ຊາວໜຸ່ມອາສາສະໝັກຢູ່ແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ກຳລັງຊາວໜຸ່ມອາສາສະໝັກຍັງໄດ້ເຂົ້າຮ່ວມການໜູນຊ່ວຍຢູ່ບັນດາເຂດແຍກຕົວລວມໝູ່ ຫຼື ພ້ອມແລ້ວຈະບໍລິຈາກ, ຂົນສົ່ງອາຫານ, ເຄື່ອງໃຊ້ ແລະ ວັດຖຸອຸປະກອນການແພດໃຫ້ແກ່ປະຊາຊົນ.
ຊາວໜຸ່ມອາສາສະໝັກຢູ່ແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ນັກສຶກສາອາສາສະໝັກຕື່ນນອນກະກຽມໃຫ້ແກ່ວັນເຮັດວຽກໃໝ່)

ໃນຊຸມມື້ຜ່ານມາ, ເມື່ອໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນໃນທົ່ວປະເທດ, ພິເສດແມ່ນຢູ່ແຂວງ ບັກນິງ ແລະ ບັກຢາງ ນັ້ນ, ມີນັກສຶກສາຂະແໜງແພດສາດຮ່າໂນ້ຍ ຫຼາຍຄົນ ໄດ້ສະໝັກໃຈເດີນທາງໄປເຖິງເຂດເກີດໂລກລະບາດ. ກຳລັງຊາວໜຸ່ມອາສາສະໝັກຍັງໄດ້ເຂົ້າຮ່ວມການໜູນຊ່ວຍຢູ່ບັນດາເຂດແຍກຕົວລວມໝູ່ ຫຼື ພ້ອມແລ້ວຈະບໍລິຈາກ, ຂົນສົ່ງອາຫານ, ເຄື່ອງໃຊ້ ແລະ ວັດຖຸອຸປະກອນການແພດໃຫ້ແກ່ປະຊາຊົນ.

        6 ໂມງເຊົ້າໃນແຕ່ລະມື້, ບັນດານັກສຶກສາອາສາສະໝັກສັງກັດໂຮງຮຽນແພດສາດຮ່າໂນ້ຍ ພ້ອມກັນຕື່ນນອນກະກຽມໃຫ້ແກ່ວັນເຮັດວຽກໃໝ່, ໜູນຊ່ວຍບັນດາແພດໝໍຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ເມືອງ ອຽນຟອງ, ແຂວງ ບັກນິງ.

        ປ່ຽນຊຸດປ້ອງກັນເຊື້ອພະຍາດຕາມຂໍ້ກຳນົດ, ນາງ ເລມາຍບາວເຈົາ, ນັກສຶກສາປີທີ 4, ຂະແໜງທ່ານໝໍແພດສາດປ້ອງກັນ, ມະຫາວິທະຍາໄລແພດສາດຮ່າໂນ້ຍ, ໄດ້ຮັບໜ້າທີ່ສັກວັກຊິນໃຫ້ແກ່ປະຊາຊົນຢູ່ເມືອງ ອຽນຟອງ. ກວ່າ 2 ອາທິດທີ່ເຂົ້າຮ່ວມການໜູນຊ່ວຍບັນດາແພດໝໍ, ບາວເຈົາ ມີຄວາມເຂົ້າໃຈກ່ຽວກັບຄວາມລຳບາກ, ການເສຍສະຫຼະຂອງບັນດາກຳລັງແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ. ໃນທາ່ມກາງອາກາດຮ້ອນເອົ້າທີ່ສຸດນັ້ນ, ນຸ່ງຊຸດປ້ອງກັນເຊື້ອພະຍາດແມ່ນສິ່ງທົດສອບບໍ່ແມ່ນນ້ອຍສຳລັບ ບາວເຈົາ.

        “ອາກາດແມ່ນຮ້ອນເອົ້າທີ່ສຸດຄືແນວນີ້, ນຸ່ງຊຸດປ້ອງກັນເຊື້ອພະຍາດ ເຫື່ອອອກເຕັມຢູ່ໃນ ຮ້ອນ ແລະ ອຶດອັດທີ່ສຸດ, ແຕ່ລະຜຽນນ້ອງໄດ້ສັກວັກຊິນໃນເວລາປະມານ 3-4 ຊົ່ວໂມງ ຢູ່ກາງແຈ້ງ. ແຕ່ເພື່ອຮັບປະກັນ ຈຳກັດການສຳຜັດ ຫຼີກລ້ຽງການຕິດແປດ ແລະ ບໍ່ປ່ຽນຊຸດປ້ອງກັນເຊື້ອພະຍາດ ສະນັ້ນ, ແຕ່ລະຜຽນເຖິງວ່າແມ່ນຕອນເຊົ້າ ຫຼື ຕອນແລງກໍຕາມ, ນ້ອງກໍ່ບໍ່ກ້າກິນນ້ຳ".

ວຽກງານປະຈຳວັນຂອງບັນດານັກອາສາສະໝັກແມ່ນໜູນຊ່ວຍການກວດຫາເຊື້ອ, ເອົາຕົວຢ່າງວິໄຈ ແລະ ສັກວັກສິນໃຫ້ແກ່ປະຊາຊົນ. ເຖິງວ່າຫຍຸ້ງຍາກຄືແນວນັ້ນ, ແຕ່ຈິດໃຈຂອງບັນດານັກສຶກສາອາສາສະໝັກບໍ່ຄ່ອຍຫຼຸດລົງເທື່ອ. ນາງ ຫງວຽນທິຮ່ວຽນຈາງ, ຢູ່ ຕວຽນກວາງ, ແບ່ງປັນວ່າ:

        “ໂດຍມີສະຕິວ່າ ຕົນເອງພວມເຮັດວຽກສະນັ້ນຕ້ອງອົດທົນ ແລະ ຍອມຮັບຕໍ່ຄວາມຮ້ອນ, ໃສ່ຜ້າອັດປາກ-ອັດດັງເພື່ອຮັກສາຄວາມປອດໄພໃຫ້ແກ່ຕົນເອງ ແລະ ຄວາມປອດໄພໃຫ້ແກ່ບັນດາຜູ້ເຂົ້າຮ່ວມການເຄື່ອນໄຫວນີ້ອີກ. ຫຼາຍເທື່ອນ້ອງໄດ້ປອບໃຈຕົນເອງວ່າ ໝົດຜຽນແລ້ວນ້ອງຈະໄດ້ພັກຜ່ອນ, ໄດ້ຕໍ່ກຳລັງແຮງ ສະນັ້ນນ້ອງໄດ້ມານະພະຍາຍາມຜ່ານຜ່າ. ນ້ອງກໍ່ກຳນົດແນວຄິດວ່າ ເມື່ອຢູ່ທີ່ນີ້ບໍ່ມີກໍລະນີຕິດໂລກລະບາດອີກ, ພວກນ້ອງອາດຈະໄດ້ກັບເມືອບ້ານ ຫຼື ອາດຈະໄປເຖິງທ້ອງຖິ່ນທີ່ເປັນຈຸດໃຈກາງເກີດໂລກລະບາດອື່ນ ເພື່ອສືບຕໍ່ໜູນຊ່ວຍທຸກຄົນ”.

ຊາວໜຸ່ມອາສາສະໝັກຢູ່ແນວໜ້າປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 2(ຊາວໜຸ່ມອາສາສະໝັກຢູ່ນະຄອນຫຼວງ ຮ່າໂນ້ຍມອບຂອງຂວັນໃຫ້ເຂດຖືກແຍກຫ່າງ)

        ບໍ່ພຽງແຕ່ພ້ອມກັບຂະແໜງສາທາສະນະສຸກຮ່ວມແຮງຮ່ວມໃຈໜູນຊ່ວຍແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເທົ່ານັ້ນ, ຊາວໜຸ່ມອາສາສະໝັກຢູ່ນະຄອນຫຼວງ ຮ່າໂນ້ຍ ຍັງເຂົ້າຮ່ວມໜູນຊ່ວຍກຳລັງທີ່ມີໜ້າທີ່ປະຈຳການຢູ່ສະຖານທີ່ເວນຍາມລວມໝູ່. ຫງວຽນຊວັນເຟືອງ, ຢູ່ເມືອງ ຮ່າດົງ ເຂົ້າຮ່ວມການເວນຍາມຢູ່ບ້ານ ຟູກລາ, ແບ່ງປັນວ່າ:

        “ເວລາເວນຍາມໃນແຕ່ລະຜຽນແມ່ນ 6 ຊົ່ວໂມງ, ຕອນເຊົ້າເລີ່ມແຕ່ 6 ໂມງ, ໂຄສະນາໃຫ້ທຸກຄົນ ຮັບປະກັນບັນດາເຂດຈຳກັດບໍລິເວນ, ສະຖານທີ່ສາທາລະນະບໍ່ໄດ້ເຕົ້າໂຮມກັນຫຼາຍຄົນ… ບາງຄັ້ງເມື່ອກຳລັງປະຕິບັດໜ້າທີ່ມີຜູ້ໃດບໍ່ຮັບປະກັນດ້ານສຸຂະພາບ, ພວກນ້ອງພ້ອມແລ້ວທີ່ຈະປ່ຽນແທນ, ໜູນຊ່ວຍ ແລະ ເວນຍາມເພີ່ມເຕີມຢູ່ເຂດນັ້ນ.”

        ກຳລັງຊາວໜຸ່ມກໍ່ພ້ອມແລ້ວທີ່ຈະແຜ່ບໍລິຈາກ, ຂົນຂົ່ງບັນດາເຄື່ອງຂອງທີ່ຈຳເປັນ ແລະ ວັດຖຸອຸປະກອນການແພດເຖິງປະຊາຊົນ. ຫວ່າງມໍ່ໆມານີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສືບຕໍ່ເລີ່ມເຄື່ອນໄຫວລາຍການ “ແບ່ງປັນຄວາມຮັກແພງ, ຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດ”, ຜ່ານນັ້ນໄດ້ຮັບເອົາແຫຼ່ງກຳລັງ, ເຄື່ອງຂອງ, ວັດຖຸອຸປະກອນການແພດລວມມູນຄ່າກວ່າ 4 ຕື້ດົ່ງ ແລະ ໄດ້ມອບໃຫ້ບັນດາແຂວງເປັນຈຸດໃຈກາງຂອງໂລກລະບາດແມ່ນ ບັກນິງ, ບັກຢາງ ແລະ ດ້ຽນບຽນ. ອ້າຍ ງອັກແອັງເຢືອງ, ສະມາຊິກສະໂມສອນລົດກະບະຫວຽດນາມ, ແບ່ງປັນວ່າ:

        “ໃນຈຸດເວລາໂລກລະບາດແຜ່ລະບາດຢ່າງຮ້າຍແຮງນັ້ນ, ທິມງານພວກຂ້າພະເຈົ້າ ໄດ້ເຂົ້າຮ່ວມການຂົນສົ່ງສິນຄ້າເຖິງບັນດາແຂວງ ບັກນິງ ແລະ ບັກຢາງ, ບັນດາໂຮງໝໍ ແລະ ສະຖານທີ່ແຍກຕົວ, ເຂດເກີດໂລກລະບາດເປັນຫຼາຍຖ້ຽວ. ສະໂມສອນໄດ້ຈັດການຂົນສົ່ງຄິດສະເລ່ຍມື້ໜຶ່ງແຕ່ 2 - 3 ຖ້ຽວ.”

        ໃນຊຸມມື້ໂລກລະບາດໂຄວິດ-19 ມີການຜັນແປທີ່ສັບສົນ, ດ້ວຍຈິດໃຈພ້ອມແລ້ວທີ່ຈະເດີນທາງໄປເຖິງເຂດໃຈກາງເກີດໂລກລະບາດ, ບັນດາຂໍ້ຄວາມຂອງຊາວໜຸ່ມຫຼາຍຄົນຂໍໄດ້ເຂົ້າຮ່ວມການໜູນຊ່ວຍກຳລັງແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ ໄດ້ ແລະ ພວມສືບຕໍ່ສົ່ງເຖິງກະຊວງ, ຄະນະ ແລະ ອຳນາດການປົກຄອງໃນທົ່ວປະເທດ. ສິ່ງດັ່ງກ່າວເປັນການສະແດງໃຫ້ເຫັນຈິດໃຈທີ່ວ່າ “ເຂດໃດຕ້ອງການຊາວໜຸ່ມມີໜ້າ, ເຂດໃດປະສົບກັບຄວາມຫຍຸ້ງຍາກໄວໜຸ່ມກໍ່ມາຫາ”, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ລຳບາກ, ພ້ອມແລ້ວທີ່ຈະພ້ອມກັບທົ່ວປະເທດຜ່ານຜ່າໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ