ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ

(VOVWORLD) -ຈາກແຫຼ່ງທຶນບຸລິມະສິດພິເສດຂອງທະນາຄານນະໂຍບາຍສັງຄົມ ແລະ ແຫຼ່ງທຶນຈາກສູນກາງຄະນະຊາວໜຸ່ມ, ຊາວໜຸ່ມບັນດາເຜົ່າຢູ່ແຂວງ ລາຍເຈົາ ຂອງ ຫວຽດນາມ ໄດ້ກ້າກັ່ນ startup ດ້ວຍການສ້າງຕັ້ງສະຫະກອນ ເພື່ອພັດທະນາເສດຖະກິດ. ດ້ວຍການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນ, ບັນດາສະຫະກອນ ໂດຍຊາວໜຸ່ມເປັນເຈົ້າຂອງ ໄດ້ນຳມາເຊິ່ງປະສິດທິຜົນ ແລະ ສ້າງວຽກເຮັດງານທຳ ກໍຄືລາຍຮັບເປັນປົກກະຕິໃຫ້ແກ່ຊາວທ້ອງຖິ່ນ, ອັນໄດ້ປະກອບສ່ວນເຂົ້າໃນການສ້າງຊົນນະບົດໃໝ່.

ເອື້ອຍ ລໍ່ທິຢຸງໂດຍຮຽນຈົບຈາກໂຮງຮຽນກະສິກຳຊັ້ນກາງ, ຊາວເຜົ່າ ຜູ້ໄທ, ຢູ່ບ້ານ ເຖິມແຟ໊, ຕາແສງ ເມື່ອງກິມ, ເມືອງ ທານອວຽນ, ແຂວງ ລາຍເຈົາ ໄດ້ເຂົ້າຮ່ວມການເຄື່ອນໄຫວຂອງຄະນະຊາວໜຸ່ມ ຢູ່ທ້ອງຖິ່ນ. ໂດຍເຫັນໄດ້ທ່າແຮງຂອງອ່າງເກັບນ້ຳຂອງເຂື່ອນໃນບໍລິເວນທ້ອງຖິ່ນ, ເອື້ອຍ ຢຸງ ໄດ້ຂົນຂວາຍຊາວໜຸ່ມໃນບ້ານປະກອບທຶນ ແລະ ກູ້ຢືມທຶນເພີ່ມເຕີມຈາກສູນກາງຄະນະຊາວໜຸ່ມ ເພື່ອພັດທະນາຮູບແບບລ້ຽງປາກະຊັງ.

ຊາວໜຸ່ມ ລາຍເຈົາ start up  ຈາກ​ຮູບ​ແບບ​ສະ​ຫະ​ກອນ - ảnh 1ຊາວໜຸ່ມ ເມື່ອ ທານອວຽນ ນຳໜ້າໃນການລ້ຽງປາກະຊັງຢູ່ອ່າງເກັບນ້ຳ 
 ໂດຍແມ່ນປະທານສະຫະກອນ ເຖິມແຟ໊, ເອື້ອຍ ລໍ່ທິຢຸງ ແບ່ງປັນວ່າ ຄວາມຫຍຸ້ງຍາກທີ່ສຸດໃນຕອນທຳອິດ ແມ່ນບັນຫາທຶນຮອນ ເພື່ອລົງທຶນທຳການຜະລິດ, ຫຼັງຈາກນັ້ນ ມີຊາວໜຸ່ມຫຼາຍຄົນໃນບ້ານ ບໍ່ເຊື່ອວ່າ ຈະສາມາດນຳໃຊ້ໜ້ານ້ຳໃນອ່າງເກັບນ້ຳຂອງເຂື່ອນເພື່ອລ້ຽງປາໄດ້. ພາຍຫຼັງລ້ຽງປາມາໄດ້ໜຶ່ງປີ, ກະຊັງປາທຳອິດ ກໍບັນລຸປະສິດທິຜົນ, ນັບແຕ່ນັ້ນມາ ການປຸກລະດົມຂົນຂວາຍຊາວໜຸ່ມ ຈຶ່ງງ່າຍຂຶ້ນ. ມາຮອດປັດຈຸບັນ, ສະຫະກອນກໍຂົນຂວາຍຊາວໜຸ່ມເຂົ້າຮ່ວມໄດ້ຫຼາຍກວ່າ 20 ຄົນ, ດ້ວຍການລ້ຽງປາກົດ, ປາໂຄດ ແລະ ປາໄນ ລວມທັງໝົດ 12 ກະຊັງ.

“ສະຫະກອນພວກຂ້າພະເຈົ້າ ໄດ້ຮັບການໜູນຊ່ວຍກູ້ຢືມທຶນຈາກສູນກາງຊາວໜຸ່ມ ແລະ ສ້ອມແປງເຮືອນ, ກະຊັງຄືນໃໝ່ເພື່ອຮັບໃຊ້ໃຫ້ແກ່ການລ້ຽງສິນໃນນ້ຳຂອງສະຫະກອນ. ສະຫະກອນພວກຂ້າພະເຈົ້າ ກໍປາດຖະໜາວ່າ ໃນຊຸມປີຈະມາເຖິງນີ້ ຈະໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ ສ້າງເງື່ອນໄຂໃຫ້ສະຫະກອນໄດ້ສຳຜັດກັບການກູ້ຢຶມແຫຼ່ງທຶນບຸລິມະສິດຕື່ມອີກ ເພື່ອຂະຫຍາຍຂອບຂະໜາດ. ສ້າງວຽກເຮັດງານທຳໃຫ້ແກ່ບັນດານັກສຶກສາທີ່ຫາກໍຮຽນຈົບແຕ່ຍັງວ່າງງານ ແລະ ສະຫະກອນໄດ້ພັດທະນາກວ່າອີກ.”

    ຕາແສງ ຮົວນ່າ, ເມືອງ ທານອວຽນ, ແຂວງ ລາຍເຈົາ ແມ່ນທ້ອງຖິ່ນທີ່ມີທ່າໄດ້ປຽບດ້ານທີ່ດິນ ເປັນເງື່ອນໄຂທີ່ເໝາະສົມກັບການປູກຝັງ ແລະ ລ້ຽງສັດ. ຈາກຮູບແບບປູກສີດາໃນເບື້ອງຕົ້ນ, ມາຮອດປັດຈຸບັນ ຊາວໜຸ່ມພາຍໃນຕາແສງໄດ້ສ້າງຕັ້ງກວ່າ 20 ຮູບແບບພັດທະນາເສດຖະກິດ ເປັນຕົ້ນແມ່ນ ລ້ຽງປາ, ປູກສີດາ, ປູກໝາກສະຕໍເບີຣີ, ປູກຕົ້ນຢາສະໝູນໄພ ແລະ ລ້ຽງງົວຄວາຍເອົາພັນ…  ສະຫະກອນ ຮົວນ່າ ກໍແມ່ນຮູບແບບເສດຖະກິດລວມໝູ່ທີ່ເປັນແບບຢ່າງຂອງແຂວງ ລາຍເຈົາ, ດ້ວຍຜະລິດຕະພັນ OCOP ທີ່ເປັນເອກະລັກ ແມ່ນ “ໝາກສີດາ ຮົວນາ”. ອ້າຍ ໂດະວັນຕວ໊ນ, ເລຂາຄະນະຊາວໜຸ່ມຕາແສງ ຮົວນ່າ, ເມືອງ ທານອວຽນ, ແບ່ງປັນວ່າ:

“ທາງສະຫະກອນກຳລັງຄຸ້ມຄອງເນື້ອທີ່ປູກສີດາ 6 ເຮັກຕາ, ເນື້ອທີ່ປູກສະຕໍເບີຣີ ປະມານ 5.000 ຕາແມັດ ແລະ ເນື້ອທີ່ປູກຕົ້ນຢາສະໝູນໄພ 5.000 ຕາແມັດ. ການເຄື່ອນໄຫວຂອງສະຫະກອນໃນໄລຍະຜ່ານມາ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນແຕ່ 20 ຫາ 25 ຄົນ, ພິເສດແມ່ນບັນດາເພື່ອນໜຸ່ມ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມຕາແສງ ກໍມີການກຳນົດທິດທາງຫຼາຍຢ່າງໃຫ້ແກ່ຊາວໜຸ່ມ, ຕົວຢ່າງຄື ມຸ່ງໄປເຖິງການພັດທະນາການທ່ອງທ່ຽວ ຊີວະພາບ ເພື່ອແນໃສ່ສ້າງສົ້ນອອກ ກໍຄືສ້າງເຄື່ອງໝາຍການຄ້າຂອງຜະລິດຕະພັນ”.

ຊາວໜຸ່ມ ລາຍເຈົາ start up  ຈາກ​ຮູບ​ແບບ​ສະ​ຫະ​ກອນ - ảnh 2“ໝາກສີດາ ຮົວນາ” - ຜະລິດຕະພັນ OCOP ຂອງແຂວງ ລາຍເຈົາ

ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະທ້ອງຖິ່ນໄດ້ຢ່າງສຸດຂີດ, ອຳນາດການປົກຄອງບັນດາຕາແສງໃນບໍລິເວນເມືອງ ທານອວຽນ, ແຂວງ ລາຍເຈົາ ໄດ້ກຳນົດທິດໃຫ້ຊາວໜຸ່ມ start up ພັດທະນາເສດຖະກິດ, ຕິດພັນກັບການສ້າງຊົນນະບົດໃໝ່. ເມື່ອຊາວໜຸ່ມສ້າງອາຊີບ, ອຳນາດການປົກຄອງລ້ວນແຕ່ເອື້ອອຳນວຍຄວາມສະດວກຢ່າງສຸດຂີດ ນັບທັງເລື່ອງທີ່ດິນ ແລະ ຊ່ວຍເຫຼືອໃຫ້ກູ້ຢືມທຶນ. ຈາກເນື້ອທີ່ດິນເປົ່າຫວ່າງ, ພູຫົວໂລ້ນ ແລະ  ອ່າງເກັບນ້ຳຂອງເຂື່ອນທີ່ກວ້າງໃຫຍ່, ພ້ອມກັບການປະດິດຄິດສ້າງຂອງໄວໜຸ່ມ ກໍໄດ້ສ້າງຮູບແບບເສດຖະກິດນັບຮ້ອຍຮູບແບບທີ່ມີສິດທິຜົນ.  

  ອ້າຍ ໂດະແມ້ງຮວັນ, ຮອງເລຂາຄະນະຊາວໜຸ່ມ ເມືອງ ທານອວຽນ ໃຫ້ຮູ້ວ່າ: ຊາວໜຸ່ມສ້າງອາຊີບ ເຖິງວ່າມີປະສົບການໜ້ອຍ ແຕ່ມີຄວາມຈູບຈ້າວຫ້າວຫັນທີ່ສຸດ. ເຂົາເຈົ້າດຸໝັ່ນຮ່ຳຮຽນ ແລະ ກຽມພ້ອມທີ່ຈະລຸກຂຶ້ນເມືຶ່ອປະລາໄຊ ເພື່ອບັນລຸໄດ້ຜົນສຳເລັດ. ມາຮອດປັດຈຸບັນ, ຄະນະຊາວໜຸ່ມເມືອງ ທານອວຽນ ສ້າງຕັ້ງໄດ້ 7 ສະຫະກອນ, ອັນໄດ້ນຳມາເຊິ່ງວຽກເຮັດງານທຳໃຫ້ແກ່ແຮງງານຊາວເຜົ່າສ່ວນໜ້ອຍໃນທ້ອງຖິ່ນນັບຮ້ອຍຄົນ ແລະ ມີລາຍຮັບເປັນປົກກະຕິແຕ່ 5 ຫາ 10 ລ້ານດົ່ງ ຕໍ່ເດືອນຕໍ່ຄົນ.

“ໃນບັນດາການເຄື່ອນໄຫວຝຶກອົບຮົມກ່ຽວກັບການ start up ແລະ ການກໍ່ສ້າງອາຊີບຂັ້ນສູນກາງ ຫຼື ຂັ້ນແຂວງ, ພວກຂ້າພະເຈົ້າລ້ວນແຕ່ເລືອກເອົາສະມາຊິກຊາວໜຸ່ມ, ຊາວໜຸ່ມ ເຂົ້າຮ່ວມ ເພື່ອຍົກສູງກຳລັງຄວາມສາມາດກ່ຽວກັບການ start up ແລະ ການສ້າງອາຊີບ. ແຕ່ລະປີ, ຄະນະຊາວໜຸ່ມເມືອງ ລ້ວນແຕ່ຈັດຕັ້ງການໂອ້ລົມສົນທະນາທີ່ກ່ຽວຂອ້ງເຖິງການ start up ແລ້ວຂົນຂວາຍສະມາຊິກຊາວໜຸ່ມ, ຊາວໜຸ່ມຂອງບັນດາຕາແສງເຂົ້າຮ່ວມ. ບັນດາຮູບແບບພັດທະນາສ່ວນຫຼາຍແມ່ນສຸມໃສ່ຂະແໜງກະສິກຳ. ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມເມືອງ ຈະສືບຕໍ່ຮ່ວມເດີນທາງ ພ້ອມກັບຊາວໜຸ່ມໃນການ start up ແລະ ສ້າງອາຊີບ ມຸ່ງໄປເຖິງການຈົດທະບຽນບັນດາຜະລິດຕະພັນ OCOP”.

ບັນດາຮູບແບບພັດທະນາເສດຖະກິດພາຍໃຕ້ຮູບການຮ່ວມສຳພັນບັນດາສະມາຊິກສະຫະກອນທີ່ເປັນຊາວໜຸ່ມ ຢູ່ເມືອງ ທານອວຽນ ໄດ້ນຳມາເຊິ່ງປະສິດທິຜົນທີ່ແທດຈິງ, ດ້ວຍບັນດາຜະລິດຕະພັນ OCOP ຖືເຄື່ອງໝາຍການຄ້າ “ສະຫະກອນຊາວໜຸ່ມ”. ບັນດາຜະລິດຕະພັນທີ່ໄດ້ຜະລິດອອກນັ້ນ ລ້ວນແຕ່ຮັບປະກັນຄຸນນະພາບ ແລະ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານໃຫ້ແກ່ຜູ້ບໍລິໂພກ ແລະ ໄດ້ວາງຂາຍນັບມື້ນັບຫຼາຍຢູ່ຕະຫຼາດພາຍໃນ ແລະ ຕ່າງແຂວງ. ເຖິງຢ່າງໃດກໍຕາມ, ເພື່ອໃຫ້ບັນດາຮູບແບບເສດຖະກິດ ໂດຍຊາວໜຸ່ມເປັນເຈົ້າຂອງ ສາມາດພັດທະນາໄປໄກກວ່ານັ້ນ ກໍຕ້ອງໄດ້ຮັບບຸລິມະສິດດ້ານທຶນຮອນ ແລະ ລະບົບຮ່ວມສຳພັນ ລະຫວ່າງການຜະລິດ ແລະ ການຈຳໜ່າຍຜະລິດຕະພັນອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ