ຈ່າວິງ: ມີຊາວໜຸ່ມຫຼາຍຄົນດຳເນີນທຸລະກິດຜະລິດຕະພັນກະເສດບັນລຸຜົນສຳເລັດ

(VOVWORLD) -ອ້າຍ ທ່ວນ ແບ່ງປັນວ່າ, ນັບແຕ່ຄາວຍັງນ້ອຍ ອ້າຍມີຄວາມເມົາມົວຢາກເອົາເຂົ້າສານຢູ່ບ້ານເກີດເມືອງນອນເພື່ອດຳເນີນທຸລະກິດ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນປົວແປງຊີວິດການເປັນຢູ່.
ຈ່າວິງ: ມີຊາວໜຸ່ມຫຼາຍຄົນດຳເນີນທຸລະກິດຜະລິດຕະພັນກະເສດບັນລຸຜົນສຳເລັດ - ảnh 1(ນັບແຕ່ຄາວຍັງນ້ອຍ ອ້າຍເຈິ່ມມິງທ່ວນ, ມີຄວາມເມົາມົວຢາກເອົາເຂົ້າສານຢູ່ບ້ານເກີດເມືອງນອນເພື່ອດຳເນີນທຸລະກິດ)

ຢູ່ແຂວງ ຈ່າວິງ, ມີຊາວໜຸ່ມນັບມື້ນັບຫຼາຍຄົນຈາກນະຄອນກັບຄືນເມືອເຂດຊົນນະບົດເພື່ອເລີ່ມຕົ້ນທຸລະກິດ ແລະ ຫຼາຍຄົນໄດ້ດຳເນີນທຸລະກິດຢ່າງປະສົບຜົນສຳເລັດ ກໍ່ຍ້ອນການປະດິດຄິດສ້າງ, ຄວາມແຕກຕ່າງ ກໍຄືຄວາມຕັດສິນໃຈບືນຕົວຂຶ້ນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ມີຫຼາຍຮູບແບບການຜະລິດ, ດຳເນີນທຸລະກິດຖືຜະລິດຕະພັນກະເສດແມ່ນຜະລິດຕະພັນປາຍແຫຼມ ພວມເສີມຂະຫຍາຍປະສິດທິຜົນທີ່ດີ. ທິດກ້າວເດີນນີ້ບໍ່ພຽງແຕ່ເປັນການຊ່ວຍຊາວໜຸ່ມປົວແປງດ້ານລາຍຮັບຂອງຕົນເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງມູນຄ່າຜະລິດຕະພັນກະເສດ, ປະກອບສ່ວນເຂົ້າໃນການເຄື່ອນໄຫວເສດຖະກິດຢູ່ທ້ອງຖິ່ນຢ່າງມີປະສິດທິຜົນອີກດ້ວຍ.

        ໂດຍຮຽນຈົບປະລິນຍາໂທຂະແໜງກົດໝາຍເສດຖະກິດ, ແຕ່ອ້າຍ ເຈິ່ມມິງທ່ວນ, ຢູ່ຕາແສງ ລອງຫຽບ, ເມືອງ ຈ່າກູ໊ ບໍ່ເລືອກເອົານະຄອນເປັນບ່ອນເພື່ອກໍ່ຮ່າງສ້າງຕົວ, ລາວໄດ້ຕັດສິນໃຈກັບເມືອບ້ານເລີ່ມຕົ້ນທຸລະກິດ ດ້ວຍຜະລິດຕະພັນເຂົ້າສານຂອງທ້ອງຖິ່ນ. ອ້າຍ ທ່ວນ ແບ່ງປັນວ່າ, ນັບແຕ່ຄາວຍັງນ້ອຍ ອ້າຍມີຄວາມເມົາມົວຢາກເອົາເຂົ້າສານຢູ່ບ້ານເກີດເມືອງນອນເພື່ອດຳເນີນທຸລະກິດ ແລະ ຊ່ວຍໃຫ້ພໍ່ແມ່ປະຊາຊົນປົວແປງຊີວິດການເປັນຢູ່. ຈາກແນວຄວາມຄິດດັ່ງກ່າວ, ປີ 2018, ອ້າຍໄດ້ສ້າງຕັ້ງສະຫະກອນກະສິກຳ ລອງຫຽບ, ດ້ວຍສະມາຊິກ 61 ຄົນ ແລະ ຕົນເອງເປັນຫົວໜ້າ. ເມື່ອເຂົ້າຮ່ວມສະຫະກອນ, ປະຊາຊົນໄດ້ຮັບຈຳໜ່າຍຜະລິດຕະພັນດ້ວຍລາຄາສູງກວ່າຕະຫຼາດ, ພ້ອມທັງໄດ້ສະໜອງການບໍລິການໃສ່ຝຸ່ນ, ແນວພັນເຂົ້າດ້ວຍລາຄາຕ່ຳກວ່າຕະຫຼາດ.

        ປະຈຸບັບ, ເຄື່ອງໝາຍການຄ້າເຂົ້າສານປອດສານຜິດ “ເມັດເຂົ້າມັງກອນ” ຂອງສະຫະກອນ ລອງຫຽບ ບັນລຸລາຍຮັບ 2.2 ຕື້ດົ່ງ/ປີ, ຜົນກຳໄລບັນລຸກວ່າ 500 ລ້ານດົ່ງ. ອ້າຍ ທ່ວນ ໃຫ້ຮູ້ວ່າ:

        “ເມື່ອສະຫະກອນສ້າງເຄື່ອງໝາຍການຄ້າເຂົ້າສານ ຕ້ອງປະຕິບັດຕາມຂັ້ນຕອນຄວາມປອດໄພ, ປອດສານພິດ ແລະ ມຸ່ງໄປເຖິງອົງຄະທາດ. ເພື່ອເຮັດສິ່ງດັ່ງກ່າວໃຫ້ໄດ້, ຄະນະຄຸ້ມຄອງສະຫະກອນໄດ້ຍົກອອກຂັ້ນຕອນຕ່າງໆໃນການປູກ ເພື່ອໃຫ້ສະມາຊິກສະຫະກອນປະຕິບັດຕາມ, ຄ່ອຍໆຍົກລະດັບຈາກປອດໄພ, ປອດສານພິດ ຕະຫຼອດຮອດ ອົງຄະທາດ. ປະຈຸບັນ, ບັນດາສະມາຊິກສະຫະກອນລ້ວນແຕ່ບໍ່ນຳໃຊ້ຢາຂ້າສັດຕູພືດ ເພື່ອໃຫ້ເຂົ້າສານທັງບັນລຸຄຸນນະພາບ, ທັງໄດ້ຮັບແຫຼ່ງຜົນປະໂຫຍດຈາກສິນໃນນ້ຳ.”

ຈ່າວິງ: ມີຊາວໜຸ່ມຫຼາຍຄົນດຳເນີນທຸລະກິດຜະລິດຕະພັນກະເສດບັນລຸຜົນສຳເລັດ - ảnh 2(ເອື້ອຍ ແທັກທິຈາທີ)

ກໍ່ຄ້າຍຄືກັບອ້າຍ ເຈິ່ມມິງທ່ວງ, ພາຍຫຼັງຮຽນຈົບປະລິນຍາໂທຂະແໜງເຕັກໂນໂລຊີສະບຽງອາຫານ ແລະ ໄປເຮັດວຽກໃນໄລຍະໜຶ່ງເພື່ອສະສົມເອົາບົດຮຽນຕື່ມອີກ, ເອື້ອຍ ແທັກທິຈາທີ ຕົກລົງກັບເມືອບ້ານຢູ່ເທດສະບານ ຕຽວເກີນ, ເມືອງ ຕຽວເກີນ ເພື່ອດຳເນີນທຸລະກິດ. ດ້ວຍຄວາມຮັບຮູ້ໄວຂອງນັກວິສາວະກອນຜູ້ໜຶ່ງທີ່ໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນ, ເອື້ອຍເຫັນໄດ້ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງຈາກຕົ້ນໝາກພ້າວ. ຕາມນັ້ນແລ້ວ, ເດືອນ ກໍລະກົດ 2019, ວິສາຫະກິດຜະລິດນ້ຳຕານໝາກພ້າວທີ່ມີຊື່ວ່າ “Sokfarm” (ພາສາຂະແມໝາຍຄວາມວ່າ “ກະສິກຳແຫ່ງຄວາມຜາສຸກ”) ຂອງເອື້ອຍ ຈາທີ ໄດ້ຮັບການສ້າງຕັ້ງຂຶ້ນ. ປະຈຸບັນ, ວິສາຫະກິດພວມສ້າງວຽກເຮັດງານທຳໃຫ້ກຳມະກອນເກືອບ 20 ຄົນ, ດ້ວຍເງິນເດືອນ 5 ລ້ານດົ່ງ/ຄົນ/ເດືອນ, ພ້ອມທັງສ້າງລາຍຮັບເປັນປົກກະຕິໃຫ້ 10 ຄອບຄົວປູກຕົ້ນໝາກພ້າວ. ພິເສດ, ຜະລິດຕະພັນ Sokfarm ໄດ້ເລີ່ມແຊກຊຶມເຂົ້າຕະຫຼາດຕ່າງປະເທດ. ເອື້ອຍ ແທັກທິຈາທີ, ໃຫ້ຮູ້ວ່າ.

        “ປະຈຸບັນ, ຜະລິດຕະພັນໄດ້ຮັບຄວາມຊົມຊອບທີ່ສຸດ. ຍ້ອນນ້ຳຕານໝາກພ້າວບໍ່ພຽງແຕ່ແຊບເທົ່ານັ້ນ, ຫາກມັນຍັງດີຕໍ່ສຸຂະພາບອີກດ້ວຍ. ແຜນການຂອງຂ້າພະເຈົ້າໃນໄລຍະຈະມາເຖິງແມ່ນຈະຖ່າຍຖອດເຕັກໂນໂລຊີເອົານ້ຳຕານໝາກພ້າວໃຫ້ແກ່ບາງເຂດເຮືອນສວນ, ເພື່ອໃຫ້ພໍ່ແມ່ປະຊາຊົນຂຸດຄົ້ນດ້ວຍຕົນເອງ ສະໜອງໃຫ້ບໍລິສັດ, ພໍ່ແມ່ປະຊາຊົນຈະມີລາຍຮັບໄດ້ຫຼາຍກວ່າ ແລະ ບໍ່ລິສັດກໍ່ເກັບນ້ຳຕານໝາກພ້າວໄດ້ຫຼາຍກວ່າ”.

        ຮູບແບບດຳເນີນທຸລະກິດຈາກຜະລິດຕະພັນກະເສດອື່ນທີ່ໜ້າສົນໃຈຢູ່ແຂວງ ຈ່າວິງ ແມ່ນໂຄງການ “ແປ້ງບອນປ່າກະເສດເພື່ອສຸຂະພາບ - Klen Fram”. ໂຄງການໂດຍ ເຊີນທ໊າຍງວານ, ນັກສຶກສາຂະແໜງກົດໝາຍປີສຸດທ້າຍ, ບ້ານເກີດຢູ່ຕາແສງ ແທງເຊີນ, ເມືອງຈ່າກູ໊, ເປັນຫົວໜ້າກຸ່ມ. ໂຄງການໄດ້ຮັບການກໍ່ສ້າງຂຶ້ນໂດຍອີງໃສ່ຄວາມເຂົ້າອົກເຂົ້າໃຈຄວາມລຳບາກຂອງຊາວກະສິກອນ, ຈາກນັ້ນສ້າງຕັ້ງມາດຕະການແກ້ໄຂເພື່ອຍົກສູງມູນຄ່າຂອງຕົ້ນບອນປ່າ. ມີຫຼາຍຜະລິດຕະພັນທີ່ແຕກຕ່າງກັນມີຕົ້ນກຳເນີດຈາກທຳມະຊາດ ແລະ ຮັບປະກັນຄວາມປອດໄພດ້ານອະນາໄມສະບຽງອາຫານ. ຄາດວ່າ, ໂຄງການກໍ່ເລີ່ມເຄື່ອນໄຫວໃນໄຕມາດທີ 3 ປີ 2021. ອ້າຍ ທ໊າຍເຊີນງວານ, ຫົວໜ້າກຸ່ມປະຕິບັດໂຄງການໃຫ້ຮູ້ວ່າ.

        “ປະຈຸບັນ, ນ້ອງພວມຄົ້ນຄວ້າວິທີເພື່ອນຳຜະລິດຕະພັນຈຳໜ່າຍຢູ່ຕະຫຼາດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ຢູ່ບັນດານະຄອນໃຫຍ່ຄື: ໂຮ່ຈີມິນ, ດ່ານັ້ງ, ຮ່າໂນ້ຍ ແລະ ເກີນເທີ. ທີ 2 ແມ່ນ, ນ້ອງພວມຄົ້ນຄວ້າຄວາມຕ້ອງການ ແລະ ຕະຫຼາດ ກຳປູເຈຍ, ຍີ່ປຸ່ນ ແລະ ຈີນ ເພື່ອໃຫ້ມີຜະລິດຕະພັນທີ່ເໝາະສົມ”.

        ຂະບວນການຊາວໜຸ່ມເລີ່ມຕົ້ນທຸລະກິດຢູ່ແຂວງ ຈ່າວິງ ພວມເສີມຂະຫຍາຍປະສິດທິຜົນ. ມີຫຼາຍຮູບແບບພວມກາຍເປັນແຫຼ່ງບັນດານໃຈໃຫ້ແກ່ເພື່ອນໜຸ່ມຢາກເລີ່ມທຸລະກິດ, ໂດຍສະເພາະແມ່ນຊາວໜຸ່ມເຂດຊົນນະບົດ, ຊາວໜຸ່ມເຂດຊົນເຜົ່າສ່ວນໜ້ອຍ. ທິດທາງດັ່ງກ່າວບໍ່ພຽງແຕ່ເປັນການຊ່ວຍໃຫ້ຊາວໜຸ່ມປ່ຽນແປງການດຳລົງຊີວິດຂອງຕົນເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ