ຊາວໜຸ່ມອາສາສະໝັກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ

(VOVWORLD) -ຊາວໜຸ່ມ ອາສາສະໝັກຍາມໃດກໍ່ມີໜ້າຢູ່ບັນດາເຂດແຍກຕົວ, ເຂດຈຳກັດບໍລິເວນ, ຢູ່ບັນດາຮ້ານຊັບພະສິນຄ້າໃຫຍ່, ນ້ອຍຕ່າງໆ ແລະ ມີໜ້າຢູ່ທັງບັນດາຖ້ຽວລົດຂົນສົ່ງເຄື່ອງບັນເທົາທຸກຈາກບັນດາແຂວງອື່ນທີ່ສົ່ງມານະຄອນໂຮ່ຈີມີນ.
ຊາວໜຸ່ມອາສາສະໝັກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ - ảnh 1ນັກສຶກສາ, ຄູອາຈານເຂົ້າຮ່ວມໜູນຊ່ວຍການວິໄຈຫາເຊື້ອໂຄວິດ-19
(ພາບ: NVCC)

ນັບແຕ່ເວລາໂລກລະບາດໂຄວິດ-19 ແຜ່ລະບາດຢູ່ນະຄອນ ໂຮ່ຈີມິນ ນັ້ນ, ໂດຍສະເພາະແມ່ນເມື່ອທາງນະຄອນປະຕິບັດຄຳສັ່ງເລກທີ 16 ຂອງລັດຖະບານ ກ່ຽວກັບບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຊາວໜຸ່ມອາສາສະໝັກແມ່ນກຳລັງຂາດບໍ່ໄດ້ໃນການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດ. ຊາວໜຸ່ມ ອາສາສະໝັກຍາມໃດກໍ່ມີໜ້າຢູ່ບັນດາເຂດແຍກຕົວ, ເຂດຈຳກັດບໍລິເວນ, ຢູ່ບັນດາຮ້ານຊັບພະສິນຄ້າໃຫຍ່, ນ້ອຍຕ່າງໆ ແລະ ມີໜ້າຢູ່ທັງບັນດາຖ້ຽວລົດຂົນສົ່ງເຄື່ອງບັນເທົາທຸກຈາກບັນດາແຂວງອື່ນທີ່ສົ່ງມານະຄອນໂຮ່ຈີມີນ.

ໂດຍເສີມຂະຫຍາຍຈິດໃຈ “ບ່ອນໃດຕ້ອງການໄວໜຸ່ມ ໄວໜຸ່ມມີໜ້າ,ບ່ອນໃດປະສົບກັບຄວາມຫຍຸ້ງຍາກໄວໜຸ່ມກໍ່ມີໜ້າ”, ໃນຊຸມມື້ຜ່ານມາ, ພ້ອມກັບນັກສຶກສາຂະແໜງແພດສາດນັບພັນຄົນໃນທົ່ວປະເທດ, ມີນັກສຶກສາ, ຄູອາຈານຂະແໜງຊີວະສາດ, ເຕັກໂນໂລຊີຊີວະຂອງມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ກວ່າ 100 ຄົນ ໄດ້ເຂົ້າຮ່ວມໜູນຊ່ວຍການວິໄຈຫາເຊື້ອໂຄວິດ-19 ຢູ່ສູນວິໄຈຫາເຊື້ອກາງສະໜາມ ຢ່າງດູໝັ່ນຂະຫຍັນພຽນ. ດ້ວຍຄວາມຮູ້ທີ່ໄດ້ຮຽນແລ້ວ, ຖັນແຖວນັກສຶກສາດັ່ງກ່າວໄດ້ປະກອບສ່ວນໃນການໜູນຊ່ວຍ, ຫຼຸດຜ່ອນວຽກງານໃຫ້ແກ່ບັນດາແພດໝໍຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ. ເພື່ອນ ຫງວຽນທິທູອຽນ, ນັກສຶກສາປີທີ 4, ພະແນກວິທະຍາສາດ, ເຕັກໂນໂລຊີຊີວະ, ໃຫ້ຮູ້ວ່າ:

“ພວກນ້ອງໄດ້ຮຽນກ່ຽວກັບເຕັກໂນໂລຊີຊີວະ ສະນັ້ນກໍ່ມີຄວາມຮູ້ກ່ຽວກັບບັນດາການວິໄຈ. ເມື່ອມີແຈ້ງການຮັບສະໝັກຜູ້ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດ, ພ້ອມກັບການສະໜັບສະໜູນຂອງຄອບຄົວ, ນ້ອງໄດ້ຕັດສິນໃຈເຂົ້າຮ່ວມ. ເມື່ອເຮັດວຽກ, ຜູ້ໃດກໍ່ຕັ້ງໃຈ, ຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ. ພວກນ້ອງມີຄວາມປິຕິຊົມຊື່ນຍ້ອນໄດ້ເຂົ້າຮ່ວມ ເຖິງວ່າມີຄວາມວິຕົກກັງວົນໜ້ອຍໜຶ່ງກໍຕາມ”.

ຊາວໜຸ່ມອາສາສະໝັກໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ - ảnh 2ນາງ ຫວຽນທິຮ່າຍີ ແລະ ບັນດາສະມາຊິກໃນກຸ່ມອາສາສະໝັກເຮັດວຽກງານ ກຸສົນ ເຍິດເຕີມ, ຍາມໃດກໍ່ກຽມພ້ອມການເດີນທາງເພື່ອສົ່ງບັນດາຜູ້ຕິດເຊື້ອພະຍາດໂຄວິດ-19
(ພາບ: NVCC)

ໃນຂະນະທີ່ຖັນແຖວແພດໝໍ ແລະ ບັນດານັກສຶກສາຂະແໜງແພດສາດພວມແຂ່ງກັບເວລາເພື່ອຄວບຄຸມໂລກລະບາດນັ້ນ, ຢູ່ຮອບນອກ ຖັນແຖວຊາວໜຸ່ມອາສາສະໝັກໄດ້ມານະພະຍາຍາມຈົນສຸດຄວາມສາມາດເພື່ອໜູນຊ່ວຍໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ. 20 ກວ່າມື້ຜ່ານມາ, ນາງ ຫວຽນທິຮ່າຍີ, ອາຍຸ 25 ປີ, ບ້ານເກີດຢູ່ ບິ່ງເຟືອກ ແລະ ບັນດາສະມາຊິກໃນກຸ່ມອາສາສະໝັກເຮັດວຽກງານ ກຸສົນ ເຍິດເຕີມ, ຢູ່ນະຄອນ ໂຮ່ຈີມີນ, ຍາມໃດກໍ່ກຽມພ້ອມການເດີນທາງເພື່ອສົ່ງບັນດາຜູ້ຕິດເຊື້ອພະຍາດໂຄວິດ-19 (F0) ແລະ ບັນດາເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ (F1) ເຖິງບັນດາເຂດປິ່ນປົວ, ແຍກຕົວ. ເມື່ອໄດ້ຍິນຂ່າວວ່າ ກຸ່ມພວມຕ້ອງການຜູ້ຂົນສົ່ງຜູ້ຕິດເຊື້ອພະຍາດຕື່ມອີກ, ຍີ ໄດ້ຂໍເຂົ້າຮ່ວມໜູນຊ່ວຍ ແລະ ແມ່ນນາງສາວຜູ້ໜຶ່ງດຽວໃນກຸ່ມຜູ້ຂັບລົດຂົນສົ່ງຜູ້ຕິດເຊື້ອພະຍາດ 30 ຄົນ. ແຕ່ລະມື້, ຍີ ແລະ ທຸກຄົນຕ້ອງເລີກວຽກງານ ໃນເວລາ 1 – 2 ໂມງເຊົ້າ.

“ກຳລັງສາທາລະນະສຸກພວມຕ້ອງການມີລົດຂົນສົ່ງເຕີ່ມອີກ, ສ່ວນຂ້າພະເຈົ້າຮູ້ຂັບລົດ ຂ້າພະເຈົ້າໄດ້ຂົນສົ່ງທຸກຄົນໄປແຍກຕົວ. ຖ້າຫາກວ່າ ຜູ້ໃດກໍຢ້ານຈະຕິດເຊື້ອພະຍາດ ແລະ ບໍ່ຮ່ວມແຮງຮ່ວມໃຈນັ້ນ  ກໍບໍ່ຮູ້ວ່າເວລາໃດໂລກລະບາດຈຶ່ງຈະຖືກດັບມອດ”.

ກວ່າ 1 ເດືອນຜ່ານມາ, ເຮືອນຄົວຢູ່ສູນວຽກງານສັງຄົມຊາວໜຸ່ມນະຄອນ ໂຮ່ຈີມິນ ເຄື່ອນໄຫວຢ່າງບໍ່ຢຸດເຊົາ. ແຕ່ລະມື້, ຢູ່ເຮືອນຄົວນີ້ໄດ້ກະກຽມເຂົ້າກິນປະມານ 4.000 ພູດໃຫ້ແກ່ບັນດາກຳລັງປ້ອງກັນ, ຕ້ານໂລກລະບາດຢູ່ບັນດາປ້ອມກວດກາ, ເຂດແຍກຕົວ, ເຂດຈຳກັດບໍລິເວນໃນນະຄອນ. ບັນດານັກອາສາສະໝັກສ່ວນຫຼາຍລ້ວນແຕ່ເຮັດວຽກ, ກິນນອນ ຢູ່ສູນນີ້ເລີຍ ນັບແຕ່ເມື່ອທາງນະຄອນປະຕິບັດຄຳສັ່ງເລກທີ 16 ເພື່ອຮັບປະກັນໃຫ້ວຽກງານໄດ້ຕໍ່ເນື່ອງ, ກໍຄືຮັກສາໃຫ້ເຮືອນຄົວນີ້ມີຄວາມປອດໄພຕໍ່ໂລກລະບາດ. ອ້າຍ ຫວໍກວກບິ່ງ, ຫົວໜ້າຫ້ອງເຊື່ອມຕໍ່ອາສາສະໝັກສູນວຽກງານສັງຄົມຊາວໜຸ່ມນະຄອນ, ໃຫ້ຮູ້ວ່າ ໃນແຕ່ມື້, ມີໄວໜຸ່ມອາສາສະໝັກ ກວ່າ 30 ຄົນຍັງມານະພະຍາຍາມຈົນສຸດຄວາມສາມາດເພື່ອກະກຽມເຂົ້າກິນ ແລ້ວສົ່ງເຖິງຫຼາຍສະຖານທ່ີໃນທົ່ວນະຄອນ.

“ບັນດາພວກເພື່ອນລ້ວນແຕ່ມີຄວາມຕັ້ງໜ້າເຂົ້າຮ່ວມວຽກງານ ປະກອບເຫື່ອແຮງ ພ້ອມກັບນະຄອນເພື່ອປ້ອງກັນ, ຕ້ານໂລກລະບາດ. ຜູ້ໃດກໍ່ປາດຖະໜາວ່າ ນະຄອນຈະຜ່ານຜ່າໂລກລະບາດໂດຍໄວ ແລະ ປະຊາຊົນຈະໄດ້ກັບຄືນສູ່ການດຳລົງຊີວິດເປັນປົກກະຕິ”.

ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງນະຄອນ ໂຮ່ຈີມິນ ຍັງສືບຕໍ່ດຳເນີນໄປ ດ້ວຍການເຂົ້າຮ່ວມຂອງທົ່ວປວງຊົນ, ທົ່ວກອງທັບ, ໃນນັ້ນສະມາຊິກຊາວໜຸ່ມ, ໄວໜຸ່ມແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງ. ບັນດາເຂດອັນຕະລາຍ ຫຼື ເຂດປະສົບກັບຄວາມຫຍຸ້ງຍາກຕ້ອງການການໜູນຊ່ວຍ ລ້ວນແຕ່ມີຊາວໜຸ່ມອາສາສະໝັກ. ດ້ວຍກຳລັງແຮງຂອງໄວໜຸມ, ຈິດໃຈປະຈັນບານ, ຊາວໜຸ່ມອາສາສະໝັກ ພ້ອມກັບບັນດາກຳລັງອື່ນ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຄວບຄຸມໂລກລະບາດ, ນຳການດຳລົງຊີວິດຂອງປະຊາຊົນນະຄອນໂຮ່ຈີມິນ ໃຫ້ກັບຄືນສູ່ປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ