ງານ​ມະ​ໂຫລານ​ສິ​ລະ​ປະ​ການ​ສະ​ແດງ​ເທິງ​ເວ​ທີ ຫວຽດ​ນາມ

(VOVWORLD) - ງານມະໂຫລານສິລະປະການສະແດງເທິງເວທີ ທົ່ວປະເທດ ປີ 2023 ໂດຍສະມາຄົມນັກສິລະປິນສະແດງເທິງເວທີ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄະນະກຳມະການປະຊາຊົນແຂວງ ຮ່ານາມ ໄດ້ຈັດໃນວັນທີ 20 ພຶດສະພາ ເຖິງວັນທີ 1 ມິຖຸນາ ຢູ່ແຂວງ ຮ່ານາມ. ງານມະໂຫລານດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າຂອງສິລະປະການສະແດງເທິງເວທີທີ່ເປັນມູນເຊື້ອ, ແມ່ນໂອກາດເພື່ອໃຫ້ຜູ້ຊົມໄດ້ຮັບຊົມບັນດາລາຍການສະແດງສິລະປະສະແດງເທິງເວທີທີ່ເປັນມູນເຊື້ອ ແລະ ເອກະລັກ.
ງານ​ມະ​ໂຫລານ​ສິ​ລະ​ປະ​ການ​ສະ​ແດງ​ເທິງ​ເວ​ທີ ຫວຽດ​ນາມ - ảnh 1ມອບຂອງຂວັນໃຫ້ບັນດາຫົວໜ່ວຍເຂົ້າຮ່ວມງານມະໂຫລານ (ພາບ: qdnd.vn)

ງານມະໂຫລານສິລະປະການສະແດງເທິງເວທີ ທົ່ວປະເທດ ປີ 2023 ໄດ້ດຶງດູດຜູ້ເຂົ້າຮ່ວມທີ່ມາຈາກ 32 ຫົວໜ່ວຍສິລະປະການສະແດງເທິງເວທີທີ່ເປັນມູນເຊື້ອເຂົ້າຮ່ວມ. ຫຼາຍຫົວໜ່ວຍສິລະປະສະແດງເທິງເວທີທີ່ເປັນມູນເຊື້ອ ແລະ ເຄື່ອນໄຫວເປັນມືອາຊີບຂອງ ຫວຽດນາມ ລ້ວນແຕ່ໄດ້ເຂົ້າຮ່ວມງານມະໂຫລານດັ່ງກ່າວ. ໂດຍເຂົ້າຮ່ວມງານມະໂຫລານ ແລະ ການສະແດງເປັນຫຼາຍຄັ້ງ ແລະ ບັນລຸໄດ້ຜົນງານສູງ, ນັກສິລະປິນປະຊາຊົນ ຕຶລອງ, ຮອງຫົວໜ້າໂຮງລະຄອນຂັບແຈ່ວ ກອງທັບ, ຖືວ່າ:

“ງານມະໂຫລານ ແມ່ນໜຶ່ງໃນບັນດາເຫດການທີ່ຕັ້ງໜ້າສຳລັບການສະແດງສິລະປະ. ນີ້ລ້ວນແຕ່ແມ່ນບັນດາຜົນງານທີ່ມ່ວນ, ຂຽນບົດໄດ້ດີ, ແມ່ນບັນດາຜົນງານທີ່ນອນໃນບົດລະຄອນດີເດັ່ນ, ດຶງດູດໃຈຜູ້ຊົມ. ງານມະໂຫລານດັ່ງກ່າວ ໄດ້ຮັບການເອົາໃຈໃສ່, ລົງທຶນ, ຍ້ອນເຫດນັ້ນ ບັນດານັກສິລະປິນກໍມີຄວາມສຸດຈິດສຸດໃຈປະກອບສ່ວນ. ນັບທັງຜູ້ທີ່ຫາກໍເຂົ້າຮ່ວມວົງການສິລະປະນີ້ກໍສາມາດປະດິດຄິດສ້າງໄດ້ຢ່າງສະບາຍ.  ນີ້ກໍແມ່ນຄວາມປາດຖະໜາຂອງບັນດານັກລະປິນ”.

ເຖິງວ່າແຕ່ລະຄະນະເຂົ້າຮ່ວມບໍ່ກາຍ 5 ຜົນງານ, ແຕ່ລະຜົນງານ ບໍ່ໃຫ້ເກີນ 25 ນາທີ, ແຕ່ມີເຖິງ 100 ຜົນງານດີເດັ່ນ, ເປັນເອກະລັກດ້ວຍຫຼາຍຮູບແບບສິລະປະທີ່ແຕກຕ່າງກັນຂອງສິລະປະການສະແດງເທິງເວທີ, ເປັນຕົ້ນແມ່ນ: ຂັບຕ່ວງ, ແຈ່ວ, ກາຍເລືອງ, ລະຄອນພື້ນເມືອງ,  ລະຄອນເວົ້າ, ກາຍຍະສິນ… ໄດ້ສະແດງໃນງານມະໂຫລານດັ່ງກ່າວ. ບັນດາຜົນງານເຫຼົ່ານັ້ນ ລ້ວນແຕ່ມີຫົວຂໍ້, ແນວຄິດ, ເນື້ອໃນທີ່ຈະແຈ້ງ, ຍ້ອງຍໍຊົມເຊີຍຄວາມງາມ ແລະ ຄຸນຄ່າມະນຸດສະທຳ; ກ່າວປະນາມຄວາມຊົ່ວຮ້າຍ; ສະແດງໃຫ້ເຫັນນິດໄສໃຈຄໍ ແລະ ຮູບປະພັນຂອງຕົວລະຄອນ. ຫຼາຍຜົນງານກໍສະແດງໃຫ້ເຫັນຫົວຄິດປະດິດສ້າງທີ່ໃໝ່ໃນການສ້າງບົດລະຄອນ, ວິທີການສະແດງ. ຜ່ານນັ້ນ, ບັນດາບັນຫາຂອງຊີວິດໃນປັດຈຸບັນ, ຂອງບັນດາປະເທດ, ຊົນເຜົ່າ ແລະ ວົງຄະນະຍາດກໍໄດ້ສ່ອງແສງ, ຄົ້ນຫາດ້ວຍວິທີສຳຜັດໃໝ່. ທ່ານ ເຈືອງກວັກຮຸຍ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ, ໃຫ້ຮູ້ວ່າ:

“ງານມະໂຫລານຜົນງານສິລະປະການສະແດງເທິງເວທີປີ 2023 ແມ່ນເຫດການວັດທະນະທຳໃນລະບົບບັນດາເຫດການວັດທະນະທຳຂອງ ສັບປະດາວັດທະນະທຳ, ທ່ອງທ່ຽວແຂວງ ຮ່ານາມ ປີ 2023. ແຕ່ລະຜົນງານສິລະປະການສະແດງເທິງເວທີສະແດງຢູ່ງານມະໂຫລານຄັ້ງນີ້ ມີຄຸນຄ່າທາງດ້ານແນວຄິດ ແລະ ມີຄຸນນະພາບສູງ, ຊ່ວຍໃຫ້ຜູ້ຊົມເຄົາລົບບັນດາຄຸນຄ່າທີ່ເປັນມູນເຊື້ອ”.

ງານມະໂຫລານ “ບັນດາຜົນງານສິລະປະການສະແດງເທິງເວທີ ທົ່ວປະເທດ ປີ 2023” ຖືກຈັດຂຶ້ນຢູ່ແຂວງ ຮ່ານາມ ໄດ້ນຳມາເຊິ່ງກາລະໂອກາດທົດສອບຄວາມສາມາດໃຫ້ແກ່ນັກສິລະປິນໜຸ່ມໃນທົ່ວປະເທດ, ພິເສດແມ່ນສຳລັບບັນດານັກສິລະປິນ, ນັກສະແດງຂອງ ກອງສິລະປະຂັບແຈ່ວ ຮ່ານາມ.

ງານ​ມະ​ໂຫລານ​ສິ​ລະ​ປະ​ການ​ສະ​ແດງ​ເທິງ​ເວ​ທີ ຫວຽດ​ນາມ - ảnh 2ນັກສິລະປິນປະຊາຊົນ ຈິ້ງຖຸຍມຸ່ຍ, ປະທານສະມາຄົມສິລະປີນສະແດງເທິງເວທີ ຫວຽດນາມ ກ່າວຄຳເຫັນທີ່ພິທີມອບລາງວັນ (ພາບ:  qdnd.vn)

     ເມື່ອງານມະໂຫລານສິ້ນສຸດລົງ, ຄະນະຈັດຕັ້ງຈະມອບລາງວັນໃຫ້ບັນດາຜົນງານດີເດັ່ນທີ່ສຸດ. ນອກຈາກນັ້ນ, ຄະນະຈັດຕັ້ງກໍຈະມອບບັນດາລາງວັນສ່ວນບຸກຄົນໃຫ້ແກ່ບັນດາຜູ້ກຳກັບ, ນັກສະແດງ ແລະ ຄະນະດົນຕີດີເດັ່ນ. ນັກສິລະປິນປະຊາຊົນ ຈິ້ງຖຸຍມຸ່ຍ, ປະທານສະມາຄົມສິລະປີນສະແດງເທິງເວທີ ຫວຽດນາມ, ຫົວໜ້າຄະນະຊີ້ນຳງານມະໂຫລານ, ເນັ້ນໜັກວ່າ:

“ບັນດາຜົນງານທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້ ສ່ວນຫຼາຍແມ່ນຜົນງານທີ່ຍອດຍິ່ງ ແລະ ປະດິດຄິດສ້າງທີ່ຫຼ້າສຸດ, ມ່ວນທີ່ສຸດ. ບັນດານັກສິລະປິນໄດ້ນຳເອົາສິ່ງທີ່ດີທີ່ສຸດ, ມ່ວນທີ່ສຸດ, ງາມທີ່ສຸດ, ຈັບໃຈທີ່ສຸດມາເພື່ອຮັບໃຊ້ປະຊາຊົນ. ບັນດາຜົນງານເຫຼົ່ານັ້ນກໍແມ່ນການສົ່ງເສີມຫົວຄິດປະດິດສ້າງໃໝ່ຂອງນັກສິລະປິນອີກດ້ວຍ”.

        ໂດຍຜ່ານງານມະໂຫລານຄັ້ງນີ້, ສະມາຄົມນັກສິລະປິນສະແດງເທິງເວທີ ຫວຽດນາມ ແລະ ບັນດາອົງການຄຸ້ມຄອງສິລະປະ ໄດ້ຕີລາຄາສະພາບການຕົວຈິງຂອງຖັນແຖວນັກສິລະປິນທີ່ເຂົ້າຮ່ວມການສະແດງ. ຈາກນັ້ນ, ກໍມີວິທີບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອສືບຕໍ່ປະຕິບັດມະຕິເລກທີ 23 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສືບຕໍ່ສ້າງ ແລະ ພັດທະນາວັນນະຄະດີ, ສິລະປະໃນໄລຍະໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ