ຈິດຕະກອນພິການຫູ ເຈິ່ນນາມລອງ ດ້ວຍຄວາມສາມາດແຕ້ມພາບດ້ວຍລາຍແຕ້ມທີ່ມີຊີວິດຊີວາ

(VOVWORLD) - ຮ່າໂນ້ຍ ແຫ່ງອະລິຍະທຳ, ລຽບງ່າຍ ດ້ວຍບັນດາຂັ້ນໄດລະບຽງທີ່ເກົ່າແກ່, ກຳແພງໄຄຫີນ ຫຼື ບັນດາຕຶກອາຄານດ້ວຍສະຖາປັດຕະຍາກຳແບບເກົ່າແກ່ຂອງ ຝລັ່ງ ທີ່ສວຍງາມ… ໄດ້ຖືກວາດພາບຜ່ານພາບສີຂັດມັນ ແລະ ພາບແຕ້ມຢູ່ກັບທີ່ດ້ວຍປາກກາຫົວນ້ອຍກ່ວາ 50 ແຜ່ນໃນງານວາງສະແດງທີ່ມີຊື່ວ່າ “ຖະໜົນເກົ່າແກ່” ເຊິ່ງຈັດຂຶ້ນໃນຕົ້ນເດືອນ ມີນາ. ນີ້ແມ່ນງານວາງສະແດງສ່ວນຕົວຂອງ ເຈິ່ນນາມລອງ, ຊາຍໜຸ່ມຖືກພິການຫູມາແຕ່ກຳເນີດ ແຕ່ມີຄວາມສາມາດແຕ້ມບັນດາພາບແຕ້ມທີ່ມີຊີວິດຊີວາ.
ຈິດຕະກອນພິການຫູ ເຈິ່ນນາມລອງ ດ້ວຍຄວາມສາມາດແຕ້ມພາບດ້ວຍລາຍແຕ້ມທີ່ມີຊີວິດຊີວາ - ảnh 1ຈິດຕະກອນ ເຈິ່ນນາມລອງ

ເມື່ອເຂົ້າຮ່ວມງານວາງສະແດງພາບແຕ້ມກ່ຽວກັບຮ່າໂນ້ຍ ຂອງ ເຈິ່ນນາມລອງ ໃນງານວາງສະແດງ “ຖະໜົນເກົ່າແກ່”, ບັນດາຜູ້ຊົມບໍ່ພຽງແຕ່ໄດ້ຖືກດຶງດູດດ້ວຍລັກສະນະທີ່ສັດຊື່, ຜ່ານແຕ່ລະລາຍແຕ້ມເທົ່ານັ້ນ ຫາກຍັງໄດ້ມີບັນດາຄວາມຮູ້ສຶກສະເທືອນໃຈ, ຄວາມເຄົາລົບນັບຖືຕໍ່ຜູ້ແຕ້ມບັນດາພາບນີ້ອີກດ້ວຍ:

 “ສຳລັບນັກແຕ້ມໂດຍທົ່ວໄປແລ້ວ, ເມື່ອອາຍຸ 18 ປີສາມາດຈັດງານວາງສະແດງພາບແຕ້ມສ່ວນຕົວຂອງຕົນແມ່ນຫາຍາກທີ່ສຸດຢູ້ແລ້ວ, ແຕ່ ລອງ ເປັນຄົນພິການຫູຍັງສາມາດເຮັດໄດ້. ເລື່ອງນີ້ແມ່ນບໍ່ທຳມະດາ.

 “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາພາບແຕ້ມກ່ຽວກັບຮ່າໂນ້ຍ ຂອງ ນາມລອງ. ບັນດາພາບແຕ້ມນີ້ຕ້ອງແຕ້ມຢູ່ກັບທີ່ດ້ວຍຄວາມເມົາມົວ ແລະ ຄວາມສຸດຈິດສຸດໃຈຂອງ ລອງ  ທີ່ໄດ້ສະຫງວນໃຫ້ພາບແຕ້ມ.

        ເຈິ່ນນາມລອງ, ເກີດປີ 2005, ແມ່ນຜູ້ໂຊກບໍ່ດີເມື່ອທຽບໃສ່ເດັກຄົນອື່ນໆຍ້ອນເປັນຄົນພິການ. ເອື້ອຍ ຝູ່ງທິຮ໊ຽວ, ແມ່ຂອງ ນາມລອງ ໄດ້ເລົ່າຄືນສູ່ຟັງວ່າ:

“ໃນເວລາທີ່ລູກຕ້ອງແອບເວົ້າ ຂ້າພະເຈົ້າເຫັນວ່າລູກຕົນເວົ້າບໍ່ຄືຄົນອື່ນ. ຂ້າພະເຈົ້າໄດ້ພາລູກໄປກວດຢູ່ໂຮງໝໍ ຈຶ່ງຮູ້ວ່າ ລູກຖືກພິການຫູມາແຕ່ກຳເນີດ, ນອກນັ້ນ, ລູກຍັງຂາໂຂງມາແຕ່ນ້ອຍ, ເປັນໂລກສະມາທິສັ້ນ ແລະ ໂລກຊຶມເສົ້ານຳອີກ.

ຜ່ານການຜ່າຕັດ 3 ຄັ້ງ, ອາການສຸຂະພາບຂອງ ລອງ ຈຶ່ງຄ່ອຍໆດີຂຶ້ນ. ເຖິງວ່າ, ມີກຳລັງແຮງຕ້ານທານກໍ່ຕາມ ແຕ່ຍ້ອນຖືກພິການມາແຕ່ກຳເນີດ ໄດ້ເຮັດໃຫ້ ລອງ ເປັນຄົນຂີ້ຢ້ານ, ຂາດຄວາມເຊື່ອໝັ້ນຕົນເອງເມື່ອພົບປະກັບທຸກຄົນທີ່ຢູ່ອ້ອມຂ້າງ. ຄວາມສາມາດໃນການແຕ້ມຮູບຂອງລອງ ຖືກພົບເຫັນເມື່ອລາວມີອາຍຸ 3 ປີ ແລະ ລາຍແຕ້ມຂອງນ້ອງ ກໍ່ແມ່ນວິທີເພື່ອໃຫ້ນ້ອງສະແດງຄວາມຮູ້ສຶກຂອງຕົນເອງ. ເອື້ອຍ ຮ໊ຽວ, ໃຫ້ຮູ້ຕື່ມອີກວ່າ:

“ຍາມໃດຂ້າພະເຈົ້າກໍ່ຄິດວ່າ ເຖິງວ່າຕ້ອງເຊົ່າເຮືອນຢູ່ ກໍ່ຕາມແຕ່ກໍ່ຈະພະຍາຍາມເຊົ່າຢູ່ ຮ່າໂນ້ຍ ເພື່ອໃຫ້ລູກມີເງື່ອນໄຂໄດ້ຮັບການສຶກສາ ຮ່ຳຮຽນໃຫ້ດີທີ່ສຸດ. ລອງ ໄດ້ແຕ້ມໃນທຸກໆວັນ, ນັບທັງໃນເວລາລູກຜ່າຕັດຕີນ, ນອນເທິງຕຽງກໍ່ຍັງແຕ້ມ. ໄປໃສລູກກໍ່ແຕ້ມ”.

ຄວາມສາມາດຂອງລອງ ໄດ້ສະແດງອອກແຕ່ຄາວຍັງນ້ອຍ, ແຕ່ຍ້ອນສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ, ນ້ອງບໍ່ໄດ້ຮັບການສຶກສາທີ່ດີ. ຄາວມີອາຍຸ 11 ປີ, ລອງໄດ້ເຂົ້າຮ່ວມການປະກວດພາບແຕ້ມສຳລັບອະນຸຊົນທີ່ມີຊື່ວ່າ “ຄວາມຮູ້ສຶກໃນໃຈນ້ອງ” ແລະ ໄດ້ຮັບລາງວັນພິເສດ (ລາງວັນສູງສຸດ), ໄດ້ຮັບທຶນສຶກສາຈາກສູນ Art Tree  ແລະ ຈິດຕະກອນ ຫືວຈິງ ສອນແຕ້ມໃຫ້ໂດຍບໍ່ເກັບຄ່າ, ນາມລອງ ຈຶ່ງໄດ້ສຳຜັດກັບບັນດາຄວາມຮູ້ດ້ານຈິດຕະກຳ. ນັກສະຖາປານິກ ເຈິ່ນກວາງບິ່ງ, ຕີລາຄາວ່າ:

“ລາວມີອາຍຸພຽງ 18 ປີເທົ່ານັ້ນ ແຕ່ຂ້າພະເຈົ້ານັບຖືລາວທີ່ສຸດ. ຂ້າພະເຈົ້າໄດ້ແຕ້ມດ້ວຍປາກກາຫົວນ້ອຍຫຼາຍແລ້ວ, ດ້ວຍປະສົບການຫຼາຍປີ, ແຕ່ເມື່ອໄດ້ຊົມຮູບຂອງລອງ ຂ້າພະເຈົ້າຕົກສະເຫງີ້ຫຼາຍ. ລາວແຕ້ມງາມ ແລະ ພາບແຕ້ມມີວິນຍານ. ລາວເປັນຜູ້ມີຄວາມເກັ່ງກ້າສາມາດ”.

ເຖິງວ່າຮຽນແຕ້ມແບບສະໝັກຫຼິ້ນເທົ່ານັ້ນ, ແຕ່ການແຕ້ມຮູບຂອງ ນາມລອງ ໄດ້ສະແດງໃຫ້ເຫັນຄວາມຄ່ອງແຄ້ວ ແລະ ເປັນມືອາຊີບ, ພັນລະນາທາດແທ້ຂອງວັດຖຸ ແລະ ເຫດການໄດ້ເປັນຢ່າງດີ. ພິເສດເມື່ອເຂົ້າຮ່ວມກຸ່ມແຕ້ມຄຸ້ມເມືອງເກົ່າ ຮ່າໂນ້ຍ, ເຊິ່ງລວມມີບັນດາຈິດຕະກອນ ແລະ ນັກສະຖາປານິກຊື່ດັງ ນັ້ນ, ຄວາມສາມາດຂອງ ນາມລອງ ຈຶ່ງໄດ້ສະແດງອອກຫຼາຍທີ່ສຸດ. ນັກສະຖາປານິກ ເຈິ່ນທິແທັງຖຸຍ, ຫົວໜ້າກຸ່ມ ແຕ້ມຢູ່ກັບທີ່ USK ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ໃນເກນອາຍຸຂອງລອງ, ແຕ້ມໄດ້ລະດັບຄືລອງແມ່ນດີຫຼາຍ, ມີບໍ່ເທົ່າໃດຄົນທີ່ສາມາດທີ່ເຮັດໄດ້ເຊັ່ນນັ້ນ. ລອງ ແມ່ນຜູ້ພັນລະນາສີສັນຂອງເວລາ ແລະ ບັນດາບັນຍາກາດໄດ້ດີທີ່ສຸດ. ຂ້າພະເຈົ້າກໍ່ມີຄວາມນັບຖືແມ່ຂອງ ລອງ ທີ່ສຸດ, ຍ້ອນວ່າ ລາວຄາວຽກຫຼາຍປານໃດກໍ່ຕາມ, ແຕ່ໃນແຕ່ລະອາທິດເພີ່ນໄດ້ສະຫຼະເວລາ 3 4 ຊົ່ວໂມງ ເພື່ອມາສົ່ງລູກເຂົ້າຮ່ວມກຸ່ມແຕ້ມ, ອະທິບາຍໃຫ້ລູກກ່ຽວກັບບັນດາຄວາມຮູ້ທີ່ພວກອ້າຍ, ເອື້ອຍໃນກຸ່ມຢາກບອກສອນໃຫ້ລອງ”.

ຈິດຕະກອນພິການຫູ ເຈິ່ນນາມລອງ ດ້ວຍຄວາມສາມາດແຕ້ມພາບດ້ວຍລາຍແຕ້ມທີ່ມີຊີວິດຊີວາ - ảnh 2ຜູ້ຊົມເຂົ້າຮ່ວມງານວາງສະແດງຂອງ ນາມລອງ

18 ປີຜ່ານມາ, ໃນແຕ່ລະໄລຍະເຕີບໃຫຍ່ຂອງ ນາມລອງ ລ້ວນແຕ່ມີແມ່ຢູ່ຄຽງຂ້າງ, ໜູນຊ່ວຍ ແລະ ຮັກແພງ. ຄຽງຄູ່ກັນນັ້ນ, ນ້ອງຍັງໄດ້ຮັບຄວາມຮັກແພງ, ການແນະນຳ, ບອກສອນຢ່າງສຸດຈິດສຸດໃຈຂອງບັນດາຄູອາຈານ, ອ້າຍເອື້ອຍທີ່ເປັນຈິດຕະກອນ, ນັກສະຖາປານິກ. ປະຈຸບັນ, ນາມລອງ ມີຮູບແຕ້ມນັບຮ້ອຍແຜ່ນ. ພິເສດ, ໃນໄລຍະເກີດໂລກລະບາດໂຄວິດ - 19 ຄັ້ງທຳອິດນັ້ນ, ລອງໄດ້ຝາກພາບແຕ້ມ 2 ແຜ່ນຂອງຕົນເຂົ້າຮ່ວມການຂາຍປະມູນຂອງວົງຄະນະຍາດ Vietnam Art Space  ເພືື່ອສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ -19. ປີ 2021, ເຈິ່ນນາມລອງ ໄດ້ຮັບກຽດທີີ່ສູນກາງສະມາຄົມມິດຕະພາບ ຫວຽດນາມ - ອີຕາລີ ໄດ້ແນະນຳເປັນຜູ້ຕາງໜ້າຂອງ ຫວຽດນາມ ຝາກພາບແຕ້ມ 5 ແຜ່ນເຂົ້າຮ່ວມ “ງານວາງສະແດງສາກົນສຳລັບບັນດາຜົນງານໂດຍຄົນພິການປະດິດແຕ່ງ” ເຊິ່ງຈັດຂຶ້ນຢູ່ Venice (ປະເທດ ອີຕາລີ).

ສຳລັບຊາຍໜຸ່ມອາຍຸ 18 ປີນີ້, ນັບແຕ່ເມືື່ອຊີວິດໄດ້ຕິດພັນກັບຈິດຕະກຳນັ້ນ, ຊີວິດຂອງລາວກໍ່ຍິ່ງມີຄວາມໝາຍຕື່ມອີກຢ່າງແທ້ຈິງ. ງານວາງສະແດງ “ຖະໜົນເກົ່າແກ່” ແມ່ນງານວາງສະແດງສ່ວນຕົວຄັ້ງທຳອິດຂອງ ນາມລອງ ໃນວິວັດການເດີນຕາມຂະແໜງຈິດຕະກຳ. ຊາຍໜຸ່ມຄົນນີ້ຍັງມີຄວາມຫວັງຢາກຈັດງານວາງສະແດງຢູ່ ອາເມລິກາ. ພວກເຮົາຈົ່ງພ້ອມກັນອວຍພອນໃຫ້ຄວາມຫວັງຂອງ ນາມລອງ ປະກົດຜົນເປັນຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ