ງານມະໂຫລານສະແດງກາບກອນທົ່ວປະເທດປີ 2019

(VOVWORLD) -ເພື່ອແນໃສ່ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ທີ່ນິຍົມຊົມຊອບກາບກອນ, ທຸກໆປີ, ສະໂມສອນກາບກອນ ຫວຽດນາມ, ວາລະສານຜູ້ອາຍຸສູງ ຫວຽດນາມ ໄດ້ຈັດຕັ້ງງານມະໂຫລານສະແດງກາບກອນທົ່ວປະເທດ. 

ງານມະໂຫລານສະແດງກາບກອນທົ່ວປະເທດຄັ້ງທີ 4 ປີ 2019 ຖືກດຳເນີນໃນວັນທີ 27 ຕຸລາ  ຜ່ານມາຢູ່ນະຄອນ ຮ່າໂນ້ຍ ເຊິ່ງໄດ້ດຶງດູດເອົາ 34 ຄະນະທີ່ມາຈາກບັນດາແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມ. ນີ້ກໍ່ແມ່ນການເຄື່ອນໄຫວມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 3 (ອາຍຸການ 2020 - 2025) ໃນປີ 2020 ຂອງສະໂມສອນກາບກອນ ຫວຽດນາມ.

ງານມະໂຫລານສະແດງກາບກອນທົ່ວປະເທດປີ 2019 - ảnh 1 ງານມະໂຫລານສະແດງກາບກອນທົ່ວປະເທດຄັ້ງທີ 4 ປີ 2019 (ພາບອິນເຕີແນັດ)

ງານມະໂຫລານສະແດງກາບກອນທົ່ວປະເທດໃນປີນີ້ ຍັງມີການເຂົ້າຮ່ວມຂອງບຸກຄົນທີ່ມີຊື່ສຽງໃນວົງການນັກກະວີ ຫວຽດນາມ ຄື: ນັກປະພັນດົນຕີ, ນັກກະວີ ຫວູຫມ໋າວ, ປະທານກິດຕິມະສັກສະໂມສອນກາບກອນ ຫວຽດນາມ; ນັກກະວີ ຫື໋ວຖີງ - ປະທານຄະນະກຳມະການທົ່ວປະເທດບັນດາສະມາຄົມວັນນະຄະດີ - ສິລະປະ ຫວຽດນາມ, ປະທານສະມາຄົມນັກປະພັນ ຫວຽດນາມ. ທີ່ງານມະໂຫລານ, ບັນດາຄະນະເຂົ້າຮ່ວມໄດ້ສະແດງ 37 ລາຍການ, ໂດຍສຸມໃສ່ຫົວຂໍ້ “50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ”. ນັກກະວີ ຮ່ວາຍງວຽນ, ຫົວໜ້າຄະນະກຳມະການງານມະໂຫລານສະແດງກາບກອນທົ່ວປະເທດປີ 2019 ໃຫ້ຮູ້ວ່າ:

“ງານມະໂຫລານໄດ້ແຂ່ງຂັນກາບກອນທຸກປະເພດ ໂດຍສະເພາະແມ່ນກາບກອນ ຫົກ ແລະ ແປດ, ກາບກອນ ເດື່ອງລ້ວດ, ກາບກອນເສລີ…ດ້ວຍຮູບການຕ່າງໆຢ່າງອຸດົມສົມບູນ. ແຕ່ລະແຂວງ, ນະຄອນແມ່ນສະແດງ 2 ລາຍການ, ສະເພາະແຕ່ເຈົ້າພາບ ຮ່າໂນ້ຍ ແມ່ນ 4 ລາຍການ. ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຂັບກາບກອນແຕ່ສ່ວນໃດສ່ວນໜຶ່ງເທົ່ານັ້ນ ແລ້ວກໍ່ຫັນໄປໃສ່ທຳນອງຂັບແຈ່ວ, ຂັບວັນ, ຂັບຈູ, ຂັບເສິມ, ທຳນອງເພງພື້ນເມືອງ 3 ພາກ ເໜືອ - ກາງ - ໃຕ້…ໂຄງປະກອບຂອງລາງວັນແມ່ນຫລາຍກ່ວາທຸກປີກ່ອນ. ຄະນະກຳມະການໄດ້ເຫັນດີເປັນເອກະພາບມອບລາງວັນ A 15 ລາງວັນ, ລາງວັນ B 15 ລາງວັນ ແລະ ລາງວັນ C 10 ລາງວັນ. ລາງວັນ A ມີເງິນສົດ ແລະ ວັດຖຸພັນລວມມູນຄ່າປະມານ 2 ລ້ານດົ່ງ, ລາງວັນ B ແມ່ນ 1,5 ລ້ານດົ່ງ ແລະ ລາງວັນ C ແມ່ນ 1 ລ້ານດົ່ງ.”

ຜູ້ເຂົ້າຮ່ວມການແຂ່ງຂັນແມ່ນບັນດານັກກະວີອາຊີບ ແລະ ສະໝັກຫຼິ້ນ, ນັກປະພັນດົນຕີ, ນັກຂຽນ, ນັກຂ່າວ, ທະນາຍຄວາມ…ເຂົາເຈົ້າລ້ວນແຕ່ເຮັດວຽກຢ່າງຈູບຈ້າວຫ້າວຫັນ ແລະ ນຳມາເຊິ່ງໝາກຜົນອັນດີງາມໃຫ້ແກ່ງານມະໂຫລານ. ຜ່ານນັ້ນ, ໄດ້ປະກອບສ່ວນຊຸກຍູ້ຂະບວນການປະດິດແຕ່ງກາບກອນ, ຍົກສູງລະດັບການສະແດງກາບກອນຂອງບັນດາສະໂມສອນກາບກອນໃນທົ່ວປະເທດ. ນັກກະວີ ເຈິ່ນວັນເງາະ, ສະມາຊິກສະໂມສອນກາບກອນເມືອງ ຍໍກວານ, ແຂວງ ນິງບີ່ງ ເລົ່າສູ່ຟັງວ່າ:

 “ສະໂມສອນກາບກອນເມືອງ ຍໍກວານ ໄດ້ໄປພົບປະແລກປ່ຽນ, ສະແດງພ້ອມກັບຫລາຍແຂວງ, ນະຄອນໃນທົ່ວປະເທດ. ບ້ານເກີດເມືອງນອນ ຍໍກວານ ຂອງພວກຂ້າພະເຈົ້າແມ່ນມີມູນເຊື້ອຂັບແຈ່ວ. ພວກຂ້າພະເຈົ້າເຂົ້າຮ່ວມງານມະໂຫລານຄັ້ງນີ້ ດ້ວຍບົດກາບກອນທີ່ມີຊື່ວ່າ “ລຸງ ໂຮ່ ເອີຍ ແຂວງ ນິງບີ່ງ ງາມຫລາຍ”, ບົດກາບກອນຖືກຫັນປ່ຽນໄປສະແດງໃນທຳນອງຂັບວັນ. ກາບກອນໄດ້ເຮັດໃຫ້ແນວຄິດຂອງຄົນເຮົາມີຄວາມສະບາຍໃຈ, ເຂົ້າໃຈກ່ຽວກັບພັກ, ປະທານ ໂຮ່ຈີມິນ ແລະ ປະຊາຊົນຕື່ມອີກ. ພວກຂ້າພະເຈົ້າໄດ້ເຂົ້າຮ່ວມງານມະໂຫລານ ຕົ້ນຕໍແມ່ນເພື່ອຖອດຖອນບົດຮຽນແລກປ່ຽນປະສົບການ.

ງານມະໂຫລານສະແດງກາບກອນທົ່ວປະເທດປີ 2019 - ảnh 2  ງານມະໂຫລານສະແດງກາບກອນທົ່ວປະເທດຄັ້ງທີ 4 ປີ 2019 (ພາບອິນເຕີແນັດ)

        ໂດຍໄດ້ຮັບການສ້າງຕັ້ງມາແຕ່ປີ 2006, ມາຮອດປັດຈຸບັນ, ສະໂມສອນກາບກອນ ຫວຽດນາມ ມີສະມາຊິກໃນທົ່ວປະເທດປະມານ 13.000 ຄົນ, ສ້າງສະຖິຕິ ກ່ຽວກັບສະໂມສອນກາບກອນທີ່ມີຈຳນວນສະມາຊິກຫລາຍທີ່ສຸດໃຫ້ແກ່ ຫວຽດນາມ. ການສະແດງກາບກອນປີນີ້ ມີຂະໜາດກ້ວາງກ່ວາ ແລະ ມີບັນຍາກາດເບີກບານມ່ວນຊື່ນກ່ວາ ເມື່ອທຽບໃສ່ຊຸມປີກ່ອນນີ້. ທ່ານ ຟ້າມກວາງຍ້ວນ, ຮອງປະທານສະໂມສອນກາບກອນ ຫວຽດນາມ, ປະທານສະໂມສອນກາບກອນແຂວງ ຝູເທາະ ໃຫ້ຮູ້ວ່າ:

        “ນັກກະວີໄດ້ເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ນັກກະວີບາງຄົນແມ່ນຢູ່ບັນດາແຂວງ, ນະຄອນທາງພາກໃຕ້ເຂົາເຈົ້າກໍ່ມາເຂົ້າຮ່ວມ. ງານມະໂຫລານຍັງດຶດດູດໄດ້ນັກກະວີໜຸ່ມຫລາຍຄົນ. ນັກກະວີເຫຼົ່ານັ້ນ ມີຄວາມປາດຖະໜາຢາກແລກປ່ຽນປະສົບການໃນການສະແດງກາບກອນ, ບັນດາບົດປະພັນກາບກອນ. ເຂົ້າເຈົ້າມີຄວາມກະຕືລືລົ້ນ ຍ້ອນປີໜຶ່ງມີເທື່ອໜຶ່ງ. ການແຂ່ງຂັນສະແດງກາບກອນໄດ້ສ້າງບັນຍາກາດຈູບຈ້າວຫ້າວຫັນ, ເບີກບານມ່ວນຊື່ນໃຫ້ແກ່ບັນດານັກກະວີຢູ່ຫລາຍເຂດພາກໃນທົ່ວປະເທດ.”

        ງານມະໂຫລານສະແດງກາບກອນທົ່ວປະເທດຄັ້ງທີ 4 ປີ 2019 ມີຫລາຍລາຍການທີ່ມີຄຸນນະພາບ, ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ, ເປັນການປະກອບສ່ວນເຮັດໃຫ້ກາບກອນ ຫວຽດນາມ ມີຄວາມອຸດົມສົມບູນກ່ວາເກົ່າ. ບັນດາລາຍການສະແດງຢູ່ງານມະໂຫລານ ແມ່ນຄວາມສຸດອົກສຸດໃຈ ແລະ ຄວາມເກັ່ງກ້າສາມາດຂອງບັນດາຜູ້ນິຍົມຊົມຊອບກາບກອນ, ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຂອງເຂົາເຈົ້າທີ່ມີຕໍ່ພັກ, ຕໍ່ປະທານ ໂຮ່ຈີມິນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ ./.

ຕອບກັບ

ຂ່າວ/ບົດ​ອື່ນ