໃຈທີ່ສຸດ ເພື່ອສ້າງຄວາມບັນເທີງໃຫ້ຜູ້ຊົມຢູ່ທີ່ນີ້.

ໃນຂະນະນັ້ນ, ເປັນຄັ້ງທຳອິດໄດ້ເຂົ້າຮ່ວມງານບຸນແຂ່ງຂັນຍິງບັ້ງໄຟດອກສາກົນຢູ່ ດ່າໜັງ, ທິມ News Fireworks ຂອງ ບຣາຊິນ ກໍ່ໝັ້ນໝາຍວ່າ ຈະນຳມາເຊິ່ງຄວາມຈັບອົກຈັບໃຈ ແລະ ຄວາມຕົກຕະລຶງດ້ວຍສາກການສະແດງຂອງຕົນ. ທ່ານນາງ Alessandra Zanotto, ຫົວໜ້າທິມບັ້ງໄຟດອກ ບຣາຊິນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະນຳໃຊ້ບັ້ງໄຟດອກໄລຍະຕ່ຳຫລາຍຊະນິດ ດ້ວຍສີສັນທີ່ແຕກຕ່າງກັນຫລາຍທີ່ສຸດ. ຈຸດປະສົງຂອງທິມຂ້າພະເຈົ້າເມື່ອມາສະແດງຢູ່ທີ່ນີ້ ແມ່ນເວົ້າເຖິງຄວາມໃຝ່ຝັນ. ແລະ ເມື່ອສະແດງຄວາມໃຝ່ຝັນຂອງມະນຸດນັ້ນ ພວກຂ້າພະເຈົ້າຢາກນຳໃຊ້ສີສັນທີ່ມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມຫຼາຍທີ່ສຸດ ເພື່ອສະແດງສີສັນໃນຄວາມໃຝ່ຝັນຂອງແຕ່ລະຄົນ.

ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ - DIFF 2019 - ảnh 2 ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ - DIFF 2019

ປີນີ້, ຫົວຂໍ້ “ບັນດາແມ່ນ້ຳເລົ່າເລື່ອງ” ຂອງ DIFF ໄດ້ສະແດງໃຫ້ເຫັນຜ່ານບັນດາລາຍການສິລະປະ, ເວທີການສະແດງຈົນເຖິງບັນດາສາກການສະແດງຍິງບັ້ງໄຟດອກ, ນັບແຕ່ວິທີການສ້າງສິລະປະປະຕິມະກຳ, ເຕັກນິກຈົນເຖິງການສ້າງບົດລະຄອນການສະແດງ. ຜູ້ກຳກັບໃຫຍ່ ໂດແທັງຫາຍ ໃຫ້ຮູ້ວ່າ:

ບັນດາການສະແດງຍິງບັ້ງໄຟດອກໃນ 5 ຄ່ຳຄືນແມ່ນບັນດາຈຸດພົ້ນເດັນຂອງງານບຸນ, ບັນຍາກາດຂອງ ດ່າໜັງ, ບັນຍາກາດຂອງງານບຸນຈະໄດ້ແຜ່ຂະຫຍາຍ. ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງບັນຍາກາດທາງດ້ານວັດທະນະທຳ, ສິລະປະທີ່ກ່ຽວຂ້ອງເຖິງການສະແດງຍິງບັ້ງໄຟດອກຂອງ 5 ຄ່ຳຄືນ.

 ດ້ວຍແສງສີຂອງບັ້ງໄຟດອກ ແລະ ດົນຕີ, ການສະແດງຂອງແຕ່ລະທິມ ຈະເລົ່າເລື່ອງກ່ຽວກັບບັນດາກະແສນ້ຳ, ປະຫວັດສາດ, ວັດທະນະທຳຂອງແຕ່ລະປະເທດ ພ້ອມກັບການດຳລົງຊີວິດຂອງປະຊາຊົນທີ່ຕິດພັນກັບກະແສນ້ຳ. ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ 2019 ໝັ້ນໝາຍວ່າ ຈະສ້າງຄວາມຕົກຕະລຶງ ແລະ ຄວາມປະທັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວໃນລະດູຮ້ອນ 2019 ນີ້, ມຸ່ງໄປເຖິງການກໍ່ສ້າງ ດ່າໜັງ ກາຍເປັນໜຶ່ງໃນບັນດາ “ນະຄອນບັ້ງໄຟດອກ” ໃນໂລກ, ພ້ອມທັງນຳງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ ກາຍເປັນເຫດການວັດທະນະທຳບັນເທີງ ສົມກັບລະດັບທະວີບເທື່ອລະກ້າວ, ຄືດັ່ງນາມມະຍົດ “ສະຖານທີ່ຈັດເຫດການງານບຸນແຖວໜ້າ ອາຊີ” ທີ່ສະຫງວນໃຫ້ແກ່ ດ່າໜັງ ./.

ຕອບກັບ

ຂ່າວ/ບົດ​ອື່ນ