ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ຄວາມປະທັບໃຈວັນຊາດທີ 02 ກັນຍາ

(VOVWORLD) - ໄປຄຽງຄູ່ກັບພາກສະແດງບັນດາບົດເພງປະຕິວັດ, ການເສບດົນຕີປະສານສຽງ “ສິ່ງທີ່ຍືນຍົງຄົງຕົວ 2019” ປີນີ້ ຈະນຳມາເຊິ່ງການທົດລອງໃໝ່ໃຫ້ແກ່ທ່ານຜູ້ຟັງຜູ້ຊົມ ເມື່ອສະແດງບົດເພງທຳນອງ Rock ຢູ່ເທິງເວທີສະແດງ. 

ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ດ້ວຍຫົວຂໍ້ວ່າ “ຫວຽດນາມ ກ້າວຂຶ້ນ” ຈະຖືກຈັດຕັ້ງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນວັນທີ 02 ກັນຍາ ດ້ວຍບັນດາບົດດົນຕີປະສານສຽງທີ່ເຕັມໄປດ້ວຍນ້ຳໃຈຮັກແພງບ້ານເກີດເມືອງນອນ, ປຸກລຸກນ້ຳໃຈຮັກຊາດ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ຈະເລີນເຂັ້ມແຂງ. ນີ້ແມ່ນຂອງຂວັນທີ່ມີຄວາມໝາຍ ເຊິ່ງບັນດາຜູ້ຜະລິດລາຍການສະຫງວນໃຫ້ແກ່ທ່ານຜູ້ຊົມເນື່ອງໃນໂອກາດວັນຊາດທີ 02 ກັນຍາ. ບົດຂຽນຂອງນັກຂ່າວ VOV.

ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ຄວາມປະທັບໃຈວັນຊາດທີ 02 ກັນຍາ - ảnh 1ກອງປະຊຸມຂ່າວແນະນຳ ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019”

ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ໂດຍໜັງສືພິມເອເລັກໂຕນິກ VietNamNet ສົມທົບກັບວົງດົນຕີປະສານສຽງແຫ່ງຊາດ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ. ນີ້ແມ່ນການຈັດຕັ້ງຄັ້ງທີ 10, ລາຍການດົນຕີປະສານສຽງທີ່ມີການປ່ຽນແປງພໍສົມຄວນເມື່ອທຽບໃສ່ຊຸມປີກ່ອນ. ບໍ່ພຽງແຕ່ມີການປ່ຽນແປງຂັ້ນບັນນາທິການບົດເພງ, ຫລຸດຜ່ອນເວລາໃນການສະແດງລົງ, ເພີ່ມເວລາຮ້ອງເພງຂຶ້ນຕື່ມອີກເທົ່ານັ້ນ ລາຍການດັ່ງກ່າວຍັງໃກ້ຊິດຕິດແທດກັບຊີວິດການເປັນຢູ່ ຜ່ານການສະແດງບັນດາບົດເພງທີ່ຍ້ອງຍໍສັນລະເສີນກ່ຽວກັບທະເລໝູ່ເກາະ, ບ້ານເກີດເມືອງນອນອີກດ້ວຍ. ບັນດາບົດເພງທັງເກົ່າ ແລະ ໃໝ່ໄດ້ຮັບການເລືອກເຟັ້ນເພື່ອນຳມາສະແດງຄື: “ບົດເພງຍ້ອງຍໍສັນລະເສີນລຸງ ໂຮ່”, “ຍາມແລງທ້າຍປີຢູ່ແມ່ນ້ຳໂລ”, “ດອກກຸຫລາບຢູ່ຈຸດທີ່ໝັ້ນ”, “ນາງສາວຢູ່ແມ່ນ້ຳລາ”, “ຮ່າໂນ້ຍ - ເຫວ້ - ໄຊງ່ອນ”, “ທະເລແຫ່ງບ້ານເກີດເມືອງນອນ”, “ດິນແດນແຫຼມ ກາເມົາ”, “ຫວຽດນາມ ກ້າວຂຶ້ນ”, “ບົດເພງທະເລ”, “ດິນແດນແຫ່ງ ບານເມ”…

ປີນີ້, ບົດເພງທີ່ເປີດສາກລາຍການຍັງແມ່ນ “ເພງຊາດ” ຂອງນັກປະພັນດົນຕີ ວັນກາວ. ຫລັງຈາກນັ້ນ ແມ່ນການສາຍຄືນບົດຖະແຫຼງປະກາດເອກະລາດຂອງປະທານ ໂຮ່ຈີມິນ . ນອກນັ້ນ, ບັນດາບົດເພງທີ່ແຕ່ງໃຫ້ເຍົາວະຊົນ ແລະ ອະນຸຊົນຂອງນັກປະພັນດົນຕີ ຮ່ວາງເວີນ ກໍ່ຈະໄດ້ສ້າງຂຶ້ນຢ່າງພິຖີພິຖັນ ແລະ ແປກໃໝ່. ໂດຍລະອຽດແມ່ນການສະແດງຮ້ອງເພງຢ່າງຕໍ່ເນື່ອງດ້ວຍບົດເພງ: “ນ້ອງຮັກໂຮງຮຽນຂອງນ້ອງ”, “ນົກຜາກ”, “ລະດູດອກຝາງແດງບານ”, “ລະດູບານໃໝ່”, ພາຍໃຕ້ການບັນຊາການປະສານສຽງຂອງນັກປະພັນດົນຕີ ມິງດ້າວ, ເຊິ່ງວົງດົນຕີປະສານສຽງຫໍເຍົາວະຊົນອະນຸຊົນ ຮ່າໂນ້ຍ ແລະ ວົງດົນຕີປະສານສຽງ ຫວຽດນາມ ສະແດງ. ທ່ານ ຫງວຽນຮ່ວາງຫວຽດ, ຜູ້ຕາງໜ້າຈັດຕັ້ງການສະແດງຂອງວົງດົນຕີປະສານສຽງ ຫວຽດນາມ ໃຫ້ຮູ້ວ່າ:

ເຂົ້າຮ່ວມລາຍການດົນຕີປະສານສຽງປີນີ້ ມີບັນດານັກສິລະປິນຄືນັກສິລະປິນ ດ່າວໂຕ໊ລວານ ແມ່ນນັກຮ້ອງເພງປະເພດ opera, ນັກຮ້ອງ ຟ້າມແຄງງອັກ, ນັກຮ້ອງ ຕູງເຢືອງ…ນອກນັ້ນ ຍັງມີບັນດານັກສິລະປິນໜຸ່ມຄື: ເລແອັງຢຸງ, ດ່າວມ໋າກ, ເຢືອງຮ່ວາງອ໊ຽນ. ດ້ວຍຫົວຂໍ້ທີ່ວ່າ “ຫວຽດນາມ ກ້າວຂຶ້ນ”, ລາຍການສະແດງສິລະປະຈະມີຄວາມໝາຍແມ່ນແຜ່ຂະຫຍາຍນ້ຳໃຈຮັກຊາດ, ນ້ຳໃຈເຊີດຊູປະເທດຊາດ.

ໄປຄຽງຄູ່ກັບພາກສະແດງບັນດາບົດເພງປະຕິວັດ, ການເສບດົນຕີປະສານສຽງ “ສິ່ງທີ່ຍືນຍົງຄົງຕົວ 2019” ປີນີ້ ຈະນຳມາເຊິ່ງການທົດລອງໃໝ່ໃຫ້ແກ່ທ່ານຜູ້ຟັງຜູ້ຊົມ ເມື່ອສະແດງບົດເພງທຳນອງ Rock ຢູ່ເທິງເວທີສະແດງ. ທ່ານ ຫງວຽນຮ່ວາງຫວຽດ, ຜູ້ຕາງໜ້າຈັດຕັ້ງການສະແດງຂອງວົງດົນຕີປະສານສຽງ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ:

        “ທຸກໆປີ ລາຍການແນະນຳບັນດາບົດປະພັນດົນຕີ ຫວຽດນາມ, ບັນດາບົດປະພັນດົນຕີຄຼາດສິກ ແຕ່ປີນີ້ ຈະມີບົດປະພັນດົນຕີໃໝ່, ນັ້ນແມ່ນບົດ rock symphony ໄດ້ຮັບສົມທົບກັບບົດເພງ “ຈິດວິນຍານຂອງຫີນ” ຂອງອະດີດນັກປະພົນດົນຕີ ເຈິ່ນເລິບ. ໄປຄຽງຄູ່ກັນນັ້ນ ຍັງມີບັນດາບົດເພງຄື: ມ້າດຳ ຂອງນັກປະພັນດົນຕີ ໂດ໊ກຽນເກືອງ ແລະ ບົດ Rhapsody ຫວຽດນາມ ຂອງນັກປະພັນດົນຕີ ໂດ໊ຮົ່ງກວນ. ປີນີ້ຍັງສະແດງ “ບົດເພງຊື່ສັດບໍລິສຸດ” ຂອງອະດີດນັກປະພັນດົນຕີ ຮ່ວາງເຢືອງ ທີ່ແຕ່ງໃຫ້ວົງດົນຕີ violin ແລະ ນັກສິລະປິນ ບູຍກົງຢຸຍ ຈະເປັນຜູ້ສະແດງ.

        ດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຄົວ 2019” ຍັງມີການເຂົ້າຮ່ວມຂອງບັນດານັກສິລະປິນຍອດຢ້ຽມ ພາຍຫລັງຖືກພາດໂອກາດສະແດງ. ນັກສິປະລິນດີເດັ່ນ ບູຍກົງຢຸຍ ມີຄວາມກະຕືລືລົ້ນເມື່ອໄດ້ເຂົ້າຮ່ວມລາຍການ ພາຍຫລັງຄ້າງຄາກັບວຽກງານມາເປັນເວລາຫລາຍປີ. ພ້ອມກັນນັ້ນ, ນັກຮ້ອງ ຈ້ອງເຕີ໋ນ ຈະໄດ້ພົບກັບທ່ານຜູ້ຊົມດ້ວຍບົດເພງທີ່ມີຊື່ວ່າ “ສິ່ງທີ່ຍືນຍົງຄົງຄົວ” ພາຍຫລັງຄ້າງຄາກັບວຽກງານມາເປັນເວລາ 1 ປີ. ນັກຮ້ອງ ຈ້ອງເຕີ໋ນ ແບ່ງປັນວ່າ:

        “ເມື່ອເຂົ້າຮ່ວມລາຍການແຕ່ລະຄັ້ງ ຂ້າພະເຈົ້າມີຄວາມກະຕືລືລົ້ນທີ່ສຸດ. ບັນດານັກສິລະປິນທີ່ຈະເຂົ້າຮ່ວມ ລ້ວນແຕ່ມີຄວາມຮັກຕໍ່ສິລະປະ, ເຊີດຊູສິລະປະ. ລາຍການຖືກດຳເນີນໃນວັນທີ 02 ກັນຍາ ເຊິ່ງກົງກັບວັນຊາດ ຫວຽດນາມ, ຂ້າພະເຈົ້າເຫັນວ່າ ນີ້ແມ່ນລາຍການທີ່ມີຄວາມໝາຍທີ່ສຸດໃນປີ. ໝູ່ເພື່ອນຂ້າພະເຈົ້າ ແລະ ພິເສດແມ່ນບັນດາຜູ້ຢູ່ໄກ ມີຄວາມຄອງຄອຍກ່ຽວກັບລາຍການນີ້ ແລະ ມີການກະທົບຕອບດີທີ່ສຸດ.

        ລາຍການດົນຕີປະສານສຽງແຫ່ງຊາດ “ສິ່ງທີ່ຍືນຍົງຄົງຕົວ 2019” ຈະດຳເນີນໃນວັນທີ 02 ກັນຍາ ກົງກັບວັນຊາດ ຫວຽດນາມ ໝັ້ນໝາຍວ່າ ຈະນຳມາເຊິ່ງການສະແດງບັນດາບົດເພງ ຫວຽດນາມ ທີ່ເຕັມໄປດ້ວຍສີສັນ ແລະ ມີການປ່ຽນແປງໃໝ່ໃຫ້ແກ່ຜູ້ຊົມທັງຫລາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ