ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ

(VOVWORLD) -ງານມະໂຫລານກະຈາຍສຽງທົ່ວປະເທດແມ່ນໂອກາດເພື່ອໃຫ້ບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດໄດ້ພົບປະກັນ, ແບ່ງປັນບົດຮຽນໃນການດຳເນີນອາຊີບ
ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ຂີດໝາຍແຫ່ງການປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ - ảnh 1 (ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ໄດ້ຈັດຂຶ້ນຢູ່ແຂວງ ດົ່ງທ໊າບ)

ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ໄດ້ຈັດຂຶ້ນເມື່ອທ້າຍເດືອນ ມິຖຸນາ ປີ 2020 ຢູ່ແຂວງ ດົ່ງທ໊າບ ດ້ວຍຫົວຂໍ້ວ່າ “ກະຈາຍສຽງ - ປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ” ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ, ຍາກທີ່ຈະຫຼົງລືມໄດ້ສຳລັບບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງ. ບົດຂຽນຂອງນັກຂ່າວ VOV.

        ໂດຍຈັດຕັ້ງ 2 ປີເທື່ອໜຶ່ງ, ງານມະໂຫລານກະຈາຍສຽງທົ່ວປະເທດແມ່ນໂອກາດເພື່ອໃຫ້ບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງໃນທົ່ວປະເທດໄດ້ພົບປະກັນ, ແບ່ງປັນບົດຮຽນໃນການດຳເນີນອາຊີບ, ຮ່ຳຮຽນນຳກັນກ່ຽວກັບການຂຽນຂ່າວ ແລະ ບົດ, ອ່ານຂ່າວ, ການກະທົບຕອບໃນການອອກອາກາດລາຍການກະຈາຍສຽງໃຫ້ມີຄວາມໃກ້ຊິດກັບມະຫາຊົນກວ່າ. ມີນັກຂ່າວຫຼາຍຄົນໄດ້ແບ່ງປັນຄວາມເປັນມືອາຊີບໃນຂອດການຈັດຕັ້ງຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ທີ່ໄດ້ຈັດງານມະໂຫລານນີ້ປະສົບຜົນສຳເລັດຢ່າງຈົບງາມ. ຜ່ານງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງນີ້, ບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງຢູ່ທ້ອງຖິ່ນເຫັນໄດ້ການປ່ຽນແປງໃໝ່ໃນວິທີເຮັດ, ວິທີສະແດງອອກເພື່ອມຸ່ງໄປເຖິງມະຫາຊົນຜ່ານຄື້ນກະຈາຍສຽງ. ນັກຂ່າວ ໂດ້ຮ່ວາຍງອັກຢ້ຽມ, ສັງກັດສະຖານີວິທະຍຸ-ໂທລະພາບນະຄອນ ເກິນເທີ, ໃຫ້ຮູ້ວ່າ.

        “ຜ່ານງານມະໂຫລານແຕ່ລະຄັ້ງ ທີ່ຈັດຕັ້ງຢູ່ທ້ອງຖິ່ນຕ່າງໆ, ຄວາມຮູ້ສຶກທຳອິດທີ່ຕົນເອງມີແມ່ນວັດທະນະທຳ, ແຕ່ເວົ້າລວມແລ້ວ ນັ້ນແມ່ນບັນດາສະຖານີວິທະຍຸລ້ວນແຕ່ໄດ້ມາເຕົ້າໂຮມກັນຢູ່ທີ່ນີ້ ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ຂ້າພະເຈົ້າຮ່ຳຮຽນ, ພົບປະແລກປ່ຽນກັບໝູ່ເພື່ອນຫຼາຍກວ່າ. ເຂົ້າຮ່ວມການປະກວດໃນແຕ່ລະຄັ້ງ ຂ້າພະເຈົ້າໄດ້ຖອດຖອນບົດຮຽນໃໝ່ ແລະ ສະຖານີວິທະຍຸທັງໝົດຈະນັບມື້ນັບພັດທະນາກວ່າ, ມີບັນດາຫົວເລື່ອງທີ່ເປັນເອກະລັກສະເພາະກວ່າ”.

        ທ່ານ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV, ຫົວໜ້າຄະນະຊີ້ນຳງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ໄດ້ເນັ້ນໜັກວ່າ, ຫົວຂໍ້ຂອງງານມະໂຫລານປີນີ້ແມ່ນ “ກະຈາຍສຽງ - ປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ”. ໃນນັ້ນ, ປ່ຽນແປງໃໝ່ດ້ານເນື້ອໃນ, ຮູບການ, ວິທີການສະແດງອອກ ແລະ ເຕັກໂນໂລຊີ, ປ່ຽນແປງໃໝ່ເພື່ອນຳບັນດາເນື້ອໃນເຂົ້າໃນພື້ນຖານເຕັກໂນໂລຊີ ແລະ ນຳການກະຈາຍສຽງໃຫ້ຍັບເຂົ້າໃກ້ກັບມະຫາຊົນກວ່າດ້ວຍການປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ. ໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0 ນັ້ນ, ບັນດາພາຫະນະສື່ມວນຊົນທັນສະໄໝນັບມື້ນັບມີຫຼາຍຮູບຫຼາຍແບບ, ອຸດົມສົມບູນກວ່າ, ອົງການສື່ມວນຊົນທັງໝົດ, ໃນນັ້ນມີສະຖານີວິທະຍຸກະຈາຍສຽງ, ກໍ່ຄວນປ່ຽນແປງໃໝ່. ບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງຄວນນຳໃຊ້ການພັດທະນາຂອງວິທະຍາສາດເຕັກໂນໂລຊີ, ສື່ສັງຄົມອອນລາຍເພື່ອກຳນົດທິດ ແລະ ແຜ່ຂະຫຍາຍບັນດາຂໍ້ມູນຂ່າວທີ່ມີປະໂຫຍດ. ທ່ານກ່າວວ່າ.

        “ມີ 2 ຄຳກຸນແຈນັ້ນແມ່ນ ປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ, ການປ່ຽນແປງໃໝ່ຢູ່ທີ່ນີ້ແມ່ນປ່ຽນແປງໃໝ່ນັບທັງທາງດ້ານເນື້ອໃນ, ຮູບແບບການສະແດງອອກ ແລະ ນັບທັງດ້ານເຕັກນິກ ແລະ ເຕັກໂນໂລຊີ. ສ່ວນຫຼາຍຮູບຫຼາຍແບບ ແມ່ນພວກເຮົາຕ້ອງອີງໃສ່ການປ່ຽນແປງໃໝ່ນັ້ນ, ອີງໃສ່ເຄື່ອງອຸປະກອນເຕັກນິກ ແລະ ເຕັກໂນໂລຊີ ພວກເຮົາຈຶ່ງສາມາດນຳເອົາບັນດາເນື້ອໃນເຂົ້າໃນພື້ນຖານນັ້ນ. ທີ່ຈະແຈ້ງແລ້ວວ່າ ຮູບແບບກະຈາຍສຽງໃນປະຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ເມື່ອກ່ອນນີ້, ຖ້າຫາກບໍ່ມີການປ່ຽນແປງໃໝ່ ແລະ ບໍ່ຫັນເປັນຫຼາຍຮູບຫຼາຍແບບ ຜູ້ຟັງຈະຫຼຸດໜ້ອຍຖອຍລົງ. ສະນັ້ນ, ການກະຈາຍສຽງຕ້ອງມີຄວາມດຶງດູດໃຈຜູ້ຟັງດ້ວຍວິທີປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ”.

        ໃນທ່າອ່ຽງສັງຄົມມີການພັດທະນາຄືໃນປະຈຸບັນ, ການກະຈາຍສຽງບໍ່ພຽງແຕ່ຮັບຟັງຜ່ານວິທະຍຸກະຈາຍສຽງຄືທຳມະດາເທົ່ານັ້ນ, ຫາກຍັງມີຢູ່ທັງໃນອິນເຕີແນັດ, ໂທລະສັບມືຖື ເພື່ອຮັບໃຊ້ທຸກເປົ້າໝາຍອີກດ້ວຍ. ຫົວຂໍ້ “ກະຈາຍສຽງ - ປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ” ຂອງງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ນິ້ີ້ແມ່ນຕິດແທດກັບສະພາບຕົວຈິງຂອງການກະຈາຍສຽງທີ່ທັນສະໄໝ, ຈາກແງ່ມູນ, ວິທີສຳຜັດ ຕະຫຼອດຮອດການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການກະຈາຍສຽງໃນປະຈຸບັນ. ມາຮອດປະຈຸບັນ, ຫົວຂໍ້ດັ່ງກ່າວໄດ້ເປັນການກຳນົດທິດໃຫ້ແກ່ບັນດານັກຂ່າວ, ບັນນາທິການກ່ຽວກັບຄວາມຈຳເປັນຕ້ອງມີການປ່ຽນແປງໃໝ່, ມີຫຼາຍຮູບຫຼາຍແບບເພື່ອທ່ວງທັນກັບຄວາມຮຽກຮ້ອງຕ້ອງການໃນສະໄໝດີຈີຕອນ ແລະ ສ່ືສັງຄົມອອນລາຍຄືໃນປະຈຸບັນ. ນັກຂ່າວ ເຈິ່ນມິນທາວ, ຫົວໜ້າພະແນກບັນນາທິການກະຈາຍສຽງ, ວິທະຍຸກະຈາຍສຽງ - ໂທລະພາບແຂວງ ແຄ໊ງຮ່ວາ, ຢືນຢັນວ່າ.

        “ຜ່ານງານມະໂຫລານແຕ່ລະຄັ້ງ, ບັນດາຜູ້ທີ່ເຂົ້າຮ່ວມໄດ້ມີບົດຮຽນ ແລະ ໄດ້ຮັບການແບ່ງປັນຈາກບັນດາເພື່ອນຮ່ວມອາຊີບຕື່ມອີກ. ມັນມີຄວາມໝາຍທີ່ ແລະ ມີຄວາມຈຳເປັນທີ່ສຸດເພື່ອໃຫ້ບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງມີວັນບຸນເພື່ອພົບປະກັນ, ພ້ອມກັນຫວນຄືນ, ຕີລາຄາສິ່ງທີ່ເຮົາເຮັດໄດ້, ສິ່ງທີ່ຍັງບໍ່ທັນເຮັດໄດ້, ຈາກນັ້ນເຮົາຈະເຮັດວຽກໄດ້ເປັນຢ່າງດີກວ່າ ໃນພາລະກິດແຫ່ງການກະຈາຍສຽງຂອງຫວຽດນາມ ເວົ້າລວມ, ກໍຄືການກະຈາຍສຽງຂອງແຕ່ລະທ້ອງຖິ່ນເວົ້າສະເພາະ”.

        ສ່ວນນັກຂ່າວ ດັ້ງທິຮົ່ງເທີມ, ຮອງຫົວໜ້າພະແນກບັນນາທິການ, ວິທະຍຸກະຈາຍສຽງ - ໂທລະພາບແຂວງ ນິງບິ່ງ, ໄດ້ແບງປັນວ່າ.

        “ພວກຂ້າພະເຈົ້າໄດ້ມີບັນດາການຄົ້ນຄວ້າໃໝ່ ເພື່ອປ່ຽນແປງເນື້ອໃນຂອງລາຍການກະຈາຍສຽງ ຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງ. ພວກຂ້າພະເຈົ້າເຫັນວ່າ ໃນຍຸກສະໄໝດີຈີຕອນມີຊອບແວ, ໂປຼແກຼມກ່ຽວກັບການກະຈາຍສຽງດີທີ່ສຸດ, ສ້າງເງື່ອນໄຂໃຫ້ບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງ ສາມາດຕອບສະໜອງໄດ້ທ່າອ່ຽງຂອງການກະຈາຍສຽງທັນສະໄໝ”.

        ດ້ວຍຜົນສຳເລັດຢ່າງຈົບງາມນັ້ນ, ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 14 ໄດ້ກາຍເປັນວັນບຸນຂອງບັນດານັກຂ່າວຜູ້ເຮັດວຽກງານກະຈາຍສຽງຢ່າງແທ້ ຈິງ, ພ້ອມທັງເປັນການກຳນົດທິດເດີນທີ່ຖືກຕ້ອງຂອງການກະຈາຍສຽງຫວຽດນາມ ນັ້ນແມ່ນ “ປ່ຽນແປງໃໝ່ ແລະ ມີຫຼາຍຮູບຫຼາຍແບບ”.

ຕອບກັບ

ຂ່າວ/ບົດ​ອື່ນ