ຊຸກຍູ້ລະບົບຜະລິດຄົບວົງຈອນ: ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA

(VOVWORLD) -ສັນຍານີ້ພວມສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ການສົ່ງອອກຂອງຫວຽດນາມ, ຊ່ວຍຫັນຕະຫຼາດ ແລະ ປະເພດສິນຄ້າເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນຂະແໜງສິນຄ້າມີທ່າແຮງຂອງຫວຽດນາມ ຄືເຄື່ອງຕ່ຳແຜ່ນຕັດຫຍິບ.
ຊຸກຍູ້ລະບົບຜະລິດຄົບວົງຈອນ: ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA - ảnh 1 (ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA)

ມາຮອດຈຸດເວລານີ້ກໍ່ໄດ້ເປັນໄລຍະກວ່າ 1 ເດືອນແລ້ວທີ່ສັນຍາການຄ້າເສລີຫວຽດນາມ ແລະ ສະຫະພາບເອີລົບ - ອີຢູ (EVFTA) ມີຜົນສັກສິດ. ສັນຍານີ້ພວມສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ການສົ່ງອອກຂອງຫວຽດນາມ, ຊ່ວຍຫັນຕະຫຼາດ ແລະ ປະເພດສິນຄ້າເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນຂະແໜງສິນຄ້າມີທ່າແຮງຂອງຫວຽດນາມ ຄືເຄື່ອງຕ່ຳແຜ່ນຕັດຫຍິບ. ເພື່ອໄດ້ຊົມໃຊ້ບັນດາບຸລິມະສິດຈາກສັນຍານີ້, ຂະແໜງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ໄດ້ ແລະ ພວມມານະພະຍາຍາມສ້າງໃຫ້ສົມບູນ, ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນສິ່ງທ້າທາຍໃຫຍ່ກວ່າໝູ່ແມ່ນຂໍ້ກຳນົດກ່ຽວກັບຕົ້ນກຳເນີດ.

        ສຳລັບສັນຍາ EVFTA, 100% ບັນດາປະເພດສິນຄ້າເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ຈະໄດ້ຫຼຸດອັດຕາພາສີນຳເຂົ້າລົງເປັນ 0% ພາຍຫຼັງໄລຍະຫຼາຍສຸດ 7 ປີ ນັບແຕ່ເມື່ອສັນຍາມີຜົນສັກສິດ. ອີຢູ ຈະລົບລ້າງພາສີອາກອນສຳລັບສິນຄ້າລວມມູນຄ່າກວ່າ 77% ວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ພາຍຫຼັງເວລາ 5 ປີ ແລະ 22,7% ວົງເງິນສົ່ງອອກທີ່ຍັງເຫຼືອຈະໄດ້ລົບລ້າງພາຍຫຼັງ 7 ປີ. ສັນຍາ EVFTA ມີຄວາມໝາຍສຳຄັນໃນການຊຸກຍູ້ການສົ່ງອອກໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບ, ພິເສດແມ່ນໃນສະພາບທີ່ຂະແໜງຕ່ຳແຜ່ນຕັດຫຍິບພວມຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ພ້ອມກັບຜົນປະໂຫຍດກ່ຽວກັບການລົບລ້າງພາສີອາກອນ, EVFTA ດ້ວຍຂໍ້ກຳກົດກ່ຽວກັບຕົ້ນກຳເນີດທີ່ຕ້ອງການນັບແຕ່ “ແຜ່ນແພ” ພ້ອມກັບຄວາມຕ້ອງການ “ຈາກເສັ້ນຝ້າຍຂຶ້ນໄປ” ຂອງສັນຍາຄູຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະຊຸກຍູ້ການສ້າງລະບົບຜະລິດຄົບວົງຈອນ, ຍົກສູງມູນຄ່າເພີ່ມໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ເລື່ອງປະຕິບັດສັນຍາ EVFTA ກໍຄືບັນດາສັນຍາການຄ້າເສລີໃໝ່ອື່ນກໍ່ໄດ້ວາງອອກບັນດາສິ່ງທ້າທາຍໃຫ້ແກ່ຫວຽດນາມ.

ຊຸກຍູ້ລະບົບຜະລິດຄົບວົງຈອນ: ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ຍາດແຍ່ງກາລະໂອກາດຈາກສັນຍາ EVFTA - ảnh 2 ທ່ານ ເທິນດຶກວຽດ, ຜູ້ອຳນວຍການໃຫຍ່ບໍລິສັດຕ່ຳແຜ່ນຕັດຫຍິບເລກ 10

(ພາບ: baodautu.vn)

ທ່ານ ເທິນດຶກວຽດ, ຜູ້ອຳນວຍການໃຫຍ່ບໍລິສັດຕ່ຳແຜ່ນຕັດຫຍິບເລກ 10 ໃຫ້ຮູ້ວ່າ: ບໍລິສັດຕ່ຳແຜ່ນຕັດຫຍິບເລກ 10 ໄດ້ຄິດໄລ່ເຖິງແຜນຍຸດທະສາດພັດທະນາແຫຼ່ງວັດຖຸດິບຢູ່ພາຍໃນປະເທດ, ຊ່ວຍໃຫ້ວິສາຫະກິດໄດ້ຮັບຜົນປະໂຫຍາດຢ່າງສຸດຂີດຈາກ EVFTA ພ້ອມກັບບັນດາສັນຍາການຄ້າເສລີໃໝ່ອື່ນໆຕື່ມອີກ. ທ່ານ ເທິນດຶກວຽດ ໃຫ້ຮູ້ວ່າ.

        “ສຳລັບບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບເລກ 10 ຂອງພວກຂ້າພະເຈົ້າແລ້ວ, ໃນບັນດາປະເພດສິນຄ້າຂອງບໍລິສັດ ທີ່ພວມສົ່ງອອກໄປຍັງເອີລົບ ນັ້ນ, ມີບາງປະເພດໄດ້ຮັບບຸລິມະສິດດ້ວຍອັດຕາພາສີແມ່ນ 0% ໂດຍທັນທີ. ພວກຂ້າພະເຈົ້າສາມາດນຳໃຊ້ລະບົບການສະໜອງເຄື່ອງຕ່ຳແຜ່ນຕັດຫຍິບເພື່ອສາມາດຕອບສະໜອງໄດ້ຕາມມາດຕະຖານຕົ້ນກຳເນີດຈາກແຜ່ນແພ, ແຕ່ມີບາງຜະລິດຕະພັນພວກຂ້າພະເຈົ້າຍັງບໍ່ສາມາດຊື້ໄດ້ຢູ່ພາຍໃນປະເທດ, ຍ້ອນວິສາຫະກິດບາງແຫ່ງ ຍັງບໍ່ທັນເພີ່ມສະມັດຕະພາບ ກໍຄືຍັງບໍ່ທັນຜະລິດແຜ່ນແພຊະນິດທີ່ພວກເຮົາຕ້ອງການ. ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າຕີລາຄາວ່າ ນີ້ແມ່ນບັນດາຄວາມຫຍຸ້ງຍາກໃນໄລຍະສັ້ນໆເທົ່ານັ້ນ, ສັນຍາ EVFTA ຈະນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງ”.

        ເມື່ອທຽບໃສ່ບັນດາສັນຍາການຄ້າເສລີເຊິ່ງຫວຽດນາມ ພວມເຂົ້າຮ່ວມ, ຂໍ້ກຳນົດກ່ຽວກັບຕົ້ນກຳເນີດໃນ EVFTA ມີຈຸດໃໝ່ຫຼາຍຢ່າງ ແລະ ສັບສົນກວ່າ, ນັບທັງການສະແດງມາດຕະຖານ ແລະ ບັນດາຂໍ້ກຳນົດຄັດຕິດພ້ອມ. ລະອຽດແມ່ນ, ສຳລັບຂະແໜງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ແລ້ວ, ເພື່ອຊົມໃຊ້ຮັບບຸລິມະສິດດ້ານພາສີນຳເຂົ້າສົ່ງອອກຕາມສັນຍາ EVFTA ນັ້ນ ຄວາມຕ້ອງການດ້ານແຜ່ນແພຕ້ອງໄດ້ຕ່ຳຢູ່ຫວຽດນາມ ຫຼື ອີຢູ ແລະ ຕັດຫຍິບຢູ່ຫວຽດນາມ. ນອກນັ້ນ, ໃນ EVFTA, ຫຼັກການບວກສົມທີ່ອະນຸຍາດໃຫ້ວິສາຫະກິດຫວຽດນາມ ນຳໃຊ້ແຜ່ນແພຂອງສ.ເກົາຫຼີ ຫຼື ປະເທດທີ 3 ເຊິ່ງ 2 ຝ່າຍພ້ອມກັນລົງນາມໃນສັນຍາການຄ້າເສລີຄືຍີ່ປຸ່ນ. ທ່ານ ເລຕ໊ຽນເຈື່ອງ, ປະທານສະພາບໍລິຫານກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ, ຖືວ່າ.

        “ຖ້າຫາກພວກເຮົາບັນລຸໄດ້ຂໍ້ຕົກລົງກ່ຽວກັບຂໍ້ກຳນົດກ່ຽວກັບຕົ້ນກຳເນີດລະຫວ່າງຫວຽດນາມ ກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ ໂດຍໄວ, ເພື່ອຮັບປະກັນການບວກສົມທີ່ໄດ້ຊົມໃຊ້ຈາກ EVFTA ນັ້ນ, ນອກຈາກເປັນເຈົ້າຂອງວັດຖຸດິບຢູ່ພາຍໃນປະເທດ 20% ແລ້ວ, ປະຈຸບັນຍັງມີວັດຖຸດິບຈາກສ.ເກົາຫຼີ ແລະ ຍີ່ປຸ່ນ 25% ຕື່ມອີກ, ບວກສົມເຂົ້າກັນແລ້ວພວກເຮົາມີ 45% ເພື່ອຕອບສະໜອງຄວາມຕ້ອງການ. ເລື່ອງຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ສຳລັບສ.ເກົາຫຼີ ຫຼັງຈາກນັ້ນແມ່ນຍີ່ປຸ່ນ ແລະ ແຈ້ງໃຫ້ອີຢູ ຊາບຢ່າງເປັນທາງການວ່າ ພວກເຮົາມີສິດນຳໃຊ້ແມ່ນມີຄວາມສຳຄັນຍິ່ງ. ຖ້າຫາກໝູນໃຊ້ໄດ້ຄືແນວນັ້ນ, ຂ້າພະເຈົ້າກໍ່ຈະມຸ່ງໄປເຖິງບັນດາປະເພດສິນຄ້າທີ່ສາມາດຫຼຸດອັດຕາພາສີລົງ 0% ໃນທັນທີ”.

        ບັນດາວິສາຫະກິດຫວຽດນາມ ພວມຕັ້ງຄວາມຫວັງວ່າ ສັນຍາ EVFTA ຈະນຳມາເຊິ່ງຜົນປະໂຫຍດໃນໄລຍະຍາວ ໃນການເພີ່ມອັດຕາສ່ວນການສົ່ງອອກໄປຍັງຕະຫຼາດເອີລົບ. ພ້ອມກັນນັ້ນ, ສັນຍາຈະຊກຍູ້ການສ້າງລະບົບການຜະລິດຄົບວົງຈອນຈາກແຫຼ່ງວັດຖຸດິບຕະຫຼອດຮອດການຕັດຫຍິບໃຫ້ກາຍເປັນຜະລິດຕະພັນ, ຍົກສູງມູນຄ່າເພີ່ມໃຫ້ແກ່ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ແລະ ຄ່ອຍໆຫຼຸດຜ່ອນການອາໃສການນຳເຂົ້າແຫຼ່ງວັດຖຸດິບຈາກພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ